요한복음4

작성 2021-03-11 16:10:23, 조회 281 라오스 요한복음pastors

ຂ່າວປະເສີດເລື່ອງພຣະເຢຊູຄຣິດ ຮຽບຮຽງໂດຍ ໂຢຮັນ

라오스요한복음

1.

1 ເມື່ອ​ຕົ້ນ​ເດີມ​ນັ້ນ​ພຣະ­ທຳ​ຊົງ​ເປັນ​ຢູ່​ແລ້ວ ພຣະ­ທຳ​ນັ້ນ​ຊົງ​ສະ­ຖິດ​ຢູ່​ກັບພຣະ­ເຈົ້າ ພຣະ­ທຳ​ນັ້ນ​ແຫລະ, ຊົງ​ເປັນພຣະ­ເຈົ້າ.

2 ເມື່ອ​ຕົ້ນ​ເດີມ​ນັ້ນ ພຣະ­ທຳ​ຊົງ​ສະ­ຖິດ​ຢູ່​ກັບພຣະ­ເຈົ້າ.

3 ພຣະ­ເຈົ້າຊົງ​ສ້າງ​ສິ່ງ​ທັງ​ປວງ​ຂຶ້ນ​ມາ​ໂດຍ​ພຣະ­ທຳ ໃນ​ບັນ­ດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່​ມີ​ຈັກ​ສິ່ງ​ທີ່​ເປັນ​ມາ​ໂດຍ​ນອກ­ຈາກ​ພຣະ­ທຳ.

4 ພຣະ­ທຳ​ນັ້ນ​ຊົງ​ມີ​ຊີ­ວິດ​ຢູ່​ໃນ​ພຣະ­ອົງ​ເອງ ແລະ​ຊີ­ວິດ​ນັ້ນ​ເປັນ­ຄວາມ​ສະ­ຫວ່າງ​ຂອງ​ມະ­ນຸດ­ສະ­ໂລກ.

5 ຄວາມ​ສະ­ຫວ່າງ​ກໍ​ສ່ອງ​ເຂົ້າ​ມາ​ໃນ​ຄວາມ​ມືດ ແລະ​ຄວາມ​ມືດ​ນັ້ນ​ບໍ່​ໄດ້​ຊະ­ນະ​ຕໍ່​ຄວາມ​ສະ­ຫວ່າງ.

6 ແລະ​ເກີດ​ມີ​ຊາຍ​ຄົນ​ໜຶ່ງ​ທີ່ພຣະ­ເຈົ້າຊົງ​ໃຊ້​ມາ ຊື່­ວ່າໂຢ­ຮັນ.

7 ທ່ານ​ໄດ້​ມາ​ເປັນ​ພະ­ຍານ ເພື່ອ​ອ້າງ​ຄວາມ​ພະ­ຍານ​ເລື່ອງ​ຄວາມ​ສະ­ຫວ່າງ​ນັ້ນ ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ເຊື່ອ​ດ້ວຍ​ທ່ານ.

8 ທ່ານ​ບໍ່​ແມ່ນ​ຄວາມ​ສະ­ຫວ່າງ ແຕ່​ມາ​ເປັນ​ພະ­ຍານ​ກ່ຽວ​ເລື່ອງ​ຄວາມ​ສະ­ຫວ່າງ​ນັ້ນ.

9 ອັນ​ນີ້​ຄື​ຄວາມ​ສະ­ຫວ່າງ​ອັນ​ແທ້​ຈິງ ທີ່​ຂະ­ນະ​ນັ້ນ​ກຳ­ລັງ​ເຂົ້າ​ມາ​ໃນ​ໂລກ ແລະ​ສ່ອງ​ເຖິງ​ຄົນ​ທັງ​ປວງ.

10 ພຣະ­ອົງ​ຊົງ​ສະ­ຖິດ​ຢູ່​ໃນ​ໂລກ ຊຶ່ງພຣະ­ເຈົ້າຊົງ​ສ້າງ​ຂຶ້ນ​ດ້ວຍ​ພຣະ­ອົງ​ນັ້ນ ແຕ່​ໂລກ​ບໍ່​ໄດ້​ຮູ້­ຈັກ​ພຣະ­ອົງ.

11 ພຣະ­ອົງ​ໄດ້​ສະ­ເດັດ​ມາ​ຍັງ​ບ້ານ​ເມືອງ​ຂອງ​ພຣະ­ອົງ ແລະ​ຊາວ­ບ້ານ​ຊາວ​ເມືອງ​ຂອງ​ພຣະ­ອົງ​ບໍ່​ໄດ້​ຕ້ອນ­ຮັບ​ພຣະ­ອົງ.

12 ແຕ່​ສ່ວນ​ບັນ­ດາ​ຜູ້​ທີ່​ຕ້ອນ­ຮັບ​ພຣະ­ອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະ­ນາມ​ຂອງ​ພຣະ­ອົງ ພຣະ­ອົງ​ກໍ​ຊົງ​ປະ­ທານ​ສິດ​ໃຫ້​ກາຍ­ເປັນ​ບຸດ​ຂອງພຣະ­ເຈົ້າ.

13 ຊຶ່ງ​ບໍ່​ໄດ້​ເກີດ​ຈາກ​ເລືອດ​ເນື້ອ​ຫລື​ກາມ, ຫລື​ຄວາມ​ປະ­ສົງ​ຂອງ​ມະ­ນຸດ ແຕ່​ເກີດ​ຈາກພຣະ­ເຈົ້າ.

14 ພຣະ­ທຳ​ໄດ້​ຊົງ​ບັງ­ເກີດ​ເປັນ​ມະ­ນຸດ ແລະ​ຊົງ​ອາ​ໃສ​ຢູ່​ຖ້າມ­ກາງ​ເຮົາ​ທັງ­ຫລາຍ​ບໍ­ລິ­ບູນ​ດ້ວຍ​ພຣະ­ຄຸນ​ແລະ​ຄວາມ​ຈິງ ເຮົາ​ທັງ­ຫລາຍ​ໄດ້​ເຫັນ​ສະ­ຫງ່າ​ລາ­ສີ​ຂອງ​ພຣະ­ອົງ​ຄື​ສະ­ຫງ່າ​ລາ­ສີ​ອັນ​ສົມ​ກັບພຣະ­ບຸດອົງ​ດຽວ​ຂອງພຣະ­ບິ­ດາ.

15 ໂຢ­ຮັນໄດ້​ເປັນ​ພະ­ຍານ​ໃຫ້​ແກ່​ພຣະ­ອົງ​ແລະ​ຮ້ອງ​ປະ­ກາດ​ວ່າ, “ຜູ້​ນີ້​ແຫລະ, ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ວ່າ ຜູ້​ທີ່​ມາ​ພາຍ­ຫລັງ​ເຮົາ​ກໍ​ຈະ​ອອກ​ກ່ອນ​ໜ້າ​ເຮົາ ເພາະ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ’.”

16 ແລະ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ຈາກ​ຄວາມ​ຄົບ​ບໍ­ລິ­ບູນ​ຂອງ​ພຣະ­ອົງ ເປັນ​ພຣະ­ຄຸນ​ຊ້ອນ​ພຣະ­ຄຸນ.

17 ເພາະ­ວ່າພຣະ­ເຈົ້າໄດ້​ຊົງ​ປະ­ທານ​ພຣະ­ບັນ­ຍັດ​ນັ້ນ​ດ້ວຍໂມ­ເຊ ສ່ວນ​ພຣະ­ຄຸນ​ແລະ​ຄວາມ​ຈິງ​ມາ​ດ້ວຍພຣະ­ເຢຊູ­ຄຣິດ.

18 ບໍ່​ມີ​ໃຜ​ໄດ້​ເຫັນພຣະ­ເຈົ້າຈັກ​ເທື່ອ​ແຕ່ພຣະ­ບຸດອົງ​ດຽວ ຜູ້​ຊົງ​ເປັນພຣະ­ເຈົ້າຊຶ່ງ​ຊົງ​ສະ­ຖິດ​ຢູ່​ໃນ​ພຣະ­ຊວງ​ຂອງພຣະ­ບິ­ດາ ພຣະ­ອົງ​ນັ້ນ​ແຫລະ, ໄດ້​ຊົງ​ສະ­ແດງ​ໃຫ້​ຮູ້.

19 ນີ້​ເປັນ​ຄຳ​ພະ­ຍານ​ຂອງໂຢ­ຮັນ ຄື​ເມື່ອ​ພວກຢິວໄດ້​ໃຊ້​ພວກ​ປະ­ໂລ­ຫິດ​ແລະ​ພວກເລ­ວີຈາກ​ກຸງເຢ­ຣູ­ຊາ­ເລັມໄປ​ຖາມ​ທ່ານ​ວ່າ, “ທ່ານ​ຄື​ຜູ້​ໃດ.”

20 ທ່ານ​ກໍ​ຍອມ​ບໍ່​ໄດ້​ປະ­ຕິ­ເສດ ຄື​ໄດ້​ຍອມ­ຮັບ​ວ່າ, “ເຮົາ​ບໍ່​ແມ່ນພຣະ­ຄຣິດ.”

21 ເຂົາ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ​ທ່ານ​ຄື​ຜູ້​ໃດ ທ່ານ​ແມ່ນເອ­ລີ­ຢາຫລືທ່ານ​ຕອບ​ວ່າ, “ເຮົາ​ບໍ່​ແມ່ນເອ­ລີ­ຢາ” “ທ່ານ​ຄື​ຜູ້​ປະ­ກາດ​ພຣະ­ທຳ​ຫລືທ່ານ​ຕອບ​ວ່າ, “ບໍ່​ແມ່ນ.”

22 ເຂົາ​ຈຶ່ງ​ຖາມ​ອີກ​ວ່າ, “ທ່ານ​ຄື​ໃຜ ເພື່ອ​ເຮົາ​ຈະ​ໄດ້​ເອົາ​ຄຳ​ຕອບ​ໄປ​ບອກ​ຄົນ​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ ຝ່າຍ​ທ່ານ, ທ່ານ​ເວົ້າ​ຢ່າງ­ໃດ.”

23 ທ່ານ​ຕອບ​ວ່າ, “ຝ່າຍ​ເຮົາ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ປະ­ກາດ​ໃນ​ປ່າ​ວ່າ, ‘ຈົ່ງ​ເຮັດ​ຫົນ­ທາງ​ຂອງ​ອົງພຣະ­ຜູ້­ເປັນ­ເຈົ້າໃຫ້​ຊື່​ໄປ’”ຕາມ​ທີ່ເອ­ຊາ­ຢາຜູ້​ປະ­ກາດ​ພຣະ­ທຳ​ໄດ້​ກ່າວ​ໄວ້.

24 ຝ່າຍ​ພວກ​ທີ່​ຮັບ​ໃຊ້​ມາ​ນັ້ນ​ແມ່ນ​ແຕ່​ພັກ​ພວກຟາ­ຣີ­ຊາຍ.

25 ເຂົາ​ຈຶ່ງ​ຖາມໂຢ­ຮັນວ່າ, “ຖ້າ​ທ່ານ​ບໍ່​ແມ່ນພຣະ­ຄຣິດ, ບໍ່​ແມ່ນເອ­ລີ­ຢາ ຫລື​ບໍ່​ແມ່ນ​ຜູ້​ປະ­ກາດ​ພຣະ­ທຳ​ນັ້ນ ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບ­ຕິ­ສະ­ມາ.”

26 ໂຢ­ຮັນໄດ້​ຕອບ​ເຂົາ​ວ່າ, “ຝ່າຍ​ເຮົາ​ນີ້​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ດ້ວຍ​ນ້ຳ ແຕ່​ມີ​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ຖ້າມ­ກາງ​ພວກ​ທ່ານ ຊຶ່ງ​ພວກ​ທ່ານ​ບໍ່​ຮູ້­ຈັກ.

27 ຜູ້​ນັ້ນ​ແຫລະ, ມາ​ພາຍ­ຫລັງ​ເຮົາ ເຖິງ​ແມ່ນ​ແຕ່​ສາຍ­ຮັດ​ເກີບ​ຂອງ​ທ່ານ ເຮົາ​ກໍ​ບໍ່​ສົມ­ຄວນ​ຈະ​ແກ້.”

28 ເຫດ­ການ​ເຫລົ່າ​ນີ້​ໄດ້​ບັງ­ເກີດ​ຂຶ້ນ​ທີ່​ບ້ານເບັດ­ທາ­ນີ ຟາກ​ແມ່­ນ້ຳຢໍ­ແດນທາງ​ທິດ­ຕາ­ເວັນ­ອອກ ເປັນ​ບ່ອນ​ທີ່ໂຢ­ຮັນກຳ­ລັງ​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ຢູ່.

29 ລ່ວງ​ໄປ​ວັນ​ໜຶ່ງໂຢ­ຮັນໄດ້​ເຫັນພຣະ­ເຢຊູກຳ­ລັງ​ສະ­ເດັດ​ມາ​ຫາ ທ່ານ​ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ, ພຣະ­ເມ­ສາ​ນ້ອຍ​ຂອງພຣະ­ເຈົ້າ ຜູ້​ຊົງ​ຮັບ​ເອົາ​ຄວາມ​ຜິດ​ບາບ​ຂອງ​ມະ­ນຸດ­ສະ­ໂລກ​ໄປ​ເສຍ.

30 ຜູ້​ນີ້​ແຫລະ, ທີ່​ເຮົາ​ກ່າວ​ວ່າ​ຈະ​ມີ​ຜູ້​ໜຶ່ງ​ມາ​ພາຍ­ຫລັງ​ເຮົາ, ຈະ​ອອກ​ກ່ອນ​ໜ້າ​ເຮົາ​ເພາະ­ວ່າ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ.

31 ເຮົາ​ເອງ​ກໍ​ບໍ່​ໄດ້​ຮູ້­ຈັກ​ທ່ານ ແຕ່​ເພື່ອ​ໃຫ້​ທ່ານ​ເປັນ​ທີ່​ປະ­ກົດ​ແຈ້ງ​ແກ່​ພວກອິ­ສຣາ­ເອນ ເຮົາ​ຈຶ່ງ​ໄດ້​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ໃນ​ນ້ຳ.”

32 ແລະໂຢ­ຮັນກ່າວ​ເປັນ​ພະ­ຍານ​ວ່າ, “ເຮົາ​ໄດ້​ເຫັນພຣະ­ວິນ­ຍານເໝືອນ​ດັ່ງ​ນົກ​ເຂົາ​ສະ­ເດັດ​ລົງ​ມາ​ຈາກ​ຟ້າ​ສະ­ຫວັນ ແລະ​ຊົງ​ສະ­ຖິດ​ຢູ່​ເທິງ​ທ່ານ.

33 ເຮົາ​ເອງ​ບໍ່​ໄດ້​ຮູ້­ຈັກ​ທ່ານ ແຕ່​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ດ້ວຍ​ນ້ຳ​ນັ້ນ ໄດ້​ຊົງ​ກ່າວ​ກັບ​ເຮົາ​ວ່າ, ເຈົ້າ​ຈະ​ເຫັນພຣະ­ວິນ­ຍານລົງ​ມາ­ສະ​ຖິດ​ຢູ່​ເທິງ​ຜູ້​ໃດ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ດ້ວຍພຣະ­ວິນ­ຍານ­ບໍ­ລິ­ສຸດ.

34 ແລະ​ເຮົາ​ໄດ້​ເຫັນ​ແລ້ວ​ຈຶ່ງ​ເປັນ​ພະ­ຍານ​ວ່າ ທ່ານ​ຜູ້​ນີ້​ແຫລະ, ເປັນພຣະ­ບຸດຂອງພຣະ­ເຈົ້າ.”

35 ລ່ວງ​ໄປ​ອີກ​ວັນ​ໜຶ່ງໂຢ­ຮັນກຳ­ລັງ​ຢືນ​ຢູ່​ກັບ​ລູກ­ສິດ​ຂອງ​ຕົນ​ສອງ​ຄົນ.

36 ແລະ​ທ່ານ​ໄດ້​ເພ່ງ​ເບິ່ງພຣະ­ເຢຊູກຳ­ລັງ​ສະ­ເດັດ​ກາຍ­ໄປ ຈຶ່ງ​ກ່າວ​ວ່າ, ເບິ່ງ​ແມ, ພຣະ­ເມ­ສາ​ນ້ອຍ​ຂອງພຣະ­ເຈົ້າ.”

37 ລູກ­ສິດ​ສອງ​ຄົນ​ໄດ້​ຍິນໂຢ­ຮັນເວົ້າ​ດັ່ງ­ນັ້ນ ເຂົາ​ຈຶ່ງ​ຕິດ­ຕາມພຣະ­ເຢຊູໄປ.

38 ຝ່າຍພຣະ­ເຢຊູຊົງ​ຫລຽວ​ຫລັງ​ເຫັນ​ເຂົາ​ທັງ​ສອງ​ຕິດ­ຕາມ​ມາ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ຊອກ​ຫາ​ຫຍັງເຂົາ​ທູນ​ພຣະ­ອົງ​ວ່າ, “ຮັບ​ບີ (ຊຶ່ງ​ແປ​ວ່າ ອາ­ຈານ) ທ່ານ​ອາ​ໃສ​ຢູ່​ທີ່​ໃດ.”

39 ພຣະ­ອົງ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ມາ​ເບິ່ງເຂົາ​ກໍ​ໄປ​ແລະ​ເຫັນ​ບ່ອນ​ຊຶ່ງ​ພຣະ­ອົງ​ຊົງ​ອາ​ໃສ ວັນ​ນັ້ນ​ເຂົາ​ກໍ​ໄດ້​ພັກ​ຢູ່​ກັບ​ພຣະ­ອົງ ເພາະ​ເປັນ​ເວ­ລາ​ປະ­ມານ​ສີ່​ໂມງ​ແລງ​ແລ້ວ.

40 ໃນ​ສອງ​ຄົນ​ທີ່​ໄດ້​ຍິນໂຢ­ຮັນເວົ້າ​ແລະ​ຕິດ­ຕາມພຣະ­ເຢຊູໄປ​ນັ້ນ ຜູ້​ໜຶ່ງ​ຄືອັນ­ເດ­ອານ້ອງ​ຊາຍ​ຂອງຊີ­ໂມນເປ­ໂຕ.

41 ອັນ­ເດ­ອາກໍ​ໄປ​ຫາຊີ­ໂມນອ້າຍ​ຂອງ​ຕົນ​ກ່ອນ​ແລະ​ໄດ້​ບອກ​ວ່າ, “ໝູ່​ເຮົາ​ໄດ້​ພົບເມ­ຊີ­ອາແລ້ວ” (ທີ່​ແປ​ວ່າ ພຣະ­ຄຣິດ).

42 ອັນ­ເດ­ອາຈຶ່ງ​ພາຊີ­ໂມນໄປ​ເຝົ້າພຣະ­ເຢຊູ ເມື່ອ​ຊົງ​ທອດ​ພຣະ­ເນດ​ແລ້ວ​ພຣະ­ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ທ່ານ​ຄືຊີ­ໂມນລູກ​ຂອງໂຢ­ຮັນ ທ່ານ​ຈະ​ໄດ້​ຊື່​ໃໝ່​ວ່າ ເກ­ຟາ” (ທີ່​ແປ​ວ່າ ເປ­ໂຕ ຄື​ຫີນ).

43 ລ່ວງ​ໄປ​ວັນ​ໜຶ່ງ ພຣະ­ເຢຊູຊົງ​ຕັ້ງ​ພຣະ­ໄທ​ຈະ​ສະ­ເດັດ​ໄປ​ແຂວງຄາ­ລີ­ເລ ພຣະ­ອົງ​ຊົງ​ພົບຟີ­ລິບຈຶ່ງ​ຊົງ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”.

44 ຟີ­ລິບມາ​ຈາກເບັດ­ຊາ­ອີ­ດາເມືອງ​ຂອງອັນ­ເດ­ອາແລະເປ­ໂຕ.

45 ຟີ­ລິບໄດ້​ໄປ​ຫານະ­ທາ­ນາ­ເອັນບອກ​ວ່າ, “ເຮົາ​ໄດ້​ພົບ​ຜູ້​ທີ່ໂມ­ເຊໄດ້​ກ່າວ​ເຖິງ​ໃນ​ໜັງ­ສື​ພຣະ­ບັນ­ຍັດ ແລະ​ທີ່​ພວກ​ຜູ້​ປະ­ກາດ​ພຣະ­ທຳ​ໄດ້​ກ່າວ​ເຖິງ​ເໝືອນ​ກັນ ຄື ເຢ­ຊູລູກ​ຂອງໂຢ­ເຊັບ ໄທນາ­ຊາ­ເຣັດ.”

46 ນະ­ທາ­ນາ­ເອັນຖາມຟີ­ລິບວ່າ, “ສິ່ງ​ດີ​ອັນ​ໃດ​ຈະ​ມາ​ຈາກນາ­ຊາ­ເຣັດໄດ້​ຫລືຟີ­ລິບຕອບ​ວ່າ, “ມາ​ເບິ່ງ​ເອົາ.”

47 ພຣະ­ເຢຊູຊົງ​ເຫັນນະ­ທາ­ນາ­ເອັນມາ​ຫາ​ພຣະ­ອົງ ກໍ​ຊົງ​ກ່າວ​ເຖິງ​ເລື່ອງ​ຂອງ​ທ່ານ​ວ່າ, “ເບິ່ງ​ແມ, ຜູ້​ນີ້​ຄື​ຊົນ​ຊາດອິ­ສຣາ­ເອນແທ້ ໃນ​ຕົວ​ທ່ານ​ບໍ່​ມີ​ອຸ­ບາຍ.”

48 ນະ­ທາ­ນາ­ເອັນໄດ້​ທູນ​ຖາມ​ພຣະ­ອົງ​ວ່າ, “ທ່ານ​ຮູ້­ຈັກ​ຂ້າ­ນ້ອຍ​ໄດ້​ຢ່າງ­ໃດພຣະ­ເຢຊູຊົງ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ທ່ານ​ແລ້ວ​ເມື່ອ​ທ່ານ​ຢູ່​ໃຕ້​ຕົ້ນ​ເດື່ອ​ເທດ ກ່ອນ​ທີ່ຟີ­ລິບໄດ້​ເອີ້ນ​ທ່ານ​ນັ້ນ.”

49 ນະ­ທາ­ນາ­ເອັນທູນ​ຕອບ​ພຣະ­ອົງ​ວ່າ, “ພຣະ­ອາ­ຈານ​ເອີຍ, ທ່ານ​ເປັນພຣະ­ບຸດຂອງພຣະ­ເຈົ້າ ທ່ານ​ເປັນ​ກະ­ສັດ​ຂອງ​ຊາດອິ­ສຣາ­ເອນ.”

50 ພຣະ­ເຢຊູຊົງ​ຕອບ​ວ່າ, “ທ່ານ​ເຊື່ອ​ເຮົາ ເພາະ​ເຮົາ​ໄດ້​ບອກ​ວ່າ​ເຮົາ​ໄດ້​ເຫັນ​ທ່ານ​ຢູ່​ໃຕ້​ຕົ້ນ​ເດື່ອ​ນັ້ນ​ຫລື ທ່ານ​ຍັງ​ຈະ​ເຫັນ​ເຫດ­ການ​ໃຫຍ່​ກວ່າ​ນັ້ນ​ອີກ.”

51 ພຣະ­ອົງ​ຊົງ​ກ່າວ​ແກ່​ທ່ານ​ວ່າ, “ເຮົາ​ບອກ​ຕາມ​ຄວາມ​ຈິງ​ແກ່​ທ່ານ​ທັງ­ຫລາຍ​ວ່າ ພວກ​ທ່ານ​ຈະ​ໄດ້​ເຫັນ​ທ້ອງ­ຟ້າ​ແຫວກ​ອອກ ແລະ​ບັນ­ດາ​ເທ­ວະ­ດາ​ຂອງພຣະ­ເຈົ້າຂຶ້ນ​ແລະ​ລົງ​ຢູ່​ເທິງ​ບຸດ​ມະ­ນຸດ.”

 

2.

1 ວັນ​ຖ້ວນ​ສາມ​ມີ​ງານ​ພິ­ທີ​ສົມ­ລົດ​ທີ່​ບ້ານກາ­ນາ ແຂວງຄາ­ລີ­ເລ ແລະ​ມານ​ດາ​ຂອງພຣະ­ເຢຊູກໍ​ຢູ່​ຫັ້ນ.

2 ພຣະ­ເຢຊູກັບ​ພວກ​ສາ­ວົກ​ໄດ້​ຮັບ​ເຊີນ​ໄປ​ໃນ​ງານ​ນັ້ນ​ເໝືອນ​ກັນ.

3 ເມື່ອ​ເຫລົ້າ​ແວງ​ໝົດ​ແລ້ວ ມານ​ດາ​ຂອງພຣະ­ເຢຊູຈຶ່ງ​ທູນ​ພຣະ­ອົງ​ວ່າ, “ເຫລົ້າ​ແວງ​ເຂົາ​ບໍ່​ມີ​ແລ້ວ.”

4 ພຣະ­ເຢຊູຊົງ​ຕອບ​ມານ​ດາ​ວ່າ, “ນາງ​ເອີຍ, ປະ​ໃຫ້​ເປັນ​ທຸ­ລະ​ຂອງ​ເຮົາ​ເສຍ ເພາະ​ເວ­ລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ.”

5 ມານ​ດາ​ຂອງ​ພຣະ­ອົງ​ຈຶ່ງ​ບອກ​ຕໍ່​ຄົນ​ໃຊ້​ວ່າ, “ເມື່ອ​ເພິ່ນ​ບອກ​ພວກ​ເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເນີ.”

6 ທີ່​ນັ້ນ​ມີ​ອ່າງ​ຫີນ​ຫົກ​ໜ່ວຍ​ຕັ້ງ​ຢູ່ ເພື່ອ​ໃຊ້​ຊຳ­ລະ​ລ້າງ​ຕາມ​ທຳ­ນຽມ​ຂອງ​ພວກຢິວ ອ່າງ​ໜ່ວຍ​ໃດ​ກໍ​ໃສ່​ນ້ຳ​ໄດ້​ສີ່​ຫລື​ຫ້າ​ກະ​ໂລ່ງ.

7 ພຣະ­ເຢຊູຊົງ​ບອກ​ຕໍ່​ເຂົາ​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ໃຫ້​ເຕັມແລະ​ເຂົາ​ໄດ້​ຕັກ​ນ້ຳ​ໃສ່​ອ່າງ​ເຫລົ່າ­ນັ້ນ​ເຕັມ​ພຽງ​ປາກ.

8 ແລ້ວ​ພຣະ­ອົງ​ຊົງ​ບອກ​ເຂົາ​ວ່າ, “ບັດ​ນີ້​ຈົ່ງ​ຕັກ​ສົ່ງ​ໄປ​ໃຫ້​ພະ­ນັກ­ງານ​ເນີເຂົາ​ກໍ​ຕັກ​ສົ່ງ​ໃຫ້.

9 ເມື່ອ​ພະ­ນັກ­ງານ​ຊີມ​ນ້ຳ​ທີ່​ກາຍ­ເປັນ​ເຫລົ້າ​ແວງ​ນັ້ນ­ແລ້ວ ແລະ​ບໍ່​ຮູ້​ວ່າ​ມາ​ແຕ່​ໃສ (ແຕ່​ຄົນ​ໃຊ້​ທີ່​ຕັກ​ນ້ຳ​ກໍ​ຮູ້) ພະ­ນັກ­ງານ​ຈຶ່ງ​ເອີ້ນ​ເຈົ້າ​ບ່າວ​ມາ.

10 ແລະ​ກ່າວ​ວ່າ, “ທຸກ​ຄົນ​ເຄີຍ​ເອົາ​ເຫລົ້າ​ແວງ​ອັນ​ດີ​ມາ​ໃຫ້​ກ່ອນ ແລະ​ເມື່ອ​ເຂົາ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ອັນ​ບໍ່​ດີ​ມາ ແຕ່​ຝ່າຍ​ທ່ານ​ໄດ້​ກັກ​ເຫລົ້າ​ແວງ​ອັນ​ດີ​ໄວ້​ຈົນ​ເຖິງ​ບັດ​ນີ້.”

11 ການ​ໝາຍ​ສຳ­ຄັນ​ເທື່ອ​ຕົ້ນ​ນີ້ ພຣະ­ເຢຊູຊົງ​ເຮັດ​ທີ່​ບ້ານກາ­ນາແຂວງຄາ­ລີ­ເລ ພຣະ­ອົງ​ໄດ້​ຊົງ​ສະ­ແດງ​ສະ­ຫງ່າ​ລາ­ສີ​ຂອງ​ພຣະ­ອົງ​ໃຫ້​ປະ­ກົດ ຝ່າຍ​ພວກ​ສາ­ວົກ​ກໍ​ໄດ້​ເຊື່ອ​ໃນ​ພຣະ­ອົງ.

12 ພາຍ­ຫລັງ​ນັ້ນ​ມາ​ພຣະ­ອົງ​ໄດ້​ສະ­ເດັດ​ລົງ​ໄປ​ຍັງ​ເມືອງກາ­ເປ­ນາ­ອູມ ກັບ​ມານ​ດາ​ພ້ອມ​ທັງ​ພວກ​ນ້ອງ​ຊາຍ ແລະ​ສາ­ວົກ​ຂອງ​ພຣະ­ອົງ ກໍ​ຊົງ​ອາ​ໃສ​ຢູ່​ທີ່​ນັ້ນ​ບໍ່​ຫລາຍ​ວັນ.

13 ແລະ​ເທດ­ສະ­ການປັດ­ສະ­ຄາຂອງ​ພວກຢິວໃກ້​ເຂົ້າ​ມາ​ແລ້ວ ພຣະ­ເຢຊູສະ­ເດັດ​ຂຶ້ນ​ເມືອ​ຍັງ​ກຸງເຢ­ຣູ­ຊາ­ເລັມ.

14 ຢູ່​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ພຣະ­ອົງ​ໄດ້​ພົບ​ຄົນ​ຂາຍ​ງົວ, ຂາຍ​ແກະ, ແລະ​ຂາຍ​ນົກ​ເຂົາ ກັບ​ທັງ​ພວກ​ຄົນ​ແລກ​ເງິນ​ທີ່​ນັ່ງ​ຢູ່​ຫັ້ນ.

15 ພຣະ­ອົງ​ຊົງ​ເອົາ​ເຊືອກ​ເຮັດ​ແສ້ ໄລ່​ຄົນ​ເຫລົ່າ­ນັ້ນ​ພ້ອມ​ກັບ​ແກະ​ແລະ​ງົວ​ອອກ​ໄປ​ຈາກ​ບໍ­ລິ­ເວນ​ພຣະ­ວິ­ຫານ ຊົງ​ຖອກ​ເງິນ​ແລະ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກ​ເງິນ.

16 ແລ້ວ​ພຣະ­ອົງ​ຊົງ​ກ່າວ​ແກ່​ບັນ­ດາ​ຄົນ​ທີ່​ຂາຍ​ນົກ​ເຂົາ​ວ່າ, “ຈົ່ງ​ເອົາ​ຂອງ​ເຫລົ່າ​ນີ້​ອອກ​ໄປ​ເສຍ ຢ່າ​ເຮັດ​ໃຫ້​ທີ່​ສະ­ຖິດພຣະ­ບິ­ດາຂອງ​ເຮົາ​ເປັນ​ບ່ອນ​ຄ້າ­ຂາຍ.”

17 ພວກ​ສາ­ວົກ​ຂອງ​ພຣະ­ອົງ​ໄດ້​ລະ­ນຶກ​ເຖິງ​ຄຳ​ທີ່​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນ­ໃຈ​ສຳ­ລັບ​ພຣະ­ວິ­ຫານ​ຂອງ​ພຣະ­ອົງ​ກໍ​ໄໝ້​ຢູ່​ພາຍ​ໃນ​ຂ້າ​ພຣະ­ອົງ​ເສຍ.”

18 ພວກຢິວຈຶ່ງ​ທູນ​ພຣະ­ອົງ​ວ່າ, “ເຈົ້າ​ຈະ​ສະ­ແດງ​ການ​ສຳ­ຄັນ​ອັນ​ໃດ​ໃຫ້​ພວກ​ເຮົາ​ເຫັນ​ວ່າ ເຈົ້າ​ມີ​ສິດ​ເຮັດ​ການ​ຢ່າງ​ນີ້.”

19 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ຖ້າ​ມ້າງ​ວິ­ຫານ​ນີ້​ລົງ​ເສຍ ເຮົາ​ຈະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ.”

20 ພວກຢິວຈຶ່ງ​ທູນ​ວ່າ, “ພຣະ­ວິ­ຫານ​ນີ້​ເຂົາ​ໄດ້​ສ້າງ​ຂຶ້ນ​ເຖິງ​ສີ່​ສິບ​ຫົກ​ປີ​ຈຶ່ງ​ສຳ­ເລັດ ຝ່າຍ​ເຈົ້າ​ຈະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ​ຫລື.”

21 ແຕ່​ພຣະ­ວິ­ຫານ​ທີ່​ພຣະ­ອົງ​ຊົງ​ກ່າວ​ເຖິງ​ນັ້ນ ຄື​ພຣະ­ກາຍ​ຂອງ​ພຣະ­ອົງ.

22 ເຫດ​ສັນ­ນັ້ນ​ເມື່ອ​ພຣະ­ອົງ​ຖືກ​ຊົງ​ບັນ­ດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ພວກ​ສາ­ວົກ​ກໍ​ລະ­ນຶກ​ໄດ້​ວ່າ ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນີ້ ແລະ​ເຂົາ​ກໍ​ເຊື່ອ​ພຣະ­ຄຳ​ພີ​ກັບ​ທັງ​ພຣະ­ທຳ​ທີ່ພຣະ­ເຢຊູໄດ້​ຊົງ​ກ່າວ​ແລ້ວ​ນັ້ນ.

23 ເມື່ອ​ພຣະ­ອົງ​ປະ­ທັບ​ຢູ່​ໃນ​ກຸງເຢ­ຣູ­ຊາ­ເລັມເວ­ລາ​ເທດ­ສະ­ການປັດ­ສະ­ຄານັ້ນ ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ­ນາມ​ຂອງ​ພຣະ­ອົງ ເພາະ​ເຂົາ​ໄດ້​ເຫັນ​ການ​ສຳ­ຄັນ​ທີ່​ພຣະ­ອົງ​ໄດ້​ຊົງ​ກະ­ທຳ​ຂຶ້ນ.

24 ແຕ່ພຣະ­ເຢຊູບໍ່​ໄດ້​ຊົງ​ວາງ​ພຣະ­ໄທ​ໃນ​ຄົນ​ເຫລົ່າ­ນັ້ນ ເພາະ​ພຣະ­ອົງ​ຊົງ​ຮູ້­ຈັກ​ມະ­ນຸດ​ທຸກ​ຄົນ​ແລ້ວ.

25 ແລະ​ພຣະ­ອົງ​ບໍ່​ຊົງ​ມີ​ຄວາມ​ຈຳ­ເປັນ​ທີ່​ຈະ​ມີ​ພະ­ຍານ​ໃນ​ເລື່ອງ​ມະ­ນຸດ ດ້ວຍ​ພຣະ­ອົງ​ເອງ​ຊົງ​ຊາບ​ວ່າ ອັນ​ໃດ​ມີ​ຢູ່​ໃນ​ມະ­ນຸດ.

 

3.

1 ມີ​ຊາຍ​ຄົນ​ໜຶ່ງ​ໃນ​ພວກຟາ­ຣີ­ຊາຍຊື່ນີ­ໂກ­ເດມ ເປັນ​ເຈົ້າ​ນາຍ​ຂອງ​ພວກຢິວ.

2 ຜູ້​ນີ້​ໄດ້​ມາ​ຫາພຣະ­ເຢຊູໃນ​ເວ­ລາ​ກາງ­ຄືນ​ທູນ​ພຣະ­ອົງ​ວ່າ, “ອາ­ຈານ​ເອີຍ, ພວກ​ຂ້າ­ນ້ອຍ​ຊາບ​ຢູ່​ວ່າ​ທ່ານ​ເປັນ​ຄູ​ທີ່​ມາ​ຈາກພຣະ­ເຈົ້າ ເພາະ​ບໍ່​ມີ​ຜູ້​ໃດ​ອາດ​ເຮັດ​ໝາຍ​ສຳ­ຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ເວັ້ນ​ແຕ່ພຣະ­ເຈົ້າຊົງ​ສະ­ຖິດ​ຢູ່​ນຳ.”

3 ພຣະ­ເຢຊູຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ​ຖ້າ​ຜູ້​ໃດ​ບໍ່​ບັງ­ເກີດ​ມາ​ໃໝ່ ຜູ້​ນັ້ນ​ຈະ​ເຫັນ​ລາ­ຊະ​ແຜ່ນ­ດິນ​ຂອງພຣະ­ເຈົ້າບໍ່​ໄດ້.”

4 ນີ­ໂກ­ເດມທູນ​ພຣະ­ອົງ​ວ່າ, “ຄົນ​ເຖົ້າ​ແລ້ວ​ຈະ​ບັງ­ເກີດ​ໄດ້​ຢ່າງ­ໃດ ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງ​ຕົນ​ເທື່ອ​ທີ່​ສອງ​ແລ້ວ​ເກີດ​ມາ​ໄດ້​ຫລື.”

5 ພຣະ­ເຢຊູຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ຖ້າ​ຜູ້​ໃດ​ບໍ່​ໄດ້​ບັງ­ເກີດ​ມາ​ຈາກ​ນ້ຳ​ແລະ​ຈາກພຣະ­ວິນ­ຍານ ຜູ້​ນັ້ນ​ຈະ​ເຂົ້າ​ໃນ​ລາ­ຊະ​ແຜ່ນ­ດິນ​ຂອງພຣະ­ເຈົ້າບໍ່​ໄດ້.

6 ຊຶ່ງ​ບັງ­ເກີດ​ຈາກ​ເນື້ອ​ກາຍ​ກໍ​ເປັນ​ເນື້ອ​ກາຍ ແລະ​ຊຶ່ງ​ບັງ­ເກີດ​ຈາກພຣະ­ວິນ­ຍານກໍ​ເປັນ­ວິນ​ຍານ.

7 ຢ່າ​ປະ­ຫລາດ​ໃຈ​ທີ່​ເຮົາ​ບອກ​ທ່ານ​ວ່າ ທ່ານ​ທັງ­ຫລາຍ​ຈຳ­ເປັນ​ຕ້ອງ​ບັງ­ເກີດ​ມາ​ໃໝ່.

8 ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ ແລະ​ທ່ານ​ໄດ້​ຍິນ​ສຽງ​ມັນ ແຕ່​ທ່ານ​ບໍ່​ຮູ້​ວ່າ​ມັນ​ມາ​ແຕ່​ໃສ​ຫລື​ໄປ​ໃສ ທຸກ​ຄົນ​ທີ່​ບັງ­ເກີດ​ຈາກພຣະ­ວິນ­ຍານກໍ​ເປັນ​ດັ່ງ­ນັ້ນ​ແຫລະ.”

9 ນີ­ໂກ­ເດມທູນ​ພຣະ­ອົງ​ວ່າ, “ເຫດ­ການ​ເຫລົ່າ​ນີ້​ຈະ​ບັງ­ເກີດ​ຂຶ້ນ​ໄດ້​ຢ່າງ­ໃດ.”

10 ພຣະ­ເຢຊູຊົງ​ຕອບ​ວ່າ, “ທ່ານ​ເປັນ​ອາ­ຈານ​ຂອງ​ພວກອິ­ສຣາ­ເອນແລະ​ຍັງ​ບໍ່​ຮູ້­ຈັກ​ສິ່ງ​ເຫລົ່າ​ນີ້​ຫລື.

11 ເຮົາ​ບອກ​ຄວາມ​ຈິງ​ແກ່​ທ່ານ​ວ່າ ພວກ​ເຮົາ​ເວົ້າ​ສິ່ງ​ທີ່​ເຮົາ​ຮູ້​ແລະ​ເປັນ​ພະ­ຍານ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແຕ່​ທ່ານ​ທັງ­ຫລາຍ​ບໍ່​ໄດ້​ຮັບ​ຄຳ​ພະ­ຍານ​ຂອງ​ເຮົາ

12 ຖ້າ​ເຮົາ​ບອກ​ທ່ານ​ທັງ­ຫລາຍ​ເຖິງ​ສິ່ງ​ຝ່າຍ​ໂລກ ແລະ​ທ່ານ​ບໍ່​ເຊື່ອ ຖ້າ​ເຮົາ​ບອກ​ທ່ານ​ເຖິງ​ສິ່ງ​ຝ່າຍ​ສະ­ຫວັນ ພວກ​ທ່ານ​ຈະ​ເຊື່ອ​ໄດ້​ຢ່າງ­ໃດ.

13 ບໍ່​ມີ​ຜູ້​ໃດ​ໄດ້​ຂຶ້ນ​ໄປ​ສູ່​ສະ­ຫວັນ ນອກ­ຈາກ​ຜູ້​ທີ່​ລົງ​ມາ​ຈາກ​ສະ­ຫວັນ​ຄື​ບຸດ​ມະ­ນຸດ.”

14 ໂມ­ເຊໄດ້​ຍົກ​ງູ​ຂຶ້ນ​ໃນ​ປ່າ​ສັນ­ໃດ ບຸດ​ມະ­ນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ​ສັນ­ນັ້ນ,

15 ເພື່ອ​ທຸກ​ຄົນ​ທີ່​ວາງ­ໃຈ​ເຊື່ອ​ໃນ​ພຣະ­ອົງ​ຈະ​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ.

16 ເພາະ­ວ່າພຣະ­ເຈົ້າຊົງ​ຮັກ​ໂລກ​ຈົນ​ໄດ້ ປະ­ທານພຣະ­ບຸດອົງ​ດຽວ​ຂອງ​ພຣະ­ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ­ໃຈ​ເຊື່ອ​ໃນພຣະ­ບຸດນັ້ນ​ຈະ​ບໍ່​ຈິບ­ຫາຍ ແຕ່​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ.

17 ເພາະ­ວ່າພຣະ­ເຈົ້າໄດ້​ຊົງ​ໃຊ້ພຣະ­ບຸດຂອງ​ພຣະ­ອົງ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ຈະ​ຕັດ​ສີນ​ລົງ­ໂທດ​ມະ­ນຸດ­ສະ­ໂລກ ແຕ່​ເພື່ອ​ມະ­ນຸດ­ສະ­ໂລກ​ຈະ​ພົ້ນ​ໄດ້​ດ້ວຍພຣະ­ບຸດນັ້ນ.

18 ຜູ້​ທີ່​ວາງ­ໃຈ​ໃນພຣະ­ບຸດກໍ​ບໍ່​ຖືກ​ຕັດ​ສີນ​ໂທດ ແຕ່​ຜູ້​ທີ່​ບໍ່​ວາງ­ໃຈ​ກໍ​ໄດ້​ຖືກ​ຕັດ​ສີນ​ລົງ­ໂທດ​ແລ້ວ ເພາະ​ບໍ່​ໄດ້​ເຊື່ອ​ໃນ​ພຣະ­ນາມພຣະ­ບຸດອົງ​ດຽວ​ຂອງພຣະ­ເຈົ້າ.

19 ນີ້​ແຫລະ, ແມ່ນ​ການ​ຕັດ​ສີນ​ລົງ­ໂທດ ຄື​ວ່າ­ຄວາມ​ສະ­ຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະ­ນຸດ​ໄດ້​ຮັກ​ຄວາມ​ມືດ​ຫລາຍ​ກວ່າ​ຮັກ​ຄວາມ​ສະ­ຫວ່າງ ເພາະ​ກິດ­ຈະ­ການ​ຂອງ​ເຂົາ​ຊົ່ວ.

20 ດ້ວຍ​ວ່າ​ທຸກ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ຊັງ​ຄວາມ​ສະ­ຫວ່າງ ແລະ​ບໍ່​ມາ​ເຖິງ​ຄວາມ​ສະ­ຫວ່າງ ເພາະ​ຢ້ານ​ວ່າ ການ​ເຮັດ​ຂອງ​ຕົນ​ຈະ​ເປີດ­ເຜີຍ.

21 ແຕ່​ບຸກ­ຄົນ​ທີ່​ເຮັດ​ຕາມ​ຄວາມ​ຈິງ​ກໍ​ມາ​ຫາ​ຄວາມ​ສະ­ຫວ່າງ ເພື່ອ​ໃຫ້­ການ​ຂອງ​ຕົນ​ປະ­ກົດ​ວ່າ​ໄດ້​ເຮັດ​ດ້ວຍ​ອາ​ໃສພຣະ­ເຈົ້າ.

22 ຫລັງ​ຈາກ​ນັ້ນພຣະ­ເຢຊູໄດ້​ສະ­ເດັດ​ໄປ​ຍັງ​ແຂວງຢູ­ດາຍພ້ອມ​ກັບ​ພວກ​ສາ­ວົກ​ຂອງ​ພຣະ­ອົງ ແລະ​ປະ­ທັບ​ຢູ່​ກັບ​ເຂົາ​ທີ່​ນັ້ນ ແລ້ວ​ຊົງ​ໃຫ້​ຮັບ​ບັບ­ຕິ­ສະ­ມາ.

23 ຝ່າຍໂຢ­ຮັນກໍ​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ຢູ່​ບ້ານໄອ­ໂນນໃກ້​ບ້ານຊາ­ລາ­ອິມເໝືອນ​ກັນ ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ​ຝູງ​ຄົນ​ກໍ​ພາ­ກັນ​ມາ​ຮັບ​ບັບ­ຕິ­ສະ­ມາ.

24 ດ້ວຍ​ວ່າ​ເວ­ລາ​ນັ້ນໂຢ­ຮັນຍັງ​ບໍ່​ທັນ​ໄດ້​ຕິດ​ຄຸກ.

25 ເກີດ​ການ​ໂຕ້​ຖຽງ​ກັນ​ຂຶ້ນ​ລະ­ຫວ່າງ​ລູກ­ສິດ​ຂອງໂຢ­ຮັນກັບຢິວຄົນ​ໜຶ່ງ ເລື່ອງ​ການ​ຊຳ­ລະ​ລ້າງ.

26 ລູກ­ສິດ​ນັ້ນ​ຈຶ່ງ​ໄປ​ຫາໂຢ­ຮັນແລະ​ເວົ້າ​ວ່າ, “ອາ­ຈານ​ເອີຍ, ຜູ້​ທີ່­ຢູ່​ນຳ​ອາ­ຈານ​ທີ່​ຟາກ​ແມ່­ນ້ຳຢໍ­ແດນພຸ້ນ ຄື​ຜູ້​ທີ່​ອາ­ຈານ​ເປັນ​ພະ­ຍານ​ເຖິງ​ນັ້ນ ເບິ່ງ​ແມ, ຜູ້​ນັ້ນ​ກຳ­ລັງ​ໃຫ້​ຮັບ​ບັບ­ຕິ­ສະ­ມາ ແລະ​ຄົນ​ທັງ​ປວງ​ກໍ​ພາ­ກັນ​ໄປ​ຫາ​ເພິ່ນ.”

27 ໂຢ­ຮັນຕອບ​ວ່າ, “ມະ­ນຸດ​ຈະ​ຮັບ​ສິ່ງ​ໃດ​ບໍ່​ໄດ້ ເວັ້ນ​ໄວ້​ແຕ່​ທີ່​ຊົງ​ໂຜດ​ປະ­ທານ​ຈາກ​ສະ­ຫວັນ​ໃຫ້​ເຂົາ.

28 ທ່ານ​ທັງ­ຫລາຍ​ກໍ​ເປັນ​ພະ­ຍານ​ຝ່າຍ​ເຮົາ​ວ່າ​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ເຮົາ​ບໍ່​ເປັນພຣະ­ຄຣິດແຕ່​ເປັນ​ຜູ້​ຮັບ​ໃຊ້​ມາ​ກ່ອນ​ໜ້າ​ພຣະ­ອົງ.’

29 ຜູ້​ທີ່​ມີ​ເຈົ້າ​ສາວ​ກໍ​ແມ່ນ​ເຈົ້າ​ບ່າວ​ນັ້ນ​ແຫລະ ແຕ່​ສະ­ຫາຍ​ຂອງ​ເຈົ້າ​ບ່າວ​ທີ່​ຢືນ​ຟັງ​ເຈົ້າ​ບ່າວ​ຢູ່ ກໍ​ມີ​ຄວາມ​ຍິນ­ດີ​ຫລາຍ​ເພາະ​ໄດ້​ຍິນ​ສຽງ​ຂອງ​ເຈົ້າ​ບ່າວ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຍິນ­ດີ​ຂອງ​ເຮົາ​ກໍ​ຄົບ​ຖ້ວນ​ແລ້ວ.

30 ພຣະ­ອົງ​ນັ້ນ​ຕ້ອງ​ຊົງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ.”

31 ພຣະ­ອົງ​ຜູ້​ສະ­ເດັດ​ມາ​ຈາກ​ທາງ​ເທິງ​ຊົງ​ຢູ່​ເໜືອ​ທຸກ​ສິ່ງ ຜູ້​ທີ່​ເປັນ​ແຕ່​ແຜ່ນ­ດິນ​ໂລກ​ກໍ​ເປັນ​ຝ່າຍ​ໂລກ ແລະ​ຍ່ອມ​ກ່າວ​ຝ່າຍ​ໂລກ ພຣະ­ອົງ​ຜູ້​ສະ­ເດັດ​ຈາກ​ສະ­ຫວັນ​ຊົງ​ຢູ່​ເໜືອ​ທຸກ​ສິ່ງ.

32 ສິ່ງ​ທີ່​ພຣະ­ອົງ​ໄດ້​ຊົງ​ເຫັນ​ແລະ​ໄດ້​ຍິນ ພຣະ­ອົງ​ກໍ​ຊົງ​ເປັນ​ພະ­ຍານ​ຕໍ່​ສິ່ງ​ນັ້ນ ແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ຄຳ​ພະ­ຍານ​ຂອງ​ພຣະ­ອົງ.

33 ຜູ້​ທີ່​ຮັບ​ຄຳ​ພະ­ຍານ​ຂອງ​ພຣະ­ອົງ​ກໍ​ປະ­ທັບ​ຕາ​ລົງ​ວ່າພຣະ­ເຈົ້າຊົງ​ສັດ​ຈິງ.

34 ເພາະ​ພຣະ­ອົງ​ຜູ້​ທີ່ພຣະ­ເຈົ້າຊົງ​ໃຊ້​ມາ​ນັ້ນ​ຊົງ​ກ່າວ​ພຣະ­ທຳ​ຂອງພຣະ­ເຈົ້າ ເພາະພຣະ­ເຈົ້າບໍ່​ໄດ້​ປະ­ທານພຣະ­ວິນ­ຍານໃຫ້​ໂດຍ​ຈຳ­ກັດ.

35 ພຣະ­ບິ­ດາຊົງ​ຮັກພຣະ­ບຸດ ແລະ​ຊົງ​ມອບ​ທຸກ​ສິ່ງ​ໄວ້​ໃນ​ພຣະ­ຫັດ​ຂອງ​ພຣະ­ອົງ.

36 ຜູ້​ທີ່​ວາງ­ໃຈ​ໃນພຣະ­ບຸດກໍ​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ຜູ້​ທີ່​ບໍ່​ເຊື່ອ​ຟັງພຣະ­ບຸດກໍ​ຈະ​ບໍ່​ໄດ້​ເຫັນ​ຊີ­ວິດ ແຕ່​ພຣະ­ພິ­ໂລດ​ຂອງພຣະ­ເຈົ້າປົກ​ຄຸມ​ຢູ່​ເທິງ​ຜູ້​ນັ້ນ.

 

4.

1 ເມື່ອພຣະ­ເຢຊູຊົງ​ຊາບ​ວ່າ ພວກຟາ­ຣີ­ຊາຍໄດ້​ຍິນ​ຂ່າວ​ວ່າ ພຣະ­ອົງ​ຊົງ​ມີ​ສາ­ວົກ​ແລະ​ຊົງ​ໃຫ້​ບັບ­ຕິ­ສະ­ມາ​ຫລາຍ​ກວ່າໂຢ­ຮັນ,

2 (ຄວາມ​ຈິງພຣະ­ເຢຊູບໍ່​ໄດ້​ຊົງ​ໃຫ້​ບັບ­ຕິ­ສະ­ມາ​ເອງ ແຕ່​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ເປັນ​ຜູ້​ໃຫ້),

3 ພຣະ­ອົງ​ຈຶ່ງ​ສະ­ເດັດ​ອອກ​ຈາກ​ແຂວງຢູ­ດາຍ ແລະ​ກັບ​ໄປ​ຍັງ​ແຂວງຄາ­ລີ­ເລອີກ.

4 ແລະ​ພຣະ­ອົງ​ຕ້ອງ​ສະ­ເດັດ​ຜ່ານ​ແຂວງຊາ­ມາ­ເຣຍໄປ.

5 ພຣະ­ອົງ​ຈຶ່ງ​ສະ­ເດັດ​ໄປ​ເຖິງ​ເມືອງ​ໜຶ່ງ​ຊື່ຊີ­ຂາໃນ​ແຂວງຊາ­ມາ­ເຣຍ ໃກ້​ທີ່​ດິນ​ຊຶ່ງຢາ­ໂຄບໃຫ້​ແກ່ໂຢ­ເຊັບລູກ​ຊາຍ​ຂອງ​ຕົນ.

6 ນ້ຳ­ສ້າງ​ຂອງຢາ­ໂຄບກໍ​ຢູ່​ທີ່​ນັ້ນ ພຣະ­ເຢຊູຊົງ​ເດີນ­ທາງ​ເມື່ອຍ​ຈຶ່ງ​ປະ­ທັບ​ລົງ​ແຄມ​ນ້ຳ­ສ້າງ​ເປັນ​ເວ­ລາ​ປະ­ມານ​ທ່ຽງ​ວັນ.

7 ມີ​ຍິງ​ຊາວຊາ­ມາ­ເຣຍຄົນ​ໜຶ່ງ​ມາ​ຕັກ​ນ້ຳ ພຣະ­ເຢຊູຊົງ​ກ່າວ​ກັບ​ນາງ​ວ່າ, “ຂໍ​ໃຫ້​ເຮົາ​ກິນ​ນ້ຳ​ແດ່.”

8 (ຂະ­ນະ​ນັ້ນ​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ເຂົ້າ​ໄປ​ຊື້​ອາ­ຫານ​ໃນ​ເມືອງ.)

9 ຍິງ​ຊາວຊາ­ມາ­ເຣຍທູນ​ພຣະ­ອົງ​ວ່າ, “ດ້ວຍ​ເຫດ​ໃດ​ທ່ານ​ຜູ້​ເປັນ​ຊາດຢິວຈຶ່ງ​ຂໍ​ດື່ມ­ນ້ຳ​ນຳ​ຂ້າ­ນ້ອຍ​ຜູ້​ເປັນ​ຊາດຊາ­ມາ­ເຣຍ” (ເພາະ​ພວກຢິວກັບ​ພວກຊາ­ມາ­ເຣຍບໍ່​ເຄີຍ​ມີ­ການ​ກ່ຽວ­ຂ້ອງ​ກັນ).

10 ພຣະ­ເຢຊູຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ໄດ້​ຮູ້­ຈັກ​ຂອງ​ທີ່ພຣະ­ເຈົ້າຊົງ​ປະ­ທານ ແລະ​ຮູ້­ຈັກ​ຜູ້​ທີ່​ກຳ­ລັງ​ເວົ້າ​ກັບ​ເຈົ້າ​ວ່າ ຂໍ​ໃຫ້​ເຮົາ​ກິນ​ນ້ຳ​ແດ່ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ຜູ້​ນັ້ນ​ກໍ​ຄົງ​ຈະ​ໃຫ້​ນ້ຳ​ອັນ​ປະ­ກອບ​ດ້ວຍ​ຊີ­ວິດ​ໃຫ້​ແກ່​ເຈົ້າ.”

11 ນາງ​ທູນ​ຕອບ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ນາຍ​ບໍ່​ມີ​ຫຍັງ​ຕັກ ແລະ​ນ້ຳ­ສ້າງ​ນີ້​ກໍ​ເລິກ ນາຍ​ຈະ​ໄດ້​ນ້ຳ​ປະ­ກອບ​ດ້ວຍ​ຊີ­ວິດ​ນັ້ນ​ມາ​ແຕ່​ໃສ.

12 ນາຍ​ໃຫຍ່​ກວ່າຢາ­ໂຄບບັນ­ພະ­ບຸ­ລຸດ​ຂອງ​ເຮົາ ຜູ້​ໄດ້​ໃຫ້​ນ້ຳ­ສ້າງ​ນີ້​ແກ່​ເຮົາ​ຫລື ແລະຢາ­ໂຄບເອງ​ກໍ​ໄດ້​ດື່ມ​ແຕ່​ນ້ຳ­ສ້າງ​ນີ້​ຮ່ວມ​ທັງ​ລູກ​ຊາຍ​ແລະ​ຝູງ​ສັດ​ຂອງ​ເພິ່ນ.”

13 ພຣະ­ເຢຊູຊົງ​ຕອບ​ນາງ​ວ່າ, “ທຸກ​ຄົນ​ທີ່​ກິນ​ນ້ຳ​ນີ້​ກໍ​ຍັງ​ຈະ​ຢາກ​ອີກ.

14 ແຕ່​ຜູ້​ທີ່​ກິນ​ນ້ຳ​ຊຶ່ງ​ເຮົາ​ຈະ​ປະ­ທານ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຕໍ່​ໄປ​ຈັກ​ເທື່ອ ນ້ຳ​ຊຶ່ງ​ເຮົາ​ຈະ​ປະ­ທານ​ໃຫ້​ນັ້ນ​ຈະ​ກາຍ­ເປັນ​ນ້ຳ­ພຸ​ໃນ​ຕົວ​ຜູ້​ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ.”

15 ນາງ​ທູນ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ຂໍ​ປະ­ທານ​ນ້ຳ​ນັ້ນ​ໃຫ້​ຂ້າ­ນ້ອຍ ເພື່ອ​ຂ້າ­ນ້ອຍ​ຈະ​ບໍ່​ຢາກ​ແລະ​ຈະ​ບໍ່​ໄດ້​ມາ​ຕັກ​ທີ່​ນີ້​ອີກ.”

16 ພຣະ­ເຢຊູຊົງ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້.”

17 ນາງ​ທູນ​ວ່າ, “ຂ້າ­ນ້ອຍ​ບໍ່​ມີ​ຜົວພຣະ­ເຢຊູຊົງ​ກ່າວ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວ​ວ່າ​ເຈົ້າ​ບໍ່​ມີ​ຜົວ.

18 ເພາະ​ເຈົ້າ​ມີ​ຜົວ​ຫ້າ​ຄົນ​ແລ້ວ ແລະ​ຜູ້​ທີ່​ເຈົ້າ​ມີ​ຢູ່​ດຽວ­ນີ້​ກໍ​ບໍ່​ແມ່ນ​ຜົວ​ຂອງ​ເຈົ້າ ທີ່​ເຈົ້າ​ເວົ້າ​ນັ້ນ​ເປັນ­ຄວາມ​ຈິງ.”

19 ນາງ​ທູນ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ຂ້າ­ນ້ອຍ​ເຫັນ​ຈິງ​ແລ້ວ​ວ່າ​ນາຍ​ເປັນ​ໝໍ​ທຳ­ນວາຍ.

20 ບັນ­ພະ­ບຸ­ລຸດ​ຂອງ​ພວກ​ຂ້າ­ນ້ອຍ​ກໍ​ນະ­ມັດ­ສະ­ການ​ທີ່​ພູ​ນີ້ ແຕ່​ພວກ​ທ່ານ​ວ່າ​ສະ­ຖານ­ທີ່​ທີ່​ຄວນ​ນະ­ມັດ­ສະ­ການ ກໍ​ຄື​ກຸງເຢ­ຣູ­ຊາ­ເລັມນັ້ນ​ແຫລະ.”

21 ພຣະ­ເຢຊູຊົງ​ກ່າວ​ກັບ​ນາງ​ວ່າ, “ຍິງ​ເອີຍ, ເຊື່ອ​ເຮົາ​ເທາະ ຄົງ​ມີ​ວັນ​ໜຶ່ງ​ທີ່​ພວກ​ເຈົ້າ​ຈະ​ບໍ່​ໄດ້​ນະ­ມັດ­ສະ­ການ​ທີ່​ພູ​ນີ້ ຫລື​ທີ່​ກຸງເຢ­ຣູ­ຊາ­ເລັມ.

22 ຊຶ່ງ​ພວກ​ເຈົ້າ​ນະ­ມັດ­ສະ­ການ​ນັ້ນ ເຈົ້າ​ບໍ່​ຮູ້­ຈັກ ແຕ່​ຝ່າຍ​ພວກ​ເຮົາ ຊຶ່ງ​ເຮົາ​ນະ­ມັດ­ສະ­ການ​ນັ້ນ​ເຮົາ​ກໍ​ຮູ້­ຈັກ ເພາະ​ຄວາມ​ລອດ​ພົ້ນ​ນັ້ນ​ມາ​ຈາກ​ຊາດຢິວ.

23 ແຕ່​ເວ­ລາ​ນັ້ນ​ໃກ້​ເຂົ້າ​ມາ​ແລະ​ບັດ​ນີ້​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ທີ່​ນະ­ມັດ­ສະ­ການ​ຢ່າງ​ຖືກ­ຕ້ອງ​ຈະ​ນະ­ມັດ­ສະ­ການພຣະ­ບິ­ດາດ້ວຍ​ຈິດ​ວິນ​ຍານ​ແລະ​ຄວາມ​ຈິງ ເພາະ­ວ່າພຣະ­ບິ­ດາຊົງ​ສະ­ແຫວງ­ຫາ​ຄົນ​ແນວ​ນັ້ນ​ນະ­ມັດ­ສະ­ການ​ພຣະ­ອົງ.

24 ພຣະ­ເຈົ້າຊົງ​ເປັນພຣະ­ວິນ­ຍານ ແລະ​ຜູ້​ທີ່​ນະ­ມັດ­ສະ­ການ​ພຣະ­ອົງ​ຕ້ອງ​ນະ­ມັດ­ສະ­ການ​ດ້ວຍ​ຈິດ​ວິນ​ຍານ​ແລະ​ຄວາມ​ຈິງ.”

25 ນາງ​ທູນ​ພຣະ­ອົງ​ວ່າ, “ຂ້າ­ນ້ອຍ​ຊາບ​ວ່າພຣະ­ເມ­ຊີ­ອາ (ທີ່​ເອີ້ນ​ວ່າພຣະ­ຄຣິດ) ຈະ​ສະ­ເດັດ​ມາ ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ແລ້ວ​ພຣະ­ອົງ​ຈະ​ຊົງ​ຊີ້​ແຈງ​ທຸກ​ສິ່ງ​ແກ່​ພວກ​ຂ້າ­ນ້ອຍ.”

26 ພຣະ­ເຢຊູຊົງ​ກ່າວ​ກັບ​ນາງ​ວ່າ, “ເຮົາ​ຜູ້​ທີ່​ເວົ້າ​ກັບ​ເຈົ້າ​ຢູ່​ນີ້​ແຫລະ, ຄື​ທ່ານ​ຜູ້​ນັ້ນ.”

27 ໃນ​ຂະ­ນະ​ນັ້ນ​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ກໍ​ມາ​ເຖິງ ເຂົາ​ກໍ​ປະ­ຫລາດ​ໃຈ​ເພາະ​ພຣະ­ອົງ​ຊົງ​ສົນ­ທະ­ນາ​ກັບ​ຜູ້­ຍິງ ເຖິງ​ປານ​ນັ້ນ​ກໍ​ບໍ່​ມີ​ໃຜ​ຖາມ​ວ່າ, “ທ່ານ​ປະ­ສົງ​ອັນ​ໃດຫລື ເຫດ​ໃດ​ທ່ານ​ຈຶ່ງ​ສົນ­ທະ­ນາ​ກັບ​ນາງ.”

28 ຍິງ​ນັ້ນ​ຈຶ່ງ​ປະ​ໝໍ້​ນ້ຳ­ຂອງ​ຕົນ​ໄວ້​ແລະ​ເຂົ້າ​ໄປ​ໃນ​ເມືອງ ບອກ​ຄົນ​ທັງ​ປວງ​ວ່າ,

29 ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້​ໜຶ່ງ​ທີ່​ບອກ​ຂ້ອຍ​ເຖິງ​ສິ່ງ​ສາ­ລະ­ພັດ​ທີ່​ຂ້ອຍ​ເຮັດ​ມາ​ແລ້ວ ຜູ້​ນີ້​ບໍ່​ແມ່ນພຣະ­ຄຣິດຫລື.”

30 ແລະ​ຄົນ​ທັງ­ຫລາຍ​ກໍ​ພາ­ກັນ​ອອກ​ຈາກ​ເມືອງ​ໄປ​ຫາ​ພຣະ­ອົງ.

31 ໃນ​ລະ­ຫວ່າງ​ນັ້ນ​ພວກ​ສາ­ວົກ​ທູນ​ພຣະ­ອົງ​ວ່າ, “ອາ­ຈານ​ເຈົ້າ​ຂ້າ​ເອີຍ, ເຊີນ​ຮັບ​ປະ­ທານ​ອາ­ຫານ.”

32 ແຕ່​ພຣະ­ອົງ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ມີ​ອາ­ຫານ​ກິນ​ທີ່​ທ່ານ​ທັງ­ຫລາຍ​ບໍ່​ຮູ້.”

33 ພວກ​ສາ­ວົກ​ຈຶ່ງ​ຕັ້ງ​ເວົ້າ​ກັນ​ວ່າ, “ບໍ່​ມີ​ໃຜ​ເອົາ​ມາ​ໃຫ້​ເພິ່ນ​ຮັບ​ປະ­ທານ​ດອກ​ຕີ້.”

34 ພຣະ­ເຢຊູຊົງ​ກ່າວ​ກັບ​ເຂົາ​ວ່າ, “ອາ­ຫານ​ຂອງ​ເຮົາ​ຄື ການ​ເຮັດ​ຕາມ​ພຣະ­ໄທ​ຂອງ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ງານ​ຂອງ​ພຣະ­ອົງ​ສຳ­ເລັດ.

35 ທ່ານ​ທັງ­ຫລາຍ​ເວົ້າ​ວ່າ​ອີກ​ສີ່​ເດືອນ​ຈະ​ເຖິງ​ລະ­ດູ​ກ່ຽວ​ເຂົ້າ​ບໍ່​ແມ່ນ​ຫລື ນີ້​ແຫລະ, ເຮົາ​ບອກ​ທ່ານ​ທັງ­ຫລາຍ​ວ່າ ຈົ່ງ​ເງີຍ​ໜ້າ​ເບິ່ງ​ທົ່ງ​ນາ​ເພາະ​ເຂົ້າ​ກໍ​ເຫລືອງ​ພໍ​ກ່ຽວ​ແລ້ວ.

36 ຜູ້­ກ່ຽວ​ກໍ​ກຳ­ລັງ​ໄດ້​ຮັບ​ຄ່າ​ຈ້າງ ແລະ​ກຳ­ລັງ​ຮີບ​ໂຮມ​ຜົນ​ໄວ້​ສຳ­ລັບ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ເພື່ອ​ທັງ​ຜູ້​ຫວ່ານ​ແລະ​ຜູ້­ກ່ຽວ​ຈະ​ຊົມ­ຊື່ນ​ຍິນ­ດີ​ພ້ອມ​ກັນ.

37 ເພາະ​ເຫດ​ນີ້​ແຫລະ, ຄຳ​ທີ່​ວ່າ ຄົນ​ໜຶ່ງ​ຫວ່ານ​ແລະ​ຄົນ​ໜຶ່ງ​ກ່ຽວຈຶ່ງ​ເປັນ​ຄຳ​ຈິງ.

38 ເຮົາ​ໃຊ້​ທ່ານ​ທັງ­ຫລາຍ​ໄປ​ກ່ຽວ​ອັນ​ທີ່​ທ່ານ​ບໍ່​ໄດ້​ລົງ​ແຮງ​ເຮັດ ຄົນ​ອື່ນ​ໄດ້​ລົງ​ແຮງ​ເຮັດ​ແລະ​ພວກ​ທ່ານ​ໄດ້​ຮັບ​ປະ­ໂຫຍດ​ຈາກ​ງານ​ຂອງ​ເຂົາ.”

39 ຊາວຊາ­ມາ­ເຣຍຈຳ­ນວນ​ຫລວງ­ຫລາຍ​ທີ່​ມາ​ຈາກ​ເມືອງ​ນັ້ນ​ໄດ້​ເຊື່ອ​ໃນ​ພຣະ­ອົງ​ເພາະ​ຖ້ອຍ​ຄຳ​ຂອງ​ຍິງ​ຜູ້​ນັ້ນ​ກ່າວ​ເປັນ​ພະ­ຍານ​ວ່າ, “ເພິ່ນ​ໄດ້​ບອກ​ຂ້ອຍ​ເຖິງ​ສິ່ງ​ສາ­ລະ­ພັດ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ແລ້ວ.”

40 ດັ່ງ­ນັ້ນ​ເມື່ອ​ຊາວຊາ­ມາ­ເຣຍ ມາ​ເຖິງ​ພຣະ­ອົງ ເຂົາ​ຈຶ່ງ​ທູນ​ເຊີນ​ພຣະ­ອົງ​ໃຫ້​ປະ­ທັບ​ຢູ່​ກັບ​ເຂົາ ແລະ​ພຣະ­ອົງ​ກໍ​ປະ­ທັບ​ຢູ່​ທີ່​ນັ້ນ​ສອງ​ວັນ.

41 ແລະ​ຄົນ​ອື່ນ​ອີກ​ຈຳ­ນວນ​ຫລວງ­ຫລາຍ​ໄດ້​ເຊື່ອ​ດ້ວຍ​ພຣະ­ທຳ​ຂອງ​ພຣະ­ອົງ.

42 ຄົນ​ເຫລົ່າ­ນັ້ນ​ໄດ້​ກ່າວ​ຕໍ່​ຍິງ​ຜູ້​ນັ້ນ​ວ່າ, “ຕັ້ງ­ແຕ່​ນີ້​ໄປ​ທີ່​ເຮົາ​ເຊື່ອ​ນັ້ນ​ບໍ່​ແມ່ນ​ເພາະ​ຄຳ​ຂອງ​ເຈົ້າ​ແຕ່​ເພາະ​ເຮົາ​ໄດ້​ຍິນ​ເອງ ແລະ​ເຮົາ​ຮູ້​ວ່າ​ທ່ານ​ຜູ້​ນີ້​ແທ້​ເປັນ​ພຣະ­ຜູ້​ໂຜດ​ມະ­ນຸດ­ສະ­ໂລກ​ໃຫ້​ພົ້ນ.”

43 ຄັນ​ສອງ​ວັນ​ນັ້ນ​ລ່ວງ​ໄປ​ແລ້ວ ພຣະ­ເຢຊູສະ­ເດັດ​ອອກ​ຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງຄາ­ລີ­ເລ.

44 ເພາະພຣະ­ເຢຊູເອງ​ຊົງ​ເປັນ​ພະ­ຍານ​ວ່າ ຜູ້​ປະ­ກາດ​ພຣະ­ທຳ​ບໍ່​ໄດ້​ຮັບ​ກຽດ​ໃນ​ບ້ານ​ເມືອງ​ຂອງ​ຕົນ.

45 ເມື່ອ​ພຣະ­ອົງ​ສະ­ເດັດ​ໄປ​ເຖິງ​ແຂວງຄາ­ລີ­ເລ ຊາວຄາ­ລີ­ເລໄດ້​ຕ້ອນ­ຮັບ​ພຣະ­ອົງ ເພາະ​ເຂົາ​ໄດ້​ເຫັນ​ສິ່ງ​ສາ­ລະ­ພັດ​ທີ່​ພຣະ­ອົງ​ຊົງ​ກະ­ທຳ​ໃນ​ເທດ­ສະ­ການ​ທີ່​ກຸງເຢ­ຣູ­ຊາ­ເລັມ ດ້ວຍ​ວ່າ​ເຂົາ​ໄດ້​ໄປ​ໃນ​ເທດ­ສະ­ການ​ເໝືອນ​ກັນ.

46 ແລ້ວ​ພຣະ­ອົງ​ໄດ້​ສະ­ເດັດ​ໄປ​ຍັງ​ບ້ານກາ­ນາໃນ​ແຂວງຄາ­ລີ­ເລອີກ ຄື​ບ່ອນ​ທີ່​ພຣະ­ອົງ​ຊົງ​ເຮັດ​ໃຫ້​ນ້ຳ​ກາຍ­ເປັນ​ເຫລົ້າ​ແວງ​ນັ້ນ ມີ​ເສ­ນາ​ບໍ­ດີ​ຄົນ​ໜຶ່ງ​ໃນ​ເມືອງກາ­ເປ­ນາ­ອູມ ຊຶ່ງ​ລູກ​ຊາຍ​ຂອງ​ທ່ານ​ກໍ​ປ່ວຍ​ຢູ່.

47 ເມື່ອ​ທ່ານ​ໄດ້​ຍິນ​ຂ່າວ​ວ່າພຣະ­ເຢຊູໄດ້​ສະ­ເດັດ​ຈາກ​ແຂວງຢູ­ດາຍມາ​ເຖິງ​ແຂວງຄາ­ລີ­ເລແລ້ວ ທ່ານ​ຈຶ່ງ​ໄປ​ທູນ​ອ້ອນ­ວອນ​ພຣະ­ອົງ​ໃຫ້​ສະ­ເດັດ​ລົງ​ໄປ​ໂຜດ​ລູກ​ຂອງ​ຕົນ​ໃຫ້​ດີ ເພາະ​ລູກ​ນັ້ນ​ໃກ້​ຈະ​ຕາຍ​ແລ້ວ.

48 ພຣະ­ເຢຊູຊົງ​ກ່າວ​ກັບ​ທ່ານ​ວ່າ. “ຖ້າ​ທ່ານ​ທັງ­ຫລາຍ​ບໍ່​ເຫັນ​ໝາຍ​ສຳ­ຄັນ​ແລະ​ການ​ອັດ­ສະ­ຈັນ​ທ່ານ​ຈະ​ບໍ່​ເຊື່ອ.”

49 ເສ­ນາ​ບໍ­ດີ​ຜູ້​ນັ້ນ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ຂໍ​ເຊີນ​ທ່ານ​ລົງ​ໄປ​ກ່ອນ​ທີ່​ລູກ​ຂ້າ­ນ້ອຍ​ຈະ​ຕາຍ.”

50 ພຣະ­ເຢຊູຊົງ​ກ່າວ​ກັບ​ທ່ານ​ວ່າ, “ຈົ່ງ​ກັບ​ເມືອ​ສາ​ລູກ​ຂອງ​ທ່ານ​ຈະ​ບໍ່​ຕາຍແລະ​ທ່ານ​ໄດ້​ເຊື່ອ​ພຣະ­ທຳ​ທີ່ພຣະ­ເຢຊູຊົງ​ກ່າວ​ແກ່​ເພິ່ນ ແລ້ວ​ກໍ​ທູນ​ລາ​ກັບ​ເມືອ.

51 ໃນ​ຂະ­ນະ​ທີ່​ທ່ານ​ກຳ­ລັງ​ກັບ​ເມືອ ພວກ​ຂ້ອຍ​ໃຊ້​ໄດ້​ມາ​ຕ້ອນ­ຮັບ ບອກ​ຂ່າວ​ວ່າ​ລູກ​ຂອງ​ທ່ານ​ພົ້ນ​ຊີ­ວິດ​ແລ້ວ.

52 ທ່ານ​ຈຶ່ງ​ຖາມ​ເຖິງ​ເວ­ລາ​ທີ່​ລູກ​ຕັ້ງ­ຕົ້ນ​ມີ­ແຮງ​ມາ ຄົນ​ເຫລົ່າ­ນັ້ນ​ບອກ​ວ່າ, “ໄຂ້​ກໍ​ຫາຍ​ຈາກ​ລາວ​ວານ​ນີ້​ເວ­ລາ​ບ່າຍ​ໂມງ​ໜຶ່ງ.”

53 ບິ­ດາ​ຈຶ່ງ​ຮູ້​ວ່າ​ຊົ່ວ­ໂມງ​ນັ້ນ​ແຫລະ, ເປັນ​ເວ­ລາ​ທີ່ພຣະ­ເຢຊູໄດ້​ກ່າວ​ກັບ​ຕົນ​ວ່າ, “ລູກ​ຂອງ​ທ່ານ​ຈະ​ບໍ່​ຕາຍແລະ​ທ່ານ​ເອງ​ກໍ​ເຊື່ອ​ພ້ອມ​ທັງ​ຄົວ​ເຮືອນ​ຂອງ​ຕົນ.

54 ນີ້​ເປັນ​ໝາຍ​ສຳ­ຄັນ​ທີ​ສອງ​ທີ່ພຣະ­ເຢຊູຊົງ​ກະ­ທຳ ເມື່ອ​ພຣະ­ອົງ​ສະ­ເດັດ​ຈາກ​ແຂວງຢູ­ດາຍໄປ​ຍັງ​ແຂວງຄາ­ລີ­ເລ.

 

5.

1 ຫລັງ​ຈາກ​ນັ້ນ​ກໍ​ເຖິງ​ເທດ­ສະ­ການ​ຂອງ​ຊາດຢິວ ແລະພຣະ­ເຢຊູກໍ​ສະ­ເດັດ​ຂຶ້ນ​ເມືອ​ຍັງ​ກຸງເຢ­ຣູ­ຊາ­ເລັມ.

2 ໃນ​ກຸງເຢ­ຣູ­ຊາ­ເລັມທີ່​ຮີມ​ປະ­ຕູ​ແກະ​ມີ​ສະ​ໜ່ວຍ​ໜຶ່ງ ພາ­ສາເຮັບ­ເຣີເອີ້ນ​ສະ­ນັ້ນ​ວ່າ ເບັດ­ສາ­ທາ ມີ​ສາ­ລາ​ອ້ອມ​ຢູ່​ຫ້າ​ຫລັງ.

3 ໃນ​ສາ­ລາ​ເຫລົ່າ­ນັ້ນ​ມີ​ຄົນ​ປ່ວຍ​ເປັນ​ຈຳ­ນວນ​ຫລາຍ ຄື​ຄົນ​ຕາ­ບອດ, ຄົນ​ຂາ​ເສັ້ງ, ແລະ​ຄົນ​ອົງ­ຄະ​ລີບ​ນອນ​ຢູ່ [ຄອຍ​ຖ້າ​ນ້ຳ​ເຟືອນ.

4 ດ້ວຍ​ວ່າ​ມີ​ເທ­ວະ­ດາ​ຄົນ​ໜຶ່ງ​ຂອງພຣະ­ຜູ້­ເປັນ­ເຈົ້າລົງ​ມາ​ກວນ​ນ້ຳ​ສະ­ນັ້ນ​ເປັນ​ຍາມໆ ແລະ​ເມື່ອ​ນ້ຳ​ເຟືອນ​ຜູ້​ໃດ​ລົງ​ໄປ​ໃນ​ນ້ຳ​ກ່ອນ​ກໍ​ຫາຍ​ຈາກ​ພະ­ຍາດ​ທີ່​ຕົນ​ເປັນ​ຢູ່​ນັ້ນ].

5 ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ປ່ວຍ​ຢູ່​ໄດ້​ສາມ​ສິບ​ແປດ​ປີ​ມາ​ແລ້ວ.

6 ເມື່ອພຣະ­ເຢຊູຊົງ​ເຫັນ​ຄົນ​ນັ້ນ​ນອນ​ຢູ່ ແລະ​ຊົງ​ຊາບ​ວ່າ​ລາວ​ເປັນ​ຢູ່​ຢ່າງ​ນັ້ນ​ເຫິງ​ແລ້ວ ພຣະ­ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ເຈົ້າ​ຢາກ​ດີ​ຫລື.”

7 ຄົນ​ປ່ວຍ​ນັ້ນ​ຈຶ່ງ​ທູນ​ວ່າ, “ນາຍ​ເອີຍ, ເວ­ລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ໃຜ​ຈະ​ເອົາ​ຂ້າ­ນ້ອຍ​ລົງ​ໄປ​ໃນ​ສະ ແລະ​ເມື່ອ​ຂ້າ­ນ້ອຍ​ກຳ­ລັງ​ລົງ​ໄປ​ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ.”

8 ພຣະ­ເຢຊູຊົງ​ບອກ​ຄົນ​ນັ້ນ​ວ່າ, “ຈົ່ງ​ລຸກ­ຂຶ້ນ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ຍ່າງ​ໄປ.”

9 ໃນ​ທັນ­ໃດ​ນັ້ນ​ຊາຍ​ຄົນ​ນັ້ນ​ກໍ​ດີ​ພະ­ຍາດ ຈຶ່ງ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ຕົນ​ແລ້ວ​ຍ່າງ​ໄປ.

10 ວັນ​ນັ້ນ​ເປັນ​ວັນຊະ­ບາ­ໂຕ ດັ່ງ­ນັ້ນ​ພວກຢິວຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຖືກ​ຊົງ​ບັນ­ດານ​ໃຫ້​ດີ​ພະ­ຍາດ​ນັ້ນ​ວ່າ, “ວັນ​ນີ້​ເປັນ​ວັນຊະ­ບາ­ໂຕ ທີ່​ເຈົ້າ​ຈະ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ໄປ​ກໍ​ຜິດ​ພຣະ­ບັນ­ຍັດ.”

11 ຄົນ​ນັ້ນ​ຈຶ່ງ​ຕອບ​ເຂົາ​ວ່າ, “ຜູ້​ທີ່​ໃຫ້​ຂ້າ­ນ້ອຍ​ດີ​ພະ­ຍາດ​ນັ້ນ​ໄດ້​ບອກ​ຂ້າ­ນ້ອຍ​ວ່າ, ‘ຈົ່ງ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ​ຍ່າງ​ໄປ’.”

12 ເຂົາ​ຈຶ່ງ​ຖາມ​ຄົນ​ນັ້ນ​ວ່າ, “ແມ່ນ​ໃຜ​ທີ່​ບອກ​ເຈົ້າ​ວ່າ, ‘ຈົ່ງ​ເອົາ​ບ່ອນ​ນອນ​ຍ່າງ​ໄປ’.”

13 ແຕ່​ວ່າ​ຄົນ​ທີ່​ໄດ້​ດີ​ພະ­ຍາດ​ນັ້ນ​ບໍ່​ຮູ້​ວ່າ​ແມ່ນ​ໃຜ ດ້ວຍ​ວ່າພຣະ­ເຢຊູໄດ້​ສະ­ເດັດ​ຫລົບ​ໄປ​ແລ້ວ​ເພາະ­ວ່າ​ຢູ່​ທີ່​ນັ້ນ​ມີ​ຫລາຍ​ຄົນ.

14 ພາຍ­ຫລັງ​ນັ້ນພຣະ­ເຢຊູໄດ້​ຊົງ​ພົບ​ຄົນ​ນັ້ນ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ ແລ້ວ​ຊົງ​ບອກ​ວ່າ, “ນີ້​ແຫລະ, ເຈົ້າ​ດີ​ພະ­ຍາດ​ແລ້ວ ຢ່າ​ເຮັດ​ບາບ​ຕໍ່​ໄປ ຢ້ານ​ວ່າ​ເຫດ​ຮ້າຍ​ກວ່າ​ນັ້ນ​ຈະ​ເກີດ​ກັບ​ເຈົ້າ​ອີກ.”

15 ຊາຍ​ຜູ້​ນັ້ນ​ກໍ​ໄດ້​ໄປ​ບອກ​ພວກຢິວວ່າ ຜູ້​ທີ່​ໄດ້​ເຮັດ​ໃຫ້​ຕົວ​ດີ​ພະ­ຍາດ​ນັ້ນ​ຄືພຣະ­ເຢຊູ.

16 ເຫດ​ສັນ­ນັ້ນ​ພວກຢິວຈຶ່ງ​ໄດ້​ຂົ່ມ­ເຫງພຣະ­ເຢຊູ ເພາະ​ພຣະ­ອົງ​ຊົງ​ເຮັດ​ການ​ນັ້ນ​ໃນ​ວັນຊະ­ບາ­ໂຕ.

17 ແຕ່ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ພຣະ­ບິ­ດາຂອງ​ເຮົາ​ຍັງ​ຊົງ​ກະ­ທຳ​ກິດ­ຈະ­ການ​ມາ​ຈົນ​ເຖິງ​ບັດ​ນີ້ ແລະ​ຝ່າຍ​ເຮົາ​ກໍ​ເຮັດ​ຢູ່​ເໝືອນ​ກັນ.”

18 ເຫດ​ສັນ­ນັ້ນ​ພວກຢິວແຮ່ງ​ຊອກ​ໂອ­ກາດ​ຈະ​ຂ້າ​ພຣະ­ອົງ​ເສຍ ບໍ່​ແມ່ນ​ຍ້ອນ​ພຣະ­ອົງ​ລ່ວງ​ກົດ​ວັນຊະ­ບາ­ໂຕເທົ່າ​ນັ້ນ ແຕ່​ຍັງ​ໄດ້​ຊົງ​ເອີ້ນພຣະ­ເຈົ້າວ່າ​ເປັນພຣະ­ບິ­ດາຂອງ​ຕົນ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ຕົນ​ສະ­ເໝີ​ກັນ​ກັບພຣະ­ເຈົ້າ.

19 ພຣະ­ເຢຊູຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າພຣະ­ບຸດຈະ​ກະ­ທຳ​ສິ່ງ​ໃດ​ຕາມ­ໃຈ​ບໍ່​ໄດ້ ນອກ­ຈາກ​ທີ່​ໄດ້​ເຫັນພຣະ­ບິ­ດາຊົງ​ກະ­ທຳ ເພາະ​ສິ່ງ​ໃດ​ທີ່ພຣະ­ບິ­ດາຊົງ​ກະ­ທຳ ສິ່ງ​ນັ້ນ​ແຫລະ, ພຣະ­ບຸດຈຶ່ງ​ຊົງ​ກະ­ທຳ​ເໝືອນ​ກັນ.

20 ເພາະ­ວ່າພຣະ­ບິ­ດາຊົງ​ຮັກພຣະ­ບຸດ ແລະ​ຊົງ​ສະ­ແດງ​ໃຫ້ພຣະ­ບຸດເຫັນ​ທຸກ​ສິ່ງ​ທີ່​ພຣະ­ອົງ​ເອງ​ຊົງ​ກະ­ທຳ ແລ້ວ​ພຣະ­ອົງ​ຈະ​ຊົງ​ສະ­ແດງ​ໃຫ້ພຣະ­ບຸດເຫັນ​ການ​ໃຫຍ່​ກວ່າ​ນັ້ນ​ອີກ ຊຶ່ງ​ທ່ານ​ທັງ­ຫລາຍ​ຈະ​ອັດ­ສະ­ຈັນ​ໃຈ.

21 ເພາະພຣະ­ບິ­ດາຊົງ​ບັນ­ດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ຄືນ​ມີ​ຊີ­ວິດ​ສັນ­ໃດ ຖ້າພຣະ­ບຸດປາດ­ຖະ­ໜາ​ຈະ​ບັນ­ດານ​ໃຫ້​ຜູ້​ໃດ​ມີ​ຊີ­ວິດ​ກໍ​ຈະ​ເຮັດ​ສັນ­ນັ້ນ​ເໝືອນ​ກັນ.

22 ເພາະ­ວ່າພຣະ­ບິ­ດາບໍ່​ໄດ້​ຊົງ​ພິ­ພາກ­ສາ​ຜູ້​ໃດ ແຕ່​ພຣະ­ອົງ​ໄດ້​ຊົງ​ມອບ​ການ​ພິ­ພາກ­ສາ​ທັງ​ສິ້ນ​ໄວ້​ກັບພຣະ­ບຸດ,

23 ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຖວາຍ​ກຽດ​ແດ່ພຣະ­ບຸດເໝືອນ​ທີ່​ເຂົາ​ຖວາຍ​ກຽດ​ແດ່ພຣະ­ບິ­ດາ ຜູ້​ໃດ​ບໍ່​ຖວາຍ​ກຽດ​ແດ່ພຣະ­ບຸດ ຜູ້​ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່ພຣະ­ບິ­ດາຜູ້​ຊົງ​ໃຊ້ພຣະ­ບຸດມາ.

24 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຖ້າ​ຜູ້​ໃດ​ຟັງ​ຄຳ​ຂອງ​ເຮົາ​ແລະ​ວາງ­ໃຈ​ໃນ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ແລະ​ບໍ່​ເຂົ້າ​ໃນ​ການ​ພິ­ພາກ­ສາ​ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ໄປ​ສູ່​ຊີ­ວິດ​ແລ້ວ.

25 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ເວ­ລາ​ນັ້ນ​ໃກ້​ຈະ​ເຖິງ ແລະ​ບັດ​ນີ້​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ພຣະ­ສຸ­ລະ­ສຽງ​ແຫ່ງພຣະ­ບຸດຂອງພຣະ­ເຈົ້າ ແລະ​ບັນ­ດາ​ຜູ້​ທີ່​ໄດ້​ຍິນ​ຈະ​ມີ​ຊີ­ວິດ.

26 ເພາະ­ວ່າພຣະ­ບິ­ດາຊົງ​ພຣະ­ຊົນ​ໃນ​ພຣະ­ອົງ​ເອງ​ຢ່າງ­ໃດ ພຣະ­ອົງ​ກໍ​ໄດ້​ຊົງ​ປະ­ທານ​ໃຫ້ພຣະ­ບຸດຊົງ​ພຣະ­ຊົນ​ໃນ​ພຣະ­ອົງ​ເອງ​ຢ່າງ​ນັ້ນ,

27 ຊ້ຳ​ໄດ້​ຊົງ​ປະ­ທານ​ໃຫ້​ພຣະ­ອົງ​ມີ​ສິດ​ອຳ­ນາດ​ທີ່​ຈະ​ພິ­ພາກ­ສາ ເພາະ​ພຣະ­ອົງ​ຊົງ​ເປັນ​ບຸດ​ມະ­ນຸດ.

28 ຢ່າ​ປະ­ຫລາດ​ໃຈ​ໃນ​ຂໍ້​ນີ້ ເພາະ​ໃກ້​ຈະ​ເຖິງ​ເວ­ລາ​ທີ່​ບັນ­ດາ​ຜູ້​ທີ່­ຢູ່​ໃນ​ຂຸມ​ຝັງ​ສົບ​ຈະ​ໄດ້​ຍິນ​ພຣະ­ສຸ­ລະ­ສຽງ​ຂອງ​ພຣະ­ອົງ,

29 ແລະ​ຈະ​ໄດ້​ອອກ​ມາ ບັນ­ດາ​ຜູ້​ທີ່​ໄດ້​ເຮັດ​ການ​ດີ​ກໍ​ຄືນ​ສູ່​ຊີ­ວິດ​ແລະ​ບັນ­ດາ​ຜູ້​ເຮັດ​ການ​ຊົ່ວ​ກໍ​ຄືນ​ສູ່​ການ​ພິ­ພາກ­ສາ.

30 ເຮົາ​ຈະ​ເຮັດ​ສິ່ງ​ໃດ​ຕາມ​ລຳ­ພັງ​ໃຈ​ບໍ່​ໄດ້ ເຮົາ​ໄດ້​ຍິນ​ຢ່າງ­ໃດ​ເຮົາ​ກໍ​ພິ­ພາກ­ສາ​ຢ່າງ​ນັ້ນ ແລະ​ການ​ພິ­ພາກ­ສາ​ຂອງ​ເຮົາ​ກໍ​ຍຸດ­ຕິ​ທຳ ເພາະ­ວ່າ​ເຮົາ​ບໍ່​ໄດ້​ພະ­ຍາ­ຍາມ​ເຮັດ​ຕາມ​ນ້ຳ­ໃຈ​ຂອງ​ເຮົາ ແຕ່​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.

31 ຖ້າ​ເຮົາ​ເປັນ​ພະ­ຍານ​ໃຫ້​ຕົວ​ເຮົາ​ເອງ ຄຳ​ພະ­ຍານ​ຂອງ​ເຮົາ​ກໍ​ບໍ່​ຈິງ.

32 ມີ​ອີກ​ຜູ້​ໜຶ່ງ​ທີ່​ເປັນ​ພະ­ຍານ​ໃຫ້​ແກ່​ເຮົາ ແລະ​ເຮົາ​ຮູ້​ວ່າ​ຄຳ​ພະ­ຍານ​ທີ່​ຜູ້​ນັ້ນ​ເປັນ​ພະ­ຍານ​ໃຫ້​ແກ່​ເຮົາ​ເປັນ­ຄວາມ​ຈິງ.

33 ທ່ານ​ທັງ­ຫລາຍ​ໄດ້​ໃຊ້​ຄົນ​ໄປ​ຫາໂຢ­ຮັນ ແລະໂຢ­ຮັນກໍ​ໄດ້​ເປັນ​ພະ­ຍານ​ໃນ​ເລື່ອງ​ຄວາມ​ຈິງ.

34 ແຕ່​ຝ່າຍ​ເຮົາ, ເຮົາ​ບໍ່​ໄດ້​ຮັບ​ຄຳ​ພະ­ຍານ​ຈາກ​ມະ­ນຸດ ແຕ່​ເຮົາ​ກ່າວ​ສິ່ງ​ເຫລົ່າ​ນີ້​ເພື່ອ​ທ່ານ​ທັງ­ຫລາຍ​ຈະ​ໄດ້​ລອດ​ພົ້ນ.

35 ໂຢ­ຮັນເປັນ​ໂຄມ​ທີ່​ໄຕ້​ສ່ອງ​ສະ­ຫວ່າງ​ຢູ່ ທ່ານ​ທັງ­ຫລາຍ​ກໍ​ພໍ­ໃຈ​ທີ່​ຈະ​ຍິນ­ດີ​ໃນ​ຄວາມ​ສະ­ຫວ່າງ​ຂອງ​ເພິ່ນ​ຊົ່ວ​ຂະ­ນະ​ໜຶ່ງ

36 ແຕ່​ເຮົາ​ມີ​ຄຳ​ພະ­ຍານ​ສຳ­ຄັນ​ກວ່າ​ຄຳ​ພະ­ຍານ​ຂອງໂຢ­ຮັນອີກ ເພາະ­ວ່າ​ງານ​ທີ່ພຣະ­ບິ­ດາຊົງ​ມອບ​ໃຫ້​ເຮົາ​ເຮັດ​ໃຫ້​ສຳ­ເລັດ ຄື​ງານ​ທີ່​ເຮົາ​ກຳ­ລັງ​ເຮັດ​ຢູ່​ນີ້​ແຫລະ, ກໍ​ເປັນ​ພະ­ຍານ​ໃຫ້​ແກ່​ເຮົາ​ວ່າ ພຣະ­ບິ­ດາຊົງ​ໃຊ້​ເຮົາ​ມາ.

37 ພຣະ­ບິ­ດາຜູ້​ຊົງ​ໃຊ້​ເຮົາ​ມາ ພຣະ­ອົງ​ເອງ​ໄດ້​ຊົງ​ເປັນ​ພະ­ຍານ​ໃຫ້​ແກ່​ເຮົາ ທ່ານ​ທັງ­ຫລາຍ​ບໍ່​ໄດ້​ຍິນ​ພຣະ­ສຸ­ລະ­ສຽງ​ຂອງ​ພຣະ­ອົງ ແລະ​ບໍ່​ເຫັນ​ຮູບ​ຮ່າງ​ຂອງ​ພຣະ­ອົງ​ຈັກ​ເທື່ອ.

38 ທ່ານ​ທັງ­ຫລາຍ​ບໍ່​ມີ​ຄຳ​ໂອ­ວາດ​ຂອງ​ພຣະ­ອົງ​ຢູ່​ໃນ​ໃຈ ເພາະ­ວ່າ​ທ່ານ​ທັງ­ຫລາຍ​ບໍ່​ໄດ້​ວາງ­ໃຈ​ໃນ​ພຣະ­ອົງ​ຜູ້​ທີ່ພຣະ­ບິ­ດາຊົງ​ໃຊ້​ມາ​ນັ້ນ.

39 ທ່ານ​ທັງ­ຫລາຍ​ຄົ້ນ​ຫາ​ໃນ​ພຣະ­ທຳ​ຄຳ​ພີ ເພາະ​ພວກ​ທ່ານ​ຄຶດ​ວ່າ​ໃນ​ພຣະ­ທຳ​ຄຳ​ພີ​ນັ້ນ​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ແມ່ນ​ພຣະ­ຄຳ​ພີ​ນັ້ນ​ແຫລະ ເປັນ​ພະ­ຍານ​ໃຫ້​ແກ່​ເຮົາ.

40 ແຕ່​ທ່ານ​ທັງ­ຫລາຍ​ຍັງ​ບໍ່​ມີ­ໃຈ​ຢາກ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີ­ວິດ.

41 ເຮົາ​ບໍ່​ຮັບ​ເອົາ​ຍົດ​ສັກ​ຈາກ​ມະ­ນຸດ.

42 ແຕ່​ເຮົາ​ໄດ້​ສັງ­ເກດ​ຮູ້​ທ່ານ​ທັງ­ຫລາຍ​ວ່າ​ບໍ່​ມີ​ຄວາມ​ຮັກພຣະ­ເຈົ້າໃນ​ໃຈ​ຂອງ​ພວກ​ທ່ານ.

43 ເຮົາ​ໄດ້​ມາ​ໃນ​ພຣະ­ນາມພຣະ­ບິ­ດາຂອງ​ເຮົາ ແລະ​ທ່ານ​ທັງ­ຫລາຍ​ບໍ່​ໄດ້​ຮັບ​ເຮົາ ຖ້າ​ຜູ້​ອື່ນ​ມາ​ໃນ​ນາມ​ຂອງ​ຕົນ​ເອງ​ພວກ​ທ່ານ​ກໍ​ຈະ​ຮັບ​ຜູ້​ນັ້ນ.

44 ທ່ານ​ທັງ­ຫລາຍ​ທີ່​ຮັບ​ຍົດ​ສັກ​ຈາກ​ກັນ​ແລະ​ກັນ ແລະ​ບໍ່​ສະ­ແຫວງ­ຫາ​ຍົດ​ສັກ ຊຶ່ງ​ມາ​ຈາກ​ພຣະ­ອົງ​ຜູ້​ຊົງ​ເປັນພຣະ­ເຈົ້າແຕ່​ອົງ​ດຽວ​ພວກ​ທ່ານ​ຈະ​ເຊື່ອ​ໄດ້​ຢ່າງ­ໃດ.

45 ຢ່າ​ຄຶດ​ວ່າ​ເຮົາ​ຈະ​ຟ້ອງ​ທ່ານ​ທັງ­ຫລາຍ​ຕໍ່ພຣະ­ບິ­ດາ ມີ​ຜູ້​ຟ້ອງ​ພວກ​ທ່ານ​ແລ້ວ ຄືໂມ­ເຊຜູ້​ຊຶ່ງ​ພວກ​ທ່ານ​ຫວັງ​ໃຈ​ຢູ່.

46 ຖ້າ​ທ່ານ​ທັງ­ຫລາຍ​ເຊື່ອໂມ­ເຊ ພວກ​ທ່ານ​ກໍ​ຄົງ​ຈະ​ເຊື່ອ​ເຮົາ​ເໝືອນ​ກັນ ເພາະໂມ­ເຊໄດ້​ຂຽນ​ເຖິງ​ເລື່ອງ​ເຮົາ.

47 ແຕ່​ຖ້າ​ທ່ານ​ທັງ­ຫລາຍ​ບໍ່​ເຊື່ອ​ເລື່ອງ​ທີ່ໂມ­ເຊຂຽນ​ແລ້ວ ພວກ​ທ່ານ​ຈະ​ເຊື່ອ​ຖ້ອຍ​ຄຳ​ຂອງ​ເຮົາ​ໄດ້​ຢ່າງ­ໃດ.”

 

6.

1 ຫລັງ​ຈາກ​ນັ້ນພຣະ­ເຢຊູໄດ້​ສະ­ເດັດ​ຂ້າມ​ທະ­ເລ­ສາບຄາ­ລີ­ເລ ຄື​ທະ­ເລຕີ­ເບ­ເຣຍ.

2 ປະ­ຊາ­ຊົນ​ເປັນ​ຈຳ­ນວນ​ຫລວງ­ຫລາຍ​ຕິດ­ຕາມ​ພຣະ­ອົງ​ໄປ ເພາະ​ເຂົາ​ໄດ້​ເຫັນ​ໝາຍ​ສຳ­ຄັນ​ທີ່​ພຣະ­ອົງ​ຊົງ​ເຮັດ​ໃຫ້​ແກ່​ຄົນ​ເຈັບ​ປ່ວຍ.

3 ພຣະ­ເຢຊູໄດ້​ສະ­ເດັດ​ຂຶ້ນ​ໄປ​ຍັງ​ພູ​ແລະ​ປະ­ທັບ​ນັ່ງ​ລົງ​ທີ່​ນັ້ນ​ກັບ​ພວກ​ສາ­ວົກ​ຂອງ​ພຣະ­ອົງ.

4 ຂະ­ນະ​ນັ້ນ​ໃກ້​ຈະ​ເຖິງປັດ­ສະ­ຄາຊຶ່ງ​ເປັນ​ເທດ­ສະ­ການ​ຂອງ​ຊາດຢິວແລ້ວ.

5 ຝ່າຍພຣະ­ເຢຊູຊົງ​ເງີຍ​ພຣະ­ພັກ​ເຫັນ​ຄົນ​ເປັນ​ຈຳ­ນວນ​ຫລວງ­ຫລາຍ​ມາ​ຫາ​ພຣະ­ອົງ ພຣະ­ອົງ​ຊົງ​ກ່າວ​ກັບຟີ­ລິບວ່າ, “ພວກ​ເຮົາ​ຈະ​ຊື້​ອາ­ຫານ​ທີ່​ໃດ​ໃຫ້​ຄົນ​ເຫລົ່າ​ນີ້​ກິນ.”

6 ທີ່​ພຣະ­ອົງ​ຊົງ​ກ່າວ​ຢ່າງ​ນັ້ນ​ກໍ​ເພື່ອ​ຈະ​ລອງ​ໃຈຟີ­ລິບ ເພາະ​ພຣະ­ອົງ​ຊົງ​ຊາບ​ແລ້ວ​ວ່າ​ຈະ​ຊົງ​ເຮັດ​ປະ­ການ​ໃດ.

7 ຟີ­ລິບທູນ​ຕອບ​ພຣະ­ອົງ​ວ່າ, “ອາ­ຫານ​ລາ­ຄາ​ສອງ​ຮ້ອຍ​ເດ­ນາ­ຣິ­ອົນ​ກໍ​ບໍ່​ພໍ​ໃຫ້​ທຸກ​ຄົນ​ກິນ​ຜູ້​ລະ​ເລັກ​ລະ​ນ້ອຍ​ດອກ.”

8 ສາ­ວົກ​ຜູ້​ໜຶ່ງ​ຄືອັນ­ເດ­ອານ້ອງ​ຊາຍ​ຂອງ​ຊິ​ໂມນເປ­ໂຕ ໄດ້​ທູນ​ພຣະ­ອົງ​ວ່າ,

9 ຢູ່​ທີ່​ນີ້​ມີ​ເດັກ­ນ້ອຍ​ຄົນ​ໜຶ່ງ​ມີ​ເຂົ້າ­ຈີ່​ເຮັດ​ດ້ວຍ​ເຂົ້າ​ຝ້າງ​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ ແຕ່​ສິ່ງ​ນີ້​ຈະ​ພໍ­ໄດ້​ຢ່າງ­ໃດ​ກັບ​ຄົນ​ຫລວງ­ຫລາຍ​ປານ​ນີ້.”

10 ພຣະ­ເຢຊູຊົງ​ສັ່ງ​ວ່າ, “ຈົ່ງ​ໃຫ້​ຄົນ​ທັງ­ຫລາຍ​ນັ່ງ​ລົງ​ເສຍທີ່​ນັ້ນ​ມີ​ຫຍ້າ​ຫລາຍ ຄົນ​ເຫລົ່າ­ນັ້ນ​ຈຶ່ງ​ນັ່ງ​ລົງ ນັບ​ແຕ່​ຜູ້​ຊາຍ​ມີ​ປະ­ມານ​ຫ້າ​ພັນ​ຄົນ.

11 ແລ້ວພຣະ­ເຢຊູຊົງ​ຈັບ​ເຂົ້າ­ຈີ່​ນັ້ນ ເມື່ອ​ໂມ­ທະ­ນາ​ພຣະ­ຄຸນ​ແລ້ວ​ກໍ​ຊົງ​ແຈກ​ແກ່​ບັນ­ດາ​ຄົນ​ທີ່​ນັ່ງ​ຢູ່​ນັ້ນ ສ່ວນ​ປາ​ກໍ​ຊົງ​ໃຫ້​ເໝືອນ​ກັນ​ຕາມ​ທີ່​ເຂົາ​ຕ້ອງ­ການ.

12 ເມື່ອ​ເຂົາ​ກິນ​ອີ່ມ​ແລ້ວພຣະ­ເຢຊູຊົງ​ບອກ​ພວກ​ສາ­ວົກ​ວ່າ, “ຈົ່ງ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ເພື່ອ​ບໍ່​ໃຫ້​ອັນ​ໃດ​ເສຍ.”

13 ເຂົາ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ຈາກ​ເຂົ້າ­ຈີ່​ທີ່​ເຮັດ​ດ້ວຍ​ເຂົ້າ​ຝ້າງ​ຫ້າ​ກ້ອນ ຊຶ່ງ​ຄົນ​ທັງ­ຫລາຍ​ໄດ້​ກິນ​ນັ້ນ ໄດ້​ເຕັມ​ສິບ​ສອງ​ບຸງ.

14 ເມື່ອ​ຄົນ​ທັງ­ຫລາຍ​ໄດ້​ເຫັນ​ໝາຍ​ສຳ­ຄັນ​ທີ່ ພຣະ­ອົງ​ໄດ້​ຊົງ​ເຮັດ​ນັ້ນ ເຂົາ​ກໍ​ເວົ້າ​ກັນ​ວ່າ, “ຈິງ​ແທ້​ທ່ານ​ຜູ້​ນີ້​ເປັນ​ຜູ້​ປະ­ກາດ​ພຣະ­ທຳ​ນັ້ນ​ທີ່​ຊົງ​ກຳ­ນົດ​ວ່າ​ຈະ​ມາ​ໃນ​ໂລກ.”

15 ເມື່ອພຣະ­ເຢຊູຊົງ​ຊາບ​ວ່າ ເຂົາ​ຈະ​ມາ​ຈັບ​ເອົາ​ໄປ​ແຕ່ງ­ຕັ້ງ​ໃຫ້​ພຣະ­ອົງ​ເປັນ​ເຈົ້າ​ແຜ່ນ­ດິນ ພຣະ­ອົງ​ຈຶ່ງ​ສະ­ເດັດ​ອອກ​ໄປ​ຍັງ​ພູ­ເຂົາ​ອີກ​ແຕ່​ອົງ​ດຽວ.

16 ເມື່ອ​ຄ່ຳ​ມາ​ແລ້ວ​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ໄດ້​ລົງ​ໄປ​ເຖິງ​ທະ­ເລ,

17 ແລ້ວ​ລົງ​ເຮືອ​ຂ້າມ​ຟາກ​ໄປ​ຍັງ​ເມືອງກາ­ເປ­ນາ­ອູມ ເມື່ອ​ມືດ​ແລ້ວພຣະ­ເຢຊູກໍ​ຍັງ​ບໍ່​ໄດ້​ສະ­ເດັດ​ໄປ​ເຖິງ​ເຂົາ.

18 ອັນ​ໜຶ່ງ​ນ້ຳ​ທະ­ເລ​ກໍ​ກຳ­ເລີບ​ຂຶ້ນ​ເພາະ​ລົມ­ແດງ​ພັດ.

19 ເມື່ອ​ເຂົາ​ແຊວ​ເຮືອ​ໄປ​ໄດ້​ປະ­ມານ​ສອງ​ພັນ​ຫ້າ​ຫລື​ສາມ​ພັນ​ວາ ເຂົາ​ກໍ​ເຫັນພຣະ­ເຢຊູຊົງ​ຍ່າງ​ເທິງ​ນ້ຳ​ມາ​ໃກ້​ເຮືອ ເຂົາ​ຈຶ່ງ​ຕົກ­ໃຈ.

20 ແຕ່ພຣະ­ເຢຊູຊົງ​ບອກ​ເຂົາ​ວ່າ, “ແມ່ນ​ເຮົາ​ເອງ ຢ່າ​ຊູ່​ຢ້ານ.”

21 ດັ່ງ­ນັ້ນ​ເຂົາ​ຈຶ່ງ​ພໍ­ໃຈ​ໃຫ້​ພຣະ­ອົງ​ຂຶ້ນ​ເຮືອ ແລ້ວ​ທັນ­ໃດ​ນັ້ນ​ເຮືອ​ກໍ​ເຖິງ​ຝັ່ງ​ບ່ອນ​ເຂົາ​ຈະ​ໄປ​ນັ້ນ.

22 ມື້​ໜ້າ​ນັ້ນ​ປະ­ຊາ­ຊົນ​ທີ່​ເຫລືອ​ຢູ່​ທະ­ເລ​ຟາກ​ນັ້ນ ເຫັນ​ວ່າ​ກ່ອນ​ນັ້ນ​ມີ​ເຮືອ​ຢູ່​ທີ່​ນັ້ນ​ພຽງ​ແຕ່​ລຳ​ດຽວ ແລະ​ເຫັນ​ວ່າພຣະ­ເຢຊູບໍ່​ໄດ້​ສະ­ເດັດ​ລົງ​ເຮືອ​ລຳ​ນັ້ນ ໄປ​ກັບ​ພວກ​ສາ­ວົກ ມີ​ແຕ່​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ໄປ​ເທົ່າ​ນັ້ນ.

23 ແຕ່​ກໍ​ມີ​ເຮືອ​ລຳ​ອື່ນ​ຈາກ​ເມືອງຕີ­ເບ­ເຣຍມາ​ຈອດ​ໃກ້​ບ່ອນ​ທີ່​ເຂົາ​ໄດ້​ກິນ​ເຂົ້າ­ຈີ່ ຫລັງ​ຈາກ​ທີ່​ອົງພຣະ­ຜູ້­ເປັນ­ເຈົ້າໄດ້​ຊົງ​ຂອບ​ພຣະ­ຄຸນ​ແລ້ວ.

24 ເຫດ​ສັນ­ນັ້ນ​ເມື່ອ​ປະ­ຊາ­ຊົນ​ເຫັນ​ວ່າພຣະ­ເຢຊູ ແລະ​ພວກ​ສາ­ວົກ​ບໍ່​ຢູ່​ທີ່​ນັ້ນ ເຂົາ​ຈຶ່ງ​ພາ­ກັນ​ລົງ​ໄປ​ຕາມ​ຫາ ພຣະ­ເຢຊູທີ່​ເມືອງກາ­ເປ­ນາ­ອູມ.

25 ເມື່ອ​ເຂົາ​ໄດ້​ພົບ​ພຣະ­ອົງ​ຟາກ​ທະ­ເລ­ສາບ​ເບື້ອງ​ນັ້ນ­ແລ້ວ ເຂົາ​ໄດ້​ທູນ​ພຣະ­ອົງ​ວ່າ, “ອາ­ຈານ​ເຈົ້າ​ຂ້າ​ເອີຍ, ທ່ານ​ມາ​ທີ່​ນີ້​ເມື່ອ​ໃດ.”

26 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຈິງ​ວ່າ​ພວກ​ທ່ານ​ຊອກ​ຫາ​ເຮົາ ບໍ່​ແມ່ນ​ຍ້ອນ​ໄດ້​ເຫັນ​ໝາຍ​ສຳ­ຄັນ​ນັ້ນ​ແຕ່​ເພາະ​ໄດ້​ກິນ​ເຂົ້າ­ຈີ່​ອີ່ມ.

27 ຢ່າ​ພະ­ຍາ­ຍາມ​ຫາ​ອາ­ຫານ​ທີ່​ສູນ​ສິ້ນ​ໄປ ແຕ່​ຈົ່ງ​ຫາ​ອາ­ຫານ​ທີ່​ຕັ້ງ​ໝັ້ນ​ຢູ່ ຄື​ອາ­ຫານ​ສຳ­ລັບ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ຊຶ່ງ​ບຸດ​ມະ­ນຸດ​ຈະ​ໃຫ້​ແກ່​ພວກ​ທ່ານ ເພາະ​ແມ່ນ​ພຣະ­ອົງ​ນີ້​ແຫລະ, ທີ່ພຣະ­ເຈົ້າຄືພຣະ­ບິ­ດາໄດ້​ຊົງ​ປະ­ທັບ​ຕາ​ໝາຍ​ໄວ້​ແລ້ວ.”

28 ແລ້ວ​ເຂົາ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ພວກ​ຂ້າ­ນ້ອຍ​ຈະ​ຕ້ອງ​ເຮັດ​ປະ­ການ​ໃດ ຈຶ່ງ​ຈະ​ເຮັດ​ກິດ­ຈະ­ການ​ຂອງ​ພຣະ­ອົງ​ໄດ້.”

29 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ນີ້​ແຫລະ, ແມ່ນ​ກິດ­ຈະ­ການ​ຂອງພຣະ­ເຈົ້າ ຄື​ການ​ທີ່​ທ່ານ​ທັງ­ຫລາຍ​ວາງ­ໃຈ​ໃນ​ທ່ານ​ທີ່​ພຣະ­ອົງ​ຊົງ​ໃຊ້​ມາ.”

30 ແລ້ວ​ເຂົາ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ດັ່ງ­ນັ້ນ​ທ່ານ​ຈະ​ເຮັດ​ໝາຍ​ສຳ­ຄັນ​ອັນ​ໃດ ເພື່ອ​ພວກ​ຂ້າ­ນ້ອຍ​ຈະ​ໄດ້​ເຫັນ​ແລະ​ວາງ­ໃຈ​ໃນ​ທ່ານ ມີ­ການ​ອັນ​ໃດ​ທີ່​ທ່ານ​ຈະ​ເຮັດ​ແດ່.

31 ບັນ­ພະ­ບຸ­ລຸດ​ຂອງ​ພວກ​ຂ້າ­ນ້ອຍ​ໄດ້​ກິນມາ­ນາໃນ​ປ່າ ດັ່ງ​ຄຳ​ທີ່​ຂຽນ​ໄວ້​ວ່າ, ‘ພຣະ­ອົງ​ຊົງ​ປະ­ທານ​ອາ­ຫານ​ຈາກ​ສະ­ຫວັນ​ໃຫ້​ເຂົາ​ກິນ.’”

32 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຈິງ​ວ່າ ອາ­ຫານ​ທີ່​ມາ​ຈາກ​ສະ­ຫວັນ​ນັ້ນ​ບໍ່​ແມ່ນໂມ­ເຊເອົາ​ໃຫ້​ພວກ​ທ່ານ ແຕ່ພຣະ­ບິ­ດາຂອງ​ເຮົາ​ຊົງ​ເປັນ​ຜູ້​ປະ­ທານ​ອາ­ຫານ​ອັນ​ແທ້ ຊຶ່ງ​ມາ​ຈາກ​ສະ­ຫວັນ​ໃຫ້​ແກ່​ທ່ານ​ທັງ­ຫລາຍ.

33 ເພາະ­ວ່າ​ອາ­ຫານ​ທີ່ພຣະ­ເຈົ້າຊົງ​ປະ­ທານ​ນັ້ນ ຄື​ທ່ານ​ທີ່​ລົງ​ມາ​ຈາກ​ສະ­ຫວັນ​ແລະ​ປະ­ທານ​ຊີ­ວິດ​ໃຫ້​ແກ່​ໂລກ.”

34 ເຂົາ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຈົ່ງ​ປະ­ທານ​ອາ­ຫານ​ນັ້ນ​ໃຫ້​ພວກ​ຂ້າ­ນ້ອຍ​ມີ​ຢູ່​ສະ­ເໝີ.”

35 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ເປັນ​ອາ­ຫານ​ທິບ​ແຫ່ງ​ຊີ­ວິດ ຜູ້​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ ແລະ​ຜູ້​ທີ່​ວາງ­ໃຈ​ໃນ​ເຮົາ​ຈະ​ບໍ່​ຫິວ​ນ້ຳ​ຈັກ​ເທື່ອ.

36 ແຕ່​ເຮົາ​ບອກ​ທ່ານ​ທັງ­ຫລາຍ​ແລ້ວ​ວ່າ ພວກ​ທ່ານ​ໄດ້​ເຫັນ​ເຮົາ​ແລ້ວ­ແຕ່​ກໍ​ຍັງ​ບໍ່​ເຊື່ອ.

37 ສາ­ລະ­ພັດ​ທີ່ພຣະ­ບິ­ດາຊົງ​ປະ­ທານ​ໃຫ້​ແກ່​ເຮົາ​ຈະ​ມາ​ຫາ​ເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້ມ​ອອກ​ໄປ​ພາຍ​ນອກ​ຈັກ​ເທື່ອ.

38 ເພາະ­ວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສະ­ຫວັນ ບໍ່​ແມ່ນ​ເພື່ອ​ຈະ​ເຮັດ​ຕາມ­ໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ພະ​ໄທ​ຂອງ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.

39 ອັນ​ນີ້​ແຫລະ, ແມ່ນ​ນ້ຳ​ພຣະ­ໄທ​ຂອງ​ຜູ້​ຊົງ​ໃຊ້​ເຮົາ​ມາ ຄື​ໃຫ້​ເຮົາ​ຮັກ­ສາ​ທຸກ​ສິ່ງ​ທີ່​ພຣະ­ອົງ​ຊົງ​ມອບ​ໄວ້​ກັບ​ເຮົາ​ນັ້ນ ບໍ່​ໃຫ້​ສິ່ງ​ໃດ​ສູນ­ຫາຍ​ໄປ​ແຕ່​ໃຫ້​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ.

40 ເພາະ​ນີ້​ແຫລະ, ເປັນ​ນ້ຳ​ພຣະ­ໄທພຣະ­ບິ­ດາຂອງ​ເຮົາ ຄື​ໃຫ້​ທຸກ​ຄົນ​ທີ່​ເຫັນພຣະ­ບຸດ ແລະ​ວາງ­ໃຈ​ໃນພຣະ­ບຸດນັ້ນ ໄດ້​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ແລະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ.”

41 ດັ່ງ­ນັ້ນ​ພວກຢິວຈຶ່ງ​ພາ­ກັນ​ຈົ່ມ​ໃຫ້​ພຣະ­ອົງ​ເພາະ​ພຣະ­ອົງ​ຊົງ​ກ່າວ​ວ່າ, “ເຮົາ​ເປັນ​ອາ­ຫານ​ທິບ​ທີ່​ລົງ​ມາ​ຈາກ​ສະ­ຫວັນ.”

42 ເຂົາ​ໄດ້​ກ່າວ​ວ່າ, “ຄົນ​ນີ້​ບໍ່​ແມ່ນ​ລູກ​ຂອງໂຢ­ເຊັບຫລື ພໍ່​ແມ່​ຂອງ​ລາວ​ເຮົາ​ກໍ​ຮູ້­ຈັກ ເຫດ​ສັນ­ໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ ເຮົາ​ໄດ້​ລົງ​ມາ​ຈາກ​ສະ­ຫວັນ.”

43 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ຢ່າ​ໄດ້​ຈົ່ມ​ເທາະ.

44 ບໍ່​ມີ​ຜູ້​ໃດ​ມາ​ຫາ​ເຮົາ​ໄດ້ ເວັ້ນ​ໄວ້​ແຕ່ພຣະ­ບິ­ດາຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ຈະ​ຊົງ​ຊັກ​ນຳ​ໃຫ້​ເຂົາ​ມາ ແລະ​ຝ່າຍ​ເຮົາ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ.

45 ມີ​ຄຳ​ຂຽນ​ໄວ້​ໃນ​ຄຳ​ພີ​ຜູ້​ປະ­ກາດ​ພຣະ­ທຳ​ວ່າ ຄົນ​ທັງ­ຫລາຍ​ຈະ​ຮັບ​ຄວາມ​ສອນ​ຈາກພຣະ­ເຈົ້າທຸກ​ຄົນ​ທີ່​ໄດ້​ຍິນ​ໄດ້​ຟັງ ແລະ​ໄດ້​ຮຽນ​ຮູ້​ຈາກພຣະ­ເຈົ້າກໍ​ມາ​ຫາ​ເຮົາ.

46 ບໍ່​ມີ​ຜູ້​ໃດ​ເຫັນພຣະ­ບິ­ດານອກ­ຈາກ​ຜູ້​ທີ່​ມາ​ຈາກພຣະ­ເຈົ້າ ຜູ້​ນັ້ນ​ແຫລະ, ໄດ້​ເຫັນພຣະ­ບິ­ດາແລ້ວ.

47 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຜູ້​ທີ່​ວາງ­ໃຈ​ໃນ​ເຮົາ​ກໍ​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ.

48 ເຮົາ​ເປັນ​ອາ­ຫານ​ທິບ​ຂອງ​ຊີ­ວິດ.

49 ບັນ­ພະ­ບຸ­ລຸດ​ຂອງ​ທ່ານ​ທັງ­ຫລາຍ​ໄດ້​ກິນມາ­ນາໃນ​ປ່າ ແລະ​ເຂົາ​ໄດ້​ຕາຍ​ໄປ.

50 ນີ້​ແຫລະ, ເປັນ​ອາ­ຫານ​ທີ່​ລົງ​ມາ​ຈາກ​ສະ­ຫວັນ​ເພື່ອ​ຜູ້​ທີ່​ກິນ​ແລ້ວ​ຈະ​ບໍ່​ຕາຍ.

51 ເຮົາ​ເປັນ​ອາ­ຫານ​ທີ່​ມີ​ຊີ­ວິດ​ຊຶ່ງ​ລົງ​ມາ​ຈາກ​ສະ­ຫວັນ ຖ້າ​ຜູ້​ໃດ​ກິນ​ອາ­ຫານ​ນີ້​ແລ້ວ ຜູ້​ນັ້ນ​ຈະ​ມີ​ຊີ­ວິດ​ສືບໆ ໄປ​ເປັນ­ນິດ ແລະ​ອາ­ຫານ​ທີ່​ຝ່າຍ​ເຮົາ​ຈະ​ໃຫ້​ເພື່ອ​ເປັນ​ຊີ­ວິດ​ຂອງ​ໂລກ​ນັ້ນ ກໍ​ຄື​ເນື້ອ​ກາຍ​ຂອງ​ເຮົາ.”

52 ເຫດ​ສັນ​ນີ້​ພວກຢິວຈຶ່ງ​ຖາມ​ກັນ​ວ່າ, “ຜູ້​ນີ້​ຈະ​ເອົາ​ເນື້ອ​ຕົວ​ຂອງ​ຕົນ​ໃຫ້​ເຮົາ​ກິນ​ໄດ້​ຢ່າງ­ໃດ.”

53 ພຣະ­ເຢຊູຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຖ້າ​ພວກ​ທ່ານ​ບໍ່​ກິນ​ເນື້ອ​ຕົວ ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະ­ນຸດ​ທ່ານ​ກໍ​ບໍ່​ມີ​ຊີ­ວິດ​ໃນ​ຕົວ​ທ່ານ.

54 ຜູ້​ທີ່​ກິນ​ເນື້ອ​ຕົວ​ແລະ​ດື່ມ​ເລືອດ​ຂອງ​ເຮົາ​ກໍ​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ແລະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ.

55 ເພາະ­ວ່າ​ເນື້ອ​ຕົວ​ຂອງ​ເຮົາ​ເປັນ​ອາ­ຫານ​ອັນ​ແທ້ ແລະ​ເລືອດ​ຂອງ​ເຮົາ​ກໍ​ເປັນ​ຂອງ​ດື່ມ​ອັນ​ແທ້.

56 ຜູ້​ທີ່​ກິນ​ເນື້ອ​ຕົວ​ແລະ​ດື່ມ​ເລືອດ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ເຮົາ ແລະ​ເຮົາ​ຕັ້ງ​ຢູ່​ໃນ​ຜູ້​ນັ້ນ.

57 ພຣະ­ບິ­ດາຜູ້​ຊົງ​ພຣະ­ຊົນ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮົາ​ມີ​ຊີ­ວິດ​ຢູ່​ເພາະພຣະ­ບິ­ດາສັນ­ໃດ​ຜູ້​ທີ່​ຈະ​ກິນ​ເຮົາ​ກໍ​ຈະ​ມີ​ຊີ­ວິດ​ເພາະ​ເຮົາ​ສັນ­ນັ້ນ.

58 ນີ້​ແຫລະ, ເປັນ​ອາ­ຫານ​ຊຶ່ງ​ລົງ​ມາ​ຈາກ​ສະ­ຫວັນ ບໍ່​ເໝືອນ​ກັບ​ອາ­ຫານ​ທີ່​ພວກ​ບັນ­ພະ­ບຸ­ລຸດ​ຂອງ​ທ່ານ​ທັງ­ຫລາຍ​ໄດ້​ກິນ​ແລ້ວ​ຕາຍ​ໄປ ຜູ້​ທີ່​ກິນ​ອາ­ຫານ​ນີ້​ຈະ​ມີ​ຊີ­ວິດ​ສືບໆ ໄປ​ເປັນ­ນິດ.”

59 ຂໍ້­ຄວາມ​ເຫລົ່າ​ນີ້​ພຣະ­ອົງ​ຊົງ​ກ່າວ​ໃນ​ໂຮງ​ທຳ​ມະ​ເທ­ສະ­ໜາ ຂະ­ນະ​ທີ່​ພຣະ­ອົງ​ຊົງ​ສັ່ງ­ສອນ​ຢູ່​ເມືອງກາ­ເປ­ນາ­ອູມ.

60 ເມື່ອ​ໄດ້​ຍິນ​ດັ່ງ­ນັ້ນ​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ຫລາຍ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຖ້ອຍ​ຄຳ​ນີ້​ແຂງ­ແຮງ ໃຜ​ຈະ​ຟັງ​ໄດ້.”

61 ແຕ່ພຣະ­ເຢຊູຊົງ​ຊາບ​ດ້ວຍ​ພຣະ­ອົງ​ເອງ​ວ່າ​ພວກ​ສາ­ວົກ​ໄດ້​ຈົ່ມ​ເຖິງ​ເລື່ອງ​ນັ້ນ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ເລື່ອງ​ນີ້​ເຮັດ​ໃຫ້​ພວກ​ທ່ານ​ສະ­ດຸດ​ໃຈ​ຫລື.

62 ຖ້າ​ທ່ານ​ທັງ­ຫລາຍ​ຈະ​ເຫັນ​ບຸດ​ມະ­ນຸດ​ຂຶ້ນ​ເມືອ​ຍັງ​ບ່ອນ​ທີ່​ທ່ານ​ຢູ່​ແຕ່​ກ່ອນ​ນັ້ນ ພວກ​ທ່ານ​ຈະ​ວ່າ​ຢ່າງ­ໃດ.

63 ພຣະ­ວິນ­ຍານຊົງ​ເຮັດ​ໃຫ້​ມີ​ຊີ­ວິດ ສ່ວນ​ເນື້ອ​ກາຍ​ບໍ່​ມີ​ປະ­ໂຫຍດ​ອັນ​ໃດ ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ­ຫລາຍ​ນັ້ນ​ເປັນ­ວິນ​ຍານ​ແລະ​ເປັນ​ຊີ­ວິດ.

64 ແຕ່​ມີ​ບາງ​ຄົນ​ໃນ​ພວກ​ທ່ານ​ຍັງ​ບໍ່​ເຊື່ອ​ຢູ່,” (ເພາະພຣະ­ເຢຊູຊົງ​ຊາບ​ແຕ່​ເດີມ​ແລ້ວ​ວ່າ​ຜູ້​ທີ່​ເຊື່ອ​ນັ້ນ​ແມ່ນ​ຜູ້​ໃດ ແລະ​ແມ່ນ​ຜູ້​ໃດ​ທີ່​ຈະ​ທໍ­ລະ​ຍົດ​ຕໍ່​ພຣະ­ອົງ).

65 ແລະ​ພຣະ­ອົງ​ຊົງ​ກ່າວ​ວ່າ, “ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ບອກ​ທ່ານ​ທັງ­ຫລາຍ​ວ່າ​ບໍ່​ມີ​ຜູ້​ໃດ​ຈະ​ມາ​ເຖິງ​ເຮົາ​ໄດ້ ນອກ­ຈາກພຣະ­ບິ­ດາຈະ​ຊົງ​ໂຜດ​ຜູ້​ນັ້ນ.”

66 ດ້ວຍ​ເຫດ​ນັ້ນ​ພວກ​ລູກ­ສິດ​ຂອງ​ພຣະ­ອົງ​ຫລາຍ​ຄົນ​ຈຶ່ງ​ທໍ້­ຖອຍ ບໍ່​ຕິດ­ຕາມ​ພຣະ­ອົງ​ຕໍ່​ໄປ​ອີກ.

67 ດັ່ງ­ນັ້ນພຣະ­ເຢຊູຊົງ​ກ່າວ​ກັບ​ສິບ​ສອງ​ຄົນ​ນັ້ນ​ວ່າ, “ພວກ​ທ່ານ​ເດ​ຢາກ​ຖອຍ​ໜີ​ເໝືອນ​ກັນ​ຫລື.”

68 ຝ່າຍຊີ­ໂມນທູນ​ຕອບ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ພວກ​ຂ້າ­ນ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ ທ່ານ​ມີ​ຖ້ອຍ​ຄຳ​ຊຶ່ງ​ໃຫ້​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ.

69 ພວກ​ຂ້າ­ນ້ອຍ​ເຊື່ອ​ແລ້ວ ແລະ​ຊາບ​ວ່າ​ທ່ານ​ເປັນ​ຜູ້​ບໍ­ລິ­ສຸດ​ມາ​ຈາກພຣະ­ເຈົ້າ.”

70 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ໄດ້​ເລືອກ​ພວກ​ທ່ານ​ສິບ​ສອງ​ຄົນ​ໄວ້​ບໍ່​ແມ່ນ​ຫລື ແລະ​ຄົນ​ໜຶ່ງ​ໃນ​ພວກ​ທ່ານ​ກໍ​ເປັນ​ມານ​ຮ້າຍ.”

71 ພຣະ­ອົງ​ຊົງ​ກ່າວ​ເຖິງຢູ­ດາລູກ​ຊາຍ​ຂອງຊີ­ໂມນອິ­ສະ­ກາ­ຣີ­ອົດ ເພາະ​ແມ່ນ​ຜູ້​ທີ່​ຈະ​ທໍ­ລະ​ຍົດ​ຕໍ່​ພຣະ­ອົງ ຄື​ຄົນ​ໜຶ່ງ​ໃນ​ພວກ​ສິບ​ສອງ​ຄົນ​ນັ້ນ.

 

7.

1 ຫລັງ​ຈາກ​ນັ້ນພຣະ­ເຢຊູໄດ້​ສະ­ເດັດ​ທ່ອງ​ທ່ຽວ​ໄປ​ຕາມ​ແຂວງຄາ­ລີ­ເລ ບໍ່​ຊົງ​ປະ­ສົງ​ຈະ​ສະ­ເດັດ​ໄປ​ໃນ​ແຂວງຢູ­ດາຍ ເພາະ​ພວກຢິວຫາ​ໂອ­ກາດ​ທີ່​ຈະ​ຂ້າ​ພຣະ­ອົງ​ເສຍ.

2 ຂະ­ນະ​ນັ້ນ​ໃກ້​ຈະ​ເຖິງ​ເທດ­ສະ­ການ​ຕັ້ງ​ທັບ​ອາ​ໃສ​ຂອງ​ຊາດຢິວແລ້ວ.

3 ພວກ​ນ້ອງ​ຊາຍ​ຂອງ​ພຣະ­ອົງ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ເຈົ້າ​ຈົ່ງ​ອອກ​ຈາກ​ທີ່​ນີ້​ໄປ​ຍັງ​ແຂວງຢູ­ດາຍ ເພື່ອ​ພວກ​ສາ­ວົກ​ຂອງ​ເຈົ້າ​ຈະ​ໄດ້​ເຫັນ​ກິດ­ຈະ­ການ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ.

4 ເພາະ­ວ່າ​ບໍ່­ຫ່ອນ​ມີ​ຜູ້​ໃດ​ເຮັດ​ອັນ​ໃດ​ໃນ​ທີ່​ລັບ ເມື່ອ​ຜູ້​ນັ້ນ​ຢາກ​ໃຫ້​ຕົວ​ປະ­ກົດ ຖ້າ​ເຈົ້າ​ເຮັດ​ການ​ເຫລົ່າ​ນີ້​ຈົ່ງ​ສະ­ແດງ​ຕົວ​ໃຫ້​ປະ­ກົດ​ແກ່​ໂລກ​ເສຍ.”

5 (ເພາະ­ວ່າ​ເຖິງ​ແມ່ນ​ພວກ​ນ້ອງ​ຊາຍ​ຂອງ​ພຣະ­ອົງ​ກໍ​ບໍ່​ເຊື່ອ​ໃນ​ພຣະ­ອົງ.)

6 ພຣະ­ເຢຊູຊົງ​ບອກ​ເຂົາ​ວ່າ, “ເວ­ລາ​ກຳ­ນົດ​ຂອງ​ເຮົາ​ຍັງ​ບໍ່​ເຖິງ​ເທື່ອ ແຕ່​ເວ­ລາ​ຂອງ​ພວກ​ເຈົ້າ​ກໍ​ມີ​ຢູ່​ສະ­ເໝີ.

7 ໂລກ​ຈະ​ກຽດ​ຊັງ​ພວກ​ເຈົ້າ​ບໍ່​ໄດ້​ແຕ່​ວ່າ​ມັນ​ຊັງ​ເຮົາ ເພາະ​ເຮົາ​ເປັນ​ພະ­ຍານ​ວ່າ​ກິດ­ຈະ­ການ​ຂອງ​ໂລກ​ນັ້ນ​ຊົ່ວ​ຮ້າຍ.

8 ພວກ​ເຈົ້າ​ຈົ່ງ​ຂຶ້ນ​ໄປ​ໃນ​ເທດ­ສະ­ການ​ນັ້ນ​ເສຍ ຝ່າຍ​ເຮົາ​ຍັງ​ບໍ່​ຂຶ້ນ​ໄປ​ໃນ​ເທດ­ສະ­ການ​ນັ້ນ​ເພາະ­ວ່າ​ຍັງ​ບໍ່​ເຖິງ​ກຳ­ນົດ​ເວ­ລາ​ຂອງ​ເຮົາ.”

9 ເມື່ອ​ຊົງ​ກ່າວ​ດັ່ງ­ນັ້ນ​ແລ້ວ​ພຣະ­ອົງ​ກໍ​ຍັງ​ໄດ້​ປະ­ທັບ​ຢູ່​ໃນ​ແຂວງຄາ­ລີ­ເລຕໍ່​ໄປ.

10 ແຕ່​ເມື່ອ​ພວກ​ນ້ອງ​ຂອງ​ພຣະ­ອົງ​ຂຶ້ນ​ໄປ​ໃນ​ງານ​ເທດ­ສະ­ການ​ນັ້ນ­ແລ້ວ ພຣະ­ອົງ​ກໍ​ສະ­ເດັດ​ຕາມ​ຂຶ້ນ​ໄປ​ເໝືອນ​ກັນ ແຕ່​ສະ­ເດັດ​ໄປ​ທາງ​ລັບ​ບໍ່​ເປີດ­ເຜີຍ.

11 ເຫດ​ສັນ­ນັ້ນ​ພວກຢິວໄດ້​ຊອກ​ຫາ​ພຣະ­ອົງ​ໃນ​ເທດ­ສະ­ການ​ນັ້ນ​ແລະ​ຖາມ​ວ່າ, “ຄົນ​ຜູ້​ນັ້ນ​ຢູ່​ໃສ.”

12 ສ່ວນ​ປະ­ຊາ­ຊົນ​ກໍ​ຊິ່ມ​ກັນ​ຫລາຍ​ເວົ້າ​ເຖິງ​ເລື່ອງ​ພຣະ­ອົງ ລາງ​ຄົນ​ເວົ້າ​ວ່າ, “ເປັນ​ຄົນ​ດີແຕ່​ຄົນ​ອື່ນ​ວ່າ, “ບໍ່​ແມ່ນ ແຕ່​ເພິ່ນ​ເຮັດ​ໃຫ້​ປະ­ຊາ­ຊົນ​ຫລົງ​ຜິດ​ໄປ.”

13 ແຕ່​ເຖິງ​ປານ​ນັ້ນ​ບໍ່​ມີ​ໃຜ​ກ້າ​ເວົ້າ​ເຖິງ​ພຣະ­ອົງ​ຢ່າງ​ເປີດ­ເຜີຍ​ເພາະ​ຢ້ານ​ພວກຢິວ.

14 ຄັນ​ເຖິງ​ເຄີ່ງ​ເທດ­ສະ­ການ​ນັ້ນ­ແລ້ວ ພຣະ­ເຢຊູໄດ້​ສະ­ເດັດ​ຂຶ້ນ​ໄປ​ຍັງ​ບໍ­ລິ­ເວນ​ພຣະ­ວິ­ຫານ​ແລະ​ຊົງ​ສັ່ງ­ສອນ.

15 ພວກຢິວພາ­ກັນ​ປະ­ຫລາດ​ໃຈ​ເວົ້າ​ກັນ​ວ່າ, “ຄົນ​ຜູ້​ນີ້​ມີ​ຄວາມ​ຮູ້​ມາ​ແຕ່​ໃສ​ເມື່ອ​ບໍ່​ໄດ້​ຮ່ຳ­ຮຽນ.”

16 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ຄຳ​ສອນ​ຂອງ​ເຮົາ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ເປັນ​ຂອງ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.

17 ຖ້າ​ຜູ້​ໃດ​ເຕັມ​ໃຈ​ຍອມ​ເຮັດ​ຕາມ​ພຣະ­ໄທ​ຂອງ​ພຣະ­ອົງ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳ​ສອນ​ນັ້ນ​ມາ​ຈາກພຣະ­ເຈົ້າ ຫລື​ວ່າ​ເຮົາ​ປາກ​ຕາມ­ໃຈ​ຊອບ​ຂອງ​ເຮົາ​ເອງ.

18 ຜູ້​ໃດ​ປາກ​ຕາມ­ໃຈ​ຊອບ​ຂອງ​ຕົນ​ເອງ ຜູ້​ນັ້ນ​ກໍ​ສະ­ແຫວງ​ກຽດ​ສຳ­ລັບ​ຕົນ​ເອງ ແຕ່​ຜູ້​ທີ່​ສະ­ແຫວງ​ກຽດ​ໃຫ້​ພຣະ­ອົງ​ຜູ້​ຊົງ​ໃຊ້​ຕົນ​ມາ ຜູ້​ນັ້ນ​ແຫລະ, ເປັນ​ຄົນ​ຈິງ ແລະ​ບໍ່​ມີ​ອະ­ທຳ​ໃນ​ຕົວ.

19 ໂມ­ເຊໄດ້​ໃຫ້​ພຣະ­ບັນ­ຍັດ​ແກ່​ທ່ານ​ທັງ­ຫລາຍ​ບໍ່​ແມ່ນ​ຫລື ແລະ​ໃນ​ພວກ​ທ່ານ​ບໍ່​ມີ​ຜູ້​ໃດ​ຈັກ​ຄົນ​ເຮັດ​ຕາມ​ພຣະ­ບັນ­ຍັດ​ນັ້ນ ທ່ານ​ທັງ­ຫລາຍ​ຊອກ​ຫາ​ຈະ​ຂ້າ​ເຮົາ​ເຮັດ​ຫຍັງ.”

20 ປະ­ຊາ­ຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜິ​ຮ້າຍ​ສິງ​ຢູ່ ແມ່ນ​ໃຜ​ຊອກ​ຫາ​ຈະ​ຂ້າ​ເຈົ້າ.”

21 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ໄດ້​ເຮັດ​ກິດ­ຈະ­ການ​ອັນ​ໜຶ່ງ ແລະ​ພວກ​ທ່ານ​ກໍ​ປະ­ຫລາດ​ໃຈ​ເພາະ​ເຫດ­ການ​ນັ້ນ.

22 ໂມ­ເຊໄດ້​ຕັ້ງ​ພິ­ທີ​ຕັດ​ໃຫ້​ທ່ານ​ທັງ­ຫລາຍ (ບໍ່​ແມ່ນ​ໄດ້​ມາ​ຈາກໂມ­ເຊແຕ່​ມາ​ຈາກ​ບັນ­ພະ­ບຸ­ລຸດ) ແລະ​ໃນ​ວັນຊະ­ບາ­ໂຕ ທ່ານ​ທັງ­ຫລາຍ​ກໍ​ຍັງ​ໃຫ້​ຄົນ​ຮັບ​ພິ­ທີ​ຕັດ.

23 ຖ້າ​ເຂົາ​ຍັງ​ໃຫ້​ຄົນ​ຮັບ​ພິ­ທີ​ຕັດ​ໃນ​ວັນຊະ­ບາ­ໂຕ ເພື່ອ​ບໍ່​ໃຫ້​ລ່ວງ​ລະ­ເມີດ​ພຣະ­ບັນ­ຍັດ​ຂອງໂມ­ເຊ ທ່ານ​ທັງ­ຫລາຍ​ຈະ​ຄຽດ​ເຮົາ​ເພາະ​ເຮົາ​ໄດ້​ໃຫ້​ຄົນ​ໜຶ່ງ​ດີ​ເປັນ​ປົກ­ກະ­ຕິ​ໃນ​ວັນຊະ­ບາ­ໂຕຫລື.

24 ຢ່າ​ຕັດ​ສີນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດ​ສີນ​ຕາມ​ທາງ​ຍຸດ­ຕິ​ທຳ.”

25 ຊາວ​ກຸງເຢ­ຣູ­ຊາ­ເລັມລາງ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ແຫລະ, ທີ່​ເຂົາ​ຊອກ​ຫາ​ຈະ​ຂ້າ​ເສຍ​ບໍ່​ແມ່ນ​ຫລື.

26 ເບິ່ງ​ແມ, ເພິ່ນ​ກ່າວ​ດ້ວຍ​ເປີດ­ເຜີຍ ແລະ​ເຂົາ​ບໍ່​ໄດ້​ເວົ້າ​ຫຍັງ​ພວກ​ເຈົ້າ​ນາຍ​ຮູ້​ຄັກ​ບໍ່​ວ່າ​ຄົນ​ນີ້​ແມ່ນພຣະ­ຄຣິດ.

27 ເຮົາ​ຮູ້​ແລ້ວ​ວ່າ​ຄົນ​ນີ້​ມາ​ແຕ່​ໃສ ແຕ່​ຝ່າຍພຣະ­ຄຣິດ, ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ບໍ່​ມີ​ໃຜ​ຮູ້​ວ່າ​ມາ​ແຕ່​ໃສ.”

28 ເຫດ​ສັນ​ນີ້ພຣະ­ເຢຊູຈຶ່ງ​ຊົງ​ສັ່ງ­ສອນ​ດ້ວຍ​ສຽງ​ອັນ​ດັງ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ວ່າ, “ສ່ວນ​ເຮົາ​ທ່ານ​ທັງ­ຫລາຍ​ກໍ​ຮູ້­ຈັກ​ທັງ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ເຮົາ​ບໍ່​ໄດ້​ມາ​ໂດຍ​ລຳ­ພັງ​ຂອງ​ເຮົາ​ເອງ ແຕ່​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດ​ຈິງ ພຣະ­ອົງ​ນັ້ນ​ພວກ​ທ່ານ​ກໍ​ບໍ່​ຮູ້­ຈັກ.

29 ຝ່າຍ​ເຮົາ​ກໍ​ຮູ້­ຈັກ​ພຣະ­ອົງ ເພາະ​ເຮົາ​ມາ​ຈາກ​ພຣະ­ອົງ​ແລະ​ແມ່ນ​ພຣະ­ອົງ​ນັ້ນ​ແຫລະ, ໄດ້​ຊົງ​ໃຊ້​ເຮົາ​ມາ.”

30 ດັ່ງ­ນັ້ນ​ເຂົາ​ຈຶ່ງ​ຊອກ​ຫາ​ຈະ​ຈັບ​ພຣະ­ອົງ ແຕ່​ບໍ່​ມີ​ຜູ້​ໃດ​ຍື່ນ​ມື​ຈັບ​ເພາະ​ຍັງ​ບໍ່​ເຖິງ​ກຳ­ນົດ​ເວ­ລາ​ຂອງ​ພຣະ­ອົງ​ເທື່ອ.

31 ແຕ່​ມີ​ຫລາຍ​ຄົນ​ໃນ​ໝູ່​ປະ­ຊາ­ຊົນ​ໄດ້​ວາງ­ໃຈ​ໃນ​ພຣະ­ອົງ​ແລະ​ເວົ້າ​ວ່າ, “ເມື່ອພຣະ­ຄຣິດ ສະ­ເດັດ​ມາ​ນັ້ນ ພຣະ­ອົງ​ຈະ​ເຮັດ​ໝາຍ​ສຳ­ຄັນ​ຫລາຍ​ກວ່າ​ຜູ້​ນີ້​ຫລື.”

32 ເມື່ອ​ພວກຟາ­ຣີ­ຊາຍໄດ້​ຍິນ​ປະ­ຊາ­ຊົນ​ຊິ່ມ​ກັນ​ເວົ້າ​ເຖິງ​ເລື່ອງ​ພຣະ­ອົງ​ຢ່າງ​ນັ້ນ ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ກັບ​ພວກຟາ­ຣີ­ຊາຍ ຈຶ່ງ​ໃຊ້​ເຈົ້າ​ໜ້າ­ທີ່​ໄປ​ຈັບ​ພຣະ­ອົງ.

33 ພຣະ­ເຢຊູຈຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ທ່ານ​ທັງ­ຫລາຍ​ຕໍ່​ໄປ​ອີກ​ໜ້ອຍ​ໜຶ່ງ ແລ້ວ​ຈະ​ກັບ​ໄປ​ຫາ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.

34 ທ່ານ​ທັງ­ຫລາຍ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ແລະ​ບ່ອນ​ເຮົາ​ຢູ່​ນັ້ນ​ພວກ​ທ່ານ​ຈະ​ເຂົ້າ​ໄປ​ບໍ່​ໄດ້.”

35 ພວກຢິວຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຈວນ​ຈະ​ໄປ​ໃສ ທີ່​ເຮົາ​ຈະ​ຫາ​ບໍ່​ພົບ ເພິ່ນ​ຈະ​ໄປ​ຫາ​ພວກ​ຄົນ​ທີ່​ແຕກ​ກະ­ຈັດ­ກະ­ຈາຍ​ໄປ​ຢູ່​ຖ້າມ­ກາງ​ຄົນ​ຕ່າງ​ຊາດ ແລະ​ສັ່ງ­ສອນ​ຄົນ​ຕ່າງ​ຊາດ​ນັ້ນ​ຫລື.

36 ຄຳ​ນີ້​ເປັນ​ຢ່າງ­ໃດ​ໜໍ​ທີ່​ເພິ່ນ​ກ່າວ​ວ່າ ທ່ານ​ທັງ­ຫລາຍ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ແລະ​ບ່ອນ​ເຮົາ​ຢູ່​ນັ້ນ​ທ່ານ​ຈະ​ເຂົ້າ​ໄປ​ບໍ່​ໄດ້’.”

37 ໃນ​ວັນ​ສຸດ​ທ້າຍ​ຂອງ​ງານ​ເທດ­ສະ­ການ​ຊຶ່ງ​ເປັນ​ວັນ​ໃຫຍ່​ນັ້ນ ພຣະ­ເຢຊູຊົງ​ຢືນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ຜູ້​ໃດ​ຫິວ ຜູ້​ນັ້ນ​ຈົ່ງ​ມາ​ຫາ​ເຮົາ ແລະ​ດື່ມ.

38 ຜູ້​ທີ່​ວາງ­ໃຈ​ໃນ​ເຮົາ​ແມ່­ນ້ຳ​ອັນ​ມີ​ຊີ­ວິດ​ຈະ​ໄຫລ​ອອກ​ຈາກ​ພາຍ​ໃນ​ຜູ້​ນັ້ນ ຕາມ​ທີ່​ພຣະ­ຄຳ​ພີ​ກ່າວ​ໄວ້​ແລ້ວ.”f

39 ສິ່ງ​ທີ່ພຣະ­ເຢຊູຊົງ​ກ່າວ​ນັ້ນ​ໝາຍ​ເຖິງພຣະ­ວິນ­ຍານ ຊຶ່ງ​ຜູ້​ທີ່​ວາງ­ໃຈ​ໃນ​ພຣະ­ອົງ​ຈະ​ໄດ້​ຮັບ ເຫດ​ວ່າ​ຍັງ​ບໍ່​ໄດ້​ຊົງ​ປະ­ທານ​ພຣະ​ວິ​ຍານ​ໃຫ້ ເພາະພຣະ­ເຢຊູຍັງ​ບໍ່​ໄດ້​ຊົງ​ຮັບ​ສະ­ຫງ່າ​ລາ­ສີ.

40 ເມື່ອ​ປະ­ຊາ­ຊົນ​ໄດ້​ຍິນ​ດັ່ງ­ນັ້ນ​ລາງ​ຄົນ​ໄດ້​ເວົ້າ​ກັນ​ວ່າ, “ຜູ້​ນີ້​ເປັນ​ຜູ້​ປະ­ກາດ​ພຣະ­ທຳ​ນັ້ນ​ແທ້.”

41 ຄົນ​ອື່ນ​ເວົ້າ​ວ່າ, “ຜູ້​ນີ້​ແຫລະ, ແມ່ນພຣະ­ຄຣິດແຕ່​ຄົນ​ອື່ນ​ອີກ​ເວົ້າ​ວ່າ, “ພຣະ­ຄຣິດຈະ​ມາ​ຈາກຄາ­ລີ­ເລຫລື. Others said,

42 ພຣະ­ຄຳ​ພີ​ກ່າວ​ໄວ້ ບໍ່​ແມ່ນ​ຫລື​ວ່າພຣະ­ຄຣິດຈະ​ມາ​ຈາກ​ເຊື້ອ​ວົງ​ຂອງດາ­ວິດ ແລະ​ມາ​ຈາກ​ບ້ານເບັດ­ເລ­ເຮັມຊຶ່ງດາ­ວິດຢູ່​ນັ້ນ.

43 ເຫດ​ສັນ­ນັ້ນ​ປະ­ຊາ­ຊົນ​ຈຶ່ງ​ມີ​ຄວາມ​ເຫັນ​ແຕກ​ແຍກ​ກັນ​ໃນ​ເລື່ອງ​ພຣະ­ອົງ.

44 ລາງ​ຄົນ​ໃນ​ໝູ່​ເຂົາ​ນັ້ນ​ມີ­ໃຈ​ຢາກ​ຈັບ​ພຣະ­ອົງ ແຕ່​ບໍ່​ມີ​ໃຜ​ຍື່ນ​ມື​ຈັບ​ເອົາ.

45 ເຈົ້າ​ໜ້າ­ທີ່​ຈຶ່ງ​ກັບ​ໄປ​ຫາ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ແລະ​ພວກຟາ­ຣີ­ຊາຍ ແລະ​ພວກ​ນັ້ນ​ໄດ້​ຖາມ​ເຈົ້າ​ໜ້າ­ທີ່​ວ່າ, “ເປັນ​ຫຍັງ​ຈຶ່ງ​ບໍ່​ຈັບ​ມັນ​ມາ.”

46 ເຈົ້າ​ໜ້າ­ທີ່​ຕອບ​ວ່າ, “ບໍ່​ເຄີຍ​ມີ​ຜູ້​ໃດ​ເວົ້າ​ເໝືອນ​ຄົນ​ນັ້ນ​ຈັກ​ເທື່ອ.”

47 ພວກຟາ­ຣີ­ຊາຍຕອບ​ເຂົາ​ວ່າ, “ພວກ​ເຈົ້າ​ຖືກ​ຊັກ​ຈູງ​ໃຫ້​ຫລົງ​ໄປ​ເໝືອນ​ກັນ​ຫລື.

48 ມີ​ຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ນາຍ​ຫລື​ພວກຟາ­ຣີ­ຊາຍເຊື່ອ​ຖື​ຄົນ​ນັ້ນ.

49 ແຕ່​ປະ­ຊາ­ຊົນ​ໝູ່​ນີ້​ທີ່​ບໍ່​ຮູ້­ຈັກ​ພຣະ­ບັນ­ຍັດ​ກໍ​ຖືກ​ຊົງ​ປ້ອຍ​ຢູ່​ແລ້ວ.”

50 ນີ­ໂກ­ເດມ ຜູ້​ໄດ້​ມາ​ຫາ​ພຣະ­ອົງ​ຄາວ​ກ່ອນ​ນັ້ນ​ແລະ​ເປັນ​ຄົນ​ໜຶ່ງ​ໃນ​ພວກ​ເຂົາ ໄດ້​ກ່າວ​ກັບ​ເຂົາ​ວ່າ,

51 ກົດ­ໝາຍ​ຂອງ​ເຮົາ​ບໍ່​ຕັດ​ສີນ​ຄົນ​ໃດ​ໂດຍ​ທີ່​ຍັງ​ບໍ່​ໄດ້​ຟັງ​ເຂົາ​ກ່ອນ ແລະ​ຮູ້​ວ່າ​ເຂົາ​ໄດ້​ເຮັດ​ອັນ​ໃດ​ແດ່.”

52 ເຂົາ​ກໍ​ຕອບນີ­ໂກ­ເດມວ່າ, “ທ່ານ​ມາ​ຈາກຄາ­ລີ­ເລເໝືອນ​ກັນ​ຫລື​ຈົ່ງ​ຄົ້ນ​ຫາ​ເບິ່ງ ແລ້ວ​ທ່ານ​ຈະ​ເຫັນ​ວ່າ​ບໍ່​ມີ​ຜູ້​ປະ­ກາດ​ພຣະ­ທຳ​ຈັກ​ຄົນ​ເກີດ​ມາ​ຈາກຄາ­ລີ­ເລ.”

53 [ແລ້ວ​ຕ່າງ​ຄົນ​ກໍ​ຕ່າງ​ກັນ​ໄປ​ເຮືອນ​ຂອງ​ຕົນ.

 

8.

1 ແຕ່ພຣະ­ເຢຊູໄດ້​ສະ­ເດັດ​ໄປ​ຍັງ​ພູ​ໝາກ­ກອກ­ເທດ.

2 ເມື່ອ​ຮຸ່ງ​ເຊົ້າ​ພຣະ­ອົງ​ໄດ້​ສະ­ເດັດ​ເຂົ້າ​ໄປ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ອີກ ພົນ­ລະ­ເມືອງ​ທັງ​ໝົດ​ກໍ​ພາ­ກັນ​ມາ​ຫາ​ພຣະ­ອົງ ພຣະ­ອົງ​ກໍ​ປະ­ທັບ​ນັ່ງ​ຕັ້ງ­ຕົ້ນ​ສັ່ງ­ສອນ​ເຂົາ.

3 ພວກ​ນັກ­ທຳ​ແລະ​ພວກຟາ­ຣີ­ຊາຍໄດ້​ພາ​ຜູ້­ຍິງ​ຄົນ​ໜຶ່ງ​ມາ ຍິງ​ຄົນ​ນີ້​ເຂົາ​ໄດ້​ຈັບ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ເຂົາ​ໄດ້​ໃຫ້​ຍິງ​ນັ້ນ​ຢືນ​ຢູ່​ຖ້າມ­ກາງ​ຝູງ​ຊົນ.

4 ເຂົາ​ທູນ​ພຣະ­ອົງ​ວ່າ, “ອາ­ຈານ​ເອີຍ, ຍິງ​ຄົນ​ນີ້​ເຂົາ​ຈັບ​ໄດ້​ເມື່ອ​ກຳ­ລັງ​ຫລິ້ນ​ຊູ້​ຢູ່.

5 ໂມ­ເຊໄດ້​ສັ່ງ​ໄວ້​ໃນ​ພຣະ­ບັນ­ຍັດ​ວ່າ ໃຫ້​ເອົາ​ຫີນ​ຄວ່າງ​ໃສ່​ຄົນ​ຢ່າງ​ນີ້​ໃຫ້​ຕາຍ ສ່ວນ​ທ່ານ​ເດ, ຈະ​ວ່າ​ຢ່າງ­ໃດ.”

6 ເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ທົດ​ລອງ ຫວັງ​ຈະ​ຫາ​ເຫດ​ຟ້ອງ​ພຣະ­ອົງ​ໄດ້ ແຕ່ພຣະ­ເຢຊູຊົງ​ນ້ອມ​ພຣະ­ກາຍ​ລົງ​ໃຊ້​ນິ້ວ​ພຣະ­ຫັດ​ຂຽນ​ທີ່​ດິນ.

7 ເມື່ອ​ເຂົາ​ຍັງ​ຖາມ​ຕໍ່​ໄປ​ຢູ່ ພຣະ­ອົງ​ຊົງ​ຢືນ​ຂຶ້ນ​ກ່າວ​ແກ່​ເຂົາ​ວ່າ, “ຜູ້​ໃດ​ໃນ​ພວກ​ເຈົ້າ​ທີ່​ບໍ່​ມີ​ຜິດ​ບາບ ກໍ​ໃຫ້​ຜູ້​ນັ້ນ​ເອົາ​ຫີນ​ຄວ່າງ​ໃສ່​ຍິງ​ນີ້​ກ່ອນ­ໝູ່.”

8 ແລ້ວ​ພຣະ­ອົງ​ກໍ​ຊົງ​ນ້ອມ​ພຣະ­ກາຍ​ລົງ​ຂຽນ​ທີ່​ດິນ​ອີກ.

9 ແຕ່​ເມື່ອ​ເຂົາ​ໄດ້​ຍິນ​ດັ່ງ­ນັ້ນ​ກໍ​ອອກ​ໄປ​ເທື່ອ​ລະ​ຄົນ​ຈົນ​ໝົດ ເລີ້ມ​ຕັ້ງ­ແຕ່​ຄົນ​ແກ່​ໄປ ຍັງ​ເຫລືອ​ຢູ່​ແຕ່ພຣະ­ເຢຊູກັບ​ຍິງ​ຄົນ​ນັ້ນ​ທີ່​ຢືນ​ຢູ່​ຖ້າມ­ກາງ​ນັ້ນ.

10 ເມື່ອພຣະ­ເຢຊູຊົງ​ເງີຍ​ຂຶ້ນ​ກໍ​ຊົງ​ຖາມ​ຍິງ​ນັ້ນ​ວ່າ, “ນາງ​ເອີຍ, ພວກ​ເຂົາ​ໄປ​ໃສ​ໝົດ ບໍ່​ມີ​ໃຜ​ລົງ­ໂທດ​ເຈົ້າ​ຫລື.”

11 ນາງ​ທູນ​ຕອບ​ວ່າ, “ບໍ່​ມີ​ໃຜ, ນາຍ​ເອີຍພຣະ­ເຢຊູຊົງ​ກ່າວ​ຕໍ່​ນາງ​ວ່າ, “ເຮົາ​ກໍ​ບໍ່​ລົງ­ໂທດ​ເຈົ້າ​ເໝືອນ​ກັນ ຈົ່ງ​ໄປ​ເສຍ ຕໍ່​ໄປ​ຢ່າ​ເຮັດ​ຜິດ​ອີກ.”]

12 ອີກ​ເທື່ອ​ໜຶ່ງພຣະ­ເຢຊູຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ເປັນ­ຄວາມ​ສະ­ຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ທຽວ​ໄປ​ໃນ​ທີ່​ມືດ ແຕ່​ຈະ​ມີ​ຄວາມ​ສະ­ຫວ່າງ​ແຫ່ງ​ຊີ­ວິດ.”

13 ແລ້ວ​ພວກຟາ­ຣີ­ຊາຍກ່າວ​ຕໍ່​ພຣະ­ອົງ​ວ່າ, “ທ່ານ​ເປັນ​ພະ­ຍານ​ໃຫ້​ແກ່​ຕົວ​ທ່ານ​ເອງ ຄຳ​ພະ­ຍານ​ຂອງ​ທ່ານ​ກໍ​ບໍ່​ຈິງ.”

14 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຖິງ​ວ່າ​ເຮົາ​ເປັນ​ພະ­ຍານ​ໃຫ້​ແກ່​ຕົວ​ເຮົາ​ເອງ ຄຳ​ພະ­ຍານ​ຂອງ​ເຮົາ​ກໍ​ເປັນ­ຄວາມ​ຈິງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ​ແລະ​ຈະ​ໄປ​ໃສ ແຕ່​ຝ່າຍ​ທ່ານ​ທັງ­ຫລາຍ​ກໍ​ບໍ່​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ​ແລະ​ຈະ​ໄປ​ໃສ.

15 ທ່ານ​ທັງ­ຫລາຍ​ຕັດ​ສີນ​ຕາມ​ທຳ​ມະ​ດາ​ມະ­ນຸດ ຝ່າຍ​ເຮົາ​ກໍ​ບໍ່​ຕັດ​ສີນ​ໃຜ.

16 ແຕ່​ເຖິງ​ແມ່ນ​ເຮົາ​ຈະ​ຕັດ​ສີນ ການ​ຕັດ​ສີນ​ຂອງ​ເຮົາ​ກໍ​ຖືກ ເພາະ​ເຮົາ​ບໍ່​ໄດ້​ຕັດ​ສີນ​ໂດຍ​ລຳ­ພັງ​ເຮົາ​ຜູ້​ດຽວ ແຕ່​ເຮົາ​ຕັດ​ສີນ​ຮ່ວມ​ກັບພຣະ­ບິ­ດາຜູ້​ຊົງ​ໃຊ້​ເຮົາ​ມາ.

17 ໃນ​ພຣະ­ບັນ­ຍັດ​ຂອງ​ທ່ານ​ທັງ­ຫລາຍ​ມີ​ຄຳ​ຂຽນ​ໄວ້​ວ່າ ຄຳ​ພະ­ຍານ​ຂອງ​ສອງ​ຄົນ​ກໍ​ເປັນ­ຄວາມ​ຈິງ.

18 ຝ່າຍ​ເຮົາ​ເປັນ​ພະ­ຍານ​ໃຫ້​ແກ່​ຕົວ​ເຮົາ​ເອງ​ແລະພຣະ­ບິ­ດາຜູ້​ຊົງ​ໃຊ້​ເຮົາ​ມາ​ກໍ​ເປັນ​ພະ­ຍານ​ໃຫ້​ແກ່​ເຮົາ​ເໝືອນ​ກັນ.”

19 ເຫດ​ສັນ­ນັ້ນ​ເຂົາ​ຈຶ່ງ​ທູນ ພຣະ­ອົງ​ວ່າ, “ພຣະ­ບິ­ດາຂອງ​ທ່ານ​ຢູ່​ໃສພຣະ­ເຢຊູຊົງ​ຕອບ​ວ່າ, “ຕົວ​ເຮົາ​ກໍ​ດີ ພຣະ­ບິ­ດາຂອງ​ເຮົາ​ກໍ​ດີ ທ່ານ​ທັງ­ຫລາຍ​ກໍ​ບໍ່​ຮູ້­ຈັກ ຖ້າ​ພວກ​ທ່ານ​ຮູ້­ຈັກ​ເຮົາ​ກໍ​ຄົງ​ຮູ້­ຈັກພຣະ­ບິ­ດາຂອງ​ເຮົາ​ເໝືອນ​ກັນ.

20 ພຣະ­ເຢຊູຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ໃນ​ບ່ອນ​ຕັ້ງ​ຕູ້​ຖວາຍ​ຊັບ ຂະ­ນະ​ທີ່​ຊົງ​ສັ່ງ­ສອນ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ ແຕ່​ບໍ່​ມີ​ຜູ້​ໃດ​ຈັບ​ພຣະ­ອົງ​ເພາະ​ຍັງ​ບໍ່​ເຖິງ​ກຳ­ນົດ​ເວ­ລາ​ຂອງ​ພຣະ­ອົງ.

21 ພຣະ­ອົງ​ຊົງ​ກ່າວ​ກັບ​ເຂົາ​ອີກ​ວ່າ, “ເຮົາ​ຈະ​ຈາກ​ໄປ​ແລະ​ທ່ານ​ທັງ­ຫລາຍ​ຈະ​ຊອກ​ຫາ​ເຮົາ ແລະ​ຈະ​ຕາຍ​ໃນ​ຄວາມ​ຜິດ​ບາບ​ຂອງ​ທ່ານ ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກ​ທ່ານ​ຈະ​ໄປ​ບໍ່​ໄດ້.”

22 ພວກຢິວຈຶ່ງ​ເວົ້າ​ກັນ​ວ່າ, “ລາວ​ຈະ​ຂ້າ​ຕົວ​ຕາຍ​ເສຍ​ຫລື ເພາະ​ລາວ​ກ່າວ​ວ່າ ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກ​ທ່ານ​ໄປ​ບໍ່​ໄດ້.”

23 ພຣະ­ອົງ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ທ່ານ​ທັງ­ຫລາຍ​ເປັນ​ຂອງ​ເບື້ອງ​ລຸ່ມ ຝ່າຍ​ເຮົາ​ເປັນ​ຂອງ​ເບື້ອງ​ເທິງ ພວກ​ທ່ານ​ເປັນ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ເປັນ​ຝ່າຍ​ໂລກ​ນີ້.

24 ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ບອກ​ທ່ານ​ທັງ­ຫລາຍ​ວ່າ ພວກ​ທ່ານ​ຈະ​ຕາຍ​ໃນ​ຄວາມ​ຜິດ​ບາບ​ຂອງ​ທ່ານ ເພາະ­ວ່າ​ຖ້າ​ທ່ານ​ບໍ່​ໄດ້​ເຊື່ອ​ວ່າ ເຮົາ​ນີ້​ແຫລະ, ເປັນ​ຜູ້​ນັ້ນ ພວກ​ທ່ານ​ຈະ​ຕ້ອງ​ຕາຍ​ໃນ​ບາບ​ຂອງ​ຕົນ.”

25 ເຂົາ​ທູນ​ຖາມ​ພຣະ­ອົງ​ວ່າ, “ຝ່າຍ​ທ່ານ ທ່ານ​ແມ່ນ​ໃຜພຣະ­ເຢຊູຊົງ​ຕອບ​ວ່າ, “ເຮົາ​ເປັນ​ເໝືອນ​ທີ່​ເຮົາ​ໄດ້​ບອກ​ພວກ​ທ່ານ​ຕັ້ງ­ແຕ່​ຕົ້ນ​ນັ້ນ.

26 ເຮົາ​ມີ​ຂໍ້­ຄວາມ​ຫລາຍ​ປະ­ການ​ທີ່​ຈະ​ກ່າວ​ແລະ​ຕັດ​ສີນ​ພວກ​ທ່ານ ແຕ່​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ຊົງ​ເປັນ​ສັດ​ຈິງ ແລະ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ພຣະ­ອົງ​ນັ້ນ​ແຫລະ, ເຮົາ​ກໍ​ກ່າວ​ແກ່​ໂລກ.”

27 ເຂົາ​ບໍ່​ໄດ້​ເຂົ້າ­ໃຈ​ວ່າ​ພຣະ­ອົງ​ຊົງ​ກ່າວ​ກັບ​ເຂົາ​ເຖິງ​ເລື່ອງພຣະ­ບິ­ດາ. They perceived not that he spake to them of the Father.

28 ດັ່ງ­ນັ້ນ ພຣະ­ເຢຊູຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເມື່ອ​ທ່ານ​ທັງ­ຫລາຍ​ຈະ​ໄດ້​ຍົກ​ບຸດ​ມະ­ນຸດ​ຂຶ້ນ​ແລ້ວ ເມື່ອ­ນັ້ນ​ພວກ​ທ່ານ​ຈະ​ຮູ້​ວ່າ ເຮົາ​ນີ້​ແຫລະ, ຄື​ຜູ້​ນັ້ນ ແລະ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເຮັດ​ສິ່ງ​ໃດ​ຕາມ­ໃຈ​ຊອບ ແຕ່ພຣະ­ບິ­ດາໄດ້​ຊົງ​ສອນ​ເຮົາ​ຢ່າງ­ໃດ ເຮົາ​ຈຶ່ງ​ກ່າວ​ຢ່າງ​ນັ້ນ.

29 ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ກໍ​ຊົງ​ສະ­ຖິດ​ຢູ່​ກັບ​ເຮົາ ພຣະ­ອົງ​ບໍ່​ໄດ້​ຊົງ​ປະ​ເຮົາ​ໄວ້​ໃຫ້​ຢູ່​ຜູ້​ດຽວ ເພາະ­ວ່າ​ເຮົາ​ເຮັດ​ຕາມ​ຊອບ​ພຣະ­ໄທ​ຂອງ​ພຣະ­ອົງ​ຢູ່​ສະ­ເໝີ.”

30 ເມື່ອ​ພຣະ­ອົງ​ຊົງ​ກ່າວ​ຄຳ​ເຫລົ່າ­ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ­ອົງ.

31 ພຣະ­ເຢຊູຊົງ​ກ່າວ​ຕໍ່​ພວກຢິວທີ່​ເຊື່ອ​ຖື​ໃນ​ພຣະ­ອົງ​ວ່າ, “ຖ້າ​ທ່ານ​ທັງ­ຫລາຍ​ຕັ້ງ​ໝັ້ນ­ຄົງ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ເຮົາ ພວກ​ທ່ານ​ກໍ​ເປັນ​ສາ­ວົກ​ແທ້​ຂອງ​ເຮົາ.

32 ແລ້ວ​ພວກ​ທ່ານ​ຈະ​ຮູ້­ຈັກ​ຄວາມ​ຈິງ ແລະ​ຄວາມ​ຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ເປັນ​ອິດ­ສະ­ຫລະ.”

33 ເຂົາ​ທູນ​ຕອບ​ພຣະ­ອົງ​ວ່າ, “ພວກ​ເຮົາ​ເປັນ​ເຊື້ອ­ສາຍ​ຂອງອັບ­ຣາ­ຮາມ ແລະ​ບໍ່​ໄດ້​ເປັນ​ຂ້ອຍ​ຂ້າ​ຂອງ​ຜູ້​ໃດ​ຈັກ​ເທື່ອ ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ, ‘ພວກ​ທ່ານ​ຈະ​ເປັນ​ອິດ­ສະ­ຫລະ.’”

34 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ທຸກ​ຄົນ​ທີ່​ເຄີຍ​ເຮັດ​ການ​ຜິດ​ບາບ​ກໍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ບາບ.

35 ຂ້ອຍ​ຂ້າ​ບໍ່​ຕັ້ງ​ຢູ່​ໃນ​ຄົວ​ເຮືອນ​ຕະ­ຫລອດ​ໄປ ແຕ່​ບຸດ​ກໍ​ຕັ້ງ​ຢູ່​ຕະ­ຫລອດ​ໄປ.

36 ເຫດ​ສັນ­ນັ້ນ, ຖ້າພຣະ­ບຸດຈະ​ເຮັດ​ໃຫ້​ທ່ານ​ທັງ­ຫລາຍ​ເປັນ​ອິດ­ສະ­ຫລະ ພວກ​ທ່ານ​ກໍ​ຈະ​ເປັນ​ອິດ­ສະ­ຫລະ​ແທ້​ຈິງ.

37 ເຮົາ​ຮູ້​ຢູ່​ວ່າ​ທ່ານ​ທັງ­ຫລາຍ​ເປັນ​ເຊື້ອ­ສາຍ​ຂອງ​ທ່ານອັບ­ຣາ­ຮາມ ແຕ່​ພວກ​ທ່ານ​ຊອກ​ຫາ​ຈະ​ຂ້າ​ເຮົາ​ເສຍ ເພາະ­ວ່າ​ຄຳ​ສອນ​ຂອງ​ເຮົາ​ບໍ່​ເຂົ້າ​ສູ່​ໃຈ​ຂອງ​ພວກ​ທ່ານ.

38 ເຮົາ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ເມື່ອ​ຢູ່​ກັບພຣະ­ບິ­ດາຂອງ​ເຮົາ ຝ່າຍ​ພວກ​ທ່ານ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຍິນ​ຈາກ​ພໍ່​ຂອງ​ທ່ານ.”

39 ເຂົາ​ທູນ​ຕອບ​ພຣະ­ອົງ​ວ່າ, “ອັບ­ຣາ­ຮາມເປັນ​ພໍ່​ຂອງ​ພວກ​ເຮົາພຣະ­ເຢຊູຊົງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ທ່ານ​ທັງ­ຫລາຍ​ເປັນ​ລູກ​ຂອງອັບ­ຣາ­ຮາມແລ້ວ ທ່ານ​ກໍ​ຈະ​ເຮັດ​ສິ່ງ​ທີ່ອັບ­ຣາ­ຮາມໄດ້​ເຮັດ.

40 ແຕ່​ບັດ​ນີ້​ທ່ານ​ທັງ­ຫລາຍ​ຫາ​ໂອ­ກາດ​ຈະ​ຂ້າ​ເຮົາ ຜູ້​ໄດ້​ບອກ​ເຖິງ​ຄວາມ​ຈິງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກພຣະ­ເຈົ້າ ການ​ຢ່າງ​ນີ້ອັບ­ຣາ­ຮາມບໍ່​ໄດ້​ເຮັດ.

41 ທ່ານ​ທັງ­ຫລາຍ​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ພວກ​ທ່ານ​ເຮັດເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ພວກ​ເຮົາ​ບໍ່​ໄດ້​ເກີດ​ມາ​ຈາກ​ການ​ຫລິ້ນ​ຊູ້ ພວກ​ເຮົາ​ມີ​ບິ­ດາ​ອົງ​ດຽວ​ຄືພຣະ­ເຈົ້າ.”

42 ພຣະ­ເຢຊູຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ຖ້າພຣະ­ເຈົ້າເປັນພຣະ­ບິ­ດາຂອງ​ພວກ​ທ່ານ​ແລ້ວ ທ່ານ​ກໍ​ຈະ​ຮັກ​ເຮົາ​ເພາະ​ເຮົາ​ມາ​ຈາກພຣະ­ເຈົ້າແລະ​ມາ​ເຖິງ​ທີ່​ນີ້ ເຮົາ​ບໍ່​ໄດ້​ມາ​ຕາມ­ໃຈ​ຊອບ​ຂອງ​ເຮົາ​ເອງ ແຕ່​ພຣະ­ອົງ​ໄດ້​ຊົງ​ໃຊ້​ເຮົາ​ມາ.

43 ເຫດ​ສັນ­ໃດ​ພວກ​ທ່ານ​ຈຶ່ງ​ບໍ່​ເຂົ້າ­ໃຈ​ຄຳ​ເວົ້າ​ຂອງ​ເຮົາ ນັ້ນ​ເປັນ​ເພາະ​ພວກ​ທ່ານ​ທົນ​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ​ບໍ່​ໄດ້.

44 ທ່ານ​ທັງ­ຫລາຍ​ມາ​ຈາກ​ພໍ່​ຂອງ​ທ່ານ​ຄື​ມານ, ພວກ​ທ່ານ​ມີ­ໃຈ​ຢາກ​ເຮັດ​ຕາມ​ຄວາມ​ປາດ­ຖະ­ໜາ​ຂອງ​ພໍ່​ທ່ານ ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງ­ແຕ່​ເດີມ​ມາ​ແລ້ວ ແລະ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ຈິງ ເພາະ​ໃນ​ຕົວ​ມັນ​ບໍ່​ມີ​ຄວາມ​ຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນ­ດານ​ຂອງ​ມັນ​ເອງ ເພາະ​ເປັນ​ຜູ້​ຕົວະ​ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.

45 ແຕ່​ທ່ານ​ທັງ­ຫລາຍ​ບໍ່​ໄດ້​ເຊື່ອ​ເຮົາ ເພາະ​ຝ່າຍ​ເຮົາ​ກໍ​ກ່າວ​ຄວາມ​ຈິງ

46 ໃນ​ພວກ​ທ່ານ​ມີ​ຜູ້​ໃດ​ແດ່​ທີ່​ຢືນ­ຢັນ​ໄດ້​ວ່າ ເຮົາ​ໄດ້​ເຮັດ​ຜິດ ຖ້າ​ເຮົາ​ເວົ້າ​ຄວາມ​ຈິງ ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ເຊື່ອ​ເຮົາ.

47 ຜູ້​ທີ່​ມາ​ຈາກພຣະ­ເຈົ້າກໍ​ຍອມ​ຟັງ​ພຣະ­ທຳ​ຂອງພຣະ­ເຈົ້າ ທ່ານ​ທັງ­ຫລາຍ​ບໍ່​ໄດ້​ມາ​ຈາກພຣະ­ເຈົ້າ ເຫດ​ສັນ­ນັ້ນ​ພວກ​ທ່ານ​ຈຶ່ງ​ບໍ່​ຟັງ.”

48 ພວກຢິວທູນ​ຕອບ​ພຣະ­ອົງ​ວ່າ, “ທີ່​ພວກ​ເຮົາ​ເວົ້າ​ວ່າ ຕົວ​ເປັນ​ໄທຊາ­ມາ­ເຣຍແລະ​ມີ​ຜິ​ຮ້າຍ​ສິງ​ຢູ່​ນັ້ນ ບໍ່​ຈິງ​ຫລື.”

49 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບໍ່​ມີ​ຜິ​ສິງ ແຕ່​ເຮົາ​ຖວາຍ​ພຣະ­ກຽດ​ແດ່ພຣະ­ບິ­ດາຂອງ​ເຮົາ ແຕ່​ຝ່າຍ​ພວກ​ທ່ານ​ໝິ່ນ­ປະ­ໝາດ​ເຮົາ.

50 ສ່ວນ​ເຮົາ​ບໍ່​ໄດ້​ຊອກ​ຫາ​ກຽດ​ສຳ­ລັບ​ເຮົາ​ເອງ ແຕ່​ມີ​ຜູ້​ຫາ​ໃຫ້ ແລະ​ພຣະ­ອົງ​ນັ້ນ​ກໍ​ຊົງ​ພິ­ພາກ­ສາ.

51 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ຖ້າ​ຜູ້​ໃດ​ຖື​ຮັກ­ສາ​ຄຳ​ສອນ​ຂອງ​ເຮົາ ຜູ້​ນັ້ນ​ຈະ​ບໍ່​ເຫັນ​ຄວາມ​ຕາຍ​ຈັກ​ເທື່ອ.”

52 ພວກຢິວທູນ​ພຣະ­ອົງ​ວ່າ, “ດຽວ­ນີ້​ເຮົາ​ຮູ້​ແລ້ວ​ວ່າ​ຕົວ​ມີ​ຜີ​ສິງ​ຢູ່ ອັບ­ຣາ­ຮາມກໍ​ຕາຍ​ໄປ​ແລ້ວ ແລະ​ພວກ​ປະ­ກາດ​ພຣະ­ທຳ​ກໍ​ຕາຍ​ໄປ​ແລ້ວ​ເໝືອນ​ກັນ ແລະ​ຕົວ​ເວົ້າ​ວ່າ ຖ້າ​ຜູ້​ໃດ​ຖື​ຮັກ­ສາ​ຄຳ​ສອນ​ຂອງ​ເຮົາ​ຈະ​ບໍ່​ຮູ້​ລົດ​ຄວາມ​ຕາຍ​ຈັກ​ເທື່ອ.’

53 ຕົວ​ໃຫຍ່​ກວ່າອັບ­ຣາ­ຮາມບິ­ດາ​ຂອງ​ພວກ​ເຮົາ ຜູ້​ຕາຍ​ໄປ​ແລ້ວ​ນັ້ນ​ຫລື ພວກ​ຜູ້​ປະ­ກາດ​ພຣະ­ທຳ​ກໍ​ຕາຍ​ໄປ​ແລ້ວ​ເໝືອນ​ກັນ ຕົວ​ອວດ​ອ້າງ​ວ່າ​ຕົວ​ເປັນ​ຜູ້​ໃດ​ອີກ.”

54 ພຣະ­ເຢຊູຊົງ​ຕອບ​ວ່າ, “ຖ້າ​ເຮົາ​ໃຫ້​ກຽດ​ແກ່​ຕົວ​ເຮົາ​ເອງ ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມ​ໝາຍ ພຣະ­ອົງ​ຜູ້​ຊົງ​ໃຫ້​ກຽດ​ແກ່​ເຮົາ​ນັ້ນ​ຄືພຣະ­ບິ­ດາຂອງ​ເຮົາ ຜູ້​ຊຶ່ງ​ພວກ​ທ່ານ​ກ່າວ​ວ່າ ຊົງ​ເປັນພຣະ­ເຈົ້າຂອງ​ພວກ​ທ່ານ. Jesus answered,

55 ພວກ​ທ່ານ​ຍັງ​ບໍ່​ຮູ້­ຈັກ​ພຣະ­ອົງ ແຕ່​ຝ່າຍ​ເຮົາ, ເຮົາ​ຮູ້­ຈັກ​ພຣະ­ອົງ ຖ້າ​ເຮົາ​ເວົ້າ​ວ່າ​ເຮົາ​ບໍ່​ຮູ້­ຈັກ​ພຣະ­ອົງ ເຮົາ​ກໍ​ເປັນ​ຄົນ​ຕົວະ​ເໝືອນ​ພວກ​ທ່ານ ແຕ່​ເຮົາ​ຮູ້­ຈັກ​ພຣະ­ອົງ​ແລະ​ຖື​ຮັກ­ສາ​ພຣະ­ທຳ​ຂອງ​ພຣະ­ອົງ.

56 ອັບ­ຣາ­ຮາມ ພໍ່​ຂອງ​ພວກ​ທ່ານ ມີ​ຄວາມ​ຊົມ­ຊຶ່ນ­ຍິນ­ດີ​ຈະ​ໄດ້​ເຫັນ​ວັນ​ຂອງ​ເຮົາ ເພິ່ນ​ໄດ້​ເຫັນ​ແລ້ວ​ແລະ​ຊົມ­ຊຶ່ນ­ຍິນ­ດີ.”

57 ພວກຢິວທູນ​ພຣະ­ອົງ​ວ່າ, “ອາ­ຍຸ​ຕົວ​ຍັງ​ບໍ່​ເຖິງ​ຫ້າ​ສິບ​ປີ ຕົວ​ໄດ້​ເຫັນອັບ­ຣາ­ຮາມແລ້ວ​ຫລື.”

58 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ກ່ອນອັບ­ຣາ­ຮາມເກີດ ເຮົາ​ນີ້​ກໍ​ເປັນ​ຢູ່​ແລ້ວ.”

59 ເຫດ​ສັນ­ນັ້ນ​ເຂົາ​ຈຶ່ງ​ຈັບ​ກ້ອນ​ຫີນ​ຈະ​ຄວ່າງ​ໃສ່​ພຣະ­ອົງ ແຕ່ພຣະ­ເຢຊູຖືກ​ຊົງ​ບັງ​ໄວ້ ແລ້ວ​ສະ­ເດັດ​ອອກ​ຈາກ​ບໍ­ລິ­ເວນ​ພຣະ­ວິ­ຫານ.

 

9.

1 ເມື່ອພຣະ­ເຢຊູກຳ­ລັງ​ສະ­ເດັດ​ໄປ​ຊົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາ­ບອດ​ແຕ່​ກຳ­ເນີດ.

2 ພວກ​ສາ­ວົກ​ຂອງ​ພຣະ­ອົງ​ທູນ​ຖາມ​ພຣະ­ອົງ​ວ່າ, “ອາ­ຈານ​ເຈົ້າ​ຂ້າ​ເອີຍ, ຜູ້​ໃດ​ໄດ້​ເຮັດ​ຜິດ​ບາບ​ຄົນ​ນີ້​ຫລື​ພໍ່​ແມ່​ຂອງ​ຕົນ ລາວ​ຈຶ່ງ​ເກີດ​ມາ​ຕາ­ບອດ.”

3 ພຣະ­ເຢຊູຊົງ​ຕອບ​ວ່າ, “ບໍ່​ແມ່ນ​ຄົນ​ນີ້​ຫລື​ພໍ່​ແມ່​ຂອງ​ຕົນ​ໄດ້​ເຮັດ​ບາບ ແຕ່​ເກີດ​ມາ​ເພື່ອ​ໃຫ້​ພຣະ­ລາ­ຊະ­ກິດ​ຂອງພຣະ­ເຈົ້າປະ­ກົດ​ໃນ​ຕົວ​ຄົນ​ນີ້.

4 ເມື່ອ​ຍັງ​ເວັນ​ຢູ່​ເຮົາ​ທັງ­ຫລາຍ​ຕ້ອງ​ເຮັດ​ພຣະ­ລາ­ຊະ­ກິດ​ຂອງ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ເວ­ລາ​ກາງ­ຄືນ​ກໍ​ຈະ​ໄດ້​ມາ​ເຖິງ ຄື​ເວ­ລາ​ທີ່​ບໍ່​ມີ​ຜູ້​ໃດ​ອາດ​ເຮັດ​ການ​ໄດ້.

5 ຕາບ­ໃດ​ເຮົາ​ຍັງ​ຢູ່​ໃນ​ໂລກ​ເຮົາ​ກໍ​ເປັນ­ຄວາມ​ສະ­ຫວ່າງ​ຂອງ​ໂລກ.”

6 ເມື່ອ​ຊົງ​ກ່າວ​ດັ່ງ­ນັ້ນ​ແລ້ວ ພຣະ­ອົງ​ຊົງ​ຖົ່ມ­ນ້ຳ­ລາຍ​ລົງ​ດິນ ແລະ​ຊົງ​ເຮັດ​ໃຫ້​ດິນ​ເປັນ​ຕົມ​ດ້ວຍ​ນ້ຳ­ລາຍ​ນັ້ນ ແລ້ວ​ຊົງ​ເອົາ​ຕົມ​ນັ້ນ​ທາ​ຕາ​ຂອງ​ຄົນ​ຕາ­ບອດ,

7 ກັບ​ທັງ​ຊົງ​ກ່າວ​ຕໍ່​ຄົນ​ນັ້ນ​ວ່າ, “ຈົ່ງ​ໄປ​ລ້າງ​ເສຍ​ທີ່​ສະຊີ­ໂລ­ອາມ” (ຊຶ່ງ​ແປ​ວ່າ ໃຊ້​ໄປ) ລາວ​ຈຶ່ງ​ໄປ​ລ້າງ​ແລ້ວ​ກັບ​ມາ​ກໍ​ເຫັນ­ຮຸ່ງ​ໄດ້.

8 ເຫດ​ສັນ­ນັ້ນ​ພວກ​ຄົນ​ໃກ້​ຄຽງ ແລະ​ຄົນ​ທີ່​ເຄີຍ​ເຫັນ​ລາວ​ເປັນ​ຄົນ​ຂໍ­ທານ​ຢູ່​ແຕ່​ກ່ອນ ຈຶ່ງ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ບໍ່​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍ­ທານ​ນັ້ນ​ຫລື.”

9 ບາງ​ຄົນ​ຕອບ​ວ່າ, “ແມ່ນ​ຄົນ​ນັ້ນ​ແຫລະແຕ່​ຄົນ​ອື່ນ​ກໍ​ວ່າ, “ບໍ່​ແມ່ນ​ແຕ່​ລາວ​ເໝືອນ​ຄົນ​ນັ້ນສ່ວນ​ຄົນ​ນັ້ນ​ເອງ​ກໍ​ບອກ​ວ່າ,” ເຮົາ​ນີ້​ແມ່ນ​ຄົນ​ນັ້ນ​ແຫລະ.”

10 ເຂົາ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນ​ຢ່າງ­ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ມືນ​ອອກ​ໄດ້.”

11 ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຊາຍ​ຄົນ​ໜຶ່ງ​ຊື່­ວ່າເຢ­ຊູໄດ້​ເຮັດ​ຂີ້­ຕົມ​ທາ​ຕາ​ຂອງ​ເຮົາ ແລ້ວ​ບອກ​ເຮົາ​ວ່າ ຈົ່ງ​ໄປ​ລ້າງ​ທີ່​ສະຊີ­ໂລ­ອາມເຮົາ​ຈຶ່ງ​ໄປ​ລ້າງ​ແລ້ວ​ກໍ​ໄດ້​ເຫັນ­ຮຸ່ງ​ມາ.”

12 ເຂົາ​ຈຶ່ງ​ຖາມ​ວ່າ, “ຜູ້​ນັ້ນ​ຢູ່​ໃສລາວ​ຕອບ​ວ່າ, “ເຮົາ​ບໍ່​ຮູ້.”

13 ເຂົາ​ຈຶ່ງ​ພາ​ຄົນ​ທີ່​ຕາ­ບອດ​ແຕ່​ກ່ອນ​ນັ້ນ​ໄປ​ຫາ​ພວກຟາ­ຣີ­ຊາຍ.

14 ອັນ​ໜຶ່ງ, ວັນ​ທີ່ພຣະ­ເຢຊູຊົງ​ເຮັດ​ຕົມ​ປືດ​ຕາ​ຄົນ​ນີ້​ແມ່ນ​ວັນຊະ­ບາ­ໂຕ.

15 ເຫດ​ສັນ­ນັ້ນ​ພວກຟາ­ຣີ­ຊາຍຈຶ່ງ​ໄດ້​ຖາມ​ຜູ້​ນັ້ນ​ເໝືອນ​ກັນ​ວ່າ ເຮັດ​ແນວ­ໃດ​ຕົນ​ຈຶ່ງ​ເຫັນ­ຮຸ່ງ​ໄດ້ ສ່ວນ​ຜູ້​ນັ້ນ​ໄດ້​ບອກ​ເຂົາ​ວ່າ, “ເພິ່ນ​ໄດ້​ເອົາ​ຂີ້­ຕົມ​ທາ​ຕາ​ຂອງ​ຂ້າ­ນ້ອຍ ແລ້ວ​ຂ້າ­ນ້ອຍ​ໄດ້​ໄປ​ລ້າງ​ຈຶ່ງ​ເຫັນ­ຮຸ່ງ​ໄດ້.”

16 ເຫດ​ສັນ­ນັ້ນ​ພວກຟາ­ຣີ­ຊາຍລາງ​ຄົນ​ເວົ້າ​ວ່າ, “ຄົນ​ນັ້ນ​ບໍ່​ໄດ້​ມາ​ຈາກພຣະ­ເຈົ້າເພາະ​ເພິ່ນ​ບໍ່​ຖື​ຮັກ­ສາ​ວັນຊະ­ບາ­ໂຕແຕ່​ຄົນ​ອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ໝາຍ​ສຳ­ຄັນ​ແນວ​ນີ້​ໄດ້​ຢ່າງ­ໃດແລະ​ເຂົາ​ກໍ​ແຕກ​ແຍກ​ບໍ່​ຖືກ­ຕ້ອງ​ກັນ.

17 ເຂົາ​ຈຶ່ງ​ຖາມ​ຄົນ​ຕາ­ບອດ​ອີກ​ວ່າ, “ເຈົ້າ​ເດ, ເຈົ້າ​ເວົ້າ​ຢ່າງ­ໃດ​ເລື່ອງ​ຄົນ​ນັ້ນ​ໃນ​ການ​ທີ່​ເພິ່ນ​ໄດ້​ປືດ​ຕາ​ຂອງ​ເຈົ້າຜູ້​ນັ້ນ​ຕອບ​ວ່າ, “ທ່ານ​ເປັນ​ຜູ້​ປະ­ກາດ​ພຣະ­ທຳ.”

18 ຝ່າຍ​ພວກຢິວບໍ່​ເຊື່ອ​ວ່າ ຊາຍ​ຄົນ​ນັ້ນ​ເປັນ­ຕາ​ບອດ​ແລະ​ກັບ​ເຫັນ­ຮຸ່ງ​ໄດ້ ຈົນ​ເຂົາ​ໄດ້​ເອີ້ນ​ພໍ່​ແມ່​ຂອງ​ຜູ້​ນັ້ນ​ມາ,

19 ແລ້ວ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເປັນ​ລູກ​ຂອງ​ໝູ່​ເຈົ້າ​ຫລື ທີ່​ໝູ່​ເຈົ້າ​ເວົ້າ​ວ່າ​ເປັນ­ຕາ​ບອດ​ແຕ່​ກຳ­ເນີດ​ມາ ເປັນ​ຢ່າງ­ໃດ​ດຽວ­ນີ້​ລາວ​ຈຶ່ງ​ເຫັນ​ໄດ້.”

20 ພໍ່​ແມ່​ຂອງ​ຜູ້​ນັ້ນ​ຕອບ​ວ່າ, “ພວກ​ຂ້າ­ນ້ອຍ​ຮູ້​ວ່າ​ຜູ້​ນີ້​ເປັນ​ລູກ​ຂອງ​ຂ້າ­ນ້ອຍ​ແລະ​ຮູ້​ວ່າ​ລາວ​ເປັນ­ຕາ​ບອດ​ແຕ່​ກຳ­ເນີດ.

21 ແຕ່​ທີ່​ລາວ​ເຫັນ­ຮຸ່ງ​ໄດ້​ດຽວ­ນີ້​ນັ້ນ ພວກ​ຂ້າ­ນ້ອຍ​ກໍ​ບໍ່​ຮູ້​ແລະ​ບໍ່​ຮູ້​ວ່າ​ແມ່ນ​ຜູ້​ໃດ​ໄດ້​ປືດ​ຕາ​ຂອງ​ລາວ ຈົ່ງ​ຖາມ​ລາວ​ເອງ ອາ­ຍຸ​ລາວ​ກໍ​ພົ້ນ​ກະ­ສຽນ​ແລ້ວ ລາວ​ຄົງ​ເວົ້າ​ເລື່ອງ​ຕົນ​ເອງ​ໄດ້.”

22 ທີ່​ພໍ່​ແມ່​ຂອງ​ຜູ້​ນັ້ນ​ເວົ້າ​ດັ່ງ­ນີ້​ກໍ​ເພາະ​ເຂົາ​ຢ້ານ​ພວກຢິວ ດ້ວຍ​ວ່າ​ພວກຢິວຕົກ­ລົງ​ກັນ​ແລ້ວ​ວ່າ ຖ້າ​ຜູ້​ໃດ​ຍອມ­ຮັບ​ຜູ້​ນັ້ນ​ເປັນພຣະ­ຄຣິດ ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ໂຮງ​ທຳ​ມະ​ເທດ​ສະ­ໜາ.

23 ເພາະ​ສັນ­ນັ້ນ​ພໍ່​ແມ່​ຂອງ​ລາວ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ຖາມ​ລາວ​ເອງ​ເພາະ​ອາ­ຍຸ​ລາວ​ກໍ​ພົ້ນ​ກະ­ສຽນ​ແລ້ວ.”

24 ເຫດ​ສັນ­ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ຄົນ​ທີ່​ໄດ້​ເປັນ­ຕາ​ບອດ ນັ້ນ​ມາ​ເປັນ​ເທື່ອ​ທີ່​ສອງ ແລະ​ບອກ​ລາວ​ວ່າ, “ຈົ່ງ​ສັນ­ລະ­ເສີນພຣະ­ເຈົ້າ ພວກ​ເຮົາ​ຮູ້​ຢູ່​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ.”

25 ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຄົນ​ບາບ​ຫລື​ບໍ່​ເປັນ​ຂ້າ­ນ້ອຍ​ກໍ​ບໍ່​ຮູ້ ຂ້າ­ນ້ອຍ​ຮູ້​ແຕ່​ສິ່ງ​ດຽວ​ວ່າ ຄື​ແຕ່​ກ່ອນ​ຂ້າ­ນ້ອຍ​ເປັນ­ຕາ​ບອດ ແຕ່​ດຽວ­ນີ້​ຂ້າ­ນ້ອຍ​ເຫັນ​ໄດ້​ແລ້ວ.”

26 ເຂົາ​ຈຶ່ງ​ຖາມ​ລາວ​ອີກ​ວ່າ, “ຜູ້​ນັ້ນ​ໄດ້​ເຮັດ​ຢ່າງ­ໃດ​ໃຫ້​ເຈົ້າ​ແດ່ ແລະ​ໄດ້​ປືດ​ຕາ​ຂອງ​ເຈົ້າ​ຢ່າງ­ໃດ.”

27 ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ຂ້າ­ນ້ອຍ​ໄດ້​ບອກ​ພວກ​ທ່ານ​ແລ້ວ ແລະ​ທ່ານ​ບໍ່​ຟັງ ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ມີ­ໃຈ​ຢາກ​ຟັງ​ອີກ ຢາກ​ເປັນ​ສິດ​ຂອງ​ເພິ່ນ​ເໝືອນ​ກັນ​ຫລື.”

28 ເຂົາ​ຈຶ່ງ​ເຍີ້ຍ​ຄົນ​ນັ້ນ​ວ່າ, “ມຶງ​ນັ້ນ​ແຫລະ, ເປັນ​ສິດ​ຂອງ​ມັນ ແຕ່​ພວກ​ເຮົາ​ນີ້​ເປັນ​ສິດ​ຂອງໂມ­ເຊ.

29 ຝ່າຍ​ພວກ​ເຮົາ​ຮູ້​ຢູ່​ວ່າພຣະ­ເຈົ້າໄດ້​ຊົງ​ກ່າວ​ຕໍ່ໂມ­ເຊ ແຕ່​ຄົນ​ນັ້ນ​ພວກ​ເຮົາ​ບໍ່​ຮູ້​ວ່າ​ມັນ​ມາ​ແຕ່​ໃສ.”

30 ຊາຍ​ນັ້ນ​ຕອບ​ເຂົາ​ວ່າ, “ນີ້​ກໍ​ເປັນ​ໜ້າ​ປະ­ຫລາດ​ແທ້ ທີ່​ພວກ​ທ່ານ​ບໍ່​ຮູ້​ວ່າ​ທ່ານ​ຜູ້​ນັ້ນ​ມາ​ແຕ່​ໃສ, ແຕ່​ເພິ່ນ​ຍັງ​ໄດ້​ປືດ​ຕາ​ຂອງ​ຂ້າ­ນ້ອຍ.

31 ພວກ​ເຮົາ​ຮູ້​ຢູ່​ວ່າພຣະ­ເຈົ້າບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້​ໃດ​ຢຳ​ເກງພຣະ­ເຈົ້າແລະ​ເຮັດ​ໄປ​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ອົງ ພຣະ­ອົງ​ກໍ​ຊົງ​ຟັງ​ຜູ້​ນັ້ນ.

32 ຕັ້ງ­ແຕ່​ເດີມ​ມີ​ໂລກ​ມາ ບໍ່­ຫ່ອນ​ໄດ້​ຍິນ​ວ່າ ມີ​ຜູ້​ໃດ​ໄດ້​ປືດ​ຕາ​ຂອງ​ຄົນ​ທີ່​ເປັນ­ຕາ​ບອດ​ແຕ່​ກຳ­ເນີດ​ໄດ້.

33 ຖ້າ​ທ່ານ​ຜູ້​ນັ້ນ​ບໍ່​ໄດ້​ມາ​ຈາກພຣະ­ເຈົ້າແລ້ວ ກໍ​ບໍ່​ສາ­ມາດ​ຈະ​ເຮັດ​ສິ່ງ​ໃດ​ໄດ້.”

34 ເຂົາ​ໄດ້​ກ່າວ​ຕອບ​ຄົນ​ນັ້ນ​ວ່າ, “ມຶງ​ເກີດ​ມາ​ໃນ​ການ​ບາບ​ທັງ​ນັ້ນ ແລະ​ມຶງ​ຈະ​ມາ​ສອນ​ພວກ​ເຮົາ​ຫລືແລ້ວ​ເຂົາ​ຈຶ່ງ​ໄລ່​ຄົນ​ນັ້ນ​ອອກ​ເສຍ.

35 ພຣະ­ເຢຊູຊົງ​ໄດ້​ຍິນ​ວ່າ​ເຂົາ​ໄດ້​ໄລ່​ຄົນ​ນັ້ນ​ອອກ​ແລ້ວ ແລະ​ເມື່ອ​ພຣະ­ອົງ​ຊົງ​ພົບ​ລາວ​ຈຶ່ງ​ຊົງ​ຖາມ​ລາວ​ວ່າ, “ເຈົ້າ​ໄວ້​ວາງ­ໃຈ​ໃນ​ບຸດ​ມະ­ນຸດ​ຫລື.”

36 ຊາຍ​ຄົນ​ນັ້ນ​ທູນ​ຕອບ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ບຸດ​ມະ­ນຸດ​ນັ້ນ​ຄື​ຜູ້​ໃດ ເພື່ອ​ຂ້າ­ນ້ອຍ​ຈະ​ວາງ­ໃຈ​ໃນ​ເພິ່ນ.”

37 ພຣະ­ເຢຊູຊົງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ໄດ້​ເຫັນ​ເພິ່ນ​ແລ້ວ ຄື​ຜູ້​ນັ້ນ​ແຫລະ, ທີ່​ກຳ­ລັງ​ເວົ້າ​ຢູ່​ກັບ​ເຈົ້າ.”

38 ລາວ​ຈຶ່ງ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ຂ້າ­ນ້ອຍ​ວາງ­ໃຈ​ເຊື່ອ​ແລ້ວລາວ​ຈຶ່ງ​ຂາບ​ລົງ​ໄຫວ້​ພຣະ­ອົງ.

39 ພຣະ­ເຢຊູຊົງ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ສຳ­ລັບ​ການ​ພິ­ພາກ­ສາ ເພື່ອ​ຄົນ​ທັງ­ຫລາຍ​ທີ່​ບໍ່​ເຫັນ​ຈະ​ໄດ້​ເຫັນ ແລະ​ເພື່ອ​ຄົນ​ທັງ­ຫລາຍ​ທີ່​ເຫັນ​ແລ້ວ​ຈະ​ກາຍ­ເປັນ​ຕາ­ບອດ.”

40 ແລະ​ເມື່ອ​ພວກຟາ­ຣີ­ຊາຍບາງ​ຄົນ​ທີ່­ຢູ່​ໃກ້​ພຣະ­ອົງ​ໄດ້​ຍິນ​ດັ່ງ­ນັ້ນ ຈຶ່ງ​ທູນ​ຖາມ​ວ່າ, “ຝ່າຍ​ພວກ​ເຮົາ​ເດ, ກໍ​ເປັນ­ຕາ​ບອດ​ເໝືອນ​ກັນ​ຫລື.”

41 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ຖ້າ​ພວກ​ທ່ານ​ເປັນ​ຄົນ​ຕາ­ບອດ​ພວກ​ທ່ານ​ຈະ​ບໍ່​ມີ​ຄວາມ​ຜິດ​ບາບ ແຕ່​ບັດ​ນີ້​ພວກ​ທ່ານ​ເວົ້າ​ວ່າ ເຮົາ​ເຫັນ​ຢູ່ເຫດ​ສັນ­ນັ້ນ​ຄວາມ​ຜິດ​ບາບ​ຂອງ​ພວກ​ທ່ານ​ຈຶ່ງ​ຍັງ​ມີ​ຢູ່.”

 

10.

1 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຜູ້​ທີ່​ບໍ່​ໄດ້​ເຂົ້າ​ໄປ​ໃນ​ຄອກ​ແກະ​ທາງ​ປະ­ຕູ ແຕ່​ປີນ​ເຂົ້າ​ໄປ​ທາງ​ອື່ນ ຜູ້​ນັ້ນ​ກໍ​ເປັນ​ຂະ­ໂມຍ​ແລະ​ໂຈນ.

2 ແຕ່​ຜູ້​ທີ່​ເຂົ້າ​ທາງ​ປະ­ຕູ​ກໍ​ເປັນ​ຜູ້​ລ້ຽງ​ແກະ.

3 ນາຍ​ປະ­ຕູ​ກໍ​ໄຂ​ປະ­ຕູ​ໃຫ້​ແກ່​ຜູ້​ນັ້ນ ແລະ​ຝູງ​ແກະ​ກໍ​ຍອມ​ຟັງ­ສຽງ​ຂອງ​ເພິ່ນ ແລະ​ເພິ່ນ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ແລະ​ພາ​ເຂົາ​ອອກ​ໄປ.

4 ເມື່ອ​ເພິ່ນ​ໃຫ້​ແກະ​ຂອງ​ຕົນ​ອອກ​ໄປ​ໝົດ​ແລ້ວ ເພິ່ນ​ກໍ​ນຳ​ໜ້າ​ເຂົາ​ໄປ ແລະ​ຝູງ​ແກະ​ກໍ​ຕາມ​ເພິ່ນ​ໄປ​ເພາະ​ເຂົາ​ຮູ້­ຈັກ​ສຽງ​ຂອງ​ເພິ່ນ.

5 ສ່ວນ​ຄົນ​ຕ່າງ​ໜ້າ, ຝູງ​ແກະ​ຈະ​ບໍ່​ຕາມ​ໄປ ມີ​ແຕ່​ຈະ​ໜີ​ຈາກ​ຄົນ​ນັ້ນ​ເພາະ​ເຂົາ​ບໍ່​ຮູ້­ຈັກ​ສຽງ​ຂອງ​ຄົນ​ຕ່າງ​ໜ້າ​ນັ້ນ.”

6 ຄຳ​ປຽບ­ທຽບ​ນີ້ພຣະ­ເຢຊູຊົງ​ກ່າວ​ຕໍ່​ເຂົາ ແຕ່​ເຂົາ​ບໍ່​ໄດ້​ເຂົ້າ­ໃຈ​ວ່າ ຄຳ​ທີ່​ພຣະ­ອົງ​ຊົງ​ກ່າວ​ນັ້ນ​ມີ​ຄວາມ​ໝາຍ​ຢ່າງ­ໃດ.

7 ພຣະ­ເຢຊູຊົງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ເຮົາ​ນີ້​ແຫລະ, ເປັນ​ປະ­ຕູ​ຂອງ​ແກະ​ທັງ­ຫລາຍ.

8 ບັນ­ດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ​ກໍ​ເປັນ​ຂະ­ໂມຍ​ແລະ​ໂຈນ ແຕ່​ຝູງ​ແກະ​ບໍ່​ໄດ້​ຟັງ​ເຂົາ.

9 ເຮົາ​ນີ້​ແຫລະ, ເປັນ​ປະ­ຕູ ຖ້າ​ຜູ້​ໃດ​ເຂົ້າ​ທາງ​ເຮົາ​ຜູ້​ນັ້ນ​ຈະ​ພົ້ນ ແລ້ວ​ຈະ​ເຂົ້າ​ອອກ​ທັງ​ຈະ​ພົບ​ອາ­ຫານ.

10 ຂະ­ໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ, ຈະ​ຂ້າ, ແລະ​ທຳ­ລາຍ​ເທົ່າ​ນັ້ນ ຝ່າຍ​ເຮົາ​ໄດ້​ມາ​ເພື່ອ​ເຂົາ​ຈະ​ໄດ້​ຊີ­ວິດ ແລະ​ຈະ​ໄດ້​ຢ່າງ​ຄົບ​ບໍ­ລິ­ບູນ.

11 ເຮົາ​ນີ້​ແຫລະ, ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ ຜູ້​ລ້ຽງ​ທີ່​ດີ​ນັ້ນ​ຍ່ອມ​ສະ­ຫລະ​ຊີ­ວິດ​ຂອງ​ຕົນ​ເພື່ອ​ຝູງ​ແກະ.

12 ຜູ້​ທີ່​ຮັບ­ຈ້າງ​ບໍ່​ເປັນ​ຜູ້​ລ້ຽງ​ແກະ​ແລະ​ຝູງ​ແກະ​ບໍ່​ແມ່ນ​ຂອງ​ຕົນ ເມື່ອ​ເຫັນ​ໝາ­ໄນ​ມາ​ຜູ້​ນັ້ນ​ກໍ​ປະ​ຖິ້ມ​ຝູງ​ແກະ​ປົບ​ໜີ​ໄປ ໝາ­ໄນ​ກໍ​ຄາບ​ຍາດ​ເອົາ​ແກະ​ໄປ​ເສຍ ແລະ​ເຮັດ​ໃຫ້​ຝູງ​ແກະ​ແຕກ​ຊະ​ກັນ​ໄປ.

13 ຄົນ​ນັ້ນ​ໜີ​ກໍ​ເພາະ​ເປັນ​ຜູ້​ຮັບ­ຈ້າງ ແລະ​ບໍ່​ເປັນ​ຫ່ວງ​ນຳ​ຝູງ​ແກະ.

14 ເຮົາ​ນີ້​ແຫລະ, ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້­ຈັກ​ແກະ​ຂອງ​ເຮົາ ແລະ​ແກະ​ຂອງ​ເຮົາ​ກໍ​ຮູ້­ຈັກ​ເຮົາ,

15 ເໝືອນ​ດັ່ງພຣະ­ບິ­ດາຊົງ​ຮູ້­ຈັກ​ເຮົາ ແລະ​ເຮົາ​ຮູ້­ຈັກພຣະ­ບິ­ດາ ແລະ​ຊີ­ວິດ​ຂອງ​ເຮົາ ເຮົາ​ກໍ​ສະ­ຫລະ​ເພື່ອ​ແກະ.

16 ແກະ​ອື່ນ​ອີກ​ທີ່​ບໍ່​ແມ່ນ​ແຕ່​ຄອກ​ນີ້​ເຮົາ​ກໍ​ມີ​ຢູ່ ແກະ​ເຫລົ່າ­ນັ້ນ​ເຮົາ​ຕ້ອງ​ພາ​ມາ​ເໝືອນ​ກັນ ແລະ​ເຂົາ​ຈະ​ຟັງ­ສຽງ​ຂອງ​ເຮົາ ແລ້ວ​ຈະ​ຮ່ວມ​ເປັນ​ຝູງ​ດຽວ ແລະ​ມີ​ຜູ້​ລ້ຽງ​ພຽງ​ຜູ້​ດຽວ.

17 ດ້ວຍ​ເຫດ​ນີ້ພຣະ­ບິ­ດາຈຶ່ງ​ຊົງ​ຮັກ​ເຮົາ ເພາະ​ເຮົາ​ສະ­ຫລະ​ຊີ­ວິດ​ຂອງ​ເຮົາ​ເພື່ອ​ຈະ​ຮັບ​ຊີ­ວິດ​ນັ້ນ​ຄືນ​ອີກ.

18 ບໍ່​ມີ​ຜູ້​ໃດ​ຍາດ​ເອົາ​ຊີ­ວິດ​ໄປ​ຈາກ​ເຮົາ ແຕ່​ເຮົາ​ສະ­ຫລະ​ຊີ­ວິດ​ດ້ວຍ​ໃຈ​ສະ­ໝັກ​ຂອງ​ເຮົາ​ເອງ ເຮົາ​ມີ​ສິດ​ທີ່​ຈະ​ສະ­ຫລະ​ຊີ­ວິດ​ນັ້ນ​ແລະ​ມີ​ສິດ​ທີ່​ຈະ​ຮັບ​ຄືນ​ອີກ ຄຳ​ສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກພຣະ­ບິ­ດາຂອງ​ເຮົາ.”

19 ເພາະ​ດ້ວຍ​ຂໍ້­ຄວາມ​ນີ້​ພວກຢິວຈຶ່ງ​ເກີດ​ແຕກ​ແຍກ​ບໍ່​ຖືກ­ຕ້ອງ​ກັນ​ອີກ.

20 ມີ​ຫລາຍ​ຄົນ​ໃນ​ພວກ​ນັ້ນ​ເວົ້າ​ວ່າ, “ມັນ​ມີ​ຜິ​ສິງ​ຢູ່​ແລະ​ເປັນ​ບ້າ​ແລ້ວ ຟັງ​ມັນ​ເຮັດ​ຫຍັງ.”

21 ພວກ​ອື່ນ​ກໍ​ເວົ້າ​ວ່າ, “ຄຳ​ນີ້​ບໍ່​ແມ່ນ​ຄຳ​ເວົ້າ​ຂອງ​ຄົນ​ທີ່​ມີ​ຜີ​ສິງ ຜີ​ຈະ​ປືດ​ຕາ​ຂອງ​ຄົນ​ຕາ­ບອດ​ໄດ້​ຫລື.”

22 ເວ­ລາ​ນັ້ນ​ເປັນ​ເທດ­ສະ­ການ​ສະ­ຫລອງ​ພຣະ­ວິ­ຫານ​ໃນ​ກຸງເຢ­ຣູ­ຊາ­ເລັມ.

23 ເປັນ​ລະ­ດູ​ໜາວ ສ່ວນພຣະ­ເຢຊູກຳ­ລັງ​ສະ­ເດັດ​ໄປ​ມາ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ທີ່​ລະ­ບຽງ​ຂອງໂຊ­ໂລ­ໂມນ.

24 ພວກຢິວກໍ​ພາ­ກັນ​ມາ​ລ້ອມ​ພຣະ­ອົງ​ແລ້ວ​ທູນ​ວ່າ, “ຈະ​ໃຫ້​ພວກ​ເຮົາ​ສົງ​ໃສ​ຢູ່​ເຫິງ​ປານ­ໃດ ຖ້າ​ທ່ານ​ເປັນພຣະ­ຄຣິດຈົ່ງ​ບອກ​ໃຫ້​ພວກ​ເຮົາ​ຮູ້​ຄັກ​ເສຍ.”

25 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເຮົາ​ໄດ້​ບອກ​ທ່ານ​ທັງ­ຫລາຍ​ແລ້ວ ແລະ​ພວກ​ທ່ານ​ບໍ່​ເຊື່ອ ກິດ­ຈະ­ການ​ທີ່​ເຮົາ​ນີ້​ໄດ້​ເຮັດ​ໃນ​ພຣະ­ນາມພຣະ­ບິ­ດາຂອງ​ເຮົາ​ກໍ​ເປັນ​ພະ­ຍານ​ຝ່າຍ​ເຮົາ.

26 ແຕ່​ພວກ​ທ່ານ​ບໍ່​ເຊື່ອ​ເພາະ​ພວກ​ທ່ານ​ບໍ່​ເປັນ​ແຕ່​ຝູງ​ແກະ​ຂອງ​ເຮົາ.

27 ແກະ​ຂອງ​ເຮົາ​ກໍ​ຟັງ­ສຽງ​ຂອງ​ເຮົາ ແລະ​ເຮົາ​ກໍ​ຮູ້­ຈັກ​ຝູງ​ແກະ​ນັ້ນ​ແລະ​ເຂົາ​ຕາມ​ເຮົາ​ໄປ.

28 ຝ່າຍ​ເຮົາ​ກໍ​ປະ­ທານ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ​ໃຫ້​ແກ່​ແກະ​ນັ້ນ ແລະ​ເຂົາ​ຈະ​ບໍ່​ຈິບ­ຫາຍ​ຈັກ​ເທື່ອ ບໍ່​ມີ​ຜູ້​ໃດ​ຈະ​ຍາດ​ເຂົາ​ອອກ​ຈາກ​ມື​ຂອງ​ເຮົາ​ໄດ້.

29 ອັນ​ທີ່ພຣະ­ບິ­ດາຂອງ​ເຮົາ​ໄດ້​ຊົງ​ປະ­ທານ​ໃຫ້​ເຮົາ​ນັ້ນ​ກໍ​ໃຫຍ່​ກວ່າ​ສັບ­ພະ​ທຸກ​ສິ່ງ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ອາດ​ຍາດ​ອັນ​ນັ້ນ​ອອກ​ຈາກ​ພຣະ­ຫັດພຣະ­ບິ­ດາຂອງ​ເຮົາ​ໄດ້.

30 ເຮົາ​ກັບພຣະ­ບິ­ດາກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”

31 ພວກຢິວກໍ​ຍົກ​ເອົາ​ກ້ອນ​ຫີນ​ມາ​ອີກ​ຈະ​ຄວ່າງ​ໃສ່​ພຣະ­ອົງ.

32 ພຣະ­ເຢຊູຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ໄດ້​ສະ­ແດງ​ໃຫ້​ທ່ານ​ທັງ­ຫລາຍ​ເຫັນ​ການ​ດີ​ຫລາຍ​ປະ­ການ​ທີ່​ມາ​ຈາກພຣະ­ບິ­ດາຂອງ​ເຮົາ ເພາະ​ເຫດ​ຂໍ້​ໃດ​ໃນ​ການ​ດີ​ທັງ­ຫລາຍ​ນັ້ນ​ພວກ​ທ່ານ​ຈຶ່ງ​ຈະ​ຄວ່າງ​ກ້ອນ​ຫີນ​ໃສ່​ເຮົາ.”

33 ພວກຢິວທູນ​ພຣະ­ອົງ​ວ່າ, “ທີ່​ພວກ​ເຮົາ​ຈະ​ຄວ່າງ​ກ້ອນ​ຫີນ​ໃສ່​ເຈົ້າ​ນັ້ນ​ບໍ່​ແມ່ນ​ຍ້ອນ​ການ​ດີ ແຕ່​ເພາະ​ຄວາມ​ໝິ່ນ­ປະ­ໝາດພຣະ­ເຈົ້າ ເພາະ​ເຈົ້າ​ເປັນ​ພຽງ​ມະ­ນຸດ​ແຕ່​ຕັ້ງ​ຕົວ​ເປັນພຣະ­ເຈົ້າ.”

34 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ໃນ​ພຣະ­ບັນ­ຍັດ​ຂອງ​ທ່ານ​ທັງ­ຫລາຍ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ບໍ່​ແມ່ນ​ຫລື​ວ່າ ຝ່າຍ​ເຮົາ​ໄດ້​ກ່າວ​ວ່າ ທ່ານ​ທັງ­ຫລາຍ​ເປັນ​ພະ.’

35 ຖ້າ​ພຣະ­ອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະ­ທຳ​ຂອງພຣະ­ເຈົ້າວ່າ ເຂົາ​ເປັນ​ພະ (ພຣະ­ຄຳ​ພີ​ນັ້ນ​ຈະ​ຖືກ​ລົບ​ລ້າງ​ເສຍ​ບໍ່​ໄດ້.)

36 ທ່ານ​ທັງ­ຫລາຍ​ຈະ​ກ່າວ​ຫາ​ທ່ານ ຜູ້​ທີ່ພຣະ­ບິ­ດາຊົງ​ຕັ້ງ​ໄວ້​ແລະ​ຊົງ​ໃຊ້​ເຂົ້າ​ມາ​ໃນ​ໂລກ​ວ່າ ເຈົ້າ​ກ່າວ​ຄຳ​ໝິ່ນ­ປະ­ໝາດພຣະ­ເຈົ້າເພາະ​ເຮົາ​ໄດ້​ກ່າວ​ວ່າ ເຮົາ​ເປັນ​ບຸດ​ຂອງພຣະ­ເຈົ້າຢ່າງ​ນັ້ນ​ຫລື.

37 ຖ້າ​ເຮົາ​ບໍ່​ເຮັດ​ພຣະ­ລາ­ຊະ­ກິດພຣະ­ບິ­ດາຂອງ​ເຮົາ​ກໍ​ຢ່າ​ໄດ້​ເຊື່ອ​ເຮົາ.

38 ແຕ່​ຖ້າ​ເຮົາ​ເຮັດ​ພຣະ­ລາ­ຊະ­ກິດ​ນັ້ນ ເຖິງ​ວ່າ​ທ່ານ​ທັງ­ຫລາຍ​ບໍ່​ເຊື່ອ​ເຮົາ​ກໍ​ຈົ່ງ​ເຊື່ອ​ພຣະ­ລາ­ຊະ­ກິດ​ນັ້ນ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ແລະ​ເຂົ້າ­ໃຈ​ວ່າ ພຣະ­ບິ­ດາຊົງ​ຢູ່​ໃນ​ເຮົາ​ແລະ​ເຮົາ​ຢູ່​ໃນພຣະ­ບິ­ດາ.”

39 ເຫດ​ສັນ​ນີ້​ເຂົາ​ຈຶ່ງ​ພະ­ຍາ­ຍາມ​ຈັບ​ພຣະ­ອົງ​ອີກ ແຕ່​ພຣະ­ອົງ​ກໍ​ສະ­ເດັດ​ໜີ​ພົ້ນ​ຈາກ​ມື​ຂອງ​ເຂົາ​ໄປ​ໄດ້.

40 ແລ້ວ​ພຣະ­ອົງ​ໄດ້​ສະ­ເດັດ​ຂ້າມ​ແມ່­ນ້ຳຢໍ­ແດນອີກ ໄປ​ເຖິງ​ບ່ອນໂຢ­ຮັນໃຫ້​ຮັບ​ບັບ­ຕິ­ສະ­ມາ​ແຕ່​ກ່ອນ​ນັ້ນ ແລະ​ພຣະ­ອົງ​ກໍ​ປະ­ທັບ​ຢູ່​ທີ່​ນັ້ນ.

41 ມີ​ຫລາຍ​ຄົນ​ໄດ້​ພາ­ກັນ​ມາ​ຫາ​ພຣະ­ອົງ​ແລະ​ກ່າວ​ວ່າ, “ໂຢ­ຮັນບໍ່​ໄດ້​ເຮັດ​ໝາຍ​ສຳ­ຄັນ​ຈັກ­ຢ່າງ ແຕ່​ທຸກ​ສິ່ງ​ທີ່ໂຢ­ຮັນກ່າວ​ເຖິງ​ທ່ານ​ຜູ້​ນີ້​ກໍ​ເປັນ­ຄວາມ​ຈິງ​ທັງ​ໝົດ.”

42 ໃນ​ທີ່​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ­ອົງ.

 

11.

1 ມີ​ຊາຍ​ຄົນ​ໜຶ່ງ​ຊື່ລາ­ຊະ­ໂຣກຳ­ລັງ​ປ່ວຍ​ຢູ່​ທີ່​ບ້ານເບັດ­ທາ­ນີ ຄື​ບ້ານ​ຂອງ​ນາງມາ­ຣິ­ອາ ແລະມາ­ທາສອງ​ເອື້ອຍ​ນ້ອງ.

2 ແມ່ນ​ນາງມາ­ຣິ­ອາຜູ້​ນີ້​ທີ່​ໄດ້​ເອົາ​ນ້ຳ­ມັນ​ຫອມ​ສົງ​ອົງພຣະ­ຜູ້­ເປັນ­ເຈົ້າ ແລະ​ໃຊ້​ຜົມ​ຂອງ​ຕົນ​ເຊັດ​ພຣະ­ບາດ​ຂອງ​ພຣະ­ອົງ ລາ­ຊະ­ໂຣຜູ້​ທີ່​ປ່ວຍ​ຜູ້​ນັ້ນ​ກໍ​ເປັນ​ນ້ອງ​ຊາຍ​ຂອງ​ຍິງ​ຜູ້​ນີ້.

3 ເອື້ອຍ​ທັງ​ສອງ​ໄດ້​ໃຊ້​ຄົນ​ໄປ​ເຝົ້າພຣະ­ເຢຊູທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ເບິ່ງ​ແມ ຜູ້​ທີ່​ທ່ານ​ຮັກ­ແພງ​ນັ້ນ ກໍ​ກຳ­ລັງ​ປ່ວຍ​ຢູ່.”

4 ເມື່ອພຣະ­ເຢຊູຊົງ​ໄດ້​ຍິນ​ດັ່ງ­ນັ້ນ​ແລ້ວ​ກໍ​ຊົງ​ກ່າວ​ວ່າ, “ການ​ປ່ວຍ​ນີ້​ບໍ່​ເຖິງ​ແກ່​ຄວາມ​ຕາຍ​ດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ກຽດ­ຕິ­ຍົດ​ຂອງພຣະ­ເຈົ້າ ເພື່ອ​ໃຫ້ພຣະ­ບຸດຂອງ ພຣະ­ເຈົ້າຊົງ​ໄດ້​ຮັບ​ກຽດ­ຕິ­ຍົດ​ເພາະ​ການ​ປ່ວຍ​ນີ້.”

5 ສ່ວນພຣະ­ເຢຊູກໍ​ຊົງ​ຮັກມາ­ທາ ແລະ​ນ້ອງ​ສາວ​ຂອງ​ນາງ​ກັບລາ­ຊະ­ໂຣ.

6 ຄັນ​ພຣະ­ອົງ​ຊົງ​ໄດ້​ຍິນ​ວ່າລາ­ຊະ­ໂຣປ່ວຍ​ຢູ່ ພຣະ­ອົງ​ຈຶ່ງ​ຊົງ​ພັກ​ຢູ່​ໃນ​ບ່ອນ​ພຣະ­ອົງ​ຊົງ​ຢູ່​ນັ້ນ​ອີກ​ສອງ​ວັນ.

7 ຫລັງ​ຈາກ​ນັ້ນ ພຣະ­ອົງ​ຊົງ​ກ່າວ​ກັບ​ພວກ​ສາ­ວົກ​ວ່າ, “ພວກ​ເຮົາ​ພາ­ກັນ​ເຂົ້າ​ໄປ​ໃນ​ແຂວງຢູ­ດາຍອີກ​ເທາະ.”

8 ພວກ​ສາ­ວົກ​ໄດ້​ທູນ​ພຣະ­ອົງ​ວ່າ, “ອາ­ຈານ​ເຈົ້າ​ຂ້າ​ເອີຍ, ເມື່ອ​ບໍ່​ເຫິງ​ນີ້​ພວກຢິວຫາ​ໂອ­ກາດ​ເອົາ​ຫີນ​ຄວ່າງ​ໃສ່​ທ່ານ​ໃຫ້​ຕາຍ ແລ້ວ​ທ່ານ​ຍັງ​ຈະ​ກັບ​ໄປ​ທີ່​ນັ້ນ​ອີກ​ຫລື.”

9 ພຣະ­ເຢຊູຊົງ​ຕອບ​ວ່າ, “ວັນ​ໜຶ່ງ​ມີ​ສິບ​ສອງ​ຊົ່ວ­ໂມງ​ບໍ່​ແມ່ນ​ຫລື ຖ້າ​ຄົນ​ໃດ​ຫາກ​ຍ່າງ​ໄປ​ໃນ​ເວ­ລາ​ກາງ­ເວັນ​ກໍ​ຈະ​ບໍ່​ຊູນ​ສະ­ດຸດ ເພາະ­ວ່າ​ເພິ່ນ​ເຫັນ​ຄວາມ​ສະ­ຫວ່າງ​ຂອງ​ໂລກ​ນີ້.

10 ແຕ່​ຖ້າ​ຜູ້​ໃດ​ຫາກ​ຍ່າງ​ໄປ​ໃນ​ເວ­ລາ​ກາງ­ຄືນ​ກໍ​ຈະ​ຊູນ​ສະ­ດຸດ ເພາະ­ວ່າ​ເພິ່ນ​ບໍ່​ມີ​ຄວາມ​ສະ­ຫວ່າງ​ໃນ​ຕົວ.”

11 ເມື່ອ​ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນີ້​ແລ້ວ​ກໍ​ຊົງ​ບອກ​ພວກ​ສາ­ວົກ​ວ່າ, “ລາ­ຊະ­ໂຣເພື່ອນ​ຂອງ​ເຮົາ​ກໍ​ຫລັບ​ໄປ​ແລ້ວ ແຕ່​ເຮົາ​ໄປ​ເພື່ອ​ຈະ​ປຸກ​ລາວ​ໃຫ້​ຕື່ນ.”

12 ພວກ​ສາ­ວົກ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ຜູ້​ປ່ວຍ​ນອນ​ຫລັບ ລາວ​ກໍ​ຄົງ​ຈະ​ດີ​ປ່ວຍ.”

13 ສ່ວນພຣະ­ເຢຊູກໍ​ໄດ້​ຊົງ​ກ່າວ​ເຖິງ​ການ​ຕາຍ​ຂອງລາ­ຊະ­ໂຣ ແຕ່​ພວກ​ສາ­ວົກ​ຄຶດ​ວ່າ​ພຣະ­ອົງ​ຊົງ​ກ່າວ​ເຖິງ​ການ​ນອນ​ຫລັບ​ໃຫ້​ຫາຍ​ເມື່ອຍ.

14 ເຫດ​ສັນ​ນີ້ພຣະ­ເຢຊູຈຶ່ງ​ຊົງ​ບອກ​ເຂົາ​ໂດຍ​ແຈ່ມ​ແຈ້ງ­ວ່າ, “ລາ­ຊະ­ໂຣຕາຍ​ແລ້ວ.

15 ເຮົາ​ຍິນ­ດີ​ທີ່​ເຮົາ​ບໍ່​ໄດ້​ຢູ່​ທີ່​ນັ້ນ​ເພາະ​ເຫັນ­ແກ່​ທ່ານ​ທັງ­ຫລາຍ ເພື່ອ​ທ່ານ​ທັງ­ຫລາຍ​ຈະ​ໄດ້​ເຊື່ອ ພວກ​ເຮົາ​ພາ­ກັນ​ໄປ​ຫາ​ລາວ​ເທາະ.”

16 ໂທ­ມາທີ່​ເອີ້ນ​ວ່າ​ແຝດ ໄດ້​ເວົ້າ​ກັບ​ເພື່ອນ​ສາ­ວົກ​ວ່າ, “ພວກ​ເຮົາ​ພາ­ກັນ​ໄປ​ເໝືອນ​ກັນ ເພື່ອ​ຈະ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະ­ອົງ.”

17 ເມື່ອພຣະ­ເຢຊູສະ­ເດັດ​ມາ​ເຖິງ​ກໍ​ຊົງ​ເຫັນ​ວ່າ ລາ­ຊະ­ໂຣຢູ່​ໃນ​ອຸບ​ໂມງ​ຝັງ​ສົບ​ໄດ້​ສີ່​ວັນ​ແລ້ວ.

18 ອັນ​ໜຶ່ງ, ບ້ານເບັດ­ທາ­ນີນັ້ນ​ຢູ່​ໄກ​ຈາກ​ກຸງເຢ­ຣູ­ຊາ­ເລັມປະ­ມານ​ພັນ​ຫ້າ​ຮ້ອຍ​ວາ.

19 ພວກຢິວຫລາຍ​ຄົນ​ໄດ້​ມາ​ຫາ​ນາງມາ­ທາແລະມາ­ຣິ­ອາ ເພື່ອ​ເລົ້າ​ໂລມ​ໃຈ​ເຂົາ​ເນື່ອງ​ດ້ວຍ​ນ້ອງ​ຊາຍ​ຂອງ​ເຂົາ.

20 ເມື່ອມາ­ທາໄດ້​ຍິນ​ວ່າພຣະ­ເຢຊູກຳ­ລັງ​ສະ­ເດັດ​ມາ ນາງ​ກໍ​ອອກ​ໄປ​ຕ້ອນ­ຮັບ​ພຣະ­ອົງ ແຕ່​ສ່ວນມາ­ຣິ­ອານັ້ນ​ນັ່ງ​ຢູ່​ໃນ​ເຮືອນ.

21 ນາງມາ­ທາທູນພຣະ­ເຢຊູວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າ­ນ້ອຍ​ກໍ​ຄົງ​ບໍ່​ຕາຍ.

22 ແຕ່​ບັດ​ນີ້​ກໍ​ດີ, ຂ້າ­ນ້ອຍ​ຊາບ​ວ່າ ສິ່ງ​ໃດໆ ທີ່​ທ່ານ​ຈະ​ທູນ​ຂໍ​ຈາກພຣະ­ເຈົ້າ ພຣະ­ເຈົ້າຈະ​ຊົງ​ໂຜດ​ປະ­ທານ​ແກ່​ທ່ານ.”

23 ພຣະ­ເຢຊູຊົງ​ກ່າວ​ຕໍ່​ນາງ​ວ່າ, “ນ້ອງ​ຊາຍ​ຂອງ​ເຈົ້າ​ຈະ​ຄືນ​ມາ​ອີກ.”

24 ນາງມາ­ທາທູນ​ວ່າ, “ຂ້າ­ນ້ອຍ​ກໍ​ຊາບ​ແລ້ວ​ວ່າ ລາວ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ເວ­ລາ​ຄືນ​ມາ ເມື່ອ​ວັນ​ສຸດ​ທ້າຍ​ນັ້ນ.”

25 ພຣະ­ເຢຊູຊົງ​ກ່າວ​ຕໍ່​ນາງ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີ­ວິດ ຜູ້​ທີ່​ວາງ­ໃຈ​ເຊື່ອ​ຢູ່​ໃນ​ເຮົາ ເຖິງ​ແມ່ນ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຍັງ​ຈະ​ມີ​ຊີ­ວິດ​ຢູ່.

26 ແລະ​ທຸກ​ຄົນ​ທີ່​ຍັງ​ມີ​ຊີ­ວິດ​ຢູ່​ແລະ​ວາງ­ໃຈ​ເຊື່ອ​ຢູ່​ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກ​ເທື່ອ ເຈົ້າ​ເຊື່ອ​ຂໍ້​ນີ້​ຫລື.”

27 ມາ­ທາ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ເຊື່ອ​ຢູ່​ແລ້ວ, ນາຍ​ເຈົ້າ​ເອີຍ ຂ້າ­ນ້ອຍ​ເຊື່ອ​ແລ້ວ​ວ່າ​ທ່ານ​ເປັນພຣະ­ຄຣິດ ຄືພຣະ­ບຸດຂອງພຣະ­ເຈົ້າທີ່​ຕ້ອງ​ສະ­ເດັດ​ມາ​ໃນ​ໂລກ.” She saith unto him, Yea, Lord:

28 ເມື່ອ​ທູນ​ດັ່ງ­ນັ້ນ​ແລ້ວ​ນາງ​ຈຶ່ງ​ກັບ​ໄປ​ເອີ້ນມາ­ຣິ­ອານ້ອງ​ສາວ​ຂອງ​ຕົນ​ໂດຍ​ເວົ້າ​ຄ່ອຍໆ ວ່າ, “ອາ­ຈານ​ມາ​ແລ້ວ​ແລະ​ເອີ້ນ​ຫາ​ເຈົ້າ.”

29 ຄັນມາ­ຣິ­ອາໄດ້​ຍິນ​ແລ້ວ​ນາງ​ກໍ​ລຸກ­ຂຶ້ນ​ໂລດ​ໄປ​ເຝົ້າ​ພຣະ­ອົງ.

30 ສ່ວນພຣະ­ເຢຊູບໍ່​ໄດ້​ສະ­ເດັດ​ເຂົ້າ​ໄປ​ໃນ​ບ້ານ ແຕ່​ຍັງ​ປະ­ທັບ​ຢູ່​ບ່ອນ​ທີ່ມາ­ທາໄດ້​ພົບ​ພຣະ­ອົງ​ນັ້ນ.

31 ເມື່ອ​ພວກຢິວທີ່­ຢູ່​ໃນ​ເຮືອນ​ກັບມາ­ຣິ­ອາກຳ­ລັງ​ເລົ້າ​ໂລມ​ລາວ​ຢູ່ ໄດ້​ເຫັນມາ­ຣິ­ອາຟ້າວ​ລຸກ­ຂຶ້ນ​ອອກ​ໄປ ເຂົາ​ຈຶ່ງ​ຕາມ​ໄປ​ນຶກ​ວ່າ​ນາງ​ຈະ​ໄປ​ຍັງ​ອຸບ​ໂມງ​ເພື່ອ​ຮ້ອງ­ໄຫ້​ຢູ່​ທີ່​ນັ້ນ.

32 ຄັນ​ນາງ​ມາ​ເຖິງ​ບ່ອນ​ທີ່ພຣະ­ເຢຊູປະ­ທັບ​ຢູ່​ແລະ​ເຫັນ​ພຣະ­ອົງ​ແລ້ວ ຈຶ່ງ​ຂາບ​ລົງ​ທີ່​ພຣະ­ບາດ​ຂອງ​ພຣະ­ອົງ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າ­ນ້ອຍ​ກໍ​ຄົງ​ບໍ່​ຕາຍ.”

33 ເມື່ອພຣະ­ເຢຊູຊົງ​ເຫັນ​ນາງ​ຮ້ອງ­ໄຫ້ ແລະ​ພວກຢິວທີ່​ມາ​ກັບ​ນາງ​ກຳ­ລັງ​ຮ້ອງ­ໄຫ້​ເໝືອນ​ກັນ ພຣະ­ອົງ​ຊົງ​ວຸ້ນ­ວາຍ​ແລະ​ຊົງ​ສະ­ເທືອນ​ພຣະ­ໄທ.

34 ພຣະ­ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ໄດ້​ເອົາ​ສົບ​ໄປ​ໄວ້​ທີ່​ໃດເຂົາ​ທູນ​ຕອບ​ວ່າ, “ນາຍ​ເຈົ້າ​ເອີຍ, ເຊີນ​ມາ​ເບິ່ງ​ແມ.”

35 ສ່ວນພຣະ­ເຢຊູຊົງ​ພຣະ­ກັນ​ແສງ.

36 ພວກຢິວຈຶ່ງ​ເວົ້າ​ກັນ​ວ່າ, “ເບິ່ງ­ດູ, ເພິ່ນ​ຮັກ​ລາວ​ພຽງ​ໃດ​ໜໍ.”

37 ແຕ່​ລາງ​ຄົນ​ເວົ້າ​ວ່າ, “ຜູ້​ນີ້​ໄດ້​ປືດ​ຕາ​ຂອງ​ຄົນ​ຕາ­ບອດ​ນັ້ນ ແລ້ວ​ຈະ​ເຮັດ​ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່​ໄດ້​ຫລື.”

38 ພຣະ­ເຢຊູຊົງ​ສະ­ເທືອນ​ພຣະ­ໄທ​ອີກ ຈຶ່ງ​ສະ­ເດັດ​ມາ​ເຖິງ​ອຸບ​ໂມງ​ຝັງ​ສົບ ອຸບ​ໂມງ​ນັ້ນ​ເປັນ​ຖ້ຳ​ມີ​ຫີນ​ກ້ອນ​ໜຶ່ງ​ວາງ​ອັດ​ປາກ​ໄວ້.

39 ພຣະ­ເຢຊູຊົງ​ກ່າວ​ວ່າ, “ຈົ່ງ​ຍົກ​ຫີນ​ອອກ​ເສຍມາ­ທາເອື້ອຍ​ຂອງ​ຜູ້​ຕາຍ​ນັ້ນ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ປານ​ນີ້​ສົບ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຕາຍ​ໄດ້​ສີ່​ວັນ​ແລ້ວ.”

40 ພຣະ­ເຢຊູຊົງ​ຕອບ​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ຫລື​ວ່າ ຖ້າ​ເຈົ້າ​ເຊື່ອ​ຄົງ​ຈະ​ໄດ້​ເຫັນ​ສະ­ຫງ່າ​ລາ­ສີ​ຂອງພຣະ­ເຈົ້າ.”

41 ດັ່ງ­ນັ້ນ​ເຂົາ​ຈຶ່ງ​ຍົກ​ຫີນ​ອອກ ຝ່າຍພຣະ­ເຢຊູຊົງ​ເງີຍ​ພຣະ­ພັກ​ຂຶ້ນ​ໂດຍ​ຊົງ​ກ່າວ​ວ່າ, “ໂອ ພຣະ­ບິ­ດາເອີຍ, ຂ້າ­ນ້ອຍ​ຂອບ​ພຣະ­ຄຸນ​ພຣະ­ອົງ​ເພາະ​ພຣະ­ອົງ​ຊົງ​ໂຜດ​ຟັງ​ຂ້າ­ນ້ອຍ.

42 ຂ້າ­ນ້ອຍ​ຊາບ​ວ່າ​ພຣະ­ອົງ​ຊົງ​ຟັງ​ຂ້າ­ນ້ອຍ​ຢູ່​ສະ­ເໝີ ແຕ່​ທີ່​ຂ້າ­ນ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ເຫັນ­ແກ່​ຄົນ​ທັງ­ຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ­ອົງ​ແຫລະ, ທີ່​ຊົງ​ໃຊ້​ຂ້າ­ນ້ອຍ​ມາ.”

43 ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ­ແລ້ວ​ພຣະ­ອົງ​ຊົງ​ເປັ່ງ​ພຣະ­ສຸ­ລະ­ສຽງ​ວ່າ, “ລາ­ຊະ­ໂຣເອີຍ, ຈົ່ງ​ອອກ​ມາ​ເສຍ.”

44 ຜູ້​ຕາຍ​ນັ້ນ​ກໍ​ໄດ້​ອອກ​ມາ ມີ​ຜ້າ​ພັນ​ຕີນ​ແລະ​ມື, ແລະ​ມີ​ຜ້າ​ປົກ​ໜ້າ​ໄວ້ ແລ້ວພຣະ­ເຢຊູຈຶ່ງ​ຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ແກ້​ປ່ອຍ​ໃຫ້​ລາວ​ໄປ​ເສຍ.”

45 ເຫດ​ສັນ­ນັ້ນ​ພວກຢິວຫລາຍ​ຄົນ​ທີ່​ໄດ້​ມາ​ຫາມາ­ຣິ­ອາ ແລະ​ໄດ້​ເຫັນ​ການ​ທີ່ພຣະ­ເຢຊູຊົງ​ເຮັດ​ນັ້ນ​ກໍ​ວາງ­ໃຈ​ເຊື່ອ​ໃນ​ພຣະ­ອົງ.

46 ແຕ່​ລາງ​ຄົນ​ໃນ​ພວກ​ເຂົາ​ນັ້ນ​ໄດ້​ໄປ​ຫາ​ພວກຟາ­ຣີ­ຊາຍ ເລົ່າ​ເລື່ອງ​ການ​ທີ່ພຣະ­ເຢຊູໄດ້​ຊົງ​ເຮັດ​ນັ້ນ​ໃຫ້​ເຂົາ​ຟັງ.

47 ດັ່ງ­ນັ້ນ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ກັບ​ພວກຟາ­ຣີ­ຊາຍ ຈຶ່ງ​ເອີ້ນ​ສະ­ມາ­ຊິກ​ສະ­ພາ​ມາ​ປະ­ຊຸມ​ໂດຍ​ກ່າວ​ວ່າ, “ພວກ​ເຮົາ​ຈະ​ເຮັດ​ແນວ­ໃດ ເພາະ­ວ່າ​ຊາຍ​ຜູ້​ນີ້​ໄດ້​ເຮັດ​ໝາຍ​ສຳ­ຄັນ​ຫລາຍ​ປະ­ການ.

48 ຖ້າ​ເຮົາ​ຈະ​ປ່ອຍ​ໃຫ້​ລາວ​ເຮັດ​ຢູ່​ຢ່າງ​ນີ້ ຄົນ​ທັງ­ຫລາຍ​ກໍ​ຈະ​ເຊື່ອ​ຖື​ລາວ​ແລ້ວ​ພວກໂຣມກໍ​ຈະ​ມາ​ທຳ­ລາຍ​ພຣະ­ວິ­ຫານ​ທັງ​ປະ­ເທດ​ຊາດ​ຂອງ​ເຮົາ.”

49 ແຕ່​ຜູ້​ໜຶ່ງ​ໃນ​ພວກ​ເຂົາ​ຊື່ກາ­ຢະ­ຟາ ເປັນ​ມະ­ຫາ​ປະ­ໂລ­ຫິດ​ປະ­ຈຳ­ການ​ປີ​ນັ້ນ ໄດ້​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ບໍ່​ຮູ້­ຈັກ​ຫຍັງ,

50 ແລະ​ບໍ່​ຄຶດ​ເຫັນ​ວ່າ​ມັນ​ຈະ​ເປັນ​ປະ­ໂຫຍດ​ແກ່​ທ່ານ​ທັງ­ຫລາຍ ຖ້າ​ຈະ​ໃຫ້​ຄົນ​ຜູ້​ດຽວ​ຕາຍ ແທນ​ທີ່​ຈະ​ໃຫ້​ທັງ​ປະ­ເທດ​ຊາດ​ຈິບ­ຫາຍ.”

51 ທີ່​ທ່ານ​ໄດ້​ກ່າວ​ຄຳ​ນັ້ນ​ກໍ​ບໍ່​ແມ່ນ​ດ້ວຍ​ລຳ­ພັງ​ຂອງ​ຕົນ​ເອງ ແຕ່​ເພາະ​ທ່ານ​ເປັນ​ມະ­ຫາ​ປະ­ໂລ­ຫິດ​ໃນ​ປີ​ນັ້ນ ຈຶ່ງ​ທຳ­ນວາຍ​ໄວ້​ກ່ອນ​ວ່າ ພຣະ­ເຢຊູຈະ​ສິ້ນ​ພຣະ­ຊົນ​ຕາງ​ປະ­ເທດ​ຊາດ,

52 ແລະ​ບໍ່​ແມ່ນ​ແທນ​ປະ­ເທດ​ຊາດ​ຢ່າງ​ດຽວ​ເທົ່າ​ນັ້ນ ແຕ່​ເພື່ອ​ຮວບ­ຮວມ​ບຸດ​ທັງ­ຫລາຍ​ຂອງພຣະ­ເຈົ້າທີ່​ແຕກ​ຊະ​ກັນ​ໄປ​ແລ້ວ​ນັ້ນ ໃຫ້​ເຂົ້າ​ເປັນ​ພວກ​ດຽວ​ກັນ.

53 ຕັ້ງ­ແຕ່​ວັນ​ນັ້ນ​ມາ​ເຂົາ​ໄດ້​ວາງ​ແຜນ­ການ​ຈະ​ຂ້າ​ພຣະ­ອົງ​ເສຍ.

54 ເພາະ​ເຫດ​ນັ້ນ ພຣະ­ເຢຊູບໍ່​ໄດ້​ສະ­ເດັດ​ໄປ​ມາ​ໃນ​ຖ້າມ­ກາງ​ພວກຢິວໂດຍ​ເປີດ­ເຜີຍ​ອີກ ແຕ່​ໄດ້​ສະ­ເດັດ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທ້ອງ­ຖິ່ນ​ຢູ່​ໃກ້​ປ່າ​ເຖິງ​ເມືອງ​ໜຶ່ງ​ຊື່ ເອ­ຟຣາ­ຢິມ ແລະ​ປະ­ທັບ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາ­ວົກ.

55 ອັນ​ໜຶ່ງ, ໃກ້​ຈະ​ເຖິງ​ເທດ­ສະ­ການປັດ­ສະ­ຄາຂອງ​ຊາດຢິວແລ້ວ ຫລາຍ​ຄົນ​ໄດ້​ອອກ​ຈາກ​ບ້ານ​ເມືອງ​ທົ່ວ​ປະ­ເທດ ຂຶ້ນ​ເມືອ​ຍັງ​ກຸງເຢ­ຣູ­ຊາ­ເລັມກ່ອນປັດ­ສະ­ຄາເພື່ອ​ຈະ​ຊຳ­ລະ​ຕົວ.

56 ເຂົາ​ກຳ­ລັງ​ຕິດ­ຕາມ​ຊອກ​ຫາພຣະ­ເຢຊູ ແລະ​ເມື່ອ​ເຂົາ​ຢືນ​ຢູ່​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຄຶດ​ເຫັນ​ຢ່າງ­ໃດ ເພິ່ນ​ຈະ​ບໍ່​ມາ​ໃນ​ງານ​ເທດ­ສະ­ການ​ນີ້​ຕີ້.

57 ຝ່າຍ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ແລະ​ພວກຟາ­ຣີ­ຊາຍ ໄດ້​ອອກ​ຄຳ​ສັ່ງ​ໄວ້​ວ່າ ຖ້າ​ຜູ້​ໃດ​ຮູ້​ວ່າ ພຣະ­ອົງ​ຢູ່​ໃສ ໃຫ້​ມາ​ບອກ​ເຂົາ​ເພື່ອ​ຈະ​ໄດ້​ໄປ​ຈັບ​ພຣະ­ອົງ.

 

12.

1 ກ່ອນ​ເທດ­ສະ­ການປັດ­ສະ­ຄາຫົກ​ວັນ ພຣະ­ເຢຊູສະ­ເດັດ​ມາ​ເຖິງ​ບ້ານເບັດ­ທາ­ນີ ຊຶ່ງ​ເປັນ​ທີ່­ຢູ່​ຂອງລາ­ຊະ­ໂຣ ຜູ້​ທີ່​ພຣະ­ອົງ​ຊົງ​ບັນ­ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ.

2 ທີ່​ນັ້ນ​ເຂົາ​ໄດ້​ຈັດ​ງານ​ລ້ຽງ​ເພື່ອ​ພຣະ­ອົງ ມາ­ທາເປັນ​ຜູ້​ຮັບ​ໃຊ້​ໃນ​ໂຕະ​ອາ­ຫານ ຝ່າຍລາ­ຊະ­ໂຣກໍ​ເປັນ​ຜູ້​ໜຶ່ງ​ທີ່​ຮ່ວມ​ຮັບ​ປະ­ທານ​ກັບ​ພຣະ­ອົງ.

3 ນາງມາ­ຣິ­ອາໄດ້​ເອົາ​ນ້ຳ­ມັນ​ຫອມ​ລິ­ຕຣາ​ໜຶ່ງ ຊຶ່ງ​ມີ​ລາ­ຄາ​ແພງ​ມາ​ສົງ​ພຣະ­ບາດພຣະ­ເຢຊູ ແລ້ວ​ໃຊ້​ຜົມ​ຂອງ​ຕົນ​ເຊັດ​ພຣະ­ບາດ​ຂອງ​ພຣະ­ອົງ ຈົນ​ທົ່ວ​ເຮືອນ​ນັ້ນ​ກໍ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນ້ຳ­ມັນ​ນັ້ນ.

4 ແຕ່​ສາ­ວົກ​ຄົນ​ໜຶ່ງ​ຂອງ​ພຣະ­ອົງ​ຊື່ຢູ­ດາອິ­ສະ­ກາ­ຣີ­ອົດ (ຄື​ຜູ້​ທີ່​ຈະ​ທໍ­ລະ​ຍົດ​ຕໍ່​ພຣະ­ອົງ) ໄດ້​ກ່າວ​ວ່າ,

5 ເຫດ​ໃດ​ຈຶ່ງ​ບໍ່​ຂາຍ​ນ້ຳ­ມັນ​ນີ້​ຕໍ່​ລາ­ຄາ​ສາມ​ຮ້ອຍ​ເດ­ນາ­ຣິ­ອົນ ແລ້ວ​ແຈກ​ໃຫ້​ຄົນ​ຍາກ­ຈົນ.”

6 ລາວ​ເວົ້າ​ຢ່າງ​ນັ້ນ​ບໍ່​ແມ່ນ​ເພາະ​ລາວ​ເອົາ­ໃຈ­ໃສ່​ຕໍ່​ຄົນ​ຍາກ­ຈົນ ແຕ່​ເພາະ​ລາວ​ເປັນ​ຂະ­ໂມຍ​ແລະ​ເປັນ​ຜູ້​ຖື​ຖົງ​ເງິນ ແລະ​ເຄີຍ​ບຽດ​ບັງ​ເອົາ​ເງິນ​ທີ່­ຢູ່​ໃນ​ຖົງ​ນັ້ນ.

7 ພຣະ­ເຢຊູຊົງ​ກ່າວ​ວ່າ, “ຊ່າງ​ນາງ​ເທາະ ໃຫ້​ລາວ​ຮັກ­ສາ​ສິ່ງ​ນີ້​ໄວ້​ສຳ­ລັບ​ວັນ​ຝັງ​ສົບ​ຂອງ​ເຮົາ.

8 ດ້ວຍ​ວ່າ​ຄົນ​ຍາກ­ຈົນ​ມີ​ຢູ່​ກັບ​ພວກ​ທ່ານ​ສະ­ເໝີ ແຕ່​ຝ່າຍ​ເຮົາ, ບໍ່​ຢູ່​ກັບ​ທ່ານ​ສະ­ເໝີ.”

9 ຝ່າຍ​ພວກຢິວຈຳ­ນວນ​ຫລາຍ​ໄດ້​ຮູ້​ວ່າ​ພຣະ­ອົງ​ປະ­ທັບ​ຢູ່​ທີ່​ນັ້ນ ເຂົາ​ໄດ້​ພາ­ກັນ​ມາ​ບໍ່​ແມ່ນ​ເພາະ​ເຫັນ­ແກ່ພຣະ­ເຢຊູເທົ່າ​ນັ້ນ ແຕ່​ປະ­ການ​ໜຶ່ງ, ຢາກ​ເຫັນລາ­ຊະ­ໂຣ ຜູ້​ຊຶ່ງ​ພຣະ­ອົງ​ໄດ້​ຊົງ​ບັນ­ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ.

10 ດັ່ງ­ນັ້ນ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ຈຶ່ງ​ປຶກ­ສາ​ກັນ​ເພື່ອ​ຈະ​ຂ້າລາ­ຊະ­ໂຣເສຍ​ເໝືອນ​ກັນ.

11 ເພາະລາ­ຊະ­ໂຣເປັນ­ຕົ້ນ​ເຫດ​ເຮັດ​ໃຫ້​ຄົນຢິວຫລາຍ​ຄົນ​ອອກ​ຈາກ​ພວກ​ເຂົາ​ໄປ​ເຊື່ອ​ຖືພຣະ­ເຢຊູ.

12 ວັນ​ໜ້າ​ມາ​ປະ­ຊາ­ຊົນ​ຫລວງ­ຫລາຍ​ທີ່​ໄດ້​ມາ​ໃນ​ງານ​ເທດ­ສະ­ການ​ນັ້ນ ໄດ້​ຍິນ​ວ່າພຣະ­ເຢຊູສະ­ເດັດ​ເຂົ້າ​ກຸງເຢ­ຣູ­ຊາ­ເລັມ.

13 ເຂົາ​ກໍ​ພາ­ກັນ​ຖື​ກ້ານ​ຕານ​ອອກ​ໄປ​ຕ້ອນ­ຮັບ​ພຣະ­ອົງ ໂຫ່​ຮ້ອງ​ວ່າ, “ໂຮ­ຊັນ­ນາ, ຂໍ​ໃຫ້​ທ່ານ​ຜູ້​ສະ­ເດັດ​ມາ​ໃນ​ພຣະ­ນາມ​ຂອງ​ອົງພຣະ­ຜູ້­ເປັນ­ເຈົ້າ ຄື​ພຣະ­ມະ­ຫາ­ກະ­ສັດ​ຂອງ​ຊາດອິ­ສຣາ­ເອນ ຊົງ​ພຣະ­ຈະ­ເລີນ.”

14 ເມື່ອພຣະ­ເຢຊູຊົງ​ພົບ​ລໍ​ນ້ອຍ​ໂຕ​ໜຶ່ງ ພຣະ­ອົງ​ຈຶ່ງ​ຊົງ​ຂຶ້ນ​ປະ­ທັບ​ລໍ​ນັ້ນ​ເໝືອນ​ດັ່ງ​ມີ​ຄຳ​ຂຽນ​ໄວ້​ວ່າ,

15 ບຸດ​ຍິງ​ຂອງຊີ­ໂອນເອີຍ, ຢ່າ​ຊູ່​ຢ້ານ​ເທາະ ນີ້​ແຫລະ, ມະ­ຫາ​ກະ­ສັດ​ຂອງ​ທ່ານ​ກໍ​ປະ­ທັບ​ລໍ​ນ້ອຍ​ສະ­ເດັດ​ມາ.”

16 ແຕ່​ຫົວ­ທີ​ພວກ​ສາ­ວົກ​ຂອງ​ພຣະ­ອົງ ບໍ່​ໄດ້​ເຂົ້າ­ໃຈ​ເຫດ­ການ​ເຫລົ່າ­ນັ້ນ ແຕ່​ວ່າ​ເມື່ອພຣະ­ເຢຊູໄດ້​ຊົງ​ຮັບ​ກຽດ­ຕິ­ຍົດ​ແລ້ວ​ເຂົາ​ຈຶ່ງ​ລະ­ນຶກ​ໄດ້​ວ່າ ມີ​ຄຳ​ຢ່າງ​ນັ້ນ​ຂຽນ​ໄວ້​ເຖິງ​ເລື່ອງ​ພຣະ­ອົງ ທັງ​ມີ​ຄົນ​ໄດ້​ເຮັດ​ຢ່າງ​ນັ້ນ​ຖວາຍ​ພຣະ­ອົງ.

17 ຄົນ​ທັງ​ປວງ​ທີ່­ຢູ່​ກັບ​ພຣະ­ອົງ ເມື່ອ​ພຣະ­ອົງ​ໄດ້​ຊົງ​ເອີ້ນລາ­ຊະ­ໂຣໃຫ້​ອອກ​ມາ​ຈາກ​ອຸບ​ໂມງ​ຝັງ​ສົບ ແລະ​ຊົງ​ບັນ­ດານ​ໃຫ້​ລາວ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ກໍ​ເປັນ​ພະ­ຍານ​ເລື່ອງ​ການ​ເຫລົ່າ­ນັ້ນ.

18 ເພາະ​ເຫດ​ນີ້​ແຫລະ, ປະ­ຊາ­ຊົນ​ທັງ­ຫລາຍ​ພາ­ກັນ​ອອກ​ໄປ​ຫາ​ພຣະ­ອົງ ກໍ​ເພາະ​ໄດ້​ຍິນ​ວ່າ​ພຣະ­ອົງ​ຊົງ​ເຮັດ​ໝາຍ​ສຳ­ຄັນ​ນັ້ນ.

19 ຝ່າຍ​ພວກຟາ­ຣີ­ຊາຍຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ທັງ­ຫລາຍ​ບໍ່​ເຫັນ​ຫລື​ວ່າ ພວກ​ທ່ານ​ເຮັດ​ອັນ​ໃດ​ກໍ​ບໍ່​ໄດ້​ປະ­ໂຫຍດ​ຈັກ­ຢ່າງ ເບິ່ງ​ແມ, ໝົດ​ທັງ​ໂລກ​ກໍ​ຕິດ­ຕາມ​ມັນ​ໄປ.”

20 ໃນ​ໝູ່​ຄົນ​ທັງ­ຫລາຍ​ທີ່​ຂຶ້ນ​ໄປ​ນະ­ມັດ­ສະ­ການ ໃນ​ງານ​ເທດ­ສະ­ການ​ນັ້ນ​ມີ​ຊາວກຣີກແດ່.

21 ຊາວກຣີກເຫລົ່າ​ນີ້​ໄດ້​ໄປ​ຫາຟີ­ລິບ ຊຶ່ງ​ມາ​ຈາກ​ບ້ານເບັດ­ຊາ­ອີ­ດາແຂວງຄາ­ລີ­ເລ ຈຶ່ງ​ກ່າວ​ກັບ​ທ່ານ​ວ່າ, “ນາຍ​ເອີຍ, ພວກ​ຂ້າ­ນ້ອຍ​ຢາກ​ເຫັນ​ທ່ານເຢ­ຊູແທ້.”

22 ຟີ­ລິບຈຶ່ງ​ໄປ​ບອກອັນ­ເດ­ອາ ແລ້ວອັນ­ເດ­ອາກັບຟີ­ລິບໄດ້​ໄປ​ທູນພຣະ­ເຢຊູ. Philip cometh and telleth Andrew: Andrew cometh, and Philip, and they tell Jesus.

23 ຝ່າຍພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ເວ­ລາ​ທີ່​ບຸດ​ມະ­ນຸດ​ຕ້ອງ​ຮັບ​ກຽດ​ນັ້ນ​ກໍ​ມາ​ເຖິງ​ແລ້ວ.

24 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຖ້າ​ເມັດ​ເຂົ້າ​ບໍ່​ຕົກ­ລົງ​ໃນ​ດິນ​ແລະ​ບໍ່​ຕາຍ​ໄປ​ກໍ​ຄົງ​ຈະ​ເປັນ​ຢູ່​ແຕ່​ເມັດ​ດຽວ ແຕ່​ຖ້າ​ມັນ​ຕາຍ​ໄປ​ກໍ​ຈະ​ເກີດ​ຜົນ​ຫລາຍ.

25 ຜູ້​ທີ່​ຮັກ​ຊີ­ວິດ​ຂອງ​ຕົນ​ກໍ​ຕ້ອງ​ເສຍ​ຊີ­ວິດ ແລະ​ຜູ້​ທີ່​ຊັງ​ຊີ­ວິດ​ຂອງ​ຕົນ​ໃນ​ໂລກ​ນີ້ ກໍ​ຈະ​ຮັກ­ສາ​ຊີ­ວິດ​ນັ້ນ​ໄວ້ ສຳ­ລັບ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ.

26 ຖ້າ​ຜູ້​ໃດ​ປະ­ຕິ­ບັດ​ເຮົາ ໃຫ້​ຜູ້​ນັ້ນ​ຕິດ­ຕາມ​ເຮົາ​ມາ ແລະ​ເຮົາ​ຢູ່​ທີ່​ໃດ ຜູ້​ປະ­ຕິ­ບັດ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ເໝືອນ​ກັນ ຖ້າ​ຜູ້​ໃດ​ປະ­ຕິ­ບັດ​ເຮົາ ພຣະ­ບິ­ດາຈະ​ຊົງ​ປະ­ທານ​ກຽດ­ຕິ­ຍົດ​ແກ່​ຜູ້​ນັ້ນ.

27 ບັດ​ນີ້​ຈິດ­ໃຈ​ຂອງ​ເຮົາ​ວຸ້ນ­ວາຍ ແລະ​ເຮົາ​ຈະ​ວ່າ​ຢ່າງ­ໃດ ຈະ​ວ່າ ໂອພຣະ­ບິ­ດາເອີຍ, ຂໍ​ໃຫ້​ຂ້າ­ນ້ອຍ​ລອດ​ພົ້ນ​ຈາກ​ຍາມ​ນີ້​ທ້ອນ ຢ່າງ​ນັ້ນ​ຫລື ກໍ​ວ່າ​ບໍ່​ໄດ້ ທີ່​ເຮົາ​ໄດ້​ມາ​ເຖິງ​ຍາມ​ນີ້​ກໍ​ເພື່ອ​ການ​ນີ້​ແຫລະ.

28 ໂອ ພຣະ­ບິ­ດາເອີຍ, ຂໍ​ໃຫ້​ພຣະ­ນາມ​ຂອງ​ພຣະ­ອົງ​ຈົ່ງ​ໄດ້​ຮັບ​ກຽດແລ້ວ​ກໍ​ມີ​ພຣະ­ສຸ­ລະ­ສຽງ​ດັງ​ມາ​ຈາກ​ຟ້າ​ວ່າ, “ເຮົາ​ໄດ້​ໃຫ້​ຮັບ​ກຽດ​ແລ້ວ​ແລະ​ເຮົາ​ຈະ​ໃຫ້​ຮັບ​ກຽດ​ອີກ.”

29 ຄົນ​ທັງ­ຫລາຍ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ຍິນ​ສຽງ​ນີ້​ແລະ​ເວົ້າ​ວ່າ, “ສຽງ​ຟ້າ­ຮ້ອງຄົນ​ອື່ນໆ ກໍ​ເວົ້າ​ວ່າ, “ເທ­ວະ­ດາ​ຕົນ​ໜຶ່ງ​ໄດ້​ສົນ­ທະ­ນາ​ກັບ​ທ່ານ.”

30 ພຣະ­ເຢຊູຊົງ​ຕອບ​ວ່າ, “ສຽງ​ທີ່​ເກີດ​ຂຶ້ນ​ນັ້ນ​ບໍ່​ແມ່ນ​ສຳ­ລັບ​ເຮົາ ແຕ່​ສຳ­ລັບ​ທ່ານ​ທັງ­ຫລາຍ​ນັ້ນ​ແຫລະ.

31 ບັດ​ນີ້​ເຖິງ​ເວ­ລາ​ພິ­ພາກ­ສາ​ໂລກ​ນີ້ ບັດ​ນີ້​ຜູ້​ປົກ­ຄອງ​ໂລກ​ນີ້​ຈະ​ຖືກ​ກຳ­ຈັດ​ອອກ​ເສຍ.

32 ຝ່າຍ​ເຮົາ, ເມື່ອ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນ­ດິນ​ໂລກ​ແລ້ວ ເຮົາ​ກໍ​ຈະ​ຊັກ​ນຳ​ຄົນ​ທັງ­ຫລາຍ​ມາ​ຫາ​ເຮົາ.”

33 (ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນີ້​ກໍ​ເພື່ອ​ສະ­ແດງ​ວ່າ​ພຣະ­ອົງ​ຈະ​ສິ້ນ​ພຣະ­ຊົນ​ຢ່າງ­ໃດ.)

34 ຄົນ​ທັງ­ຫລາຍ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ພວກ​ເຮົາ​ໄດ້​ຍິນ​ຈາກ​ພຣະ­ບັນ­ຍັດ​ວ່າ ພຣະ­ຄຣິດຊົງ​ຕັ້ງ​ຢູ່​ຕະ­ຫລອດ​ໄປ​ເປັນ­ນິດ ແລ້ວ​ເຫດ​ໃດ ທ່ານ​ຈຶ່ງ​ກ່າວ​ວ່າ​ບຸດ​ມະ­ນຸດ​ຕ້ອງ​ຖືກ​ຍົກ​ຂຶ້ນ ບຸດ​ມະ­ນຸດ​ນັ້ນ​ຄື​ຜູ້​ໃດ.”

35 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ຄວາມ​ສະ­ຫວ່າງ​ຈະ​ຍັງ​ຢູ່​ກັບ​ທ່ານ​ທັງ­ຫລາຍ​ອີກ​ໜ້ອຍ​ໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະ­ຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ­ຄວາມ​ມືດ​ຈະ​ຕາມ​ມາ​ທັນ​ພວກ​ທ່ານ ຜູ້​ທີ່​ທຽວ​ໄປ​ມາ​ໃນ​ຄວາມ​ມືດ​ກໍ​ບໍ່​ຮູ້​ວ່າ​ຕົນ​ກຳ­ລັງ​ໄປ​ໃສ.

36 ເມື່ອ​ທ່ານ​ທັງ­ຫລາຍ​ຍັງ​ມີ​ຄວາມ​ສະ­ຫວ່າງ​ຢູ່ ຈົ່ງ​ວາງ­ໃຈ​ເຊື່ອ​ໃນ​ຄວາມ​ສະ­ຫວ່າງ​ນັ້ນ ເພື່ອ​ຈະ​ໄດ້​ເປັນ​ຄົນ​ຝ່າຍ​ຄວາມ​ສະ­ຫວ່າງ.” ເມື່ອພຣະ­ເຢຊູຊົງ​ກ່າວ​ດັ່ງ­ນັ້ນ​ແລ້ວ ພຣະ­ອົງ​ກໍ​ສະ­ເດັດ​ອອກ​ຈາກ​ເຂົາ​ໄປ​ລີ້​ຕົນ​ເສຍ.

37 ເຖິງ​ແມ່ນ​ວ່າ​ພຣະ­ອົງ​ໄດ້​ຊົງ​ເຮັດ​ໝາຍ​ສຳ­ຄັນ​ຫລາຍ​ປະ­ການ​ຕໍ່­ໜ້າ​ເຂົາ ເຂົາ​ກໍ​ຍັງ​ບໍ່​ວາງ­ໃຈ​ເຊື່ອ​ໃນ​ພຣະ­ອົງ.

38 ທັງ​ນີ້​ເພື່ອ​ຈະ​ສຳ­ເລັດ​ຕາມ​ຄຳ​ຂອງເອ­ຊາ­ຢາຜູ້​ປະ­ກາດ​ພຣະ­ທຳ ຊຶ່ງ​ວ່າ, “ພຣະ­ອົງ​ເຈົ້າ​ເອີຍ, ຜູ້​ໃດ​ໄດ້​ເຊື່ອ​ສິ່ງ​ທີ່​ຂ້າ​ພຣະ­ອົງ​ໄດ້​ປະ­ກາດ​ແລະ​ພຣະ­ກອນ​ຂອງ​ພຣະ­ອົງ​ໄດ້​ຊົງ​ສະ­ແດງ​ແກ່​ຜູ້​ໃດ.”

39 ສັນ­ນັ້ນ​ເຂົາ​ຈຶ່ງ​ເຊື່ອ​ບໍ່​ໄດ້ ເພາະເອ­ຊາ­ຢາໄດ້​ກ່າວ​ໄວ້​ອີກ​ວ່າ,

40 ພຣະ­ອົງ​ໄດ້​ຊົງ​ເຮັດ​ໃຫ້​ຕາ​ຂອງ​ເຂົາ​ບອດ​ໄປ ແລະ​ໃຫ້​ຈິດ­ໃຈ​ຂອງ​ເຂົາ​ແຂງ​ກະ­ດ້າງ ຢ້ານ​ວ່າ​ເຂົາ​ຈະ​ເຫັນ​ດ້ວຍ​ຕາ​ແລະ​ສັງ­ເກດ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ກັບ​ໃຈ​ໃໝ່​ແລ້ວ​ເຮົາ​ຈະ​ໂຜດ​ໃຫ້​ເຂົາ​ດີ.”

41 ເອ­ຊາ­ຢາໄດ້​ກ່າວ​ດັ່ງ­ນີ້​ກໍ​ເພາະ​ທ່ານ​ໄດ້​ເຫັນ​ສະ­ຫງ່າ​ລາ­ສີ​ຂອງ​ພຣະ­ອົງ ແລະ​ໄດ້​ກ່າວ​ເຖິງ​ເລື່ອງ​ພຣະ­ອົງ.

42 ເຖິງ​ປານ​ນັ້ນ​ກໍ​ດີ​ຍັງ​ມີ​ເຈົ້າ​ນາຍ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ­ອົງ ແຕ່​ເຂົາ​ບໍ່​ໄດ້​ເປີດ­ເຜີຍ​ເພາະ​ຢ້ານ​ພວກຟາ­ຣີ­ຊາຍຈະ​ຂັບ​ໄລ່​ເຂົາ​ອອກ​ຈາກ​ໂຮງ​ທຳ​ມະ​ເທດ​ສະ­ໜາ.

43 ດ້ວຍ​ວ່າ​ເຂົາ​ຮັກ​ກຽດ­ຕິ­ຍົດ​ຈາກ​ມະ­ນຸດ​ຫລາຍ​ກວ່າ​ກຽດ­ຕິ­ຍົດ​ຈາກພຣະ­ເຈົ້າ.

44 ພຣະ­ເຢຊູຊົງ​ເປັ່ງ­ສຽງ​ກ່າວ​ວ່າ, “ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ບໍ່​ແມ່ນ​ເຊື່ອ​ໃນ​ເຮົາ ແຕ່​ເຊື່ອ​ໃນ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.

45 ແລະ​ຜູ້​ທີ່​ເຫັນ​ເຮົາ​ກໍ​ເຫັນ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.

46 ເຮົາ​ນີ້​ຄື​ຄວາມ​ສະ­ຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຕັ້ງ​ຢູ່​ໃນ​ຄວາມ​ມືດ.

47 ຖ້າ​ຜູ້​ໃດ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ເຮົາ ແລະ​ບໍ່​ໄດ້​ຖື​ຮັກ­ສາ​ຖ້ອຍ​ຄຳ​ເຫລົ່າ­ນັ້ນ​ຝ່າຍ​ເຮົາ​ກໍ​ບໍ່​ພິ­ພາກ­ສາ​ຜູ້​ນັ້ນ ເພາະ­ວ່າ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ພິ­ພາກ­ສາ​ໂລກ ແຕ່​ມາ​ເພື່ອ​ໂຜດ​ເອົາ​ໂລກ​ໃຫ້​ພົ້ນ.

48 ຜູ້​ທີ່​ຖິ້ມ​ເຮົາ​ແລະ​ບໍ່​ຮັບ​ເອົາ​ຖ້ອຍ​ຄຳ​ຂອງ​ເຮົາ​ກໍ​ມີ​ສິ່ງ​ທີ່​ພິ­ພາກ­ສາ​ຕົນ​ແລ້ວ ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ນັ້ນ​ແຫລະ, ຈະ​ພິ­ພາກ­ສາ​ຜູ້​ນັ້ນ​ໃນ​ວັນ​ສຸດ​ທ້າຍ.

49 ເພາະ​ເຮົາ​ບໍ່​ໄດ້​ກ່າວ​ຕາມ​ລຳ­ພັງ​ໃຈ​ຂອງ​ເຮົາ​ເອງ ແຕ່​ຊຶ່ງ​ເຮົາ​ກ່າວ​ແລະ​ເວົ້າ​ນັ້ນ ພຣະ­ບິ­ດາຜູ້​ຊົງ​ໃຊ້​ເຮົາ​ມາ, ພຣະ­ອົງ​ນັ້ນ​ເອງ​ໄດ້​ບັນ­ຊາ​ໃຫ້​ແກ່​ເຮົາ.

50 ແລະ​ເຮົາ​ຮູ້​ວ່າ​ພຣະ­ບັນ­ຊາ​ຂອງ​ພຣະ­ອົງ​ນັ້ນ​ເປັນ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ເຫດ​ສັນ­ນັ້ນ​ສິ່ງ​ທີ່​ເຮົາ​ເວົ້າ ເຮົາ​ກໍ​ເວົ້າ​ຕາມ​ທີ່ພຣະ­ບິ­ດາຊົງ​ບັນ­ຊາ​ໄວ້​ແກ່​ເຮົາ.”

 

13.

1 ກ່ອນ​ເຖິງ​ເວ­ລາ​ເທດ­ສະ­ການປັດ­ສະ­ຄາ ພຣະ­ເຢຊູຊົງ​ຊາບ​ວ່າ​ຍາມ​ຂອງ​ຕົນ​ທີ່​ຈະ​ສະ­ເດັດ​ຈາກ​ໂລກ​ນີ້​ເມືອ​ຫາພຣະ­ບິ­ດາເຖິງ​ແລ້ວ ພຣະ­ອົງ​ໄດ້​ຊົງ​ຮັກ​ພວກ​ຂອງ​ພຣະ­ອົງ​ທີ່­ຢູ່​ໃນ​ໂລກ​ນີ້ ພຣະ­ອົງ​ຊົງ​ຮັກ​ຈົນ​ເຖິງ​ທີ່​ສຸດ.

2 ຂະ­ນະ​ເມື່ອ​ຮັບ​ປະ­ທານ​ອາ­ຫານ​ຢູ່​ນັ້ນ (ມານ​ໄດ້​ເຂົ້າ​ດົນ​ໃຈຢູ­ດາອິ­ສະ­ກາ­ຣີ­ອົດລູກ​ຂອງຊີ­ໂມນ ໃຫ້​ທໍ­ລະ​ຍົດ​ຕໍ່​ພຣະ­ອົງ),

3 ພຣະ­ເຢຊູຊົງ​ຊາບ​ວ່າ ພຣະ­ບິ­ດາໄດ້​ຊົງ​ປະ­ທານ​ສິ່ງ​ທັງ​ປວງ​ໃຫ້​ຢູ່​ໃນ​ພຣະ­ຫັດ​ຂອງ​ພຣະ­ອົງ ແລະ​ຊົງ​ຊາບ​ວ່າ​ພຣະ­ອົງ​ສະ­ເດັດ​ມາ​ຈາກພຣະ­ເຈົ້າ ແລະ​ຈະ​ສະ­ເດັດ​ເມືອ​ຫາພຣະ­ເຈົ້າ.

4 ພຣະ­ອົງ​ຊົງ​ລຸກ­ຂຶ້ນ​ຈາກ​ການ​ຮັບ​ປະ­ທານ​ອາ­ຫານ, ຊົງ​ຖອດ​ເຄື່ອງ​ທົງ​ຊັ້ນ​ນອກ​ອອກ​ວາງ​ໄວ້, ແລະ​ຊົງ​ເອົາ​ຜ້າ​ເຊັດ​ຕົວ​ມາ​ຮັດ​ແອວ​ຂອງ​ພຣະ­ອົງ.

5 ພຣະ­ອົງ​ຊົງ​ຖອກ​ນ້ຳ​ໃສ່​ອ່າງ​ແລ້ວ​ຊົງ​ຕັ້ງ­ຕົ້ນ​ລ້າງ​ຕີນ​ຂອງ​ພວກ​ສາ­ວົກ ແລະ​ເຊັດ​ດ້ວຍ​ຜ້າ​ຮັດ​ແອວ​ນັ້ນ.

6 ພຣະ­ອົງ​ໄດ້​ສະ­ເດັດ​ມາ​ເຖິງຊີ­ໂມນເປ­ໂຕ ແລະ​ລາວ​ໄດ້​ທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ທ່ານ​ຈະ​ລ້າງ​ຕີນ​ຂອງ​ຂ້າ­ນ້ອຍ​ຫລື.”

7 ພຣະ­ເຢຊູຊົງ​ຕອບ​ລາວ​ວ່າ, “ສິ່ງ​ທີ່​ເຮົາ​ເຮັດ​ໃນ​ເວ­ລາ​ນີ້​ທ່ານ​ຍັງ​ບໍ່​ຮູ້​ເລື່ອງ ແຕ່​ພາຍ­ຫລັງ​ທ່ານ​ຈະ​ເຂົ້າ­ໃຈ.”

8 ເປ­ໂຕຈຶ່ງ​ທູນ​ວ່າ, “ທ່ານ​ຈະ​ລ້າງ​ຕີນ​ຂອງ​ຂ້າ­ນ້ອຍ​ບໍ່​ໄດ້​ຈັກ​ເທື່ອພຣະ­ເຢຊູຊົງ​ຕອບ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງ​ທ່ານ ທ່ານ​ຈະ​ມີ​ສ່ວນ​ໃນ​ເຮົາ​ບໍ່​ໄດ້.”

9 ຊີ­ໂມນເປ­ໂຕທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ບໍ່​ແມ່ນ​ແຕ່​ຕີນ​ເທົ່າ​ນັ້ນ ແຕ່​ຂໍ​ລ້າງ​ມື​ແລະ​ຫົວ​ຂອງ​ຂ້າ­ນ້ອຍ​ເໝືອນ​ກັນ.”

10 ພຣະ­ເຢຊູຊົງ​ກ່າວ​ຕໍ່ເປ­ໂຕວ່າ, “ຜູ້​ທີ່​ອາບ­ນ້ຳ​ແລ້ວ​ບໍ່​ຈຳ­ເປັນ​ລ້າງ​ຕົວ​ອີກ ລ້າງ​ແຕ່​ຕີນ​ເທົ່າ​ນັ້ນ ເພາະ​ສະ­ອາດ​ໝົດ​ທັງ​ຕົວ​ແລ້ວ​ພວກ​ທ່ານ​ກໍ​ສະ­ອາດ​ແລ້ວ­ແຕ່​ບໍ່​ແມ່ນ​ທຸກ​ຄົນ.”

11 ເພາະ​ພຣະ­ອົງ​ຊົງ​ຮູ້​ແລ້ວ​ວ່າ​ໃຜ​ຈະ​ທໍ­ລະ​ຍົດ​ຕໍ່​ພຣະ­ອົງ ເພາະ​ເຫດ​ນັ້ນ​ພຣະ­ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ທ່ານ​ທັງ­ຫລາຍ​ບໍ່​ສະ­ອາດ​ທຸກ​ຄົນ.”

12 ເຫດ​ສັນ​ນີ້​ເມື່ອ​ພຣະ­ອົງ​ຊົງ​ລ້າງ​ຕີນ​ຂອງ​ເຂົາ​ແລ້ວ ພຣະ­ອົງ​ກໍ​ຊົງ​ໃສ່­ເຄື່ອງ​ທົງ​ຊັ້ນ​ນອກ​ຂອງ​ຕົນ​ອີກ ແລ້ວ​ປະ­ທັບ​ລົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ທ່ານ​ທັງ­ຫລາຍ​ເຂົ້າ­ໃຈ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ພວກ​ທ່ານ​ແລ້ວ​ຫລື.

13 ທ່ານ​ທັງ­ຫລາຍ​ເອີ້ນ​ເຮົາ​ວ່າ​ອາ­ຈານ​ແລະ​ນາຍ​ເຈົ້າ ພວກ​ທ່ານ​ເອີ້ນ​ຖືກ­ຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ.

14 ເຫດ​ສັນ­ນັ້ນ​ເຮົາ​ຜູ້​ເປັນ​ນາຍ ແລະ​ອາ­ຈານ​ຂອງ​ພວກ​ທ່ານ​ໄດ້​ລ້າງ​ຕີນ​ຂອງ​ທ່ານ ພວກ​ທ່ານ​ກໍ​ຄວນ​ລ້າງ​ຕີນ​ຂອງ​ກັນ​ແລະ​ກັນ​ເໝືອນ​ກັນ.

15 ດ້ວຍ​ວ່າ​ເຮົາ​ໄດ້​ວາງ​ແບບ­ຢ່າງ​ໃຫ້​ພວກ​ທ່ານ​ແລ້ວ ເພື່ອ​ທ່ານ​ຈະ​ໄດ້​ເຮັດ​ເໝືອນ​ດັ່ງ​ເຮົາ​ໄດ້​ເຮັດ​ຕໍ່​ພວກ​ທ່ານ​ແລ້ວ.

16 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຂ້າ​ໃຊ້​ບໍ່­ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ ຜູ້​ທີ່​ຖືກ​ໃຊ້​ໄປ​ບໍ່­ຫ່ອນ​ໃຫຍ່​ກວ່າ​ຜູ້​ໃຊ້​ຕົນ​ໄປ​ນັ້ນ.

17 ຖ້າ​ທ່ານ​ທັງ­ຫລາຍ​ຮູ້​ສິ່ງ​ເຫລົ່າ​ນີ້​ແລະ​ເຮັດ​ຕາມ ທ່ານ​ກໍ​ເປັນ​ສຸກ.

18 ເຮົາ​ບໍ່​ເວົ້າ​ເຖິງ​ພວກ​ທ່ານ​ທຸກ​ຄົນ ຝ່າຍ​ເຮົາ​ກໍ​ຮູ້­ຈັກ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ແລ້ວ ແຕ່​ຕ້ອງ​ເປັນ​ຈິງ​ຕາມ​ຂໍ້​ພຣະ­ຄຳ​ພີ​ທີ່​ວ່າ ຜູ້​ທີ່​ຮັບ​ປະ­ທານ​ອາ­ຫານ​ຂອງ​ເຮົາ​ກໍ​ຍົກ​ສົ້ນ​ຕີນ​ໃສ່​ເຮົາ.’

19 ແຕ່​ເວ­ລາ​ບັດ​ນີ້​ເຮົາ​ບອກ​ທ່ານ​ທັງ­ຫລາຍ​ກ່ອນ​ການ​ນັ້ນ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ມັນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ​ວ່າ​ເຮົາ​ນີ້​ແຫລະ, ແມ່ນ​ຜູ້​ນັ້ນ.

20 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຜູ້​ໃດ​ຮັບ​ຕ້ອນ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຮັບ​ຕ້ອນ​ເຮົາ​ເໝືອນ​ກັນ ແລະ​ຜູ້​ທີ່​ຮັບ​ຕ້ອນ​ເຮົາ​ກໍ​ຮັບ​ຕ້ອນ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.”

21 ເມື່ອພຣະ­ເຢຊູຊົງ​ກ່າວ​ດັ່ງ­ນັ້ນ​ແລ້ວ​ພຣະ­ອົງ​ກໍ​ຊົງ​ວຸ້ນ­ວາຍ​ໃນ​ພຣະ­ໄທ ແລະ​ຊົງ​ກ່າວ​ເປັນ​ພະ­ຍານ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ຄົນ​ໜຶ່ງ​ໃນ​ພວກ​ທ່ານ​ຈະ​ທໍ­ລະ​ຍົດ​ຕໍ່​ເຮົາ.”

22 ພວກ​ສາ­ວົກ​ກໍ​ເບິ່ງ​ໜ້າ​ກັນ​ແລະ​ສົງ­ໄສ​ວ່າ ຄົນ​ທີ່​ພຣະ­ອົງ​ກ່າວ​ເຖິງ​ນັ້ນ​ຄື​ຜູ້​ໃດ.

23 ມີ​ສາ­ວົກ​ຄົນ​ໜຶ່ງ​ທີ່ພຣະ­ເຢຊູຊົງ​ຮັກ​ໄດ້​ເນີ້ງ​ກາຍ​ລົງ​ອີງ​ພຣະ­ຊວງ​ຂອງ​ພຣະ­ອົງ.

24 ຊີ­ໂມນເປ­ໂຕຈຶ່ງ​ຍິກ​ໜ້າ​ໃສ່​ສາ­ວົກ​ຜູ້​ນັ້ນ​ກ່າວ​ວ່າ, “ຈົ່ງ​ຖາມ​ວ່າ​ຄົນ​ທີ່​ເພິ່ນ​ເວົ້າ​ນັ້ນ​ແມ່ນ​ຜູ້​ໃດ.”

25 ຂະ­ນະ​ທີ່​ຍັງ​ອີງ​ພຣະ­ຊວງ​ຂອງ​ພຣະ­ອົງ ສາ­ວົກ​ຜູ້​ນັ້ນ​ກໍ​ທູນ​ຖາມ​ວ່າ, “ນາຍ​ເຈົ້າ​ເອີຍ, ແມ່ນ​ຜູ້​ໃດ.”

26 ພຣະ­ເຢຊູຊົງ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ອາ­ຫານ​ຄຳ​ນີ້​ຈ້ຳ​ແລ້ວ​ຍື່ນ​ໃຫ້​ຜູ້​ໃດ ກໍ​ແມ່ນ​ຜູ້​ນັ້ນ​ແຫລະເມື່ອ​ຊົງ​ຈ້ຳ​ອາ­ຫານ​ຄຳ​ນັ້ນ­ແລ້ວ ພຣະ­ອົງ​ຊົງ​ຍື່ນ​ໃຫ້​ແກ່ຢູ­ດາລູກຊີ­ໂມນອິ­ສະ­ກາ­ຣີ­ອົດ.

27 ຫລັງ​ຈາກຢູ­ດາໄດ້​ກິນ​ອາ­ຫານ​ຄຳ​ນັ້ນ­ແລ້ວ ຊາ­ຕານຈຶ່ງ​ເຂົ້າ​ຢູ່​ໃນ​ໃຈ​ລາວ ພຣະ­ເຢຊູຈຶ່ງ​ຊົງ​ບອກຢູ­ດາວ່າ, “ອັນ​ທີ່​ທ່ານ​ຈະ​ເຮັດ​ນັ້ນ​ກໍ​ຈົ່ງ​ເຮັດ​ໄວໆ ແມ.”

28 ໃນ​ບັນ­ດາ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ຢູ່​ນັ້ນ​ບໍ່​ມີ​ຜູ້​ໃດ​ໄດ້​ເຂົ້າ­ໃຈ​ວ່າ ດ້ວຍ​ເຫດ​ໃດ​ພຣະ­ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ລາວ​ຢ່າງ​ນັ້ນ.

29 ດັ່ງ­ນັ້ນ​ລາງ​ຄົນ​ກໍ​ຄຶດ​ວ່າ​ເປັນ​ເພາະຢູ­ດາຖື​ຖົງ​ເງິນ ພຣະ­ເຢຊູຈຶ່ງ​ຊົງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຊື້​ສິ່ງ​ຂອງ​ທີ່​ພວກ​ເຮົາ​ຕ້ອງ­ການ​ສຳ­ລັບ​ງານ​ເທດ­ສະ­ການ​ນີ້ຫລື​ເພື່ອ​ຈະ​ໃຫ້​ລາວ​ທານ​ແກ່​ຄົນ​ຍາກ­ຈົນ.

30 ພາຍ­ຫລັງ​ທີ່ຢູ­ດາໄດ້​ຮັບ​ອາ­ຫານ​ຄຳ​ນັ້ນ­ແລ້ວ​ລາວ​ກໍ​ອອກ​ໄປ​ທັນ­ທີ ໃນ​ຂະ­ນະ​ນັ້ນ​ເປັນ​ເວ­ລາ​ກາງ­ຄືນ.

31 ເມື່ອຢູ­ດາອອກ​ໄປ​ແລ້ວພຣະ­ເຢຊູຊົງ​ກ່າວ​ວ່າ, “ບັດ​ນີ້​ບຸດ​ມະ­ນຸດ​ໄດ້​ຮັບ​ກຽດ­ຕິ­ຍົດ​ແລ້ວ ແລະພຣະ­ເຈົ້າກໍ​ຊົງ​ຮັບ​ກຽດ­ຕິ­ຍົດ​ເພາະ​ບຸດ​ມະ­ນຸດ.

32 ຖ້າພຣະ­ເຈົ້າຊົງ​ຮັບ​ກຽດ­ຕິ­ຍົດ​ເພາະ​ບຸດ​ມະ­ນຸດ ພຣະ­ເຈົ້າຈະ​ຊົງ​ປະ­ທານ​ໃຫ້​ບຸດ​ມະ­ນຸດ​ມີ​ກຽດ­ຕິ­ຍົດ​ຮ່ວມ​ກັບ​ພຣະ­ອົງ ແລະ​ຈະ​ຊົງ​ໃຫ້​ມີ​ກຽດ­ຕິ­ຍົດ​ໃນ​ບັດ​ນີ້.

33 ລູກ­ນ້ອຍ​ທັງ­ຫລາຍ​ເອີຍ, ເຮົາ​ຍັງ​ຈະ​ຢູ່​ກັບ​ພວກ​ເຈົ້າ​ອີກ​ໜ້ອຍ​ໜຶ່ງ ພວກ​ເຈົ້າ​ຈະ​ຊອກ​ຫາ​ເຮົາ ແລະ, ເໝືອນ​ກັບ​ເຮົາ​ໄດ້​ບອກ​ກັບ​ພວກຢິວແລ້ວ​ວ່າ ບ່ອນ​ເຮົາ​ຈະ​ໄປ​ນັ້ນ​ພວກ​ເຈົ້າ​ໄປ​ບໍ່​ໄດ້’, ບັດ​ນີ້​ເຮົາ​ກໍ​ບອກ​ພວກ​ເຈົ້າ​ເໝືອນ​ກັນ.

34 ເຮົາ​ໃຫ້​ບັນ­ຍັດ​ໃໝ່​ໄວ້​ແກ່​ເຈົ້າ​ທັງ­ຫລາຍ​ຄື​ໃຫ້​ພວກ​ເຈົ້າ​ຮັກ​ກັນ​ແລະ​ກັນ ເຮົາ​ຮັກ​ເຈົ້າ​ທັງ­ຫລາຍ​ມາ​ແລ້ວ​ຢ່າງ­ໃດ ພວກ​ເຈົ້າ​ຈົ່ງ​ຮັກ​ກັນ​ແລະ​ກັນ​ດ້ວຍ​ຢ່າງ​ນັ້ນ.

35 ຖ້າ​ເຈົ້າ​ທັງ­ຫລາຍ​ມີ​ຄວາມ​ຮັກ​ເຊິ່ງ​ກັນ​ແລະ​ກັນ ດັ່ງ­ນີ້​ແຫລະ, ຄົນ​ທັງ​ປວງ​ກໍ​ຈະ​ໄດ້​ຮູ້​ວ່າ​ເຈົ້າ​ທັງ­ຫລາຍ​ເປັນ​ສາ­ວົກ​ຂອງ​ເຮົາ.”

36 ຝ່າຍຊີ­ໂມນເປ­ໂຕໄດ້​ທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ທ່ານ​ຈະ​ໄປ​ໃສພຣະ­ເຢຊູຊົງ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ ທ່ານ​ຈະ​ຕາມ​ເຮົາ​ໄປ​ດຽວ­ນີ້​ບໍ່​ໄດ້ ແຕ່​ພາຍ­ຫລັງ​ທ່ານ​ຈະ​ຕາມ​ໄປ.”

37 ເປ­ໂຕທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ເປັນ​ຫຍັງ​ຂ້າ­ນ້ອຍ​ຈຶ່ງ​ຕາມ​ທ່ານ​ໄປ​ດຽວ­ນີ້​ບໍ່​ໄດ້ ຂ້າ­ນ້ອຍ​ຈະ​ສະ­ຫລະ​ຊີ­ວິດ​ເພື່ອ​ທ່ານ.”

38 ພຣະ­ເຢຊູຊົງ​ຕອບ​ວ່າ, “ທ່ານ​ຈະ​ສະ­ຫລະ​ຊີ­ວິດ​ຂອງ​ທ່ານ​ເພື່ອ​ເຮົາ​ຫລື ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ກ່ອນ​ໄກ່​ຈະ​ຂັນ​ທ່ານ​ຈະ​ປະ­ຕິ­ເສດ​ເຮົາ​ເຖິງ​ສາມ​ເທື່ອ.”

 

14.

1 ຢ່າ​ໃຫ້​ໃຈ​ຂອງ​ທ່ານ​ທັງ­ຫລາຍ​ວຸ້ນ­ວາຍ​ໄປ ຈົ່ງ​ໄວ້​ວາງ­ໃຈ​ໃນພຣະ­ເຈົ້າ ແລະ​ໄວ້​ວາງ­ໃຈ​ໃນ​ເຮົາ​ເໝືອນ​ກັນ.

2 ໃນ​ຜາ­ສາດພຣະ­ບິ­ດາຂອງ​ເຮົາ​ມີ​ທີ່­ຢູ່​ຫລາຍ​ບ່ອນ ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກ​ທ່ານ​ແລ້ວ ເພາະ​ເຮົາ​ໄປ​ຈັດ​ແຈງ​ບ່ອນ​ໄວ້​ສຳ­ລັບ​ທ່ານ​ທັງ­ຫລາຍ.

3 ເມື່ອ​ເຮົາ​ໄປ​ຈັດ​ແຈງ​ບ່ອນ​ໄວ້​ສຳ­ລັບ​ພວກ​ທ່ານ​ແລ້ວ ເຮົາ​ຈະ​ກັບ​ມາ​ອີກ​ຮັບ​ທ່ານ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກ​ທ່ານ​ຈະ​ຢູ່​ທີ່​ນັ້ນ​ເໝືອນ​ກັນ.

4 ແລະ​ທ່ານ​ຮູ້­ຈັກ​ທາງ​ທີ່​ເຮົາ​ຈະ​ໄປ​ນັ້ນ.”

5 ໂທ­ມາທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ພວກ​ຂ້າ­ນ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຈະ​ໄປ​ໃສ ພວກ​ຂ້າ­ນ້ອຍ​ຈະ​ຮູ້­ຈັກ​ທາງ​ນັ້ນ​ດ້ວຍ​ຢ່າງ­ໃດ.”

6 ພຣະ­ເຢຊູຊົງ​ຕອບ​ລາວ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ທາງ​ນັ້ນ, ເປັນ­ຄວາມ​ຈິງ, ແລະ ເປັນ​ຊີ­ວິດ ບໍ່​ມີ​ຜູ້​ໃດ​ມາ​ເຖິງພຣະ­ບິ­ດາໄດ້​ນອກ­ຈາກ​ຈະ​ມາ​ທາງ​ເຮົາ.

7 ຖ້າ​ທ່ານ​ທັງ­ຫລາຍ​ຮູ້­ຈັກ​ເຮົາ​ແລ້ວ ທ່ານ​ກໍ​ຄົງ​ຮູ້­ຈັກພຣະ­ບິ­ດາຂອງ​ເຮົາ​ເໝືອນ​ກັນ ຕັ້ງ­ແຕ່​ນີ້​ໄປ​ທ່ານ​ທັງ­ຫລາຍ​ກໍ​ຮູ້­ຈັກ​ພຣະ­ອົງ ແລະ​ໄດ້​ເຫັນ​ພຣະ­ອົງ.”

8 ຟີ­ລິບທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຂໍ​ສະ­ແດງພຣະ­ບິ­ດາໃຫ້​ຂ້າ­ນ້ອຍ​ທັງ­ຫລາຍ​ໄດ້​ເຫັນ ພວກ​ຂ້າ­ນ້ອຍ​ກໍ​ຈະ​ພໍ­ໃຈ​ແລ້ວ.”

9 ພຣະ­ເຢຊູຊົງ​ຕອບ​ວ່າ, “ຟີ­ລິບເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກ​ທ່ານ​ເຫິງ​ມາ​ເຖິງ​ພຽງ​ນີ້ ແລະ​ພວກ​ທ່ານ​ຍັງ​ບໍ່​ຮູ້­ຈັກ​ເຮົາ​ອີກ​ຫລື ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນພຣະ­ບິ­ດາ ເປັນ​ສັນ­ໃດ​ທ່ານ​ຈຶ່ງ​ກ່າວ​ວ່າ, ‘ຂໍ​ສະ­ແດງພຣະ­ບິ­ດາໃຫ້​ພວກ​ຂ້າ­ນ້ອຍ​ເຫັນ.’

10 ທ່ານ​ບໍ່​ເຊື່ອ​ຫລື​ວ່າ​ເຮົາ​ນີ້​ຢູ່​ໃນພຣະ­ບິ­ດາ ແລະພຣະ­ບິ­ດາຊົງ​ຢູ່​ໃນ​ເຮົາ ຖ້ອຍ​ຄຳ​ທີ່​ເຮົາ​ກ່າວ​ແກ່​ທ່ານ​ທັງ­ຫລາຍ​ນັ້ນ​ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ລຳ­ພັງ​ເຮົາ​ເອງ ແຕ່ພຣະ­ບິ­ດາຜູ້​ຊົງ​ສະ­ຖິດ​ຢູ່​ໃນ​ເຮົາ​ໄດ້​ຊົງ​ກະ­ທຳ​ພຣະ­ລາ­ຊະ­ກິດ​ຂອງ​ພຣະ­ອົງ.

11 ຈົ່ງ​ເຊື່ອ​ເຮົາ​ວ່າ​ເຮົາ​ຢູ່​ໃນພຣະ­ບິ­ດາແລະພຣະ­ບິ­ດາຊົງ​ຢູ່​ໃນ​ເຮົາ ຖ້າ​ບໍ່​ດັ່ງ­ນັ້ນ​ກໍ​ຈົ່ງ​ເຊື່ອ​ເພາະ​ກິດ­ຈະ­ການ​ເຫລົ່າ­ນັ້ນ.

12 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດ­ຈະ­ການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນ​ກັນ ແລະ​ຜູ້​ນັ້ນ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ນັ້ນ​ອີກ ເພາະ­ວ່າ​ຝ່າຍ​ເຮົາ​ໄປ​ເຖິງພຣະ­ບິ­ດາ.

13 ສິ່ງ​ໃດ​ທີ່​ທ່ານ​ທັງ­ຫລາຍ​ຈະ​ຂໍ​ໃນ​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ເພື່ອ​ວ່າພຣະ­ບິ­ດາຈະ​ຊົງ​ຮັບ​ກຽດ­ຕິ­ຍົດ​ດ້ວຍພຣະ­ບຸດ.

14 ຖ້າ​ທ່ານ​ທັງ­ຫລາຍ​ຂໍ​ສິ່ງ​ໃດ​ກັບ​ເຮົາ​ໃນ​ນາມ​ຂອງ​ເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ.

15 ຖ້າ​ທ່ານ​ທັງ­ຫລາຍ​ຮັກ​ເຮົາ ທ່ານ​ກໍ​ຈະ​ຖື​ຮັກ­ສາ​ຂໍ້​ບັນ­ຍັດ​ຂອງ​ເຮົາ.

16 ຝ່າຍ​ເຮົາ​ຈະ​ທູນ​ຂໍພຣະ­ບິ­ດາ ແລະ​ພຣະ­ອົງ​ຈະ​ຊົງ​ປະ­ທານ​ຜູ້​ຊ່ອຍ​ອີກ​ຜູ້​ໜຶ່ງ​ໃຫ້​ແກ່​ພວກ​ທ່ານ ເພື່ອ​ຈະ​ຢູ່​ກັບ​ພວກ​ທ່ານ​ຕະ­ຫລອດ​ໄປ​ເປັນ­ນິດ,

17 ຄືພຣະ­ວິນ­ຍານແຫ່ງ​ຄວາມ​ຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ໄດ້​ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້­ຈັກ​ພຣະ­ອົງ ແຕ່​ທ່ານ​ທັງ­ຫລາຍ​ຮູ້­ຈັກ​ພຣະ­ອົງ ເພາະ​ພຣະ­ອົງ​ຊົງ​ສະ­ຖິດ​ຢູ່​ກັບ​ພວກ​ທ່ານ ແລະ​ຈະ​ປະ­ທັບ​ຢູ່​ໃນ​ພວກ​ທ່ານ.

18 ເຮົາ​ຈະ​ບໍ່​ປະ​ຖິ້ມ​ທ່ານ​ທັງ­ຫລາຍ​ໄວ້​ໃນ​ເປັນ​ກຳ­ພ້າ ເຮົາ​ຈະ​ມາ​ຫາ​ພວກ​ທ່ານ.

19 ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ​ແຕ່​ພວກ​ທ່ານ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ເປັນ​ຢູ່​ທ່ານ​ທັງ­ຫລາຍ​ກໍ​ຈະ​ເປັນ​ຢູ່​ເໝືອນ​ກັນ.

20 ໃນ​ວັນ​ນັ້ນ​ທ່ານ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນພຣະ­ບິ­ດາຂອງ​ເຮົາ ແລະ​ພວກ​ທ່ານ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພວກ​ທ່ານ.

21 ຜູ້​ທີ່​ມີ​ຂໍ້​ບັນ­ຍັດ​ຂອງ​ເຮົາ​ແລະ​ຖື​ຂໍ້​ບັນ­ຍັດ​ນັ້ນ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ທີ່​ຮັກ​ເຮົາ ແລ້ວ​ຜູ້​ທີ່​ຮັກ​ເຮົາພຣະ­ບິ­ດາຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້​ນັ້ນ ແລະ​ຝ່າຍ​ເຮົາ​ຈະ​ຮັກ​ຜູ້​ນັ້ນ ພ້ອມ​ທັງ​ຈະ​ສະ­ແດງ​ຕົວ​ເຮົາ​ໃຫ້​ແກ່​ຜູ້​ນັ້ນ.”

22 ຢູ­ດາ (ບໍ່​ແມ່ນອິ­ສະ­ກາ­ຣີ­ອົດ) ທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ເປັນ​ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ສະ­ແດງ​ຕົວ​ໃຫ້​ປະ­ກົດ​ແກ່​ພວກ​ຂ້າ­ນ້ອຍ ແຕ່​ບໍ່​ໃຫ້​ປະ­ກົດ​ແກ່​ໂລກ.”

23 ພຣະ­ເຢຊູຊົງ​ຕອບ​ວ່າ, “ຖ້າ​ຜູ້​ໃດ​ຮັກ​ເຮົາ ຜູ້​ນັ້ນ​ຈະ​ຖື​ຮັກ­ສາ​ພຣະ­ທຳ​ຂອງ​ເຮົາ ແລະພຣະ­ບິ­ດາຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້​ນັ້ນ ແລ້ວ​ເຮົາ​ທັງ​ສອງ​ຈະ​ມາ​ຫາ​ຜູ້​ນັ້ນ​ແລະ​ຈະ​ຕັ້ງ​ຢູ່​ກັບ​ຜູ້​ນັ້ນ.

24 ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ບໍ່​ຖື​ຮັກ­ສາ​ຖ້ອຍ​ຄຳ​ທັງ­ຫລາຍ​ຂອງ​ເຮົາ ພຣະ­ທຳ​ທີ່​ທ່ານ​ທັງ­ຫລາຍ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ ແຕ່​ແມ່ນ​ຂອງພຣະ­ບິ­ດາຜູ້​ຊົງ​ໃຊ້​ເຮົາ​ມາ.

25 ຂໍ້­ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ­ຫລາຍ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ.

26 ແຕ່ພຣະ­ຜູ້­ຊ່ອຍຄືພຣະ­ວິນ­ຍານ­ບໍ­ລິ­ສຸດທີ່ພຣະ­ບິ­ດາຈະ​ຊົງ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ອົງ​ນັ້ນ​ແຫລະ, ຈະ​ຊົງ​ສອນ​ທ່ານ​ທັງ­ຫລາຍ​ທຸກໆ ສິ່ງ ແລະ​ຈະ​ເຕືອນ​ພວກ​ທ່ານ​ໃຫ້​ລະ­ນຶກ​ເຖິງ​ທຸກ​ສິ່ງ​ທີ່​ເຮົາ​ນີ້​ໄດ້​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ນັ້ນ.

27 ເຮົາ​ມອບ​ຄວາມ​ສະ­ຫງົບ​ສຸກ​ໄວ້​ກັບ​ທ່ານ​ທັງ­ຫລາຍ ຄວາມ​ສະ­ຫງົບ​ສຸກ​ຂອງ​ເຮົາ ເຮົາ​ປະ­ທານ​ໃຫ້​ແກ່​ທ່ານ​ທັງ­ຫລາຍ ຝ່າຍ​ເຮົາ​ໃຫ້​ແກ່​ພວກ​ທ່ານ​ບໍ່​ເໝືອນ​ໂລກ​ໃຫ້​ນັ້ນ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ວຸ້ນ­ວາຍ​ໄປ​ແລະ​ຢ່າ​ຊູ່​ຢ້ານ.

28 ທ່ານ​ທັງ­ຫລາຍ​ໄດ້​ຍິນ​ເຮົາ​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ວ່າ ເຮົາ​ຈະ​ຈາກ​ໄປ​ແລະ​ຈະ​ກັບ​ມາ​ຫາ​ພວກ​ທ່ານຖ້າ​ພວກ​ທ່ານ​ຮັກ​ເຮົາ ພວກ​ທ່ານ​ກໍ​ຈະ​ຊົມ­ຊື່ນ​ຍິນ­ດີ​ທີ່​ເຮົາ​ໄປ​ຫາພຣະ­ບິ­ດາ ເພາະພຣະ­ບິ­ດາຊົງ​ເປັນ​ໃຫຍ່​ກວ່າ​ເຮົາ.

29 ບັດ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ­ຫລາຍ​ກ່ອນ​ເຫດ­ການ​ນັ້ນ​ຈະ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ເຫດ­ການ​ນັ້ນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ.

30 ຕັ້ງ­ແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ສົນ­ທະ­ນາ​ຫລາຍ​ຄຳ​ກັບ​ພວກ​ທ່ານ ເພາະ­ວ່າ​ຜູ້​ປົກ­ຄອງ​ໂລກ​ຈະ​ມາ​ແລະ​ຜູ້​ນັ້ນ​ບໍ່​ມີ​ສິດ​ອັນ​ໃດ​ກ່ຽວ​ກັບ​ເຮົາ.

31 ແຕ່​ເຮົາ​ໄດ້​ເຮັດ​ຕາມ​ທີ່ພຣະ­ບິ­ດາໄດ້​ຊົງ​ບັນ­ຊາ ເພື່ອ​ໂລກ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຮັກພຣະ­ບິ­ດາ ຈົ່ງ​ລຸກ­ຂຶ້ນ, ເຮົາ​ທັງ­ຫລາຍ​ພາ­ກັນ​ຈາກ​ທີ່​ນັ້ນ​ໄປ​ເທາະ.”

 

15.

1 ເຮົາ​ເປັນ​ເຄືອ​ອະ­ງຸ່ນ​ອັນ​ແທ້​ຈິງ ພຣະ­ບິ­ດາຂອງ​ເຮົາ​ຊົງ​ເປັນ​ຜູ້​ບົວ­ລະ­ບັດ.

2 ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່­ເກີດ​ຜົນ ພຣະ­ອົງ​ຊົງ​ລິ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດ​ຜົນ ພຣະ­ອົງ​ຊົງ​ຕອນ​ເພື່ອ​ໃຫ້​ເກີດ​ຜົນ​ຫລາຍ​ຂຶ້ນ.

3 ບັດ​ນີ້​ທ່ານ​ທັງ­ຫລາຍ​ກໍ​ຕອນ ແລ້ວ​ດ້ວຍ​ພຣະ­ທຳ​ທີ່​ເຮົາ​ໄດ້​ກ່າວ​ຕໍ່​ພວກ​ທ່ານ.

4 ຈົ່ງ​ເຂົ້າ​ສະ­ໜິດ​ຢູ່​ໃນ​ເຮົາ​ແລະ​ເຮົາ​ເຂົ້າ​ສະ­ໜິດ​ຢູ່​ໃນ​ພວກ​ທ່ານ ກິ່ງ​ຈະ​ເກີດ​ຜົນ​ເອງ​ບໍ່​ໄດ້​ນອກ­ຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນ­ໃດ ທ່ານ​ທັງ­ຫລາຍ​ກໍ​ຈະ​ເກີດ​ຜົນ​ບໍ່​ໄດ້​ນອກ­ຈາກ​ຈະ​ເຂົ້າ​ສະ­ໜິດ​ຢູ່​ໃນ​ເຮົາ​ສັນ­ນັ້ນ.

5 ເຮົາ​ເປັນ​ເຄືອ​ອະ­ງຸ່ນ ທ່ານ​ທັງ­ຫລາຍ​ເປັນ​ກິ່ງ ຜູ້​ທີ່​ເຂົ້າ​ສະ­ໜິດ​ຢູ່​ໃນ​ເຮົາ ແລະ​ເຮົາ​ເຂົ້າ​ສະ­ໜິດ​ຢູ່​ໃນ​ຜູ້​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ, ຈະ​ເກີດ​ຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ​ພວກ​ທ່ານ​ບໍ່​ອາດ​ເຮັດ​ສິ່ງ​ໃດ​ໄດ້.

6 ຖ້າ​ຜູ້​ໃດ​ບໍ່​ເຂົ້າ​ສະ­ໜິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວ­ແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.

7 ຖ້າ​ທ່ານ​ທັງ­ຫລາຍ​ເຂົ້າ​ສະ­ໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍ​ຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ທ່ານ​ແລ້ວ ພວກ​ທ່ານ​ຈະ​ປາດ­ຖະ­ໜາ​ສິ່ງ​ໃດ​ຈົ່ງ​ຂໍ​ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກ​ທ່ານ.

8 ໃນ​ການ​ນີ້​ແຫລະ, ພຣະ­ບິ­ດາຂອງ​ເຮົາ​ໄດ້​ຊົງ​ຮັບ​ກຽດ­ຕິ­ຍົດ ຄື​ເມື່ອ​ພວກ​ທ່ານ​ເກີດ​ຜົນ​ຫລາຍ ພວກ​ທ່ານ​ຈຶ່ງ​ເກີດ​ເປັນ​ສາ­ວົກ​ຂອງ​ເຮົາ.

9 ພຣະ­ບິ­ດາໄດ້​ຊົງ​ຮັກ​ເຮົາ​ຢ່າງ­ໃດ ຝ່າຍ​ເຮົາ​ໄດ້​ຮັກ​ພວກ​ທ່ານ​ຢ່າງ​ນັ້ນ​ເໝືອນ​ກັນ ຈົ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ.

10 ຖ້າ​ພວກ​ທ່ານ​ຖື​ຮັກ­ສາ​ຂໍ້​ບັນ­ຍັດ​ຂອງ​ເຮົາ ທ່ານ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ຖື​ຮັກ­ສາ​ບັນ­ຍັດພຣະ­ບິ­ດາຂອງ​ເຮົາ ເຮົາ​ຈຶ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ­ອົງ.

11 ຂໍ້­ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ­ຫລາຍ​ແລ້ວ ເພື່ອ​ຄວາມ​ຍິນ­ດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ທ່ານ ແລະ​ຄວາມ​ຍິນ­ດີ​ຂອງ​ທ່ານ​ຈະ​ຄົບ​ບໍ­ລິ­ບູນ.

12 ນີ້​ແຫລະ, ເປັນ​ຂໍ້​ບັນ­ຍັດ​ຂອງ​ເຮົາ ຄື​ໃຫ້​ທ່ານ​ທັງ­ຫລາຍ​ຮັກ​ກັນ​ແລະ​ກັນ ເໝືອນ​ດັ່ງ​ເຮົາ​ໄດ້​ຮັກ​ພວກ​ທ່ານ.

13 ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ໃຫຍ່​ກວ່າ​ນີ້ ຄື​ການ​ທີ່​ຜູ້​ໜຶ່ງ​ຈະ​ໄດ້​ສະ­ຫລະ​ຊີ­ວິດ​ຕາງ​ມິດ​ສະ­ຫາຍ​ຂອງ​ຕົນ.

14 ຖ້າ​ທ່ານ​ທັງ­ຫລາຍ​ເຮັດ​ຂໍ້​ທີ່​ເຮົາ​ໄດ້​ບັນ­ຍັດ​ໄວ້ ພວກ​ທ່ານ​ກໍ​ເປັນ​ມິດ​ສະ­ຫາຍ​ຂອງ​ເຮົາ.

15 ຕໍ່​ໄປ​ເຮົາ​ບໍ່​ເອີ້ນ​ທ່ານ​ທັງ­ຫລາຍ​ວ່າ​ຂ້ອຍ​ໃຊ້ ເພາະ​ຂ້ອຍ​ໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງ​ຕົນ​ກຳ­ລັງ​ເຮັດ​ອັນ​ໃດ ແຕ່​ເຮົາ​ເອີ້ນ​ພວກ​ທ່ານ​ວ່າ​ມິດ​ສະ­ຫາຍ ເພາະ­ວ່າ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກພຣະ­ບິ­ດາຂອງ​ເຮົາ ເຮົາ​ກໍ​ໄດ້​ສະ­ແດງ​ໃຫ້​ແກ່​ພວກ​ທ່ານ​ຊາບ​ແລ້ວ.

16 ບໍ່​ແມ່ນ​ທ່ານ​ທັງ­ຫລາຍ​ໄດ້​ເລືອກ​ເອົາ​ເຮົາ ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ທ່ານ​ແລະ​ໄດ້​ແຕ່ງ­ຕັ້ງ​ທ່ານ​ທັງ­ຫລາຍ ເພື່ອ​ໃຫ້​ໄປ​ເກີດ​ຜົນ ແລະ​ເພື່ອ​ຜົນ​ຂອງ​ພວກ​ທ່ານ​ຈະ​ຕັ້ງ​ຢູ່​ຖາ­ວອນ ເພື່ອ​ວ່າ, ເມື່ອ​ທ່ານ​ທັງ­ຫລາຍ​ຈະ​ທູນ​ຂໍ​ສິ່ງ​ໃດ​ຈາກພຣະ­ບິ­ດາໃນ​ນາມ​ຂອງ​ເຮົາ ພຣະ­ອົງ​ກໍ​ຈະ​ຊົງ​ປະ­ທານ​ສິ່ງ​ນັ້ນ​ແກ່​ພວກ​ທ່ານ.

17 ຂໍ້­ຄວາມ​ເຫລົ່າ​ນີ້​ເຮົາ​ກໍ​ບັນ­ຍັດ​ໄວ້​ແກ່​ທ່ານ​ທັງ­ຫລາຍ​ເພື່ອ​ພວກ​ທ່ານ​ຈະ​ຮັກ​ກັນ​ແລະ​ກັນ.

18 ຖ້າ​ໂລກ​ຫາກ​ກຽດ​ຊັງ​ທ່ານ​ທັງ­ຫລາຍ ກໍ​ຈົ່ງ​ຮູ້​ວ່າ​ມັນ​ໄດ້​ກຽດ​ຊັງ​ເຮົາ​ກ່ອນ​ແລ້ວ.

19 ຖ້າ​ທ່ານ​ທັງ­ຫລາຍ​ເປັນ​ຂອງ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກ­ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ທ່ານ​ທັງ­ຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ທ່ານ​ອອກ​ຈາກ​ໂລກ ສັນ­ນັ້ນ​ໂລກ​ຈຶ່ງ​ກຽດ​ຊັງ​ພວກ​ທ່ານ.

20 ຈົ່ງ​ລະ­ນຶກ​ເຖິງ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ທ່ານ​ທັງ­ຫລາຍ​ວ່າ ຂ້ອຍ​ໃຊ້​ບໍ່­ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ ຖ້າ​ເຂົາ​ຂົ່ມ­ເຫງ​ເຮົາ ເຂົາ​ກໍ​ຈະ​ຂົ່ມ­ເຫງ​ທ່ານ​ທັງ­ຫລາຍ​ເໝືອນ​ກັນ ຖ້າ​ເຂົາ​ຖື​ຮັກ­ສາ​ຂໍ້­ຄວາມ​ຂອງ​ເຮົາ ເຂົາ​ກໍ​ຈະ​ຖື​ຮັກ­ສາ​ຂໍ້­ຄວາມ​ຂອງ​ພວກ​ທ່ານ​ເໝືອນ​ກັນ.

21 ແຕ່​ສິ່ງ​ທັງ​ປວງ​ນີ້​ເຂົາ​ກໍ​ຈະ​ເຮັດ​ຕໍ່​ທ່ານ​ທັງ­ຫລາຍ ເພາະ​ເຫັນ­ແກ່​ນາມ​ຂອງ​ເຮົາ ເພາະ­ວ່າ​ເຂົາ​ບໍ່​ຮູ້­ຈັກ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ.

22 ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ເຂົາ ເຂົາ​ກໍ​ບໍ່​ມີ​ຜິດ​ບາບ​ແຕ່​ບັດ​ນີ້​ເຂົາ​ບໍ່​ມີ​ຂໍ້​ແກ້​ຕົວ​ໃນ​ເລື່ອງ​ຜິດ​ບາບ​ຂອງ​ຕົນ.

23 ຜູ້​ທີ່​ກຽດ​ຊັງ​ເຮົາ​ກໍ​ກຽດ​ຊັງພຣະ­ບິ­ດາຂອງ​ເຮົາ​ເໝືອນ​ກັນ.

24 ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດ­ຈະ­ການ​ຖ້າມ­ກາງ​ເຂົາ ອັນ​ບໍ່​ມີ​ຜູ້​ອື່ນ​ໄດ້​ເຮັດ​ນັ້ນ ເຂົາ​ກໍ​ຄົງ​ບໍ່​ມີ​ຜິດ​ບາບ ແຕ່​ບັດ​ນີ້​ເຂົາ​ໄດ້​ເຫັນ ແລະ​ໄດ້​ກຽດ​ຊັງ​ທັງ​ເຮົາ ແລະພຣະ­ບິ­ດາຂອງ​ເຮົາ​ເໝືອນ​ກັນ.

25 ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະ­ບັນ­ຍັດ​ຂອງ​ເຂົາ​ທີ່​ວ່າ ເຂົາ​ໄດ້​ກຽດ​ຊັງ​ເຮົາ​ໂດຍ​ບໍ່​ມີ​ເຫດ’.

26 ແຕ່​ເມື່ອ​ອົງພຣະ­ຜູ້­ຊ່ອຍຜູ້​ທີ່​ເຮົາ​ນີ້​ຈະ​ໃຊ້​ມາ​ຈາກພຣະ­ບິ­ດາຫາ​ທ່ານ​ທັງ­ຫລາຍ ຄືພຣະ­ວິນ­ຍານແຫ່ງ​ຄວາມ​ຈິງ​ຊຶ່ງ​ອອກ​ຈາກພຣະ­ບິ­ດາ ໄດ້​ສະ­ເດັດ​ມາ​ແລ້ວ ພຣະ­ອົງ​ນັ້ນ​ແຫລະ, ຈະ​ຊົງ​ເປັນ​ພະ­ຍານ​ໃຫ້​ແກ່​ເຮົາ.

27 ສ່ວນ​ທ່ານ​ທັງ­ຫລາຍ​ກໍ​ເປັນ​ພະ­ຍານ​ເໝືອນ​ກັນ ເພາະ­ວ່າ​ພວກ​ທ່ານ​ຢູ່​ກັບ​ເຮົາ​ຕັ້ງ­ແຕ່​ຕົ້ນ​ມາ​ແລ້ວ.

 

16.

1 ຂໍ້­ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ­ຫລາຍ​ແລ້ວ ເພື່ອ​ບໍ່​ໃຫ້​ພວກ​ທ່ານ​ເກີດ​ຄວາມ​ສະ­ດຸດ​ໃຈ.

2 ເຂົາ​ຈະ​ໄລ່​ທ່ານ​ທັງ­ຫລາຍ​ອອກ​ຈາກ​ໂຮງ​ທຳ​ມະ​ເທດ​ສະ­ໜາ​ຈະ​ມີ​ເວ­ລາ​ໜຶ່ງ​ເມື່ອ​ບຸກ­ຄົນ​ທີ່​ຂ້າ​ພວກ​ທ່ານ​ເສຍ​ຈະ​ຄຶດ​ວ່າ ຕົນ​ເຮັດ​ການ​ນັ້ນ​ເພື່ອ​ບູ­ຊາ​ຕໍ່ພຣະ­ເຈົ້າ.

3 ເຂົາ​ຈະ​ເຮັດ​ດັ່ງ­ນັ້ນ ເພາະ​ເຂົາ​ບໍ່​ໄດ້​ຮູ້­ຈັກພຣະ­ບິ­ດາແລະ​ບໍ່​ໄດ້​ຮູ້­ຈັກ​ເຮົາ.

4 ແຕ່​ທີ່​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ໃຫ້​ທ່ານ​ທັງ­ຫລາຍ ກໍ​ເພື່ອ​ວ່າ, ເມື່ອ​ເວ­ລາ​ຂອງ​ເຂົາ​ມາ​ເຖິງ​ແລ້ວ ພວກ​ທ່ານ​ຈະ​ໄດ້​ລະ­ນຶກ​ວ່າ ຝ່າຍ​ເຮົາ​ໄດ້​ບອກ​ພວກ​ທ່ານ​ໄວ້​ແລ້ວ. “ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ແກ່​ທ່ານ​ທັງ­ຫລາຍ​ຕັ້ງ­ແຕ່​ຕົ້ນ​ມາ ເພາະ­ວ່າ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ.

5 ແຕ່​ບັດ​ນີ້​ເຮົາ​ຈວນ​ຈະ​ໄປ​ຫາ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ແລະ​ບໍ່​ມີ​ຜູ້​ໃດ​ໃນ​ພວກ​ທ່ານ​ຖາມ​ເຮົາ​ວ່າ, ‘ທ່ານ​ຈະ​ໄປ​ໃສ’.

6 ແຕ່​ເພາະ​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ຕໍ່​ພວກ​ທ່ານ ໃຈ​ຂອງ​ພວກ​ທ່ານ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ­ທຸກ. But because I have spoken these things unto you, sorrow hath filled your heart.

7 ຢ່າງ­ໃດ​ກໍ​ຕາມ, ເຮົາ​ກໍ​ບອກ​ຄວາມ​ຈິງ​ຕໍ່​ທ່ານ​ທັງ­ຫລາຍ​ວ່າ ການ​ທີ່​ເຮົາ​ຈາກ​ໄປ​ນັ້ນ​ເປັນ​ປະ­ໂຫຍດ​ແກ່​ພວກ​ທ່ານ ເພາະ​ຖ້າ​ເຮົາ​ບໍ່​ໄປ ອົງພຣະ­ຜູ້­ຊ່ອຍນັ້ນ​ຈະ​ບໍ່​ໄດ້​ສະ­ເດັດ​ມາ​ຫາ​ພວກ​ທ່ານ ແຕ່​ຖ້າ​ເຮົາ​ໄປ​ແລ້ວ ເຮົາ​ກໍ​ຈະ​ໃຊ້ ພຣະ­ອົງ​ນັ້ນ​ມາ​ຫາ​ພວກ​ທ່ານ.

8 ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ແລ້ວ ພຣະ­ອົງ​ນັ້ນ​ແຫລະ, ຈະ​ຊົງ​ບັນ​ດົນ​ໃຫ້​ໂລກ​ຮູ້​ແຈ້ງ​ໃນ​ເລື່ອງ​ຄວາມ​ຜິດ​ບາບ, ຄວາມ​ຊອບ​ທຳ, ແລະ​ການ​ພິ­ພາກ­ສາ.

9 ໃນ​ເລື່ອງ​ຄວາມ​ຜິດ​ບາບ​ນັ້ນ ຄື​ເພາະ​ເຂົາ​ບໍ່​ວາງ­ໃຈ​ເຊື່ອ​ໃນ​ເຮົາ.

10 ໃນ​ເລື່ອງ​ຄວາມ​ຊອບ​ທຳ​ນັ້ນ ຄື​ເພາະ​ເຮົາ​ໄປ​ຫາພຣະ­ບິ­ດາແລະ​ພວກ​ທ່ານ​ຈະ​ບໍ່​ເຫັນ​ເຮົາ​ອີກ.

11 ສ່ວນ​ເລື່ອງ​ການ​ພິ­ພາກ­ສາ​ນັ້ນ ຄື​ເພາະ​ຜູ້​ປົກ­ຄອງ​ໂລກ​ນີ້​ໄດ້​ຖືກ​ພິ­ພາກ­ສາ​ແລ້ວ.

12 ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ບອກ​ແກ່​ທ່ານ​ທັງ­ຫລາຍ ແຕ່​ດຽວ­ນີ້​ພວກ​ທ່ານ​ບໍ່​ອາດ​ຈະ​ທົນ​ໄດ້.

13 ແຕ່​ເມື່ອ​ພຣະ­ອົງ​ນັ້ນ​ຄືພຣະ­ວິນ­ຍານແຫ່ງ​ຄວາມ​ຈິງ​ຈະ​ສະ­ເດັດ​ມາ​ແລ້ວ ພຣະ­ອົງ​ຈະ​ນຳ​ທ່ານ​ທັງ­ຫລາຍ​ໄປ​ສູ່​ຄວາມ​ຈິງ​ທັງ​ໝົດ ເພາະ​ພຣະ­ອົງ​ຈະ​ບໍ່​ກ່າວ​ແຕ່​ລຳ­ພັງ​ຂອງ​ພຣະ­ອົງ​ເອງ ແຕ່​ພຣະ­ອົງ​ຊົງ​ໄດ້​ຍິນ​ສິ່ງ​ໃດ​ກໍ​ຈະ​ຊົງ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ຊົງ​ປະ­ກາດ​ໃຫ້​ທ່ານ​ທັງ­ຫລາຍ​ຮູ້​ເຖິງ​ສິ່ງ​ເຫລົ່າ​ນີ້​ທີ່​ຈະ​ເກີດ​ຂຶ້ນ.

14 ພຣະ­ອົງ​ຈະ​ຊົງ​ໃຫ້​ເຮົາ​ໄດ້​ຮັບ​ກຽດ ເພາະ­ວ່າ​ພຣະ­ອົງ​ຈະ​ຊົງ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ປະ­ກາດ​ແກ່​ທ່ານ​ທັງ­ຫລາຍ.

15 ທຸກໆ ສິ່ງ​ທີ່ພຣະ­ບິ­ດາຊົງ​ມີ​ຢູ່​ນັ້ນ​ກໍ​ເປັນ​ຂອງ​ເຮົາ ເຫດ​ສັນ­ນັ້ນ​ເຮົາ​ຈຶ່ງ​ກ່າວ​ວ່າ ພຣະ­ວິນ­ຍານຊົງ​ເອົາ​ສິ່ງ​ຊຶ່ງ​ເປັນ​ຂອງ​ເຮົາ​ນັ້ນ​ມາ​ປະ­ກາດ​ແກ່​ທ່ານ​ທັງ­ຫລາຍ.

16 ຍັງ​ໜ້ອຍ​ໜຶ່ງ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ເຫັນ​ເຮົາ​ຕໍ່​ໄປ ແລະ​ຍັງ​ອີກ​ໜ້ອຍ​ໜຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ.”

17 ສາ­ວົກ​ຂອງ​ພຣະ­ອົງ​ລາງ​ຄົນ​ຈຶ່ງ​ຖາມ​ກັນ​ວ່າ, “ທີ່​ທ່ານ​ໄດ້​ກ່າວ​ຕໍ່​ພວກ​ເຮົາ​ວ່າ ຍັງ​ໜ້ອຍ​ໜຶ່ງ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ເຫັນ​ເຮົາ ແລະ​ຍັງ​ອີກ​ໜ້ອຍ​ໜຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ ແລະ ເພາະ​ເຮົາ​ໄປ​ຫາພຣະ­ບິ­ດານີ້​ໝາຍ​ຄວາມ​ຢ່າງ­ໃດ.”

18 ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຍັງ​ໜ້ອຍ​ໜຶ່ງ ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງ­ໃດ ພວກ​ເຮົາ​ບໍ່​ເຂົ້າ­ໃຈ​ວ່າ​ທ່ານ​ກຳ­ລັງ​ເວົ້າ​ຫຍັງ.”

19 ພຣະ­ເຢຊູຊົງ​ຊາບ​ວ່າ​ເຂົາ​ຢາກ​ທູນ​ຖາມ​ພຣະ­ອົງ ພຣະ­ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ທ່ານ​ທັງ­ຫລາຍ​ຖາມ​ກັນ​ໃນ​ເລື່ອງ​ທີ່​ເຮົາ​ກ່າວ​ນັ້ນ​ຫລື​ວ່າ ຍັງ​ໜ້ອຍ​ໜຶ່ງ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ເຫັນ​ເຮົາແລະ ອີກ​ໜ້ອຍ​ໜຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ’.

20 ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ​ຈິງ​ວ່າ ທ່ານ​ທັງ­ຫລາຍ​ຈະ​ຮ້ອງ­ໄຫ້​ຮ່ຳ­ໄຮ ແຕ່​ໂລກ​ນີ້​ຈະ​ຊົມ­ຊື່ນ​ຍິນ­ດີ ສ່ວນ​ພວກ​ທ່ານ​ຈະ​ມີ​ຄວາມ­ທຸກ​ໂສກ ແຕ່​ຄວາມ­ທຸກ​ໂສກ​ຂອງ​ພວກ​ທ່ານ​ນັ້ນ​ຈະ​ກັບ­ກາຍ​ເປັນ­ຄວາມ​ຍິນ­ດີ.

21 ເມື່ອ​ຜູ້­ຍິງ​ຈະ​ເກີດ​ລູກ ນາງ​ກໍ​ມີ​ຄວາມ­ທຸກ​ເພາະ​ເຖິງ​ກຳ­ນົດ​ແລ້ວ ແຕ່​ເມື່ອ​ເກີດ​ລູກ​ແລ້ວ​ນາງ​ກໍ​ບໍ່​ຄຶດ​ເຖິງ​ຄວາມ­ເຈັບ​ປວດ​ນັ້ນ​ອີກ ເພາະ​ມີ​ຄວາມ​ຊົມ­ຊື່ນ​ຍິນ­ດີ​ທີ່​ຄົນ​ຜູ້​ໜຶ່ງ​ເກີດ​ມາ​ໃນ​ໂລກ.

22 ດັ່ງ­ນັ້ນ​ໃນ​ບັດ​ນີ້​ທ່ານ​ທັງ­ຫລາຍ​ກໍ​ມີ​ຄວາມ­ທຸກ​ໂສກ ແຕ່​ເຮົາ​ຈະ​ເຫັນ​ພວກ​ທ່ານ​ອີກ ແລະ​ໃຈ​ຂອງ​ພວກ​ທ່ານ​ຈະ​ຊົມ­ຊື່ນ​ຍິນ­ດີ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ເອົາ​ຄວາມ​ຍິນ­ດີ​ນັ້ນ​ອອກ​ໄປ​ຈາກ​ພວກ​ທ່ານ​ໄດ້.

23 ໃນ​ວັນ​ນັ້ນ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງ​ໃດ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງ​ວ່າ ຖ້າ​ພວກ​ທ່ານ​ຈະ​ຂໍ​ສິ່ງ​ໃດ​ຈາກພຣະ­ບິ­ດາໃນ​ນາມ​ຂອງ​ເຮົາ ພຣະ­ອົງ​ຈະ​ຊົງ​ໂຜດ​ປະ­ທານ​ສິ່ງ​ນັ້ນ​ໃຫ້​ແກ່​ທ່ານ.

24 ມາ​ເຖິງ​ບັດ​ນີ້​ທ່ານ​ທັງ­ຫລາຍ​ບໍ່​ໄດ້​ຂໍ​ສິ່ງ​ໃດ​ໃນ​ນາມ​ຂອງ​ເຮົາ ຈົ່ງ​ຂໍ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນ­ດີ​ຂອງ​ພວກ​ທ່ານ​ຈະ​ເຕັມ​ບໍ­ລິ­ບູນ.

25 ສິ່ງ​ເຫລົ່າ​ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ­ຫລາຍ ເປັນ​ຄຳ​ປຽບ­ທຽບ ເມື່ອ​ເຖິງ​ເວ­ລາ​ໜຶ່ງ​ເຮົາ​ຈະ​ບໍ່​ກ່າວ​ເປັນ​ຄຳ​ປຽບ­ທຽບ​ຕໍ່​ພວກ​ທ່ານ​ອີກ ແຕ່​ຈະ​ບອກ​ໃຫ້​ພວກ​ທ່ານ​ຮູ້​ເລື່ອງພຣະ­ບິ­ດາໂດຍ​ແຈ່ມ​ແຈ້ງ.

26 ໃນ​ວັນ​ນັ້ນ​ທ່ານ​ທັງ­ຫລາຍ​ຈະ​ທູນ​ຂໍ​ໃນ​ນາມ​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ບອກ​ພວກ​ທ່ານ​ວ່າ ເຮົາ​ຈະ​ອ້ອນ­ວອນພຣະ­ບິ­ດາເພື່ອ​ພວກ​ທ່ານ.

27 ດ້ວຍ​ວ່າພຣະ­ບິ­ດາເອງ​ກໍ​ຊົງ​ຮັກ­ແພງ​ທ່ານ​ທັງ­ຫລາຍ ເພາະ­ວ່າ​ພວກ​ທ່ານ​ໄດ້​ຮັກ­ແພງ​ເຮົາ ແລະ​ໄດ້​ເຊື່ອ​ວ່າ ເຮົາ​ອອກ​ມາ​ຈາກພຣະ­ເຈົ້າ.

28 ເຮົາ​ໄດ້​ອອກ​ມາ​ຈາກພຣະ­ບິ­ດາແລະ​ໄດ້​ມາ​ໃນ​ໂລກ ແລ້ວ​ເຮົາ​ຈະ​ຈາກ​ໂລກ​ໄປ​ຫາພຣະ­ບິ­ດາອີກ.”

29 ພວກ​ສາ­ວົກ​ຂອງ​ພຣະ­ອົງ​ໄດ້​ທູນ​ວ່າ, “ນີ້​ແຫລະ, ບັດ​ນີ້​ທ່ານ​ກ່າວ​ໂດຍ​ແຈ່ມ​ແຈ້ງ ບໍ່​ໄດ້​ກ່າວ​ເປັນ​ຄຳ​ປຽບ­ທຽບ.

30 ບັດ​ນີ້​ພວກ​ຂ້າ­ນ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ຮູ້­ຈັກ​ສັບ­ພະ​ທຸກ​ສິ່ງ ແລະ​ບໍ່​ຈຳ­ເປັນ​ທີ່​ຜູ້​ໃດ​ຈະ​ຖາມ​ທ່ານ​ອີກ ດ້ວຍ​ເຫດ​ນີ້​ພວກ​ຂ້າ­ນ້ອຍ​ຈຶ່ງ​ເຊື່ອ​ວ່າ​ທ່ານ​ມາ​ຈາກພຣະ­ເຈົ້າ.”

31 ພຣະ­ເຢຊູຊົງ​ຕອບ​ເຂົາ​ວ່າ, “ດຽວ­ນີ້​ທ່ານ​ທັງ­ຫລາຍ​ເຊື່ອ​ແລ້ວ​ຫລື.

32 ເບິ່ງ​ແມ, ເວ­ລາ​ຈະ​ມາ​ແລະ​ເວ­ລາ​ນັ້ນ​ກໍ​ເຖິງ​ແລ້ວ ທີ່​ທ່ານ​ທັງ­ຫລາຍ​ຈະ​ຕ້ອງ​ແຕກ​ຊະ​ກັນ​ໄປ​ບ້ານ​ໃຜ​ເຮືອນ​ມັນ ແລະ​ຈະ​ປະ​ເຮົາ​ໄວ້​ຜູ້​ດຽວ​ແຕ່​ຫາກ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ຜູ້​ດຽວ​ເພາະພຣະ­ບິ­ດາຊົງ​ສະ­ຖິດ​ຢູ່​ກັບ​ເຮົາ.

33 ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ທ່ານ​ທັງ­ຫລາຍ ເພື່ອ​ພວກ​ທ່ານ​ຈະ​ມີ​ຄວາມ​ສະ­ຫງົບ​ສຸກ​ໃນ​ເຮົາ ໃນ​ໂລກ​ນີ້​ພວກ​ທ່ານ​ຈະ​ມີ​ຄວາມ­ທຸກ​ລຳ­ບາກ ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ ຝ່າຍ​ເຮົາ​ໄດ້​ຊະ­ນະ​ໂລກ​ແລ້ວ.”

 

17.

1 ເມື່ອພຣະ­ເຢຊູຊົງ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ ພຣະ­ອົງ​ກໍ​ຊົງ​ເງີຍ​ພຣະ­ພັກ​ຂຶ້ນ​ເບິ່ງ​ຟ້າ​ໂດຍ​ຊົງ​ກ່າວ​ວ່າ, “ພຣະ­ບິ­ດາເອີຍ, ເຖິງ​ເວ­ລາ​ແລ້ວ ຂໍ​ຊົງ​ໂຜດ​ໃຫ້ພຣະ­ບຸດຂອງ​ພຣະ­ອົງ​ໄດ້​ຮັບ​ກຽດ­ຕິ­ຍົດ ເພື່ອພຣະ­ບຸດຈະ​ໄດ້​ຖວາຍ​ກຽດ­ຕິ­ຍົດ​ແດ່​ພຣະ­ອົງ.

2 ເໝືອນ​ດັ່ງ​ພຣະ­ອົງ​ໄດ້​ຊົງ​ປະ­ທານ​ໃຫ້ພຣະ­ບຸດມີ​ສິດ​ອຳ­ນາດ​ເໜືອ​ມະ­ນຸດ​ທັງ​ປວງ ເພື່ອ​ໃຫ້ພຣະ­ບຸດປະ­ທານ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ແກ່​ທຸກ​ຄົນ​ທີ່​ພຣະ­ອົງ​ໄດ້​ຊົງ​ມອບ​ໃຫ້​ແກ່ພຣະ­ບຸດນັ້ນ.

3 ນີ້​ແຫລະ, ແມ່ນ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ ຄື​ທີ່​ເຂົາ​ຮູ້­ຈັກ​ພຣະ­ອົງ​ຜູ້​ຊົງ​ເປັນພຣະ­ເຈົ້າທ່ຽງ​ແທ້​ອົງ​ດຽວ​ແລະ​ຮູ້­ຈັກພຣະ­ເຢຊູ­ຄຣິດທີ່​ພຣະ­ອົງ​ຊົງ​ໃຊ້​ມາ.

4 ຂ້າ­ນ້ອຍ​ໄດ້​ຖວາຍ​ກຽດ­ຕິ­ຍົດ​ແດ່​ພຣະ­ອົງ​ໃນ​ໂລກ ຂ້າ­ນ້ອຍ​ໄດ້​ເຮັດ​ກິດ­ຈະ­ການ​ທີ່​ພຣະ­ອົງ​ຊົງ​ໃຫ້​ຂ້າ­ນ້ອຍ​ເຮັດ​ນັ້ນ​ສຳ­ເລັດ​ແລ້ວ.

5 ບັດ​ນີ້ພຣະ­ບິ­ດາເອີຍ, ຂໍ​ຊົງ​ໂຜດ​ໃຫ້​ຂ້າ­ນ້ອຍ​ມີ​ກຽດ­ຕິ­ຍົດ​ຕໍ່​ພຣະ­ພັກ​ຂອງ​ພຣະ­ອົງ​ເອງ ຄື​ກຽດ­ຕິ­ຍົດ​ທີ່​ຂ້າ­ນ້ອຍ​ມີ​ກັບ​ພຣະ­ອົງ​ກ່ອນ​ໂລກ​ບໍ່​ທັນ​ມີ​ນັ້ນ.

6 ຂ້າ­ນ້ອຍ​ໄດ້​ສະ­ແດງ​ພຣະ­ນາມ​ຂອງ​ພຣະ­ອົງ ແກ່​ຄົນ​ທັງ­ຫລາຍ​ທີ່​ພຣະ­ອົງ​ໄດ້​ຊົງ​ປະ­ທານ​ໃຫ້​ແກ່​ຂ້າ­ນ້ອຍ​ຈາກ​ມະ­ນຸດ­ສະ­ໂລກ ຄົນ​ເຫລົ່າ­ນັ້ນ​ເປັນ​ຂອງ​ພຣະ­ອົງ​ແລ້ວ ແລະ​ພຣະ­ອົງ​ໄດ້​ຊົງ​ປະ­ທານ​ເຂົາ​ໃຫ້​ແກ່​ຂ້າ­ນ້ອຍ ແລະ​ເຂົາ​ໄດ້​ຖື​ຮັກ­ສາ​ພຣະ­ທຳ​ຂອງ​ພຣະ­ອົງ​ແລ້ວ.

7 ບັດ​ນີ້​ເຂົາ​ຊາບ​ແລ້ວ​ວ່າ ທຸກ​ສິ່ງ​ທີ່​ພຣະ­ອົງ​ຊົງ​ປະ­ທານ​ໃຫ້​ແກ່​ຂ້າ­ນ້ອຍ​ນັ້ນ​ມາ​ຈາກ​ພຣະ­ອົງ.

8 ເພາະ­ວ່າ​ຖ້ອຍ​ຄຳ​ທັງ­ຫລາຍ​ທີ່​ພຣະ­ອົງ​ຊົງ​ປະ­ທານ​ໃຫ້​ແກ່​ຂ້າ­ນ້ອຍ​ນັ້ນ ຂ້າ­ນ້ອຍ​ໄດ້​ໃຫ້​ເຂົາ​ແລ້ວ ແລະ​ເຂົາ​ໄດ້​ຮັບ​ໄວ້ ແລະ​ເຂົາ​ຮູ້​ແນ່​ວ່າ​ຂ້າ­ນ້ອຍ​ມາ​ຈາກ​ພຣະ­ອົງ​ທັງ​ເຊື່ອ​ວ່າ​ພຣະ­ອົງ​ໄດ້​ຊົງ​ໃຊ້​ຂ້າ­ນ້ອຍ​ມາ.

9 ຂ້າ­ນ້ອຍ​ອ້ອນ­ວອນ​ເພື່ອ​ເຂົາ ຂ້າ­ນ້ອຍ​ບໍ່​ໄດ້​ອ້ອນ­ວອນ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່າ­ນັ້ນ​ທີ່​ພຣະ­ອົງ​ໄດ້​ຊົງ​ປະ­ທານ​ແກ່​ຂ້າ­ນ້ອຍ ເພາະ­ວ່າ​ເຂົາ​ເປັນ​ຂອງ​ພຣະ­ອົງ.

10 ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ຂ້າ­ນ້ອຍ​ກໍ​ເປັນ​ຂອງ​ພຣະ­ອົງ ແລະ​ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ພຣະ­ອົງ​ກໍ​ເປັນ​ຂອງ​ຂ້າ­ນ້ອຍ ແລະ​ຂ້າ­ນ້ອຍ​ມີ​ກຽດ­ຕິ­ຍົດ​ໃນ​ສິ່ງ​ເຫລົ່າ­ນັ້ນ.

11 ບັດ​ນີ້​ຂ້າ­ນ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກ​ນີ້​ອີກ ແຕ່​ເຂົາ​ຍັງ​ຢູ່​ໃນ​ໂລກ​ນີ້ ຝ່າຍ​ຂ້າ­ນ້ອຍ​ກຳ­ລັງ​ຈະ​ເມືອ​ຫາ​ພຣະ­ອົງ ໂອ, ພຣະ­ບິ­ດາຜູ້​ບໍ­ລິ­ສຸດ ຂໍ​ພຣະ­ອົງ​ຊົງ​ໂຜດ​ພິ­ທັກ­ຮັກ­ສາ​ເຂົາ​ໄວ້​ໂດຍ​ພຣະ­ນາມ​ຂອງ​ພຣະ­ອົງ ທີ່​ພຣະ­ອົງ​ໄດ້​ຊົງ​ປະ­ທານ​ແກ່​ຂ້າ­ນ້ອຍ​ນັ້ນ ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ເໝືອນ​ດັ່ງ​ເຮົາ​ທັງ​ສອງ.

12 ເມື່ອ​ຂ້າ­ນ້ອຍ​ຍັງ​ຢູ່​ກັບ​ເຂົາ ຂ້າ­ນ້ອຍ​ກໍ​ໄດ້​ພິ­ທັກ­ຮັກ­ສາ​ເຂົາ​ໄວ້ ໂດຍ​ພຣະ­ນາມ​ຂອງ​ພຣະ­ອົງ​ທີ່​ພຣະ­ອົງ​ໄດ້​ຊົງ​ປະ­ທານ​ແກ່​ຂ້າ­ນ້ອຍ ຂ້າ­ນ້ອຍ​ໄດ້​ປົກ​ປັກ​ຮັກ­ສາ​ເຂົາ​ໄວ້​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ເສຍ​ໄປ ເວັ້ນ​ໄວ້​ແຕ່​ຜູ້​ຖືກ​ຊົງ​ໝາຍ​ໄວ້​ສຳ­ລັບ​ຄວາມ​ຈິບ­ຫາຍ ເພື່ອ​ໃຫ້​ສຳ­ເລັດ​ໄປ​ຕາມ​ຂໍ້​ພຣະ­ທຳ.

13 ບັດ​ນີ້​ຂ້າ­ນ້ອຍ​ກຳ­ລັງ​ຈະ​ເມືອ​ຫາ​ພຣະ­ອົງ ຂ້າ­ນ້ອຍ​ກ່າວ​ເຖິງ​ສິ່ງ​ເຫລົ່າ​ນີ້​ໃນ​ໂລກ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ຊົມ­ຊື່ນ​ຍິນ­ດີ​ຂອງ​ຂ້າ­ນ້ອຍ​ຢ່າງ​ບໍ­ລິ­ບູນ.

14 ຝ່າຍ​ຂ້າ­ນ້ອຍ​ໄດ້​ມອບ​ພຣະ­ທຳ​ຂອງ​ພຣະ­ອົງ​ໃຫ້​ແກ່​ເຂົາ​ແລ້ວ ແລະ​ໂລກ​ນີ້​ໄດ້​ໄດ້​ກຽດ​ຊັງ​ເຂົາ​ເພາະ​ເຂົາ​ບໍ່​ຢູ່​ຝ່າຍ​ໂລກ ເໝືອນ​ຂ້າ­ນ້ອຍ​ບໍ່​ຢູ່​ຝ່າຍ​ໂລກ​ນັ້ນ.

15 ຂ້າ­ນ້ອຍ​ບໍ່​ໄດ້​ຂໍ​ພຣະ­ອົງ​ເອົາ​ເຂົາ​ອອກ​ຈາກ​ໂລກ​ນີ້ ແຕ່​ໄດ້​ຂໍ​ຮັກ­ສາ​ເຂົາ​ໄວ້​ໃຫ້​ພົ້ນ​ຈາກ​ມານ​ຮ້າຍ.

16 ເຂົາ​ບໍ່​ຢູ່​ຝ່າຍ​ໂລກ​ເໝືອນ​ດັ່ງ​ຂ້າ­ນ້ອຍ​ນີ້​ບໍ່​ຢູ່​ຝ່າຍ​ໂລກ.

17 ຂໍ​ຊົງ​ໂຜດ​ຊຳ­ລະ​ເຂົາ​ໃຫ້​ບໍ­ລິ­ສຸດ​ດ້ວຍ​ຄວາມ​ຈິງ ພຣະ­ທຳ​ຂອງ​ພຣະ­ອົງ​ນັ້ນ​ເປັນ­ຄວາມ​ຈິງ.

18 ພຣະ­ອົງ​ຊົງ​ໃຊ້​ຂ້າ­ນ້ອຍ​ມາ​ໃນ​ໂລກ​ສັນ­ໃດ ຂ້າ­ນ້ອຍ​ກໍ​ໃຊ້​ເຂົາ​ໄປ​ໃນ​ໂລກ​ສັນ­ນັ້ນ.

19 ຂ້າ­ນ້ອຍ​ຊຳ­ລະ​ຕົວ​ຖວາຍ​ເພາະ​ເຫັນ­ແກ່​ເຂົາ ເພື່ອ​ໃຫ້​ເຂົາ​ຮັບ​ການ​ຊົງ​ຊຳ­ລະ​ແຕ່ງ­ຕັ້ງ​ໄວ້​ດ້ວຍ​ຄວາມ​ຈິງ​ເໝືອນ​ກັນ.

20 ຂ້າ­ນ້ອຍ​ບໍ່​ໄດ້​ອ້ອນ­ວອນ​ເພື່ອ​ຄົນ​ເຫລົ່າ​ນີ້​ພວກ​ດຽວ ແຕ່​ເພື່ອ​ຄົນ​ທັງ​ປວງ​ທີ່​ວາງ­ໃຈ​ໃນ​ຂ້າ­ນ້ອຍ ເພາະ​ຖ້ອຍ​ຄຳ​ຂອງ​ເຂົາ,

21 ເພື່ອ​ເຂົາ​ທັງ​ໝົດ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ດັ່ງ​ທີ່​ພຣະ­ອົງ​ຄືພຣະ­ບິ­ດາຊົງ​ສະ­ຖິດ​ໃນ​ຂ້າ­ນ້ອຍ ແລະ​ຂ້າ­ນ້ອຍ​ໃນ​ພຣະ­ອົງ ເພື່ອ​ໃຫ້​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ­ອົງ​ແຫລະ, ຊົງ​ໃຊ້​ຂ້າ­ນ້ອຍ​ມາ.

22 ແລະ​ກຽດ­ຕິ­ຍົດ​ທີ່​ພຣະ­ອົງ​ຊົງ​ປະ­ທານ​ໃຫ້​ແກ່​ຂ້າ­ນ້ອຍ​ນັ້ນ​ຂ້າ­ນ້ອຍ​ກໍ​ໄດ້​ໃຫ້​ແກ່​ເຂົາ ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເໝືອນ​ດັ່ງ​ເຮົາ​ທັງ​ສອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ນັ້ນ.

23 ຂ້າ­ນ້ອຍ​ຢູ່​ໃນ​ເຂົາ​ແລະ​ພຣະ­ອົງ​ຊົງ​ຢູ່​ໃນ​ຂ້າ­ນ້ອຍ ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢ່າງ​ສົມ­ບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້​ວ່າ​ແມ່ນ​ພຣະ­ອົງ​ນັ້ນ​ແຫລະ, ຊົງ​ໃຊ້​ຂ້າ­ນ້ອຍ​ມາ ແລະ​ພຣະ­ອົງ​ຊົງ​ຮັກ​ເຂົາ​ເໝືອນ​ດັ່ງ​ທີ່​ພຣະ­ອົງ​ຊົງ​ຮັກ​ຂ້າ­ນ້ອຍ.

24 ໂອ ພຣະ­ບິ­ດາເອີຍ, ຊຶ່ງ​ພຣະ­ອົງ​ຊົງ​ປະ­ທານ​ໃຫ້​ແກ່​ຂ້າ­ນ້ອຍ​ນັ້ນ ຂ້າ­ນ້ອຍ​ກໍ​ປາດ­ຖະ­ໜາ​ຢາກ​ໃຫ້​ເຂົາ​ຢູ່​ກັບ​ຂ້າ­ນ້ອຍ​ໃນ​ບ່ອນ​ຊຶ່ງ​ຂ້າ­ນ້ອຍ​ຢູ່​ນັ້ນ​ເໝືອນ​ກັນ ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ສະ­ຫງ່າ​ລາ­ສີ​ຂອງ​ຂ້າ­ນ້ອຍ ຊຶ່ງ​ພຣະ­ອົງ​ຊົງ​ປະ­ທານ​ໃຫ້​ແກ່​ຂ້າ­ນ້ອຍ ເພາະ​ພຣະ­ອົງ​ຊົງ​ຮັກ​ຂ້າ­ນ້ອຍ ກ່ອນ​ຊົງ​ສ້າງ​ໂລກ.

25 ໂອ ພຣະ­ບິ­ດາຜູ້​ຍຸດ­ຕິ​ທຳ, ໂລກ​ນີ້​ບໍ່​ໄດ້​ຮູ້­ຈັກ ພຣະ­ອົງ​ແຕ່​ຝ່າຍ​ຂ້າ­ນ້ອຍ​ໄດ້​ຮູ້­ຈັກ​ພຣະ­ອົງ ແລະ​ຄົນ​ເຫລົ່າ​ນີ້​ໄດ້​ຮູ້​ວ່າ​ແມ່ນ​ພຣະ­ອົງ​ແຫລະ, ຊົງ​ໃຊ້​ຂ້າ­ນ້ອຍ​ມາ.

26 ຂ້າ­ນ້ອຍ​ໄດ້​ເຮັດ​ໃຫ້​ເຂົາ​ຮູ້­ຈັກ​ພຣະ­ນາມ​ຂອງ​ພຣະ­ອົງ ແລະ​ຈະ​ເຮັດ​ໃຫ້​ເຂົາ​ຮູ້​ອີກ ເພື່ອ​ຄວາມ​ຮັກ​ທີ່​ພຣະ­ອົງ​ໄດ້​ຊົງ​ຮັກ​ຂ້າ­ນ້ອຍ​ຈະ​ຢູ່​ໃນ​ເຂົາ ແລະ​ຝ່າຍ​ຂ້າ­ນ້ອຍ​ກໍ​ຢູ່​ໃນ​ເຂົາ.”

 

18.

1 ເມື່ອພຣະ­ເຢຊູຊົງ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ ພຣະ­ອົງ​ໄດ້​ສະ­ເດັດ​ອອກ​ໄປ​ກັບ​ພວກ​ສາ­ວົກ​ຂອງ​ພຣະ­ອົງ ຂ້າມ​ຫ້ວຍກິດ­ໂຣນບ່ອນ​ມີ​ສວນ ພຣະ­ອົງ​ສະ­ເດັດ​ເຂົ້າ​ໄປ​ໃນ​ສວນ​ນັ້ນ​ກັບ​ສາ­ວົກ.

2 ຝ່າຍຢູ­ດາຜູ້​ທີ່​ທໍ­ລະ​ຍົດ​ຕໍ່​ພຣະ­ອົງ​ກໍ​ຮູ້­ຈັກ​ບ່ອນ​ນັ້ນ​ເໝືອນ​ກັນ ເພາະ­ວ່າ​ທີ່​ນັ້ນ ພຣະ­ເຢຊູໄດ້​ປະ­ຊຸມ​ກັນ​ກັບ​ພວກ​ສາ­ວົກ​ຫລາຍ​ເທື່ອ​ແລ້ວ.

3 ດັ່ງ­ນັ້ນຢູ­ດາໄດ້​ພາ​ພວກ​ທະ­ຫານ​ກັບ​ເຈົ້າ​ໜ້າ­ທີ່ ມາ​ຈາກ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ແລະ​ພວກຟາ­ຣີ­ຊາຍ ຖື​ໂຄມ, ຖື​ກະ­ບອງ, ແລະ​ເຄື່ອງ ອາ­ວຸດ​ເຂົ້າ​ມາ​ໃນ​ທີ່​ນັ້ນ.

4 ຝ່າຍພຣະ­ເຢຊູຊາບ​ທຸກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພຣະ­ອົງ ຈຶ່ງ​ສະ­ເດັດ​ອອກ​ໄປ​ຊົງ​ຖາມ​ເຂົາ​ວ່າ, “ທ່ານ​ທັງ­ຫລາຍ​ຊອກ​ຫາ​ໃຜ.”

5 ເຂົາ​ທູນ​ຕອບ​ພຣະ­ອົງ​ວ່າ, “ມາ​ຫາເຢ­ຊູໄທນາ­ຊາ­ເຣັດພຣະ­ເຢຊູຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ຄື​ຜູ້​ນັ້ນຢູ­ດາຜູ້​ທໍ­ລະ​ຍົດ​ຕໍ່​ພຣະ­ອົງ​ກໍ​ຢືນ​ຢູ່​ກັບ​ຄົນ​ເຫລົ່າ­ນັ້ນ.

6 ເມື່ອ​ພຣະ­ອົງ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ຄື​ຜູ້​ນັ້ນເຂົາ​ໄດ້​ຖອຍ­ຫລັງ​ລົ້ມ​ລົງ​ເທິງ​ດິນ.

7 ພຣະ­ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ອີກ​ວ່າ, “ທ່ານ​ທັງ­ຫລາຍ​ຊອກ​ຫາ​ໃຜເຂົາ​ທູນ​ຕອບ​ວ່າ, “ມາ​ຫາເຢ­ຊູໄທນາ­ຊາ­ເຣັດ.”

8 ພຣະ­ເຢຊູຊົງ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກ​ທ່ານ​ແລ້ວ​ວ່າ ແມ່ນ​ເຮົາ​ນີ້​ແຫລະ ເຫດ​ສັນ­ນັ້ນ​ຖ້າ​ພວກ​ທ່ານ​ຊອກ​ຫາ​ເຮົາ ຈົ່ງ​ປະ​ໃຫ້​ຄົນ​ເຫລົ່າ​ນີ້​ໄປ​ເສຍ.”

9 ທັງ​ນີ້​ກໍ​ເພື່ອ​ໃຫ້​ສຳ­ເລັດ​ຕາມ​ຖ້ອຍ​ຄຳ​ທີ່​ພຣະ­ອົງ​ຊົງ​ກ່າວ​ວ່າ, “ຄົນ​ເຫລົ່າ​ນີ້​ທີ່​ພຣະ­ອົງ​ປະ­ທານ​ໃຫ້​ແກ່​ຂ້າ­ນ້ອຍ ບໍ່​ໄດ້​ສູນ​ເສຍ​ໄປ​ແມ່ນ​ແຕ່​ຄົນ​ດຽວ.”

10 ຊີ­ໂມນເປ­ໂຕ ມີ​ດາບ​ຈຶ່ງ​ຖອດ​ອອກ​ມາ​ຟັນ​ຂ້ອຍ​ໃຊ້​ຄົນ​ໜຶ່ງ​ຂອງ​ມະ­ຫາ​ປະ­ໂລ­ຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ ຂ້າ​ໃຊ້​ຄົນ​ນັ້ນ​ຊື່­ວ່າ ມາ­ລະ­ໂຂ.

11 ພຣະ­ເຢຊູຊົງ​ກ່າວ​ຕໍ່ເປ­ໂຕວ່າ, “ຈົ່ງ​ເອົາ​ດາບ​ໃສ່​ຝັກ​ໄວ້​ເສຍ ຈອກ​ທີ່ພຣະ­ບິ­ດາຊົງ​ປະ­ທານ​ໃຫ້​ແກ່​ເຮົາ ເຮົາ​ຈະ​ບໍ່​ດື່ມ​ຫລື.”

12 ກອງ​ທະ­ຫານ​ກັບ​ນາຍ​ພັນ ພ້ອມ​ດ້ວຍ​ເຈົ້າ​ໜ້າ­ທີ່​ຂອງ​ພວກຢິວ ໄດ້​ຫຸ້ມ​ຈັບພຣະ­ເຢຊູມັດ​ໄວ້.

13 ແລ້ວ​ເຂົາ​ໄດ້​ພາ​ພຣະ­ອົງ​ໄປ​ຫາອັນ­ນາກ່ອນ ເພາະອັນ­ນາເປັນ​ພໍ່​ເມຍ​ຂອງກາ­ຢະ­ຟາ ຜູ້​ຊຶ່ງ​ເປັນ​ມະ­ຫາ​ປະ­ໂລ­ຫິດ​ປະ­ຈຳ­ການ​ໃນ​ປີ​ນັ້ນ.

14 ກາ­ຢະ­ຟາຜູ້​ນີ້​ແຫລະ, ທີ່​ແນະ­ນຳ​ພວກຢິວວ່າ ຄວນ​ໃຫ້​ຄົນ​ໜຶ່ງ​ຕາຍ​ແທນ​ພົນ­ລະ­ເມືອງ​ທັງ​ໝົດ.

15 ຊີ­ໂມນເປ­ໂຕກັບ​ສາ­ວົກ​ອີກ​ຄົນ​ໜຶ່ງ​ໄດ້​ຕາມພຣະ­ເຢຊູໄປ ສາ­ວົກ​ຄົນ​ນັ້ນ​ຮູ້­ຈັກ​ກັນ​ກັບ​ມະ­ຫາ​ປະ­ໂລ­ຫິດ ເຂົາ​ໄດ້​ເຂົາ​ໄປ​ກັບພຣະ­ເຢຊູເຖິງ​ເດີ່ນ​ບ້ານ​ຂອງ​ມະ­ຫາ​ປະ­ໂລ­ຫິດ.

16 ຝ່າຍເປ­ໂຕຢືນ​ຢູ່​ຮີມ​ປະ­ຕູ​ຂ້າງ​ນອກ ສາ­ວົກ​ຄົນ​ນັ້ນ​ທີ່​ຮູ້­ຈັກ​ກັນ​ກັບ​ມະ­ຫາ​ປະ­ໂລ­ຫິດ ໄດ້​ອອກ​ໄປ​ເວົ້າ​ກັບ​ຜູ້­ຍິງ​ທີ່​ເຝົ້າ​ປະ­ຕູ ແລ້ວ​ກໍ​ພາເປ­ໂຕເຂົ້າ​ໄປ.

17 ມີ​ຍິງ​ໃຊ້​ທີ່​ເຝົ້າ​ປະ­ຕູ​ໄດ້​ຖາມເປ­ໂຕວ່າ, “ໂຕ​ກໍ​ເປັນ​ສາ­ວົກ​ຂອງ​ຄົນ​ນັ້ນ​ເໝືອນ​ກັນ​ຕີ້ເປ­ໂຕຕອບ​ວ່າ, “ບໍ່​ແມ່ນ​ດອກ.”

18 ພວກ​ຂ້ອຍ​ໃຊ້​ກັບ​ພວກ​ຍາມ​ກໍ​ຢືນ​ຢູ່​ທີ່​ນັ້ນ ເອົາ​ຖ່ານ​ມາ​ດັ່ງ​ໄຟ​ເພາະ­ວ່າ ອາ­ກາດ​ໜາວ ຈຶ່ງ​ພາ­ກັນ​ຢືນ​ຝີງ​ໄຟ​ຢູ່ ແລະເປ­ໂຕກໍ​ຢືນ​ຝີງ​ໄຟ​ນຳ​ເຂົາ​ເໝືອນ​ກັນ.

19 ຝ່າຍ​ມະ­ຫາ​ປະ­ໂລ­ຫິດ​ຈຶ່ງ​ທູນ​ຖາມພຣະ­ເຢຊູເຖິງ​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ແລະ​ເຖິງ​ຄຳ​ສັ່ງ­ສອນ​ຂອງ​ພຣະ­ອົງ.

20 ພຣະ­ເຢຊູຊົງ​ຕອບ​ທ່ານ​ວ່າ, “ເຮົາ​ນີ້​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດ­ເຜີຍ ເຮົາ​ໄດ້​ສັ່ງ­ສອນ​ສະ­ເໝີ​ໃນ​ໂຮງ​ທຳ​ມະ​ເທດ​ສະ­ໜາ ແລະ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ທີ່​ພວກຢິວທັງ​ໝົດ​ຊຸມ­ນຸມ​ກັນ ເຮົາ​ບໍ່​ໄດ້​ກ່າວ​ສິ່ງ​ໄດ້​ໃນ​ທີ່​ລັບ­ລີ້.

21 ທ່ານ​ຖາມ​ເຮົາ​ເຮັດ​ຫຍັງ ຈົ່ງ​ຖາມ​ຄົນ​ທັງ­ຫລາຍ​ທີ່​ໄດ້​ຟັງ​ເຮົາ​ວ່າ ເຮົາ​ໄດ້​ເວົ້າ​ອັນ​ໃດ​ກັບ​ເຂົາ ຄົນ​ເຫລົ່າ​ນີ້​ແຫລະ, ໄດ້​ຮູ້​ອັນ​ທີ່​ເຮົາ​ໄດ້​ເວົ້າ​ນັ້ນ.”

22 ເມື່ອ​ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນັ້ນ​ແລ້ວ ເຈົ້າ​ໜ້າ­ທີ່​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ​ໄດ້​ຕົບ​ພຣະ­ພັກພຣະ­ເຢຊູແລ້ວ​ກ່າວ​ວ່າ, “ເຈົ້າ​ຕອບ​ມະ­ຫາ​ປະ­ໂລ­ຫິດ​ຢ່າງ​ນັ້ນ​ຫລື.”

23 ພຣະ­ເຢຊູຊົງ​ຕອບ​ວ່າ, “ຖ້າ​ເຮົາ​ເວົ້າ​ຜິດ ຈົ່ງ​ເປັນ​ພະ­ຍານ​ໃນ​ການ​ຜິດ​ນັ້ນ ແຕ່​ຖ້າ​ເຮົາ​ເວົ້າ​ຖືກ ທ່ານ​ຕົບ​ເຮົາ​ເຮັດ​ຫຍັງ”.

24 ອັນ­ນາຈຶ່ງ​ໃຫ້​ພາພຣະ­ເຢຊູທີ່​ຊົງ​ຖືກ​ມັດ​ຢູ່​ນັ້ນ​ໄປ​ຫາກາ­ຢະ­ຟາ ຜູ້​ເປັນ​ມະ­ຫາ​ປະ­ໂລ­ຫິດ​ປະ­ຈຳ­ການ.

25 ຂະ­ນະ​ນັ້ນຊີ­ໂມນເປ­ໂຕກຳ­ລັງ​ຢືນ​ຝີງ​ໄຟ​ຢູ່ ຄົນ​ເຫລົ່າ­ນັ້ນ​ຖາມເປ­ໂຕວ່າ, “ໂຕ​ກໍ​ເປັນ​ສາ­ວົກ​ຂອງ​ຄົນ​ນັ້ນ​ເໝືອນ​ກັນ​ບໍ່​ແມ່ນ​ຫລືເປ­ໂຕຕອບ​ປະ­ຕິ­ເສດ​ວ່າ, “ບໍ່​ແມ່ນ​ດອກ.”

26 ຂ້ອຍ​ໃຊ້​ຄົນ​ໜຶ່ງ​ຂອງ​ມະ­ຫາ​ປະ­ໂລ­ຫິດ ຊຶ່ງ​ເປັນ​ພີ່­ນ້ອງ​ກັບເປ­ໂຕຟັນ​ຫູ​ຂາດ​ນັ້ນ ກໍ​ໄດ້​ຖາມ​ວ່າ, “ຂ້ອຍ​ໄດ້​ເຫັນ​ເຈົ້າ​ກັບ​ຄົນ​ນັ້ນ​ໃນ​ສວນ​ບໍ່​ແມ່ນ​ຫລື.”

27 ເປ­ໂຕຈຶ່ງ​ຕອບ​ປະ­ຕິ­ເສດ​ອີກ ແລະ​ທັນ­ໃດ​ນັ້ນ​ໄກ່​ກໍ​ຂັນ

28 ເຂົາ​ກໍ​ໄດ້​ນຳພຣະ­ເຢຊູອອກ​ຈາກ​ເຮືອນ​ຂອງກາ­ຢະ­ຟາໄປ​ຍັງ​ສານໄປຣ­ໂຕ­ຣຽນເປັນ​ເວ­ລາ​ແຕ່​ເຊົ້າ ສ່ວນ​ພວກຢິວບໍ່​ໄດ້​ເຂົ້າ​ໄປ​ໃນ​ສານ​ນັ້ນ ເພາະ​ຢ້ານ​ວ່າ​ຈະ​ບໍ່​ສະ­ອາດ​ເພື່ອ​ຈະ​ກິນປັດ­ສະ­ຄາໄດ້.

29 ດັ່ງ­ນັ້ນປີ­ລາດຈຶ່ງ​ອອກ​ມາ​ຫາ​ເຂົາ​ແລະ​ຖາມ​ວ່າ, “ພວກ​ທ່ານ​ມີ​ເລື່ອງ​ອັນ​ໄດ້​ມາ​ຟ້ອງ​ຄົນ​ນີ້.”

30 ເຂົາ​ຕອບ​ວ່າ, “ຖ້າ​ຄົນ​ນີ້​ບໍ່​ເປັນ​ຜູ້​ຮ້າຍ​ພວກ​ຂ້າ­ນ້ອຍ​ກໍ​ຄົງ​ຈະ​ບໍ່​ໄດ້​ມອບ​ໃຫ້​ທ່ານ.”

31 ປີ­ລາດຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ຈົ່ງ​ເອົາ​ຄົນ​ນີ້​ໄປ​ຊຳ­ລະ​ຕັດ​ສີນ​ຕາມ​ກົດ­ໝາຍ​ຂອງ​ພວກ​ທ່ານ​ເສຍພວກຢິວຈຶ່ງ​ຮຽນ​ວ່າ, “ຕາມ​ກົດ­ໝາຍ​ພວກ​ຂ້າ­ນ້ອຍ​ບໍ່​ມີ​ສິດ​ຈະ​ປະ­ຫານ​ຊີ­ວິດ​ຜູ້​ໃດ​ຜູ້​ໜຶ່ງ.”

32 ທັງ​ນີ້​ເພື່ອ​ໃຫ້​ສຳ­ເລັດ​ຕາມ​ຖ້ອຍ​ຄຳ​ຂອງພຣະ­ເຢຊູ ຊຶ່ງ​ຊົງ​ກ່າວ​ໄວ້​ເພື່ອ​ສະ­ແດງ​ວ່າ ພຣະ­ອົງ​ຊົງ​ສິ້ນ​ພຣະ­ຊົນ​ດ້ວຍ​ວິ­ທີ​ໃດ.

33 ປີ­ລາດຈຶ່ງ​ເຂົ້າ​ໄປ​ໃນ​ສານໄປຣ­ໂຕ­ຣຽນອີກ ແລະ​ເອີ້ນພຣະ­ເຢຊູມາ ແລ້ວ​ທູນ​ຖາມ​ວ່າ, “ເຈົ້າ​ເປັນ​ກະ­ສັດ​ຂອງ​ຊາດຢິວຫລື.”

34 ພຣະ­ເຢຊູຊົງ​ຕອບ​ວ່າ, “ທ່ານ​ຖາມ​ຢ່າງ​ນັ້ນ​ແຕ່​ລຳ­ພັງ​ແຕ່​ໂຕ​ທ່ານ​ເອງ​ຫລື ຫລື​ວ່າ​ຄົນ​ອື່ນ​ບອກ​ທ່ານ​ເຖິງ​ເລື່ອງ​ເຮົາ.”

35 ປີ­ລາດທູນ​ຕອບ​ວ່າ, “ສ່ວນ​ຂ້ອຍ​ບໍ່​ແມ່ນ​ຊາດຢິວ ຊົນ​ຊາດ​ຂອງ​ເຈົ້າ​ເອງ​ແລະ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ໄດ້​ມອບ​ເຈົ້າ​ໄວ້​ໃຫ້​ຂ້ອຍ ເຈົ້າ​ໄດ້​ເຮັດ​ອັນ​ໃດ.”

36 ພຣະ­ເຢຊູຊົງ​ຕອບ​ວ່າ, “ລາ­ຊະ​ອຳ­ນາດ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້ ຖ້າ​ລາ­ຊະ​ອຳ­ນາດ​ຂອງ​ເຮົາ​ເປັນ​ແຕ່​ໂລກ​ນີ້ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຄົງ​ຈະ​ໄດ້​ຕໍ່­ສູ້ ບໍ່​ໃຫ້​ເຮົາ​ຖືກ​ມອບ​ໄວ້​ແກ່​ພວກຢິວ ແຕ່​ບັດ​ນີ້​ລາ­ຊະ​ອຳ­ນາດ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້.”

37 ປີ­ລາດຈຶ່ງ​ທູນ​ພຣະ­ອົງ​ວ່າ, “ຖ້າ​ດັ່ງ­ນັ້ນ​ເຈົ້າ​ເປັນ​ກະ­ສັດ​ຕີ້ພຣະ­ເຢຊູຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ແລ້ວ​ວ່າ​ເຮົາ​ເປັນ​ກະ­ສັດ​ຝ່າຍ​ເຮົາ​ເກີດ​ມາ ແລະ​ເຂົ້າ​ມາ​ໃນ​ໂລກ​ນີ້​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຈະ​ເປັນ​ພະ­ຍານ​ເຖິງ​ຄວາມ​ຈິງ ທຸກໆ ຄົນ​ທີ່­ຢູ່​ຝ່າຍ​ຄວາມ​ຈິງ​ຍ່ອມ​ຟັງ­ສຽງ​ຂອງ​ເຮົາ.”

38 ປີ­ລາດທູນ​ຖາມ​ວ່າ, “ຄວາມ​ຈິງ​ນັ້ນ​ຄື​ອັນ​ໄດ້.” ເມື່ອປີ­ລາດຖາມ​ດັ່ງ­ນີ້​ແລ້ວ​ທ່ານ​ກໍ​ອອກ​ໄປ​ຫາ​ພວກຢິວອີກ ແລະ​ບອກ​ເຂົາ​ວ່າ, “ຝ່າຍ​ເຮົາ​ບໍ່​ເຫັນ​ຜິດ​ໃນ​ໃນ​ຜູ້​ນີ້​ຈັກ​ປະ­ການ.

39 ແຕ່​ພວກ​ທ່ານ​ມີ​ທຳ­ນຽມ​ໃຫ້​ເຮົາ​ປ່ອຍ​ຄົນ​ໜຶ່ງ​ໃຫ້​ພວກ​ທ່ານ​ໃນ​ເທດ­ສະ­ການປັດ­ສະ­ຄາ ພວກ​ທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ​ກະ­ສັດ​ຂອງ​ຊາດຢິວໃຫ້​ແກ່ວ​ພວກ​ທ່ານ​ຫລື.”

40 ຄົນ​ທັງ­ຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ອີກ​ວ່າ, “ຢ່າ​ປ່ອຍ​ຄົນ​ນີ້​ແຕ່​ຈົ່ງ​ປ່ອຍບາ­ຣາ­ບາສ່ວນບາ­ຣາ­ບານັ້ນ​ເປັນ​ໂຈນ.

19.

1 ແລ້ວປີ­ລາດຈຶ່ງ​ເອົາພຣະ­ເຢຊູໄປ​ໃຫ້​ເຂົາ​ຂ້ຽນ.

2 ແລະ​ພວກ​ທະ­ຫານ​ໄດ້​ເອົາ​ເຄືອ​ໜາມ​ມາ​ຖັກ​ເປັນ​ໂຄ້ງ​ແທນ​ພວງ­ມາ­ໄລ​ສຸບ​ໃສ່​ພຣະ­ສຽນ​ຂອງ​ພຣະ­ອົງ ພ້ອມ​ທັງ​ເອົາ​ເສື້ອ​ຄຸມ​ສີ­ມ່ວງ​ອ່ອນ​ມາ​ນຸ່ງ​ໃຫ້​ພຣະ­ອົງ.

3 ແລະ​ເຂົາ​ໄດ້​ຫຍັບ​ເຂົ້າ​ມາ​ຫາ​ພຣະ­ອົງ​ທູນ​ວ່າ, “ກະ­ສັດ​ຂອງ​ຊາດຢິວເອີຍ, ຈົ່ງ​ຊົງ​ພຣະ­ຈະ­ເລີນ​ເທີນແລະ​ເຂົາ​ກໍ​ຕົບ​ພຣະ­ພັກ​ພຣະ­ອົງ.

4 ປີ­ລາດໄດ້​ອອກ​ໄປ​ອີກ​ແລະ​ກ່າວ​ຕໍ່​ເຂົາ​ວ່າ, “ເບິ່ງ​ແມ, ເຮົາ​ພາ​ຄົນ​ນີ້​ອອກ​ມາ​ຫາ​ທ່ານ​ທັງ­ຫລາຍ ເພື່ອ​ໃຫ້​ພວກ​ທ່ານ​ຮູ້​ວ່າ​ເຮົາ​ບໍ່​ເຫັນ​ຄວາມ​ຜິດ​ໃນ​ຜູ້​ນີ້​ຈັກ​ປະ­ການ.”

5 ພຣະ­ເຢຊູຈຶ່ງ​ສະ­ເດັດ​ອອກ​ມາ​ຊົງ​ພວງ­ມາ­ໄລ​ທີ່​ເຮັດ​ດ້ວຍ​ເຄືອ​ໜາມ​ນັ້ນ ແລະ​ຊົງ​ເສື້ອ​ຄຸມ​ສີ­ມ່ວງ​ອ່ອນ ປີ­ລາດຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ເບິ່ງ​ຄົນ​ນີ້​ແມ.”

6 ເມື່ອ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຈົ້າ​ໜ້າ­ທີ່​ໄດ້​ເຫັນ​ພຣະ­ອົງ​ເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນປີ­ລາດຈຶ່ງ​ກ່າວ​ຕໍ່​ເຂົາ​ວ່າ, “ພວກ​ເຈົ້າ​ຈົ່ງ​ເອົາ​ໄປ​ຄຶງ​ໄວ້ ເພາະ​ຝ່າຍ​ເຮົາ​ບໍ່​ເຫັນ​ຄວາມ​ຜິດ​ໃນ​ຜູ້​ນີ້.”

7 ພວກຢິວໄດ້​ຕອບ​ວ່າ ພວກ​ເຮົາ​ມີ​ກົດ­ໝາຍ ແລະ​ຕາມ​ກົດ­ໝາຍ​ນັ້ນ​ຄົນ​ນີ້​ຄວນ​ຕາຍ​ເພາະ​ມັນ​ຕັ້ງ​ຕົວ​ເປັນພຣະ­ບຸດຂອງພຣະ­ເຈົ້າ.”

8 ເມື່ອ​ປິ​ລາດ​ໄດ້​ຍິນ​ດັ່ງ­ນັ້ນ​ແລ້ວ​ທ່ານ​ກໍ​ຕົກ­ໃຈ​ຫລາຍ​ຂຶ້ນ.

9 ທ່ານ​ຈຶ່ງ​ເຂົ້າ​ໄປ​ໃນ​ສານໄປຣ­ໂຕ­ຣຽນອີກ ແລ້ວ​ທູນ​ຖາມພຣະ­ເຢຊູວ່າ, “ເຈົ້າ​ມາ​ແຕ່​ໃສແຕ່ພຣະ­ເຢຊູບໍ່​ໄດ້​ຕອບ​ປະ­ການ​ໃດ.

10 ປີ­ລາດຈຶ່ງ​ທູນ​ພຣະ­ອົງ​ວ່າ,” “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ຫລື ເຈົ້າ​ບໍ່​ຮູ້​ຫລື​ວ່າ​ເຮົາ​ມີ​ສິດ​ອຳ­ນາດ​ຈະ​ປ່ອຍ​ເຈົ້າ ແລະ​ມີ​ສິດ​ອຳ­ນາດ​ຄຶງ​ເຈົ້າ​ໄວ້​ທີ່​ໄມ້​ກາງ​ແຂນ.”

11 ພຣະ­ເຢຊູຊົງ​ຕອບ​ທ່ານ​ວ່າ, “ທ່ານ​ຈະ​ບໍ່​ມີ​ສິດ​ອຳ­ນາດ​ເໜືອ​ເຮົາ​ຈັກ​ປະ­ການ ເວັ້ນ​ແຕ່​ອຳ­ນາດ​ນັ້ນ​ຈະ​ຊົງ​ປະ­ທານ​ແຕ່​ທັງ​ເທິງ​ໃຫ້​ແກ່​ທ່ານ ເຫດ​ສັນ­ນັ້ນ​ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ທ່ານ​ກໍ​ມີ​ຄວາມ​ຜິດ​ບາບ​ຫລາຍ​ກວ່າ​ທ່ານ.”

12 ເນື່ອງ​ຈາກ​ຂໍ້​ນີ້ປີ­ລາດຈຶ່ງ​ຊອກ​ຫາ​ໂອ­ກາດ​ທີ່​ຈະ​ປ່ອຍ​ພຣະ­ອົງ​ເສຍ ແຕ່​ພວກຢິວຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ປ່ອຍ​ຄົນ​ນີ້​ທ່ານ​ກໍ​ບໍ່​ເປັນ​ມິດ​ຂອງ ກາຍ­ຊາ ທຸກ​ຄົນ​ທີ່​ຕັ້ງ​ຕົວ​ເປັນ​ກະ­ສັດ​ກໍ​ປະ­ກົດ​ຕົວ​ຕໍ່­ສູ້ກາຍ­ຊາ.”

13 ເມື່ອ​ປິ​ລາດ​ໄດ້​ຍິນ​ດັ່ງ­ນັ້ນ​ທ່ານ​ຈຶ່ງ​ພາພຣະ­ເຢຊູອອກ​ມາ ແລ້ວ​ນັ່ງ​ບັນ­ລັງ​ພິ­ພາກ­ສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ເດີ່ນ​ປູ​ຫີນ ພາ­ສາເຮັບ­ເຣີເອີ້ນ​ວ່າ ຄັບ­ບາ­ທາ.

14 ວັນ​ນັ້ນ​ເປັນ​ວັນ​ຈັດ​ແຈງປັດ­ສະ­ຄາ ເວ­ລາ​ປະ­ມານ​ທ່ຽງ​ວັນ ທ່ານ​ໄດ້​ກ່າວ​ກັບ​ພວກຢິວວ່າ ນີ້​ຄື​ກະ­ສັດ​ຂອງ​ພວກ​ທ່ານ.”

15 ຝ່າຍ​ເຂົາ​ໄດ້​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ເອົາ​ມັນ​ໄປ​ເສຍ, ເອົາ​ມັນ​ໄປ​ເສຍ ຄຶງ​ມັນ​ໄວ້​ທີ່​ໄມ້​ກາງ​ແຂນ​ເສຍປີ­ລາດຈຶ່ງ​ຖາມ​ເຂົາ​ວ່າ. “ພວກ​ທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະ­ສັດ​ຂອງ​ພວກ​ທ່ານ​ທີ່​ໄມ້​ກາງ​ແຂນ​ຫລືພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ຕອບ​ວ່າ, “ເວັ້ນ​ແຕ່ກາຍ­ຊາແລ້ວ​ພວກ​ເຮົາ​ບໍ່​ມີ​ກະ­ສັດ.”

16 ແລ້ວປີ­ລາດຈຶ່ງ​ມອບ​ພຣະ­ອົງ​ໃຫ້​ເຂົາ ເພື່ອ​ເອົາ​ໄປ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ.

17 ເຂົາ​ຈຶ່ງ​ຄຸມ​ເອົາພຣະ­ເຢຊູອອກ​ໄປ. ແລະ​ພຣະ­ອົງ​ຊົງ​ແບກ​ເອົາ​ໄມ້​ກາງ​ແຂນ​ຂອງ​ພຣະ­ອົງ ສະ­ເດັດ​ໄປ​ເຖິງ​ບ່ອນ​ທີ່​ເອີ້ນ​ວ່າ​ກະ­ໂຫລກ­ຫົວ (ພາ­ສາເຮັບ­ເຣີເອີ້ນ​ວ່າໂຄລະ­ໂຄ­ທາ).

18 ທີ່​ນັ້ນ​ເຂົາ​ໄດ້​ຄຶງ​ພຣະ­ອົງ​ໄວ້​ທີ່​ໄມ້​ກາງ​ແຂນ​ກັບ​ອີກ​ສອງ​ຄົນ ຄົນ​ລະ​ຂ້າງ​ແລະພຣະ­ເຢຊູຊົງ​ຢູ່​ກາງ.

19 ປີ­ລາດໃຫ້​ຂຽນ​ປ້າຍ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ​ອ່ານ​ວ່າ, “ເຢ­ຊູໄທນາ­ຊາ­ເຣັດ ກະ­ສັດ​ຂອງ​ຊາດຢິວ.”

20 ຄົນຢິວຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນັ້ນ ເພາະ​ບ່ອນ​ທີ່​ເຂົາ​ຄຶງພຣະ­ເຢຊູນັ້ນ​ຢູ່​ໃກ້​ກຸງ ແລະ​ປ້າຍ​ນັ້ນ​ເຂົາ​ໄດ້​ຂຽນ​ເປັນ​ພາ­ສາເຮັບ­ເຣີ, ພາ­ສາໂຣມ, ແລະ​ພາ­ສາກຣີກ.

21 ແລ້ວ​ພວກ​ປະ­ໂລ­ຫິດ​ຕົນ​ໃຫຍ່​ຂອງ​ຊາດຢິວ ຈຶ່ງ​ຮຽນປີ­ລາດວ່າ, “ຂໍ​ຢ່າ​ຂຽນ​ວ່າ ກະ­ສັດ​ຂອງ​ຊາດຢິວແຕ່​ຂຽນ​ວ່າ ຄົນ​ນີ້​ບອກ​ວ່າ ເຮົາ​ເປັນ​ກະ­ສັດ​ຂອງ​ຊາດຢິວ’.”

22 ປີ­ລາດຕອບ​ວ່າ, “ສິ່ງ​ທີ່​ເຮົາ​ຂຽນ​ແລ້ວ​ກໍ​ແລ້ວ­ໄປ.”

23 ເມື່ອ​ພວກ​ທະ­ຫານ​ໄດ້​ຄຶງພຣະ­ເຢຊູໄວ້​ແລ້ວ ເຂົາ​ໄດ້​ເອົາ​ເຄື່ອງ​ຊົງ​ຂອງ​ພຣະ­ອົງ​ມາ​ແບ່ງ​ເປັນ​ສີ່​ພູດ ແລ້ວ​ກໍ​ປັນ​ກັນ​ຜູ້​ລະ​ພູດ ແລະ​ຍັງ​ເອົາ​ສະ­ຫລອງ​ຊັ້ນ​ໃນ​ພຣະ­ອົງ​ຊຶ່ງ​ບໍ່​ມີ​ດູກ ແຕ່​ແລ້ວ​ດ້ວຍ​ຜ້າ​ທີ່​ຕ່ຳ​ທັງ​ຜືນ.

24 ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ພວກ​ເຮົາ​ຢ່າ​ຈີກ​ປັນ​ກັນ​ເທາະ ແຕ່​ໃຫ້​ຈົກ​ສະ­ຫລາກ​ເອົາ ເພື່ອ​ຈະ​ໄດ້​ຮູ້​ວ່າ​ເປັນ​ຂອງ​ຜູ້​ໃດທັງ​ນີ້​ເພື່ອ​ໃຫ້​ສຳ­ເລັດ​ຕາມ​ພຣະ­ຄຳ​ພີ​ທີ່​ຂຽນ ໄວ້​ວ່າ, “ເສື້ອ​ຜ້າ​ຂອງ​ຂ້າ​ພຣະ­ອົງ​ເຂົາ​ໄດ້​ແບ່ງ­ປັນ​ກັນ​ສ່ວນ​ເສື້ອ​ຂອງ​ພຣະ­ອົງ​ນັ້ນ​ເຂົາ​ກໍ​ຈົກ​ສະ­ຫລາກ​ກັນ.”

25 ພວກ​ທະ­ຫານ​ໄດ້​ເຮັດ​ດັ່ງ­ນັ້ນ ຝ່າຍ​ມານ​ດາ​ແລະ​ນ້າ­ສາວ​ຂອງ​ພຣະ­ອົງ ກັບ​ນາງມາ­ຣິ­ອາເມຍ​ຂອງກະ­ໂລ­ປາແລະ​ນາງມາ­ຣິ­ອາໄທມັກດາລາກໍ​ຢືນ​ຢູ່​ໃກ້​ໄມ້​ກາງ​ແຂນ​ຂອງພຣະ­ເຢຊູ.

26 ເມື່ອພຣະ­ເຢຊູຊົງ​ເຫັນ​ມານ​ດາ​ຂອງ​ພຣະ­ອົງ​ແລະ​ສາ­ວົກ​ທີ່​ພຣະ­ອົງ​ຊົງ​ຮັກ​ຢືນ​ຢູ່​ໃກ້ ພຣະ­ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ມານ​ດາ​ວ່າ, “ນາງ​ເອີຍ, ນີ້​ແຫລະ, ລູກ​ຊາຍ​ຂອງ​ນາງ.”

27 ແລ້ວ​ພຣະ­ອົງ​ຊົງ​ກ່າວ​ກັບ​ສາ­ວົກ​ຜູ້​ນັ້ນ​ວ່າ, “ນີ້​ແຫລະ, ມານ​ດາ​ຂອງ​ທ່ານຕັ້ງ­ແຕ່​ເວ­ລາ​ນັ້ນ​ມາ ສາ­ວົກ​ຄົນ​ນັ້ນ​ກໍ​ຮັບ​ເອົາ​ນາງ​ມາ​ຢູ່​ໃນ​ເຮືອນ​ຂອງ​ຕົນ.

28 ຫລັງ​ຈາກ​ນັ້ນພຣະ­ເຢຊູຊົງ​ຊາບ​ວ່າ​ທຸກ​ສິ່ງ​ສຳ­ເລັດ​ແລ້ວ ເພື່ອ​ໃຫ້​ສຳ­ເລັດ​ຕາມ​ພຣະ­ຄຳ​ພີ​ພຣະ­ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ຢາກ​ນ້ຳ.”

29 ທີ່​ນັ້ນ​ມີ​ອ່າງ​ເຕັມ​ເຫລົ້າ​ແວງ​ສົ້ມ ພວກ​ທະ­ຫານ​ຈຶ່ງ​ເອົາ​ຟອງ­ນ້ຳ​ຈຸ່ມ​ເອົາ​ເຫລົ້າ​ແວງ​ສົ້ມ ສຽບ​ໃສ່​ປາຍ​ໄມ້​ຫູ​ສົບ​ຍື່ນ​ໃສ່​ພຣະ­ໂອດ​ຂອງ​ພຣະ­ອົງ.

30 ເມື່ອພຣະ­ເຢຊູຊົງ​ຮັບ​ເຫລົ້າ​ແວງ​ສົ້ມ​ແລ້ວ​ພຣະ­ອົງ​ກໍ​ຊົງ​ກ່າວ​ວ່າ, “ສຳ­ເລັດ​ແລ້ວແລະ​ເມື່ອ​ຊົງ​ກົ້ມ​ພຣະ­ສຽນ​ລົງ ພຣະ­ອົງ​ຊົງ​ມອບ​ຈິດ​ວິນ​ຍານ​ໄວ້.

31 ສັນ­ນັ້ນ​ພວກຢິວຈຶ່ງ​ຂໍ​ນຳ​ປິ​ລາດ​ໃຫ້​ຫັກ​ກະ­ດູກ​ຂາ​ຂອງ​ຜູ້​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ສົບ​ໄປ​ເສຍ ທັງ​ນີ້​ກໍ​ເພາະ​ເປັນ​ວັນ​ຈັດ​ແຈງ​ແລະ​ເຂົາ​ບໍ່​ຢາກ​ໃຫ້​ສົບ​ນັ້ນ​ຄ້າງ​ຢູ່​ທີ່​ໄມ້​ກາງ​ແຂນ​ໃນ​ວັນຊະ­ບາ­ໂຕ (ເພາະ​ວັນຊະ­ບາ­ໂຕນັ້ນ​ເປັນ​ວັນ​ໃຫຍ່).

32 ດັ່ງ­ນັ້ນ​ພວກ​ທະ­ຫານ​ຈຶ່ງ​ທຸບ​ຂາ​ຜູ້​ທີ​ໜຶ່ງ ແລະ​ຜູ້​ທີ​ສອງ​ຊຶ່ງ​ຖືກ​ຄຶງ​ໄວ້​ພ້ອມ.

33 ແຕ່​ເມື່ອ​ເຂົາ​ມາ​ເຖິງພຣະ­ເຢຊູ ແລະ​ເຫັນ​ວ່າ​ພຣະ­ອົງ​ສິ້ນ​ພຣະ­ຊົນ​ແລ້ວ ເຂົາ​ຈຶ່ງ​ບໍ່​ໄດ້​ຫັກ​ຂາ​ຂອງ​ພຣະ­ອົງ.

34 ສ່ວນ​ທະ­ຫານ​ຄົນ​ໜຶ່ງ​ໄດ້​ເອົາ​ຫອກ​ແທງ​ທີ່​ຂ້າງ​ຂອງ​ພຣະ­ອົງ ແລະ​ໂລ­ຫິດ​ກັບ​ນ້ຳ​ກໍ​ໄຫລ​ອອກ​ທັນ­ທີ.

35 ຜູ້​ທີ່​ໄດ້​ເຫັນ​ກໍ​ເປັນ​ພະ­ຍານ ຄຳ​ພະ­ຍານ​ຂອງ​ຜູ້​ນັ້ນ​ກໍ​ເປັນ​ຈິງ (ແລະ​ພຣະ­ອົງ​ນັ້ນ​ຊົງ​ຊາບ​ວ່າ ຜູ້​ນັ້ນ​ເວົ້າ​ຄວາມ​ຈິງ) ເພື່ອ​ທ່ານ​ທັງ­ຫລາຍ​ຈະ​ໄດ້​ເຊື່ອ​ເໝືອນ​ກັນ.

36 ເພາະ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ເພື່ອ​ໃຫ້​ສຳ­ເລັດ ຕາມ​ຂໍ້​ພຣະ­ຄຳ​ພີ​ທີ່​ວ່າ ກະ­ດູກ​ຂອງ​ທ່ານ​ຈະ​ບໍ່​ຖືກ​ຫັກ​ເສຍ​ຈັກ​ເຫລັ້ມ.”

37 ແລະ​ມີ​ຂໍ້​ພຣະ­ຄຳ​ພີ​ອີກ​ຂໍ້​ໜຶ່ງ​ທີ່​ວ່າ, “ເຂົາ​ຈະ​ມອງ​ເບິ່ງ​ທ່ານ​ຜູ້​ທີ່​ເຂົາ​ໄດ້​ແທງ.”

38 ຫລັງ​ຈາກ​ນີ້ໂຢ­ເຊັບໄທ­ບ້ານອາ­ຣີ­ມາ­ທາຍ ຊຶ່ງ​ເປັນ​ລູກ­ສິດ​ລັບໆ ຂອງພຣະ­ເຢຊູເພາະ​ທ່ານ​ຢ້ານ​ພວກຢິວ ກໍ​ໄດ້​ຂໍ​ພຣະ­ສົບພຣະ­ເຢຊູຈາກປີ­ລາດ ແລະ​ປິ​ລາດ​ກໍ​ຍອມ​ໃຫ້ ໂຢ­ເຊັບຈຶ່ງ​ມາ​ອັນ​ເຊີນ​ພຣະ­ສົບ​ຂອງ​ພຣະ­ອົງ​ໄປ.

39 ຝ່າຍນີ­ໂກ­ເດມຜູ້​ໄດ້​ມາ​ຫາພຣະ­ເຢຊູເວ­ລາ​ກາງ­ຄືນ​ແຕ່​ຫົວ­ທີ​ນັ້ນ​ກໍ​ມາ​ເໝືອນ​ກັນ ທ່ານ​ໄດ້​ເອົາ​ເຄື່ອງ​ຫອມ​ປະ­ສົມ​ນຳ​ມາ ຄື​ຢາງ​ໄມ້​ກັບ​ຫາງ​ແຂ້ ໜັກ​ປະ­ມານ​ສາມ​ສິບ​ກີ­ໂລ.

40 ເມື່ອ​ອັນ​ເຊີນ​ພຣະ­ສົບ​ຂອງພຣະ­ເຢຊູລົງ​ມາ ເຂົາ​ເອົາ​ຜ້າ​ປ່ານ​ກັບ​ເຄື່ອງ​ຫອມ​ພັນ​ພຣະ­ສົບ​ນັ້ນ​ຕາມ​ທຳ­ນຽມ​ມ້ຽນ​ສົບ​ຂອງ​ຊາດຢິວ.

41 ອັນ​ໜຶ່ງ​ໃນ​ບ່ອນ​ພຣະ­ອົງ​ຊົງ​ຖືກ​ຄຶງ​ໄວ້​ນັ້ນ​ມີ​ສວນ​ໜຶ່ງ ໃນ​ສວນ​ນັ້ນ​ມີ​ອຸບ​ໂມງ​ໃໝ່​ທີ່​ຍັງ​ບໍ່​ໄດ້​ວາງ​ສົບ​ຜູ້​ໃດ​ຈັກ​ເທື່ອ.

42 ດັ່ງ­ນັ້ນ​ເນື່ອງ​ຈາກ​ວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດ​ແຈງ​ຂອງ​ຊາດຢິວ ແລະ​ເນື່ອງ​ຈາກ ວ່າ​ອຸບ​ໂມງ​ນັ້ນ​ຢູ່​ໃກ້ ເຂົາ​ຈຶ່ງ​ບັນ­ຈຸ​ພຣະ­ສົບ​ຂອງພຣະ­ເຢຊູໄວ້​ທີ່​ນັ້ນ.

 

20.

1 ວັນ​ຕົ້ນ​ສັບ­ປະ­ດາ​ນັ້ນ​ເວ­ລາ​ເຊົ້າ​ຍັງ​ມືດ​ຢູ່ ມາ­ຣິ­ອາໄທມັກດາລາໄດ້​ມາ​ເຖິງ​ອຸບ​ໂມງ ແລະ​ນາງ​ໄດ້​ເຫັນ​ກ້ອນ​ຫີນ​ຖືກ​ຍ້າຍ​ອອກ​ຈາກ ປາກ​ອຸບ​ໂມງ​ແລ້ວ.

2 ນາງ​ຈຶ່ງ​ແລ່ນ​ໄປ​ຫາຊີ­ໂມນເປ­ໂຕແລະ​ສາ­ວົກ​ຜູ້​ອື່ນ​ທີ່ພຣະ­ເຢຊູຊົງ​ຮັກ­ແພງ​ນັ້ນ ແລ້ວ​ເວົ້າ​ກັບ​ເຂົາ​ວ່າ, “ເຂົາ​ໄດ້​ເອົາ​ສົບ​ຂອງ​ພຣະ­ອາ­ຈານ​ອອກ​ຈາກ​ອຸບ​ໂມງ​ແລ້ວ ແລະ​ພວກ​ເຮົາ​ບໍ່​ຮູ້­ຈັກ​ວ່າ​ເຂົາ​ເອົາ​ໄປ​ໄວ້​ທີ່​ໃດ.”

3 ເປ­ໂຕກັບ​ສາ­ວົກ​ຄົນ​ອື່ນ​ນັ້ນ​ຈຶ່ງ​ພາ­ກັນ​ອອກ​ມາ​ເຖິງ​ອຸບ​ໂມງ.

4 ເຂົາ​ທັງ​ສອງ​ພ້ອມ​ກັນ​ແລ່ນ​ມາ ແຕ່​ສາ­ວົກ​ອື່ນ​ນັ້ນ​ໄດ້​ແລ່ນ​ໄວ​ກວ່າເປ­ໂຕຈຶ່ງ​ມາ​ເຖິງ​ອຸບ​ໂມງ​ກ່ອນ.

5 ເມື່ອ​ກົ້ມ​ລົງ​ເພິ່ນ​ໄດ້​ເຫັນ​ຜ້າ​ປ່ານ​ກອງ​ຢູ່​ແຕ່​ບໍ່​ໄດ້​ເຂົ້າ​ໄປ​ທັງ​ໃນ.

6 ສ່ວນຊີ­ໂມນເປ­ໂຕທີ່​ຕາມ​ຫລັງ​ມາ​ນັ້ນ ກໍ​ຮອດ​ເໝືອນ​ກັນ ແລ້ວ​ໄດ້​ເຂົ້າ​ໄປ​ໃນ​ອຸ​ໂມງ​ແລະ​ໄດ້​ເຫັນ​ຜ້າ​ປ່ານ​ກອງ​ຢູ່.

7 ແລະ​ຜ້າ​ປົກ​ພຣະ­ສຽນ​ຂອງ​ພຣະ­ອົງ​ບໍ່​ໄດ້​ກອງ​ຢູ່​ກັບ​ຜ້າ​ອື່ນ ແຕ່​ພັບ​ໄວ້​ຕ່າງ­ຫາກ.

8 ແລ້ວ​ສາ­ວົກ​ຜູ້​ອື່ນ​ທີ່​ມາ​ເຖິງ​ກ່ອນ​ນັ້ນ​ກໍ​ໄດ້​ເຂົາ​ໄປ​ເໝືອນ​ກັນ ກໍ​ໄດ້​ເຫັນ​ແລະ​ເຊື່ອ.

9 ເພາະ­ວ່າ​ຂະ­ນະ​ນັ້ນ​ເຂົາ​ຍັງ​ບໍ່​ໄດ້​ເຂົ້າ­ໃຈ​ຂໍ້​ພຣະ­ຄຳ​ພີ​ທີ່​ຂຽນ​ໄວ້​ວ່າ ພຣະ­ອົງ​ຈະ​ຕ້ອງ​ຄືນ​ມາ​ຈາກ​ຄວາມ​ຕາຍ.

10 ແລ້ວ​ສາ­ວົກ​ທັງ​ສອງ​ນັ້ນ​ກໍ​ກັບ​ໄປ​ຍັງ​ບ້ານ​ຂອງ​ຕົນ.

11 ຝ່າຍມາ­ຣິ­ອາຢືນ​ຮ້ອງ­ໄຫ້​ຢູ່​ນອກ​ອຸບ​ໂມງ ຂະ­ນະ​ທີ່​ຍັງ​ຮ້ອງ­ໄຫ້​ຢູ່​ນາງ​ໄດ້​ກົ້ມ​ຫລຽວ​ໄປ​ທາງ​ອຸບ​ໂມງ.

12 ແລະ​ນາງ​ໄດ້​ເຫັນ​ເທ­ວະ­ດາ​ສອງ​ຕົນ​ນັ່ງ​ຢູ່​ບ່ອນ​ທີ່​ເຂົາ​ວາງ​ພຣະ­ສົບ​ຂອງພຣະ­ເຢຊູ ຕົນ​ໜຶ່ງ​ຢູ່​ເບື້ອງ​ພຣະ­ສຽນ ຕົນ​ໜຶ່ງ​ຢູ່​ເບື້ອງ​ພຣະ­ບາດ.

13 ເທ­ວະ­ດາ​ທັງ​ສອງ​ນັ້ນ​ໄດ້​ຖາມ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ຮ້ອງ­ໄຫ້​ເຮັດ​ຫຍັງນາງ​ຈຶ່ງ​ຕອບ​ວ່າ, “ເພາະ​ເຂົາ​ໄດ້​ເອົາ​ພຣະ­ສົບ​ຂອງ​ພຣະ­ອາ­ຈານ​ຂອງ​ຂ້າ­ນ້ອຍ​ໄປ​ແລ້ວ ແລະ​ຂ້າ­ນ້ອຍ​ບໍ່​ຮູ້​ວ່າ​ເຂົາ​ເອົາ​ໄປ​ວາງ​ໄວ້​ບ່ອນ​ໃດ.”

14 ເມື່ອ​ເວົ້າ​ດັ່ງ­ນັ້ນ​ແລ້ວ​ນາງ​ໄດ້​ຫລຽວ​ຫລັງ​ມາ​ເຫັນພຣະ­ເຢຊູຢືນ​ຢູ່ ແຕ່​ບໍ່​ຮູ້​ວ່າ​ແມ່ນພຣະ­ເຢຊູ.

15 ພຣະ­ເຢຊູຊົງ​ຖາມ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ຮ້ອງ­ໄຫ້​ເຮັດ​ຫຍັງ ເຈົ້າ​ຊອກ​ຫາ​ຜູ້​ໃດນາງ​ຄຶດ​ວ່າ​ແມ່ນ​ຄົນ​ເຝົ້າ​ສວນ ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ຖ້າ​ແມ່ນ​ທ່ານ​ໄດ້​ເອົາ​ສົບ​ເພິ່ນ​ໄປ ຂໍ​ບອກ​ຂ້າ­ນ້ອຍ​ວ່າ​ທ່ານ​ໄດ້​ເອົາ​ໄປ​ວາງ​ໄວ້​ທີ່​ໃດ​ແລະ​ຂ້າ­ນ້ອຍ​ຈະ​ໄປ​ຍົກ​ເອົາ​ເສຍ

16 ພຣະ­ເຢຊູຊົງ​ກ່າວ​ກັບ​ນາງ​ວ່າ, “ມາ­ຣິ­ອາເອີຍມາ­ຣິ­ອາກໍ​ຕ່າວ​ໜ້າ​ມາ​ທູນ​ພຣະ­ອົງ​ເປັນ​ພາ­ສາເຮັບ­ເຣີວ່າ, “ຣັບ­ໂບ­ນີ” (ທີ່​ແປ​ວ່າ ພຣະ­ອາ­ຈານ​ເອີຍ).

17 ພຣະ­ເຢຊູຊົງ​ກ່າວ​ກັບມາ­ຣິ­ອາວ່າ, “ຢ່າ​ຊູ່​ໜ່ວງ​ດຶງ​ເຮົາ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາພຣະ­ບິ­ດາຂອງ​ເຮົາ ແຕ່​ເຈົ້າ​ຈົ່ງ​ໄປ​ຫາ​ພີ່­ນ້ອງ​ຂອງ​ເຮົາ​ແລະ​ບອກ​ເຂົາ​ວ່າ ເຮົາ​ຈະ​ຂຶ້ນ​ເມືອ​ຫາພຣະ­ບິ­ດາຂອງ​ເຮົາ​ແລະພຣະ­ບິ­ດາຂອງ​ພວກ​ທ່ານ ຈະ​ເມືອ​ຫາພຣະ­ເຈົ້າຂອງ​ເຮົາ​ແລະພຣະ­ເຈົ້າຂອງ​ພວກ​ທ່ານ.”

18 ນາງມາ­ຣິ­ອາມັກດາລາຈຶ່ງ​ໄປ​ບອກ​ຂ່າວ​ນີ້​ແກ່​ພວກ​ສາ­ວົກ​ວ່າ, “ຂ້າ­ນ້ອຍ​ໄດ້​ເຫັນ​ອົງພຣະ­ຜູ້­ເປັນ­ເຈົ້າແລ້ວແລະ​ໄດ້​ບອກ​ເຂົາ​ວ່າ ພຣະ­ອົງ​ໄດ້​ກ່າວ​ຄຳ​ເຫລົ່າ​ນີ້​ແກ່​ຕົນ.

19 ຄ່ຳ​ວັນ​ນັ້ນ​ເປັນ​ວັນ​ຕົ້ນ​ສັບ­ປະ­ດາ ເມື່ອ​ສາ­ວົກ​ອັດ​ປະ­ຕູ​ທີ່​ເຂົາ​ຢູ່​ນັ້ນ​ເພາະ​ຢ້ານ​ພວກຢິວ ພຣະ­ເຢຊູໄດ້​ສະ­ເດັດ​ເຂົ້າ​ມາ​ຢູ່​ຖ້າມ­ກາງ​ເຂົາ ແລ້ວ​ຊົງ​ກ່າວ​ວ່າ, “ສັນ­ຕິ​ສຸກ​ຈົ່ງ​ມີ​ແກ່​ທ່ານ​ທັງ­ຫລາຍ.”

20 ເມື່ອ​ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນັ້ນ​ແລ້ວ ພຣະ­ອົງ​ກໍ​ສະ­ແດງ​ພຣະ­ຫັດ​ແລະ​ຂ້າງ​ຂອງ ພຣະ­ອົງ​ໃຫ້​ເຂົາ​ເບິ່ງ ເມື່ອ​ພວກ​ສາ­ວົກ​ໄດ້​ເຫັນ​ອົງພຣະ­ຜູ້­ເປັນ­ເຈົ້າແລ້ວ​ກໍ​ເກີດ​ຄວາມ​ຊົມ­ຊື່ນ​ຍິນ­ດີ.

21 ພຣະ­ເຢຊູຊົງ​ກ່າວ​ກັບ​ເຂົາ​ອີກ​ວ່າ, “ສັນ­ຕິ​ສຸກ​ຈົ່ງ​ຢູ່​ກັບ​ທ່ານ​ທັງ­ຫລາຍ ພຣະ­ບິ­ດາໄດ້​ໃຊ້​ເຮົາ​ມາ​ຢ່າງ­ໃດ ຝ່າຍ​ເຮົາ​ກໍ​ໃຊ້​ທ່ານ​ທັງ​ໄປ​ຢ່າງ​ນັ້ນ.”

22 ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ­ແລ້ວ ພຣະ­ອົງ​ຊົງ​ລະ­ບາຍ​ລົມ​ອອກ​ຈາກ​ພຣະ­ໂອດ​ໃສ່​ເຂົາ ໂດຍ​ບອກ​ວ່າ, “ທ່ານ​ທັງ­ຫລາຍ​ຈົ່ງ​ຮັບ​ເອົາພຣະ­ວິນ­ຍານ­ບໍ­ລິ­ສຸດ.

23 ຖ້າ​ທ່ານ​ທັງ­ຫລາຍ​ຈະ​ຍົກ​ເອົາ​ຜິດ​ບາບ​ຂອງ​ຜູ້​ໃດ ຄວາມ​ບາບ​ຂອງ​ຜູ້​ນັ້ນພຣະ­ເຈົ້າໄດ້​ຊົງ​ຍົກ​ເສຍ​ແລ້ວ ແລະ​ຖ້າ​ທ່ານ​ທັງ­ຫລາຍ​ກັກ​ຄວາມ​ຜິດ​ບາບ​ໃຫ້​ຢູ່​ກັບ​ຜູ້​ໃດ ພຣະ­ເຈົ້າໄດ້​ຊົງ​ກັກ​ຄວາມ​ຜິດ​ບາບ​ໃຫ້​ຢູ່​ກັບ​ຜູ້​ນັ້ນ­ແລ້ວ.”

24 ຝ່າຍໂທ­ມາທີ່​ເອີ້ນ​ກັນ​ວ່າ ແຝດ ຊຶ່ງ​ເປັນ​ສາ­ວົກ​ຜູ້​ໜຶ່ງ​ໃນ​ສິບ​ສອງ​ຄົນ​ນັ້ນ ບໍ່​ໄດ້​ຢູ່​ກັບ​ເຂົາ​ເມື່ອພຣະ­ເຢຊູສະ­ເດັດ​ມາ​ນັ້ນ.

25 ສາ­ວົກ​ອື່ນ​ຈຶ່ງ​ບອກໂທ­ມາວ່າ, “ເຮົາ​ໄດ້​ເຫັນ​ອົງພຣະ­ຜູ້­ເປັນ­ເຈົ້າແລ້ວແຕ່ໂທ­ມາຕອບ​ເຂົາ​ເຫລົ່າ­ນັ້ນ​ວ່າ, “ຖ້າ​ຂ້ອຍ​ບໍ່​ເຫັນ​ຮອຍ​ຕະ­ປູ​ທີ່​ຝ່າ​ພຣະ­ຫັດ, ແລະ​ບໍ່​ໄດ້​ເອົາ​ນິ້ວ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຮອຍ​ຕະ­ປູ​ນັ້ນ, ແລະ​ບໍ່​ໄດ້​ເອົາ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຂ້າງ​ເພິ່ນ​ແລ້ວ ຂ້ອຍ​ຈະ​ບໍ່​ເຊື່ອ.”

26 ຄັນ​ລ່ວງ​ໄປ​ໄດ້​ແປດ​ວັນ​ແລ້ວ​ພວກ​ສາ­ວົກ​ຂອງ​ພຣະ­ອົງ​ກໍ​ຢູ່​ກັນ​ທີ່​ເຮືອນ​ນັ້ນ​ອີກ​ແລະໂທ­ມາກໍ​ຢູ່​ກັບ​ເຂົາ ສ່ວນ​ປະ­ຕູ​ກໍ​ອັດ​ໄວ້ ແຕ່ພຣະ­ເຢຊູກໍ​ໄດ້​ສະ­ເດັດ​ເຂົ້າ​ມາ​ຢືນ​ຢູ່​ຖ້າມ­ກາງ​ເຂົາ ແລ້ວ​ຊົງ​ກ່າວ​ວ່າ, “ສັນ­ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ທ່ານ​ທັງ­ຫລາຍ.”

27 ແລະ​ພຣະ­ອົງ​ຊົງ​ກ່າວ​ກັບໂທ­ມາວ່າ, “ຈົ່ງ​ເດ່​ນິ້ວ​ມື​ຂອງ​ທ່ານ​ມາ​ລູບ​ເບິ່ງ​ຝາ​ມື​ຂອງ​ເຮົາ ຈົ່ງ​ເດ່​ມື​ຂອງ​ທ່ານ​ມາ​ໃສ່​ຂ້າງ​ຂອງ​ເຮົາ ຢ່າ​ຂາດ​ຄວາມ​ເຊື່ອ​ແຕ່​ຈົ່ງ​ເຊື່ອ.”

28 ໂທ­ມາທູນ​ຕອບ​ວ່າ, “ອົງພຣະ­ຜູ້­ເປັນ­ເຈົ້າຂອງ​ຂ້າ​ພຣະ­ອົງ ແລະພຣະ­ເຈົ້າຂອງ​ຂ້າ­ພະ­ອົງ.”

29 ພຣະ­ເຢຊູຊົງ​ກ່າວ​ກັບໂທ­ມາວ່າ, “ເພາະ​ໄດ້​ເຫັນ​ເຮົາ​ທ່ານ​ຈຶ່ງ​ເຊື່ອ​ຫລື ຜູ້​ທີ່​ບໍ່​ເຫັນ​ເຮົາ​ແຕ່​ໄດ້​ເຊື່ອ​ກໍ​ເປັນ​ສຸກ.”

30 ອັນ​ໜຶ່ງພຣະ­ເຢຊູໄດ້​ຊົງ​ເຮັດ​ໝາຍ​ສຳ­ຄັນ​ອື່ນໆ ອີກ​ຫລາຍ​ປະ­ການ ຕໍ່­ໜ້າ​ພວກ​ສາ­ວົກ​ເຫລົ່າ­ນັ້ນ ຊຶ່ງ​ບໍ່​ໄດ້​ຈົດ​ໄວ້​ໃນ​ໜັງ­ສື​ເຫລັ້ມ​ນີ້.

31 ແຕ່​ທີ່​ໄດ້​ຈົດ​ເຫດ­ການ​ເຫລົ່າ​ນີ້​ໄວ້ ກໍ​ເພື່ອ​ທ່ານ​ທັງ­ຫລາຍ​ຈະ​ໄດ້​ເຊື່ອ​ວ່າ ພຣະ­ເຢຊູຊົງ​ເປັນພຣະ­ຄຣິດພຣະ­ບຸດຂອງພຣະ­ເຈົ້າ ແລະ​ເມື່ອ​ມີ​ຄວາມ​ເຊື່ອ​ແລ້ວ​ທ່ານ ກໍ​ມີ​ຊີ­ວິດ​ໂດຍ​ພຣະ­ນາມ​ຂອງ​ພຣະ­ອົງ.

 

21.

1 ຕໍ່​ມາ, ພຣະ­ເຢຊູໄດ້​ຊົງ​ສະ­ແດງ​ພຣະ­ອົງ​ແກ່​ພວກ​ສາ­ວົກ​ອີກ​ທີ່​ທະ­ເລຕີ­ເບ­ເຣຍພຣະ­ອົງ​ຊົງ​ສະ­ແດງ​ພຣະ­ອົງ​ຢ່າງ​ນີ້​ຄື.

2 ພວກ​ທີ່­ຢູ່​ພ້ອມ​ກັນ​ມີຊີ­ໂມນເປ­ໂຕ, ໂທ­ມາທີ່​ເອີ້ນ​ວ່າ​ແຝດ, ນະ­ທາ­ນາ­ເອັນໄທ­ບ້ານກາ­ນາແຂວງຄາ­ລີ­ເລ, ລູກ​ຊາຍ​ທັງ​ສອງ​ຂອງເຊ­ເບ­ດາຍ ແລະ​ສາ­ວົກ​ຂອງ​ພຣະ­ອົງ​ອີກ​ສອງ​ຄົນ.

3 ຊີ­ໂມນເປ­ໂຕບອກ​ເຂົາ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ປາຝ່າຍ​ເຂົາ​ຈຶ່ງ​ຕອບ​ວ່າ, “ພວກ​ເຮົາ​ຈະ​ໄປ​ນຳ​ເຈົ້າ​ດ້ວຍແລ້ວ​ເຂົາ​ກໍ​ອອກ​ໄປ​ລົງ​ເຮືອ ແຕ່​ໃນ​ຄືນ​ນັ້ນ​ເຂົາ​ບໍ່​ໄດ້​ປາ​ຈັກ​ໂຕ.

4 ເມື່ອ​ກຳ­ລັງ​ຮຸ່ງ​ເຊົ້າພຣະ­ເຢຊູປະ­ທັບ​ຢືນ​ຢູ່​ທີ່​ຝັ່ງ ແຕ່​ພວກ​ສາ­ວົກ​ບໍ່​ຮູ້​ວ່າ​ແມ່ນພຣະ­ເຢຊູ.

5 ພຣະ­ອົງ​ຊົງ​ຖາມ​ເຂົາ​ວ່າ, “ລູກ​ເອີຍ, ພວກ​ເຈົ້າ​ມີ​ຂອງ​ກິນ​ບໍ່ເຂົາ​ທູນ​ຕອບ​ວ່າ, “ບໍ່​ມີ

6 ພຣະ­ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ ຈົ່ງ​ຖິ້ມ​ມອງ​ລົງ​ເບື້ອງ​ຂວາ​ເຮືອ​ແລ້ວ​ຈະ​ໄດ້​ປາເຂົາ​ຈຶ່ງ​ຖິ້ມ​ມອງ​ລົງ​ແລະ​ຖືກ​ປາ​ຫລາຍ ຈົນ​ດຶງ​ຂຶ້ນ​ບໍ່​ໄດ້​ເພາະ​ເຫລືອ​ແຮງ.

7 ສາ­ວົກ​ທີ່ພຣະ­ເຢຊູຊົງ​ຮັກ​ໄດ້​ບອກເປ­ໂຕວ່າ, “ແມ່ນ​ອົງພຣະ­ຜູ້­ເປັນ­ເຈົ້າແຫລະເມື່ອຊີ­ໂມນເປ­ໂຕໄດ້​ຍິນ​ວ່າ​ເປັນ​ອົງພຣະ­ຜູ້­ເປັນ­ເຈົ້າທ່ານ​ໄດ້​ຈັບ​ເອົາ​ເສື້ອ​ມາ​ນຸ່ງ​ເພາະ​ເປືອຍ​ໂຕ​ຢູ່ ແລ້ວ​ກໍ​ໂຕນ​ລົງ​ນ້ຳ.

8 ແຕ່​ພວກ​ສາ­ວົກ​ອື່ນໆ ນັ້ນ​ໄດ້​ເອົາ​ເຮືອ​ນ້ອຍ​ລາກ​ມອງ​ທີ່​ຖືກ​ປາ​ມາ ເພາະ​ເຂົາ​ບໍ່​ຢູ່​ໄກ​ຈາກ​ຝັ່ງ ໄກ​ປະ­ມານ​ສອງ​ຮ້ອຍ​ສອກ​ເທົ່າ​ນັ້ນ.

9 ເມື່ອ​ເຂົາ​ຂຶ້ນ​ຝັ່ງ​ແລ້ວ​ກໍ​ເຫັນ​ຖ່ານ​ຕິດ​ໄຟ​ຢູ່ ພ້ອມ​ທັງ​ມີ​ປາ​ແລະ​ເຂົ້າ­ຈີ່​ຂາງ​ຢູ່.

10 ພຣະ­ເຢຊູຊົງ​ບອກ​ເຂົາ​ວ່າ, “ປາ​ທີ່​ພວກ​ເຈົ້າ​ຫາ​ໄດ້​ມື້​ກີ້​ນີ້​ຈົ່ງ​ເອົາ​ມາ​ບາງ​ໂຕ.”

11 ຊີ­ໂມນເປ­ໂຕຈຶ່ງ​ເຂົ້າ​ໃນ​ເຮືອ​ດຶງ​ມອງ​ຂຶ້ນ​ຝັ່ງ ແລະ​ມີ​ປາ​ໃຫຍ່​ເຕັມ​ຢູ່​ຈຳ­ນວນ 153 ໂຕ ເຖິງ​ວ່າ​ມີ​ປາ​ຫລາຍ​ປານ​ນັ້ນ​ມອງ​ກໍ​ບໍ່​ຂາດ.

12 ພຣະ­ເຢຊູຊົງ​ບອກ​ເຂົາ​ວ່າ, “ພາ­ກັນ​ມາ​ປັ້ນ​ເຂົ້າ​ເທາະໃນ​ພວກ​ສາ­ວົກ​ບໍ່​ມີ​ໃຜ​ກ້າ​ຖາມ​ພຣະ­ອົງ​ວ່າ, “ທ່ານ​ຄື​ໃຜເພາະ​ເຂົາ​ຮູ້​ຢູ່​ວ່າ​ຜູ້​ນີ້​ແຫລະ, ເປັນ​ອົງພຣະ­ຜູ້­ເປັນ­ເຈົ້າ.

13 ພຣະ­ເຢຊູຊົງ​ເຂົ້າ​ມາ​ຈັບ​ເອົາ​ເຂົ້າ­ຈີ່​ແຈກ​ໃຫ້​ເຂົາ ແລະ​ເອົາ​ປາ​ແຈກ​ໃຫ້​ເໝືອນ​ກັນ.

14 ນີ້​ເປັນ​ເທື່ອ​ທີ​ສາມ​ທີ່ພຣະ­ເຢຊູຊົງ​ສະ­ແດງ​ພຣະ­ອົງ​ແກ່​ພວກ​ສາ­ວົກ ຫລັງ​ຈາກ​ທີ່​ພຣະ­ອົງ​ຖືກ​ຊົງ​ບັນ­ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ.

15 ເມື່ອ​ເຂົາ​ປັ້ນ​ເຂົ້າ​ແລ້ວພຣະ­ເຢຊູຊົງ​ກ່າວ​ກັບຊີ­ໂມນເປ­ໂຕວ່າ, “ຊີ­ໂມນລູກໂຢ­ຮັນເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ເຫລົ່າ​ນີ້​ຫລືເປ­ໂຕທູນ​ວ່າ ໂດຍ​ພຣະ­ອົງ​ເຈົ້າ​ເອີຍ, ພຣະ­ອົງ​ຊົງ​ຊາບ​ວ່າ​ຂ້າ​ພຣະ­ອົງ​ຮັກ­ແພງ​ພຣະ­ອົງພຣະ­ອົງ​ຊົງ​ສັ່ງເປ­ໂຕວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເນີ.”

16 ພຣະ­ອົງ​ຊົງ​ກ່າວ​ກັບເປ­ໂຕເປັນ​ເທື່ອ​ທີ​ສອງ​ວ່າ, “ຊີ­ໂມນລູກໂຢ­ຮັນເອີຍ, ເຈົ້າ​ຮັກ​ເຮົາ​ຫລືເປ­ໂຕທູນ​ຕອບ​ວ່າ, “ໂດຍ​ພຣະ­ອົງ​ເຈົ້າ​ເອີຍ, ພຣະ­ອົງ​ຊົງ​ຊາບ​ວ່າ​ຂ້າ​ພຣະ­ອົງ​ຮັກ­ແພງ​ພຣະ­ອົງພຣະ­ອົງ​ຊົງ​ສັ່ງ​ທ່ານ​ວ່າ, “ຈົ່ງ​ລ້ຽງ​ຮັກ­ສາ​ແກະ​ຂອງ​ເຮົາ​ເນີ.”

17 ພຣະ­ອົງ​ຊົງ​ກ່າວ​ກັບເປ­ໂຕເປັນ​ເທື່ອ​ທີ​ສາມ​ວ່າ, “ຊີ­ໂມນລູກໂຢ­ຮັນເອີຍ, ເຈົ້າ​ຮັກ­ແພງ​ເຮົາ​ຫລືເປ­ໂຕກໍ​ເປັນ​ທຸກ​ໃຈ​ທີ່​ພຣະ­ອົງ​ຊົງ​ຖາມ​ທ່ານ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ­ແພງ​ເຮົາ​ຫລືເປ­ໂຕຈິ່ງ​ທູນ​ຕອບ​ວ່າ, “ພຣະ­ອົງ​ເຈົ້າ​ເອີຍ, ພຣະ­ອົງ​ຊົງ​ຊາບ​ທຸກ​ສິ່ງ ພຣະ­ອົງ​ຊົງ​ຊາບ​ວ່າ​ຂ້າ​ພຣະ­ອົງ​ຮັກ­ແພງ​ພຣະ­ອົງພຣະ­ເຢຊູຊົງ​ສັ່ງ​ທ່ານ​ວ່າ, “ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເນີ.

18 ເຮົາ​ບອກ​ແກ່​ເຈົ້າ​ຕາມ​ຄວາມ​ຈິງ​ວ່າ ເມື່ອ​ເຈົ້າ​ຍັງ​ໜຸ່ມ​ເຈົ້າ​ເຄີຍ​ຄາດ​ແອວ​ຂອງ​ເຈົ້າ​ເອງ ແລະ​ທຽວ​ໄປ​ມາ​ໃສ​ໄດ້​ຕາມ­ໃຈ​ເຈົ້າ​ມັກ ແຕ່​ເມື່ອ​ເຈົ້າ​ເຖົ້າ​ແລ້ວ, ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ​ຄົນ​ອື່ນ​ຈະ​ຄາດ​ແອວ​ໃຫ້​ແລະ​ພາ​ໄປ​ບ່ອນ​ເຈົ້າ​ບໍ່​ຢາກ​ໄປ.”

19 (ທີ່​ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນີ້​ກໍ​ໝາຍ​ຄວາມ​ວ່າ ເປ­ໂຕຈະ​ຖວາຍ​ກຽດ­ຕິ­ຍົດ​ແດ່ພຣະ­ເຈົ້າດ້ວຍ​ການ​ຕາຍ​ຢ່າງ­ໃດ) ຄັນ​ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນີ້​ແລ້ວ​ຈຶ່ງ​ຊົງ​ສັ່ງເປ­ໂຕວ່າ, “ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ.”

20 ເປ­ໂຕຫລຽວ​ຫລັງ​ເຫັນ​ສາ­ວົກ​ຜູ້​ທີ່ພຣະ­ເຢຊູຊົງ​ຮັກ​ກຳ­ລັງ​ຕາມ​ມາ ຄື​ຜູ້​ທີ່​ເນີ້ງ​ກາຍ​ລົງ​ອີງ​ພຣະ­ຊວງ​ຂອງ​ພຣະ­ອົງ​ເມື່ອ​ຮັບ​ປະ­ທານ​ອາ­ຫານ​ແລງ​ນັ້ນ ແລະ​ທູນ​ຖາມ​ວ່າ, “ນາຍ​ເຈົ້າ​ເອີຍ, ຜູ້​ທີ່​ຈະ​ມອບ​ທ່ານ​ໄວ້​ຄື​ຜູ້​ໃດ.”

21 ເມື່ອເປ­ໂຕເຫັນ​ສາ­ວົກ​ຜູ້​ນັ້ນ­ແລ້ວ​ຈຶ່ງ​ທູນ​ຖາມພຣະ­ເຢຊູວ່າ, “ພຣະ­ອົງ​ເຈົ້າ​ເອີຍ, ຜູ້​ນີ້​ເດ, ຈະ​ເປັນ​ຢ່າງ­ໃດ.”

22 ພຣະ­ເຢຊູຊົງ​ຕອບ​ວ່າ, “ຖ້າ​ເຮົາ​ມີ­ໃຈ​ຢາກ​ໃຫ້​ຜູ້​ນີ້​ຍືນ​ຢູ່​ຈົນ​ເຖິງ​ເຮົາ​ມາ​ນັ້ນ​ຈະ​ເປັນ​ທຸ­ລະ​ອັນ​ໃດ​ກັບ​ເຈົ້າ​ໜໍ ສ່ວນ​ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ.”

23 ເຫດ​ສັນ­ນັ້ນ​ຄຳ​ທີ່​ວ່າ​ສາ­ວົກ​ຜູ້​ນັ້ນ​ຈະ​ບໍ່​ຕາຍ ຈຶ່ງ​ຊ່າ­ລື​ໄປ​ໃນ​ຖ້າມ­ກາງ​ຂອງ​ພວກ​ພີ່­ນ້ອງ ແຕ່ພຣະ­ເຢຊູບໍ່​ໄດ້​ຊົງ​ກ່າວ​ວ່າ​ສາ­ວົກ​ຜູ້​ນັ້ນ​ຈະ​ບໍ່​ຕາຍ ແຕ່​ຊົງ​ກ່າວ​ວ່າ, “ຖ້າ​ເຮົາ​ມີ­ໃຈ​ຢາກ​ໃຫ້​ຜູ້​ນີ້​ຍືນ​ຢູ່​ຈົນ​ເຖິງ​ເຮົາ​ມາ​ນັ້ນ ຈະ​ເປັນ​ທຸ­ລະ​ອັນ​ໃດ​ກັບ​ເຈົ້າ​ໜໍ.”

24 ແມ່ນ​ສາ­ວົກ​ຜູ້​ນີ້​ແຫລະ, ທີ່​ເປັນ​ພະ­ຍານ​ເຖິງ​ເຫດ­ການ​ເຫລົ່າ​ນີ້ ແລະ​ເປັນ​ຜູ້​ທີ່​ບັນ­ທຶກ​ສິ່ງ​ເຫລົ່າ​ນີ້​ໄວ້ ແລະ​ພວກ​ເຮົາ​ຮູ້​ວ່າ​ຄຳ​ພະ­ຍານ​ຂອງ​ຜູ້​ນີ້​ເປັນ­ຄວາມ​ຈິງ.

25 ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່ພຣະ­ເຢຊູຊົງ​ກະ­ທຳ ຖ້າ​ຈະ​ຂຽນ​ໄວ້​ຕາມ​ລຳ­ດັບ​ທຸກ​ປະ­ການ ຂ້າ­ພະ­ເຈົ້າ​ຄາດ​ວ່າ​ໝົດ​ທັງ​ໂລກ​ກໍ​ບໍ່​ມີ​ບ່ອນ​ພໍ​ໄວ້​ໜັງ­ສື​ທີ່​ຈະ​ຂຽນ​ນັ້ນ.



이글을 twitter로 보냅니다 이글을 facebook으로 보냅니다
댓글을 불러오는 중입니다.
번호 제목 작성자 날짜 조회 추천
> 라오스 요한복음파일 pastors 21.03.11 282 0-0
  • 1